ປົວກໍຕາຍ ບໍ່ປົວກໍຕາຍ

ຜູ້​ຂຽນ​ຄິດ​ເຫັນ​ທັດ­ສະ­ນະ​ກ່ຽວ​ເລື່ອງ​ພະ­ຍາດ​ທາງ​ພຸດ​ທະ​ສາ­ສະ­ໜາ ທີ່​ມີ​ແງ່​ຄິດ​ຢູ່ 3 ປະ­ການ ຄື: (1) ພະ­ຍາດ​ບາງ​ຢ່າງ ປົວ​ກໍ​ຕາຍ ບໍ່​ປົວ​ກໍ​ຕາຍ ເມື່ອ​ພວກ​ເຮົາ​ພົບ​ກັບ​ສະ­ພາບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຈະ​ສາ­ມາດ​ແຍກ​ປະ­ເພດ​ຜູ້​ປ່ວຍ​ໄດ້​ວ່າ ຄົນ​ແກ່​ເຖົ້າ​ທີ່​ຕິດ­ພະ­ຍາດ​ໂຄ​ວິດ ຍ່ອມ​ສ່ຽງ​ສູງ​ຕໍ່​ການ​ເສຍ​ຊີ­ວິດ ເພາະ​ຜູ້​ສູງ​ອາ­ຍຸ​ສ່ວນ​ໃຫຍ່​ຈະ​ມີ​ພະ­ຍາດ​ອື່ນ​ແຊກ​ຊ້ອນ​ຈຶ່ງ​ປົວ​ຍາກ ເຊິ່ງ​ບາງ­ທີ​ແພດ​ໝໍ​ເອົາ­ໃຈ­ໃສ່​ປິ່ນ­ປົວ ແຕ່​ໄປ​ບໍ່​ລອດ​ຈຶ່ງ​ຖືກ​ກັບ​ສິ່ງ​ທີ່​ພະ­ພຸດ­ທະ­ເຈົ້າ​ສອນ​ໄວ້​ວ່າ: ປົວ​ກໍ​ຕາຍ ບໍ່​ປົວ​ກໍ​ຕາຍ

(2) ພະ­ຍາດ​ບາງ​ຢ່າງ​ປົວ​ກໍ​ດີ ບໍ່​ປົວ​ກໍ​ຕາຍ ເມື່ອ​ຄົນ​ໜຸ່ມ ຫຼື ຜູ້​ມີ​ສຸ­ຂະ­ພາບ​ແຂງ­ແຮງ​ຕິດ­ພະ­ຍາດ COVID-19 ໄດ້​ຮັບ​ການ​ປິ່ນ­ປົວ​ກໍ​ສາ­ມາດ​ຟື້ນ​ຕົວ​ເຊົາ​ໄວ.

(3) ພະ­ຍາດ​ບາງ​ຢ່າງ​ປົວ​ກໍ​ດີ ບໍ່​ປົວ​ກໍ​ດີ ເວ­ລາ​ເຮົາ​ເບິ່ງ​ຂ່າວ​ລະ­ອຽດ ຈະ​ເຫັນ​ວ່າ​ບາງ​ຄົນ​ຕິດ­ພະ­ຍາດ​ໂຄ​ວິດ ທາງ​ປະ­ເທດ​ຢູ​ໂຣບ​ໄປ​ໂຮງ­ໝໍ​ຍາກ ຫຼື ແພດ​ໝໍ​ບໍ່​ໄດ້​ມາ​ຮັບ​ຈຶ່ງ​ນອນ​ປິ່ນ­ປົວ​ຕົວ​ເອງ​ຢູ່​ໃນ​ເຮືອນ ເທົ່າ​ທີ່​ສາ­ມາດ​ຊ່ອຍ​ໂຕ​ເອງ​ໄດ້ ຈຶ່ງ​ປາ­ກົດ​ມີ​ຂ່າວ​ວ່າ ຫຼາຍ​ຄົນ​ບໍ່​ໄດ້​ໄປ​ປົວ​ຢູ່​ໂຮງ­ໝໍ ແຕ່​ກໍ​ສາ­ມາດ​ເຊົາ​ໄດ້​ຈາກ​ພະ­ຍາດ​ໂຄ​ວິດ ເວົ້າ​ເຖິງ​ພະ­ຍາດ​ໂຄ​ວິດ​ຄົນ​ບູ­ຮານ​ຈະ​ເອີ້ນ​ວ່າ​ໂຣກ​ລະ­ບາດ ເຊິ່ງ​ອາ​ດີດ​ຜ່ານ​ມາ​ຮ້ອຍ​ປີ​ໃດ​ຈະ​ເກີດ​ຂຶ້ນ​ຄັ້ງ​ໜຶ່ງ ເຮັດ​ໃຫ້​ຄົນ​ຕາຍ​ຢ່າງ​ຫຼວງ­ຫຼາຍ​ທົ່ວ​ໂລກ ພໍ​ເຖິງ​ເວ­ລາ​ໃດ​ໜຶ່ງ ພະ­ຍາດ​ດັ່ງ­ກ່າວ​ກໍ​ຈະ​ສູນ­ຫາຍ​ໄປ​ເອງ​ນີ້​ແຫຼະ ຄົນ​ບູ­ຮານ​ຈຶ່ງ​ພາ­ກັນ​ເອີ້ນ​ຕິດ​ປາ​ກວ່າ ໂຣກ​ລະ­ບາດ.

ບົດ­ຮຽນ​ທີ່​ເຮົາ​ຄວນ​ຫາ​ທາງ​ຮັບ​ມື​ໄວ້ ເມື່ອ​ສິ່ງ​ທີ່​ເປັນ​ບັນ­ຫາ​ເກີດ​ຂຶ້ນ​ໃນ​ອະ­ນາ­ຄົດ​ແບບ​ຄາດ​ບໍ່​ເຖິງ ກໍ​ຄື​ການ​ມີ​ເງິນ​ເກັບ​ສຳ­ຮອງ​ໄວ້​ໃຊ້​ຍາມ​ຈຳ­ເປັນ​ຫຼາຍ​ເດືອນ ຫຼື ໜຶ່ງ​ປີ ເພາະ​ເຮົາ​ບໍ່​ສາ­ມາດ​ຮູ້​ໄດ້​ວ່າ ວິ​ກິດ​ແບບ​ນີ້​ຈະ​ເກີດ​ຂຶ້ນ​ອີກ​ເມື່ອ​ໃດ ສຸ­ຂະ­ພາບ​ເປັນ​ສິ່ງ​ສຳ­ຄັນ​ທີ່​ສຸດ ເພາະ​ພະ­ຍາດ​ບໍ່​ເຄີຍ​ເລືອກ​ອາ­ຍຸ ຫຼື ຄົນ​ຈົນ ແລະ ລວຍ ເຊິ່ງ​ຖ້າ​ສຸ­ຂະ­ພາບ​ບໍ່​ດີ​ແລ້ວ​ກໍ​ບໍ່​ມີ​ຄວາມ­ສຸກ​ໃນ​ຊີ­ວິດ ບົດ­ຮຽນ​ຈາກ​ໂຄ​ວິດ​ເຕືອນ​ເຮົາ​ໄວ້​ວ່າ: ຢາ​ຝາກ​ຊີ­ວິດ​ໄວ້​ກັບ​ອາ­ຊີບ​ການ​ງານ​ພຽງ​ອັນ​ດຽວ ເພາະ​ເມື່ອ​ວິ​ກິດ​ເກີດ​ຂຶ້ນ​ຍ່ອມ​ເຮັດ​ໃຫ້​ຊີ­ວິດ​ພົບ​ບັນ­ຫາ ຢ່າງ​ໜ້ອຍ​ມີ​ທີ່​ດິນ​ເຮັດ​ການ​ກະ­ເສດ ກໍ​ສາ­ມາດ​ລ້ຽງ​ຊີບ​ໄດ້​ຖ້າ​ບໍ່​ຂີ້­ຄ້ານ​ມັກ­ງ່າຍ ຢ່າ​ລືມ​ຄວາມ­ສຸກ​ຕອນ​ລຳ­ບາກ ເພາະ​ມັນ​ຊ່ວຍ​ໃຫ້​ເຮົາ​ບໍ່​ຫຼົງ​ຕອນ​ມີ​ຄວາມ­ສຸກ ເຊິ່ງ​ຊີ­ວິດ​ຈິງ​ຂອງ​ຄົນ​ມີ​ທັງ​ສຸກ ແລະ ທຸກ ດັ່ງ­ນັ້ນ ເຮົາ​ຈຶ່ງ​ຕ້ອງ​ຮູ້­ຈັກ​ຫາ​ທາງ​ປ້ອງ​ກັນ​ຮັບ​ມື​ໄວ້​ດີ​ກວ່າ ຫຼົງ​ໄປ​ກັບ​ກະ­ແສ​ໂລກ.

ຜູ້​ຂຽນ​ຂໍ​ສັງ​ລວມ​ສັ້ນ​ວ່າ: ຊີ­ວິດ​ຂອງ​ຄົນ​ເຮົາ​ຖ້າ­ວ່າ​ບໍ່​ຫຼົງ​ຮາກ​ເຫງົ້າ ບໍ່​ຫຼົງ​ເຫີ່​ກະ­ແສ​ໂລກ​ຈົນ​ເກີນ​ໄປ ພ້ອມ​ປະ­ກອບ​ຊີ­ວິດ​ໃຫ້​ຕົນ​ມີ​ສະ­ຕິ​ປັນ­ຍາ​ເປັນ​ເຄື່ອງ​ດຳ­ເນີນ​ຊີ­ວິດ ບໍ່​ຫຼົງ​ຄວາມ​ສະ­ບາຍ​ຈົນ​ບໍ່​ມີ​ສະ­ຕິ​ວ່າ ຊີ­ວິດ​ຈິງ​ມີ​ສຸກ​ທຸກ​ເປັນ​ຂອງ​ຄູ່​ກັນ ການ​ສ້າງ​ນິ­ໄສ​ເພິ່ງ​ຕົນ​ເອງ ອີງ­ໃສ່​ປູກ­ຝັງ-ລ້ຽງ­ສັດ​ຍັງ​ດີ​ກວ່າ​ຄິດ​ເພີ່ງ​ປັດ­ໃຈ​ພາຍ​ນອກ​ຈົນ​ຊີ­ວິດ​ອ່ອນ­ແອ.

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!