ເລື່ອງຫຍຸ້ງໃຈ

ສາວ​ອິດ: “ຈັ່ງ​ແມ່ນ​ຊາດ​ກູ​ອຸກ​ໃຈ ອຸກ​ນຳ​ໜ້າ​ກາກ​ນີ້​ລະ ໄດ້​ເດືອນ​ໜຶ່ງ​ເຕັມໆ​ແລ້ວ​ເດ​ທີ່​ເຮົາ​ບໍ່​ໄດ້​ອ້າງ​ແຂ້ວ​ຄຳ​ເວ­ລາ​ຍິ້ມ ເພາະ​ໜ້າ​ກາກ​ເວນ​ນີ້​ມັນ​ບັງ​ໄວ້ !”. ສາວ​ເຕື່ອຍ: “ເຮົາ​ແຮ່ງ​ກຸ້ມ​ກວ່າ​ໂຕ​ເປັນ​ສິບ-ຊາວ​ເທື່ອ​ພຸ້ນ ຜົວ​ເຮົາ​ບໍ່​ຍອມ​ກິນ​ເຂົ້າ​ກິນ​ນ້ຳ​ເປັນ​ທິດ​ແລ້ວ ເພາະ​ລາວ​ບໍ່​ຍອມ​ເປີດ​ໜ້າ​ກາກ​ຍ້ອນ​ຢ້ານ​ໂຄ​ວິດ-19 ເຮົາ​ຕ້ອງ​ຖ້າ​ໃຫ້​ລາວ​ນອນ​ຫຼັບ​ແຕ່​ລະ​ຄືນ​ກ່ອນ​ຈະ​ລັກ​ເປີດ​ໜ້າ​ກາກ​ລາວ ເພື່ອ​ເອົາ​ເຂົ້າ​ເອົາ​ນ້ຳ​ໃສ່​ປາກ​ລາວ !”. ໂດຍ: ບ່າວ​ກະ­ບື

ປົວກໍຕາຍ ບໍ່ປົວກໍຕາຍ

ຜູ້​ຂຽນ​ຄິດ​ເຫັນ​ທັດ­ສະ­ນະ​ກ່ຽວ​ເລື່ອງ​ພະ­ຍາດ​ທາງ​ພຸດ​ທະ​ສາ­ສະ­ໜາ ທີ່​ມີ​ແງ່​ຄິດ​ຢູ່ 3 ປະ­ການ ຄື: (1) ພະ­ຍາດ​ບາງ​ຢ່າງ ປົວ​ກໍ​ຕາຍ ບໍ່​ປົວ​ກໍ​ຕາຍ ເມື່ອ​ພວກ​ເຮົາ​ພົບ​ກັບ​ສະ­ພາບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຈະ​ສາ­ມາດ​ແຍກ​ປະ­ເພດ​ຜູ້​ປ່ວຍ​ໄດ້​ວ່າ ຄົນ​ແກ່​ເຖົ້າ​ທີ່​ຕິດ­ພະ­ຍາດ​ໂຄ​ວິດ ຍ່ອມ​ສ່ຽງ​ສູງ​ຕໍ່​ການ​ເສຍ​ຊີ­ວິດ ເພາະ​ຜູ້​ສູງ​ອາ­ຍຸ​ສ່ວນ​ໃຫຍ່​ຈະ​ມີ​ພະ­ຍາດ​ອື່ນ​ແຊກ​ຊ້ອນ​ຈຶ່ງ​ປົວ​ຍາກ ເຊິ່ງ​ບາງ­ທີ​ແພດ​ໝໍ​ເອົາ­ໃຈ­ໃສ່​ປິ່ນ­ປົວ…

ລຽວໂຕ ເນັ້ນປະຕິບັດມາດຕະການປ້ອງກັນ COVID-19 ພ້ອມທັງເນັ້ນສອນໃຫ້ຈົບຫຼັກສູດ ທັນຕາມກຳນົດເວລາສອບເສັງ

ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ຂະ­ແໜງ­ການ​ສຶກ​ສາ ເພື່ອ​ເປັນ​ການ​ປ້ອງ​ກັນ​ພະ­ຍາດ​ດັ່ງ­ກ່າວ ບໍ່​ໃຫ້​ແຜ່​ລາມ ລັດ­ຖະ­ບານ​ຈຶ່ງ​ໄດ້​ປະ­ກາດ​ໃຫ້​ທຸກ​ໂຮງ­ຮຽນ​ໃນ​ທົ່ວ​ປະ­ເທດ ຢຸດ​ການ​ຮຽນ​ການ​ສອນ ເຊິ່ງ​ພາຍ­ຫຼັງ​ທີ່​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ໄດ້​ເບົາ­ບາງ​ລົງ​ທາງ​ລັດ­ຖະ­ບານ ກໍ​ຄື ຄະ­ນະ​ສະ­ເພາະ​ກິດ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ COVID-19 ຈຶ່ງ​ໄດ້​ອະ­ນຸ­ຍາດ​ໃຫ້​ຊັ້ນ​ຮຽນ​ຈົບ​ຊັ້ນ ຄື…

ມີສະຕິ ເວລາເບິ່ງຂ່າວຄ່າໄຟຟ້າ..

ຕ້ອງ​ຍອມ­ຮັບ​ວ່າ​ນັບ​ແຕ່​ເດືອນ​ເມ­ສາ​ມາ​ຮອດ​ປັດ­ຈຸ­ບັນ ກະ­ແສ​ຂ່າວ​ກ່ຽວ​ກັບ​ການ​ເໜັງ​ຕີງ​ຂອງ​ລາ­ຄາ​ໄຟ­ຟ້າ​ມາ​ແຮງ​ຫຼາຍ ໂດຍ​ສະ­ເພາະ​ແມ່ນ​ພາຍ­ຫຼັງ​ບິນ​ໄຟ­ຟ້າ​ເດືອນ​ພຶດ­ສະ­ພາ 2020 ເຂົ້າ​ມາ ຖື​ວ່າ​ເປັນ​ບິນ​ເຈົ້າ​ບັນ­ຫາ​ນໍ ? ເຖິງ​ແມ່ນ​ວ່າ​ຄະ­ນະ​ນຳ​ຂອງ​ບໍ­ລິ­ສັດ​ໄຟ­ຟ້າ​ອອກ​ມາ​ຊີ້​ແຈງ ແຕ່​ຫາງ​ສຽງ​ສັງ­ຄົມ​ຍັງ​ບໍ່​ໂລ່ງ. ໃບ​ບິນ​ເດືອນ​ພຶດ­ສະ­ພາ ເຈົ້າ​ບັນ­ຫາ​ນີ້​ມີ​ຊ່ອງ​ຫວ່າງ​ຢູ່​ສອງ​ຈຸດ​ຄື: ຈຸດ​ທີ​ໜຶ່ງ​ແມ່ນ​ນຳ​ໃຊ້​ການ​ຄິດ​ໄລ​ບໍ່​ກົງ​ກັບ​ແຈ້ງ​ການ​ເລກ​ທີ 394/ຫສນຍ ເຊິ່ງ​ກຳ­ນົດ​ວ່າ​ລາ­ຄາ​ໃໝ່​ໃຫ້​ເລີ່ມ​ປະ­ຕິ­ບັດ​ແຕ່​ວັນ​ທີ 02 ພຶດ­ສະ­ພາ…

ມັດທະຍົມປາຍ ສີໂຄດຕະບອງ ເອົາໃຈໃສ່ເຂັ້ມງວດປ້ອງກັນພະຍາດ COVID-19

ເປັນ​ທີ່​ຮູ້​ກັນ​ດີ ການ​ປະຕິບັດ​ການ​ຜ່ອນຜັນ​ຂອງ​ຄະນະ​ສະເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ພະຍາດ​ອັກເສບ​ປອດ ທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ COVID-19 ກໍ​ຄື ແຈ້ງ​ການ​ຂອງ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ​ສະບັບ​ເລກ​ທີ 580/​ຫສນຍ ວ່າ​ດ້ວຍ​ການ​ສືບຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ຜ່ອນຜັນ ແລະ ມາດ​ຕະການ​ປ້ອງ​ກັນ​ຄວບ​ຄຸມ​ສະກັດ​ກັ້ນ ແລະ ແກ້​ໄຂ​ການ​ລະບາດ​ຂອງ​ພະຍາດ…

ສຸມໃສ່ປະຕິບັດໜ້າທີ່ ສ້າງຄວາມສະດວກສະບາຍ ໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ເຖິງຈຳນວນພາຫະນະຍັງບໍ່ເປັນປົກກະຕິ

ໄລ­ຍະ​ສອງ​ອາ­ທິດ​ທີ່​ຜ່ານ​ມາ ການ​ສັນ­ຈອນ​ຢູ່​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ເລີ່ມ​ໜາ​ແໜ້ນ​ຂຶ້ນ​ຫຼາຍ​ກວ່າ​ເກົ່າ ໃນ​ບາງ​ເສັ້ນ­ທາງ​ກໍ​ມີ​ຄວາມ​ແອ​ອັດ ໂດຍ​ສະ­ເພາະ​ຢູ່​ຕາມ​ເຂດ​ຊຸມ​ຊົນ ຕະ­ຫຼາດ ໂຮງ­ຮຽນ ສຳ­ນັກ­ງານ-ອົງ­ການ​ຕ່າງໆ ຫຼັງ​ຈາກ​ທີ່​ລັດ­ຖະ­ບານ​ໄດ້​ມີ​ການ​ຜ່ອນ­ຜັນ​ມາດ​ຕະ­ການ​ປ້ອງ​ກັນ ການ​ແຜ່​ລະ­ບາດ​ພະ­ຍາດ COVID-19 ໂດຍ​ອະ­ນຸ­ຍາດ​ໃຫ້​ມີ​ການ​ສັນ­ຈອນ​ໄປ-ມາ​ຕາມ​ສະ­ຖານ­ທີ່​ຕ່າງໆ​ພາຍ​ໃນ​ແຂວງ​ຕົນ​ເອງ ເລີ່ມ​ແຕ່​ວັນ​ທີ 4 ພຶດ­ສະ­ພາ 2020…

ເບິ່ງບ້ານເຂົາເອົາບົດຮຽນ 27/05/2020

ມື້­ນີ້ ຂໍ​ພາ​ທ່ານ​ຜູ້​ອ່ານ​ໄປ​ຮູ້­ຈັກ​ກັບ​ວິ­ທີ​ການ​ຂອງ​ມາ​ເລ​ເຊຍ ໃຫ້­ການ​ຊຸກ­ຍູ້​ການ​ນຳ​ໃຊ້​ສະ­ກຸນ​ເງິນ​ພາຍ​ໃນ ເລື່ອງ​ກຳ­ປູ­ເຈຍ​ສັ່ງ​ຫ້າມ​ສົ່ງ​ອອກ​ດິນ­ຊາຍ ແລະ ມາດ​ຕະ­ການ​ຫຼຸດ­ຜ່ອນ​ການ​ໃຊ້​ພະ­ລັງ­ງານ​ຖ່ານ​ຫີນ ເພື່ອ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ​ໃນ​ຈີນ. ທີ່ ມາ​ເລ​ເຊຍ: ເມື່ອ​ປະ­ມານ 3 ປີ​ປາຍ​ຢ້ອນ​ຫຼັງ (KPL 06/12/2016) ທະ­ນາ­ຄານ​ກາງ­ຂອງ​ປະ­ເທດ​ມາ​ເລ​ເຊຍ ໄດ້​ເຜີຍ­ແຜ່​ໃຫ້​ຮູ້​ກ່ຽວ​ກັບ​ມາດ​ຕະ­ການ​ສົ່ງ­ເສີມ​ການ​ໃຊ້​ຣິງ​ກິດ…

ດື່ມນ້ຳແບບໃດໃຫ້ມີຄວາມປອດໄພໃນລະດູຮ້ອນ

ນ້ຳ ຄື​ສານ​ອາ­ຫານ​ທີ່​ສຳ­ຄັນ​ທີ່​ສຸດ​ຂອງ​ຮ່າງ­ກາຍ ເພາະ­ວ່າ 4/5 ຂອງ​ນ້ຳ­ໜັກ​ຕົວ​ແມ່ນ​ນ້ຳ ຄົນ​ເຮົາ​ສາ­ມາດ​ຢູ່​ໄດ້​ຫຼາຍ​ອາ­ທິດ​ຖ້າ​ຂາດ​ອາ­ຫານ ແຕ່​ຖ້າ​ຂາດ​ນ້ຳ​ຈະ​ຢູ່​ໄດ້​ພຽງ​ແຕ່ 3-4 ມື້​ເທົ່າ​ນັ້ນ ໂດຍ​ນ້ຳ​ເປັນ​ຕົວ​ລະ­ລາຍ­ອາ­ຫານ​ທີ່​ຜ່ານ​ຂະ​ບວນ​ການ​ຍ່ອຍ​ໃນ​ກະ­ເພາະ ເຊິ່ງ​ຍັງ​ບໍ່​ທັນ​ໄດ້​ມີ​ປະ­ລິ­ມານ​ທີ່​ໃຫ້​ດື່ມ​ແບບ​ສະ­ເພາະ​ເຈາະ​ຈົງ​ໃນ​ແຕ່​ລະ​ມື້ ເພາະ​ການ​ສູນ​ເສຍ​ນ້ຳ­ຂອງ​ແຕ່­ລະ­ຄົນ​ແມ່ນ​ມີ​ປະ­ລິ­ມານ​ທີ່​ແຕກ​ຕ່າງ​ກັນ ແຕ່​ໂດຍ​ທົ່ວ​ໄປ​ແລ້ວ​ການ​ດື່ມ­ນ້ຳ​ປະ­ມານ 8 ຈອກ​ຕໍ່​ມື້ ຖື​ວ່າ​ເປັນ​ສິ່ງ​ທີ່​ດີ​ຕໍ່​ສຸ­ຂະ­ພາບ.…

ສະພາບທຸລະກິດທ່ອງທ່ຽວ ແລະ ການບິນຂອງເອີຣົບ ອາດມີການປ່ຽນແປງ ຫຼັງໂຄວິດ-19

ເມື່ອ​ວັນ​ທີ 11 ພຶດ­ສະ­ພາ​ທີ່​ຜ່ານ​ມາ ລັດ­ຖະ­ບານ​ອັງ­ກິດ ໄດ້​ຢືນ­ຢັນ​ເລື່ອງ​ແຜນ­ທີ່​ຈະ​ກຳ­ນົດ​ໃຫ້​ຜູ້​ເດີນ­ທາງ​ເຂົ້າ​ປະ­ເທດ​ທຸກ​ຄົນ ຊຶ່ງ​ລວມ​ເຖິງ​ນັກ​ທ່ອງ​ທ່ຽວ​ທີ່​ເດີນ­ທາງ​ກັບ​ປະ­ເທດ ຫຼື ຜູ້​ເດີນ­ທາງ​ເຂົ້າ​ໄປ​ເຮັດ​ທຸ­ລະ​ກິດ​ໃນ​ອັງ­ກິດ ຕ້ອງ​ກັກ​ຕົວ​ເອງ​ເປັນ​ເວ­ລາ 14 ວັນ. ໂດຍ​ຕັ້ງ­ແຕ່​ເດືອນ​ໜ້າ​ເປັນ­ຕົ້ນ​ໄປ ທຸກ​ຄົນ​ຊຶ່ງ​ເດີນ­ທາງ​ໄປ​ຍັງ​ອັງ­ກິດ​ຈະ​ຕ້ອງ​ແຈ້ງ​ທີ່­ຢູ່​ສຳ­ລັບ​ການ​ກັກ​ຕົວ​ເອງ​ຕໍ່​ເຈົ້າ​ໜ້າ­ທີ່ ແລະ ອາດ​ຖືກ​ປັບ​ໃໝ​ສູງ​ເຖິງ 11…

error: Content is protected !!