ເວລາເຂົ້າຮ່ວມກອງປະຊຸມ ບໍ່ວ່າຈະນັ່ງຢູ່ບ່ອນໃດກໍຕາມ ເຮົາຕ້ອງມີສະຕິ ຕັ້ງໃຈຈົດຈໍ່ຕໍ່ເນື້ອໃນກອງປະຊຸມ ບໍ່ຄວນເຮັດແນວອື່ນທີ່ສວນທາງ ເຊັ່ນ: ຍ້າຍຕັ່ງນັ່ງໄປມາ ຫຼື ຫຍັບໄປຢູ່ໃກ້ໆກັບຜູ້ທີ່ເຮົາລຶ້ງ ຢ່າຖືໂອກາດໂສກັນສຽງດັງ ຫຼື ກົ້ມໜ້າກົ້ມຕາໃສ່ຈໍມືຖື ແລະ ສຳຄັນທີ່ສຸດ ຄືຢ່າລັກຫຼອຍອອກຫ້ອງປະຊຸມກ່ອນເວລາປິດເດັດຂາດ.

ໂດຍ: ສາວສິ້ນແຕ້ມ