ໄລຍະສອງອາທິດທີ່ຜ່ານມາ ການສັນຈອນຢູ່ໃນນະຄອນຫຼວງວຽງຈັນ ເລີ່ມໜາແໜ້ນຂຶ້ນຫຼາຍກວ່າເກົ່າ ໃນບາງເສັ້ນທາງກໍມີຄວາມແອອັດ ໂດຍສະເພາະຢູ່ຕາມເຂດຊຸມຊົນ ຕະຫຼາດ ໂຮງຮຽນ ສຳນັກງານ-ອົງການຕ່າງໆ ຫຼັງຈາກທີ່ລັດຖະບານໄດ້ມີການຜ່ອນຜັນມາດຕະການປ້ອງກັນ ການແຜ່ລະບາດພະຍາດ COVID-19 ໂດຍອະນຸຍາດໃຫ້ມີການສັນຈອນໄປ-ມາຕາມສະຖານທີ່ຕ່າງໆພາຍໃນແຂວງຕົນເອງ ເລີ່ມແຕ່ວັນທີ 4 ພຶດສະພາ 2020 ເປັນຕົ້ນມາ ແລະ ມາຮອດວັນທີ 18 ພຶດສະພາ 2020 ໄດ້ຜ່ອນຄາຍລົງອີກລະດັບໝຶ່ງ ເຊິ່ງນັກຮຽນລະດັບຊັ້ນ ປໍ5 ມ4 ແລະ ມ7 ໄດ້ເປີດການຮຽນ-ການສອນຄືນໃໝ່ ບັນດາຜູ້ປົກຄອງໄດ້ອອກໄປຮັບ-ສົ່ງລູກຫຼານຂອງຕົນ.
ຈາກຂໍ້ມູນຂອງ ປກສ.ນວ ທ່ານ ພັນໂທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການສັນຈອນຢູ່ນະຄອນຫຼວງວຽງຈັນ ເລີ່ມໜາແໜ້ນຂຶ້ນ ຍ້ອນບັນດາສຳນັກງານ-ອົງການກັບມາເຮັດວຽກຕາມປົກກະຕິ ລວມທັງບໍລິສັດຫ້າງຮ້ານຕ່າງໆກໍ່ເລີ່ມເປີດໃຫ້ບໍລິການ ຈຶ່ງເຮັດໃຫ້ມີພາຫະນະສັນຈອນໄປ-ມາຕາມເສັ້ນທາງຫຼາຍຂຶ້ນກວ່າເກົ່າ ຖ້າທຽບໃສ່ສະພາບການສັນຈອນ ໃນໄລຍະຄຸມເຂັ້ມການນຳໃຊ້ມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ປັດຈຸບັນ ສະພາບການສັນຈອນຢູ່ຕາມເສັ້ນທາງໃນ.ນວ ເຫັນວ່າຍັງປົກກະຕິດີ ພາຫະນະຍັງບໍ່ແອອັດເທົ່າທີ່ຄວນ.
ຕໍ່ກັບສະພາບການດັ່ງກ່າວ ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ.ນວ ກໍບໍ່ໄດ້ລົດລະໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ເພື່ອເຮັດໃຫ້ຜູ້ໃຊ້ລົດ ໃຊ້ຖະໜົນສັນຈອນໄປ-ມາມີຄວາມສະດວກສະບາຍ ແລະ ປອດໄພ ໂດຍສຸມໃສ່ເຮັດວຽກງານໂຄສະນາ ເຊີນຊວນໃຫ້ມວນຊົນປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ບັນຈຸກຳລັງລົງປະຈຳຢູ່ຕາມສາຍທາງ ປ້ອມຍາມ ເພື່ອເຝົ້າຕິດຕາມລະບາຍການສັນຈອນ ຈັດລະບຽບສາຍທາງ ຕິດຕາມກວດກາການປະຕິບັດລະບຽບການສັນຈອນຂອງນັກຂັບຂີ່ ແລະ ປະຈຳການຄອຍເຫດຕະຫຼອດ 24 ຊົ່ວໂມງ.
ສຳລັບບັນຫາການເກີດອຸບັດເຫດເລີ່ມແຕ່ວັນທີ 4-18 ພຶດສະພາ 2020 ຢູ່ ນວ ມີອຸບັດເຫດເກີດຂຶ້ນທັງໝົດ 22 ຄັ້ງ ໃນນີ້ ເສຍຊີວິດ 3 ຄົນ ມີຄົນໄດ້ຮັບບາດເຈັບ 25 ຄົນ ພາຫະນະເປ່ເພ 44 ຄັນ ເຊິ່ງສາເຫດທີ່ພາໃຫ້ເກີດອຸບັດຕິເຫດແມ່ນລ່ວງໄຟອຳນາດ ແລ່ນລົດໄວເກີນກຳນົດ ແຊງບໍ່ຮັບປະກັນ ປ່ຽນທິດທາງລົດກະທັນຫັນ ແລະ ເມົາແລ້ວຂັບ.