ປກສ ເມືອງນາຊາຍທອງ ມ້າງລາຍຄະດີໄດ້ 1 ພັນກວ່າເລື່ອງ

ໂດຍ​ປະ­ຕິ­ບັດ​ຕາມ​ແນວ­ທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ທົ່ວ​ປວງ​ຊົນ​ຮອບ­ດ້ານ​ຂອງ​ພັກ ຄະ­ນະ​ພັກ-ຄະ­ນະ​ບັນ­ຊາ​ກອງ​ບັນ­ຊາ​ການ ປກສ ເມືອງ​ນາ​ຊາຍ​ທອງ ໄດ້​ເອົາ­ໃຈ­ໃສ່​ນຳ­ພາ​ກຳ­ລັງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ເມືອງ​ສຸມ​ໃສ່​ວຽກ​ງານ​ການ­ເມືອງ-ແນວ​ຄິດ​ໃຫ້​ສະ­ມາ­ຊິກ​ພັກ ພະ­ນັກ­ງານ ນັກ­ຮົບ​ພາຍ​ໃນ​ກົມ​ກອງ​ມີ​ແນວ​ຄິດ​ຫຼັກ​ໝັ້ນ ອຸ່ນ​ອ່ຽງ ທຸ່ນ​ທ່ຽງ ເຊື່ອ​ໝັ້ນ​ຕໍ່​ການ​ນຳ­ພາ​ຂອງ​ພັກ-ລັດ ຄົ້ນ­ຄວ້າ​ເຊື່ອມ​ຊຶມ​ມະ­ຕິ​ຄຳ​ສັ່ງ ຄຳ​ແນະ­ນຳ​ຂອງ​ພັກ ກົດ­ໝາຍ​ຂອງ​ລັດ ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ໃຫ້​ນາຍ ແລະ ພົນ​ຕຳ­ຫຼວດ​ໃນ​ກຳ­ລັງ​ຂອງ​ຕົນ ຮັບ​ຮູ້​ເຂົ້າ­ໃຈ​ແຈ້ງ​ຕໍ່​ແນວ­ທາງ​ປ່ຽນ­ແປງ​ໃໝ່​ຢ່າງ​ມີ​ຫຼັກ­ການ​ຂອງ​ພັກ.

ພັນ​ໂທ ລຳ​ພອນ ສີ​ສົມ­ບັດ ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ເມືອງ​ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຂຶ້ນ​ລາຍ​ງານ​ຕໍ່​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ອົງ­ຄະ​ນະ​ພັກ ເມືອງ​ນາ​ຊາຍ​ທອງ ຄັ້ງ​ທີ VII ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້​ວ່າ: ຕະ­ຫຼອດ​ໄລ­ຍະ 5 ປີ­ຜ່ານ­ມາ ກຳ­ລັງ ປກສ ພວກ​ເຮົາ​ສາ­ມາດ​ຮັກ­ສາ​ໄດ້​ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ການ­ເມືອງ​ຢ່າງ​ໜັກ​ແໜ້ນ ສັງ­ຄົມ​ມີ​ຄວາມ​ສະ­ຫງົບ ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໂດຍ​ພື້ນ­ຖານ ແກ້​ໄຂ​ບັນ­ດາ​ໜໍ່​ແໜງ​ກໍ່​ຄວາມ​ບໍ່​ສະ­ຫງົບ ແລະ ມ້າງ​ລາຍ​ຄະ­ດີ​ຕ່າງໆ​ໄດ້​ທັງ​ໝົດ 1.113 ເລື່ອງ ກັກ​ຕົວ 1.630 ຄົນ ຍິງ 220 ຄົນ ເມື່ອ​ທຽບ​ໃສ​ປີ 2014 ຜ່ານ​ມາ ເຫັນ​ວ່າ​ສະ­ພາບ​ປາ­ກົດ­ການ​ຫຍໍ້­ທໍ້ ເພີ່ມ​ຂຶ້ນ 380 ເລື່ອງ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊັບ​ສິນ​ຂອງ​ລັດ ຂອງ​ລວມ​ໝູ່ ແລະ ຂອງ​ພົນ ລະ​ເມືອງ​ທັງ​ໝົດ​ມີ: ເງິນ​ກີບ 4,3 ຕື້​ກີບ ເງິນ​ບາດ 7.358.575 ບາດ ເງິນ​ໂດ​ລາ 197.731 ໂດ​ລາ ເງິນ​ກີບ​ຫົວ​ໜາມ 5 ກີບ ຄຳ​ຮູບ​ປະ­ພັນ 132 ບາດ ແຫວນ​ເພັດ 1 ວົງ ລົດ​ໃຫຍ່ 6 ຄັນ ລົດ­ຈັກ 276 ຄັນ ແລະ ເຄື່ອງ​ອື່ນໆ ໃນ​ນັ້ນ ສາ­ມາດ​ເກັບ​ກູ້ ແລະ ສົ່ງ​ຂອງ​ກາງ​ໃຫ້​ບຸກ­ຄົນ ນິ­ຕິ­ບຸກ­ຄົນ ມີ​ເງິນ 1,98 ຕຶ້​ກີບ ເງິນ​ບາດ 1.122.850 ບາດ ເງິນ​ໂດ​ລາ 151.274 ໂດ​ລາ ຄຳ​ຮູບ​ປະ­ພັນ 132 ບາດ ແຫວນ​ເພັດ 1 ວົງ ລົດ​ໃຫຍ່ 6 ຄັນ ລົດ­ຈັກ 170 ຄັນ ແລະ ອື່ນໆ​ຈຳ­ນວນ​ໜຶ່ງ.

ພ້ອມ​ດຽວ​ກັນ​ນີ້ ຍັງ​ໄດ້​ສຶກ​ສາ​ອົມ​ຮົມ​ປະ­ຊາ­ຊົນ​ທຸກ​ຊັ້ນ​ຄົນ​ພາຍ​ໃນ​ເມືອງ​ນາ​ຊາຍ​ທອງ ໃຫ້​ຮັບ​ຮູ້ ເຂົ້າ­ໃຈ ແລະ ເຫັນ​ແຈ້ງ​ເຖິງ​ຜົນ​ຮ້າຍ​ທີ່​ເປັນ​ອັນ­ຕະ­ລາຍ​ຂອງ​ຢາ​ເສບ​ຕິດ ໄປ​ພ້ອມໆ​ກັບ​ການ​ປຸກ­ລະ­ດົມ​ຂົນ­ຂວາຍ​ປະ­ຊາ­ຊົນ​ປະ­ກອບ­ສ່ວນ ແລະ ເຂົ້າ​ຮ່ວມ​ຂະ​ບວນ​ການ​ວຽກ​ງານ​ຕ້ານ ສະ­ກັດ​ກັ້ນ ແລະ ແກ້​ໄຂ​ບັນ­ຫາ​ຢາ​ເສບ​ຕິດ ໂດຍ​ເລີ່ມ​ຈາກ​ຫົວ­ໜ່ວຍ ຄອບ­ຄົວ​ເປັນ​ຫຼັກ 5 ປີ­ຜ່ານ­ມາ ປກສ ເມືອງ​ນາ​ຊາຍ​ທອງ ສາ­ມາດ​ດຳ­ເນີນ​ຄະ­ດີ​ຢາ​ເສບ​ຕິດ​ໄດ້ 360 ລາຍ ກັກ​ຕົວ 651 ຄົນ ຍິງ 53 ຄົນ ຢຶດ​ຂອງ​ກາງ​ປະ­ເພດ​ຢາ​ບ້າ​ໄດ້ 243.660 ເມັດ ຢາ​ໄອ​ສ 1 ກິ​ໂລກ​ຣາມ ກັບ 6 ຖົງ​ນ້ອຍ ອັນ​ທີ່​ພົ້ນ​ເດັ່ນ ກອງ​ບັນ­ຊາ​ການ ປກສ ເມືອງ ໄດ້​ລົງ​ມ້າງ​ລາຍ​ຄະ­ດີ​ຢາ​ເສບ​ຕິດ​ລາຍ​ໃຫຍ່ 2 ລາຍ ຄື: ລາຍ​ທີ​ໜຶ່ງ ໃນ​ວັນ​ທີ 6 ມີ­ນາ 2019 ໄດ້​ກັກ​ຕົວ​ທ້າວ ສົມ­ບັດ ສິດ­ທິ​ລາດ ອາ­ຍຸ 62 ປີ ອາ­ຊີບ​ກຳ­ມະ­ກອນ ຢູ່​ບ້ານ​ນາ​ຄູນ ເມືອງ​ນາ​ຊາຍ​ທອງ ຜູ້­ກ່ຽວ​ມີ​ຂອງ​ກາງ​ປະ­ເພດ​ຢາ​ບ້າ​ໄວ້​ຄອບ​ຄອງ ຈຳ­ນວນ 102 ມັດ ກັບ 3 ຖົງ​ນ້ອຍ ເທົ່າ​ກັບ 204.523 ເມັດ ຢາ​ໄອ​ສ 1 ກິ​ໂລ ແລະ ຜົງ​ຂາວ 1 ຖົງ​ນ້ອຍ ພ້ອມ​ລົດ​ຟໍ​ທູ​ເນີ ທະ­ບຽນ 6059 ຈຳ­ນວນ 1 ຄັນ ແລະ ລາຍ​ທີ​ສອງ ໃນ​ວັນ​ທີ 8 ມີ­ນາ 2020 ໄດ້​ກັກ​ຕົວ​ທ້າວ ມົນ­ຕີ ພົມ​ມະ​ວັນ ອາ­ຍຸ 23 ປີ ຜູ້​ທີ​ສອງ ທ້າວ ຕ້ອມ​ບີ້ ກົງ​ວິ­ຈິດ ອາ­ຍຸ 28 ປີ ທັງ​ສອງ​ອາ­ຊີບ​ກຳ­ມະ­ກອນ ຢູ່​ບ້ານ​ນາ​ບອນ ເມືອງ​ຫີນ​ບູນ ແຂວງ​ຄຳ​ມ່ວນ ຜູ້​ທີ​ສາມ ທ້າວ ອຸ­ດົມ​ໄຊ ໄຊ​ວົງ­ສາ ອາ­ຍຸ 21 ປີ ອາ­ຊີບ​ນັກ​ສຶກ​ສາ ຢູ່​ບ້ານ​ນ້ຳ­ສ້າງ ເມືອງ​ປາກ​ກະ­ດິງ ແຂວງ​ບໍ​ລິ​ຄຳ​ໄຊ ພວກ​ກ່ຽວ​ທັງ​ສາມ​ມີ​ຂອງ​ກາງ​ຢາ​ບ້າ ຈຳ­ນວນ 691 ມັດ ເທົ່າ​ກັບ 1.382.000 ເມັດ ພ້ອມ​ລົດ​ຟໍ​ທູ​ເນີ ທະ­ບຽນ 2222 ຈຳ­ນວນ 1 ຄັນ ທັງ​ສອງ​ຄະ­ດີ​ດັ່ງ­ກ່າວ​ນີ້ ໄດ້​ສົ່ງ​ໃຫ້​ກອງ​ບັນ­ຊາ​ການ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ຜູ້​ດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ.

ສຳ­ລັບ​ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 482 ລາຍ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ຈຳ­ນວນ 839 ຄົນ ຍິງ 152 ຄົນ ໃນ​ນັ້ນ ເສຍ​ຊີ­ວິດ 106 ຄົນ ຍິງ 27 ຄົນ ແລະ ສະ­ພາບ​ການ​ເກີດ​ອັກ­ຄີ​ໄພ ມີ​ໄຟ​ໃໝ້​ເຮືອນ​ທັງ​ໝົດ 19 ຄັ້ງ.

ຕໍ່​ກັບ​ວຽກ​ງານ​ຄຸ້ມ​ຄອງ​ສຳ­ມະ­ໂນ​ຄົວ ແລະ ກໍ່­ສ້າງ​ຮາກ​ຖານ ກອງ​ບັນ­ຊາ​ການ ປກສ ເມືອງ ແມ່ນ​ໄດ້​ອີງ­ໃສ່ 4 ແຜນ​ງານ​ໃຫຍ່ 37 ໂຄງ­ການ​ຂອງ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ສົມ­ທົບ​ກັບ​ອຳ­ນາດ​ການ​ປົກ­ຄອງ​ບ້ານ ກຸ່ມ​ບ້ານ ເອົາ­ໃຈ­ໃສ່​ຕິດ­ຕາມ​ກວດ­ກາ​ການ​ເໜັງ​ຕີງ​ຂອງ​ພົນ­ລະ­ເມືອງ ເປັນ­ຕົ້ນ​ແມ່ນ​ຄົນ​ເພີ່ມ ຄົນ​ຫຼຸດ ຄົນ​ມາ​ພັກ​ເຊົາ​ຊົ່ວ­ຄາວ ແລະ ຄົນ​ບໍ່​ມີ­ໜ້າ​ຊົ່ວ­ຄາວ ຢ່າງ​ເປັນ​ປະ­ຈຳ ເອົາ­ໃຈ­ໃສ່​ກວດ­ກາ​ຄຸ້ມ​ຄອງ​ພົນ­ລະ­ເມືອງ​ຫັນ​ເຂົ້າ​ສູ່​ກົດ­ໝາຍ ແລະ ລະ­ບຽບ​ການ​ເທື່ອ​ລະ​ກ້າວ.

error: Content is protected !!