ລຽວໂຕ ເນັ້ນປະຕິບັດມາດຕະການປ້ອງກັນ COVID-19 ພ້ອມທັງເນັ້ນສອນໃຫ້ຈົບຫຼັກສູດ ທັນຕາມກຳນົດເວລາສອບເສັງ

ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ຂະ­ແໜງ­ການ​ສຶກ​ສາ ເພື່ອ​ເປັນ​ການ​ປ້ອງ​ກັນ​ພະ­ຍາດ​ດັ່ງ­ກ່າວ ບໍ່​ໃຫ້​ແຜ່​ລາມ ລັດ­ຖະ­ບານ​ຈຶ່ງ​ໄດ້​ປະ­ກາດ​ໃຫ້​ທຸກ​ໂຮງ­ຮຽນ​ໃນ​ທົ່ວ​ປະ­ເທດ ຢຸດ​ການ​ຮຽນ​ການ​ສອນ ເຊິ່ງ​ພາຍ­ຫຼັງ​ທີ່​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ໄດ້​ເບົາ­ບາງ​ລົງ​ທາງ​ລັດ­ຖະ­ບານ ກໍ​ຄື ຄະ­ນະ​ສະ­ເພາະ​ກິດ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ COVID-19 ຈຶ່ງ​ໄດ້​ອະ­ນຸ­ຍາດ​ໃຫ້​ຊັ້ນ​ຮຽນ​ຈົບ​ຊັ້ນ ຄື ປ5 ມ4 ມ7 ເປີດ​ຮຽນ​ຄືນ­ໃໝ່ ໃນ​ວັນ​ທີ 18 ພຶດ­ສະ­ພາ​ເປັນ­ຕົ້ນ​ມາ​ແຕ່​ທຸກ​ໂຮງ­ຮຽນ ຕ້ອງ​ເຂັ້ມ​ງວດ​ຈັດ​ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ​ພະ­ຍາດ​ນີ້​ຢ່າງ​ເອົາ­ໃຈ­ໃສ່ ເຊິ່ງ​ໂຮງ­ຮຽນ​ລຽວ​ໂຕ​ເປັນ​ໂຮງ­ຮຽນ​ໜຶ່ງ​ທີ່​ໄດ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ ມາດ​ຕະ­ການ​ປ້ອງ​ກັນ ສະ­ກັດ​ກັ້ນ ແລະ ຄວບ​ຄຸມ­ພະ​ຍາດ COVID-19.

ທ່ານ ອາ­ຈານ ສະ­ໝານ ບົວ​ຜາ​ວົງ ຫົວ­ໜ້າ​ຫ້ອງ­ການ​ພາ­ສາ​ລາວ ມສ ລຽວ​ໂຕ ໄດ້​ກ່າວ​ວ່າ: ໂຮງ­ຮຽນ​ຂອງ​ພວກ​ເຮົາ​ໄດ້​ມີ​ການ​ກະ­ກຽມ​ຄວາມ​ພ້ອມ ກ່ອນ​ຈະ​ເປີດ​ຮຽນ​ຈົບ​ຊັ້ນ ປ5 ມ4 ມ7 ເຊິ່ງ​ໄດ້​ມີ​ການ​ປຶກ­ສາ​ຫາ­ລື ໃນ​ບັນ­ດາ​ຄະ­ນະ​ຜູ້​ບໍ­ລິ­ຫານ​ໂດຍ​ໄດ້​ວາງ​ແຜນ​ກະ­ກຽມ​ຄວາມ​ພ້ອມ ເນັ້ນ​ໃສ່​ມາດ​ຕະ­ການ​ປ້ອງ​ກັນ ສະ­ກັດ​ກັ້ນ ແລະ ຄວບ​ຄຸມ­ພະ​ຍາດ COVID-19 ເພື່ອ​ໃຫ້​ສາ­ມາດ​ຮັບ­ປະ­ກັນ​ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ມີ​ຜູ້​ຕິດ­ເຊື້ອ​ເພີ່ມ ຄື​ດັ່ງ​ລັດ­ຖະ­ບານ​ໄດ້​ວາງ​ມາດ​ຕະ­ການ​ຄວບ​ຄຸມ​ໃນ​ໄລ­ຍະ​ນີ້.

ສຳ­ລັບ​ມາດ​ຕະ­ການ​ປ້ອງ​ກັນ ສະ­ກັດ​ກັ້ນ ແລະ ຄວບ​ຄຸມ­ພະ​ຍາດ COVID-19 ພາຍ​ໃນ​ໂຮງ­ຮຽນ​ນັ້ນ ນັກ­ຮຽນ​ທຸກ​ຄົນ​ທີ່​ຈະ​ເຂົ້າ​ມາ​ໂຮງ­ຮຽນ​ພວກ​ເຮົາ ໄດ້​ຕັ້ງ​ຈຸດ​ວັດ­ແທກ​ອຸນ­ຫະ­ພູມ​ຢູ່​ທາງ​ປະ­ຕູ​ໃຫຍ່ ເພື່ອ​ເປັນ​ຈຸດ​ວັດ​ໄຂ້ ຄຽງ​ຄູ່​ກັບ​ການ​ຮັກ­ສາ​ໄລ­ຍະ​ຫ່າງ​ຍ່າງ​ເຂົ້າ​ມາ​ຢ່າງ​ເປັນ​ລະ­ບຽບ ແລະ ຢາຍ​ຜ້າ​ປິດ​ປາກ​ໃຫ້ 1 ຄົນ 1 ອັນ ໃຊ້​ເຈວ​ລ້າງ​ມື ແລະ ຈັດ​ໃຫ້​ນັກ­ຮຽນ​ນັ່ງ​ໂດຍ​ເນັ້ນ​ຮັກ­ສາ​ໄລ­ຍະ​ຫ່າງ ທາງ​ໜ້າ ແລະ ທາງ​ຂ້າງ ແມ່ນ​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ ມີ­ໜ້າ​ກາກ​ໃສ​ຢາຍ​ໃຫ້​ນັກ­ຮຽນ 1 ຄົນ​ຕໍ່ 1 ອັນ​ຕໍ່ 1 ມື້​ເພື່ອ​ຮັກ­ສາ​ໄລ­ຍະ​ຫ່າງ ໃນ​ການ​ກະ­ກຽມ​ການ​ຮຽນ​ການ​ສອນ ແມ່ນ​ໄດ້​ປຶກ­ສາ​ຫາ­ລື​ກັບ​ບັນ­ດາ​ຄູ​ສອນ​ຈົບ​ຊັ້ນ ໃຫ້​ເນັ້ນ​ບົດ­ຮຽນ​ຫຼັກ​ທີ່​ຈະ​ໄປ​ສອບ­ເສັງ​ຈົບ​ຊັ້ນ ໃຫ້​ມີ​ຄວາມ​ພ້ອມ ໃຫ້​ຈົບ​ທັນ​ກັບ​ເວ­ລາ​ສອບ­ເສັງ​ຈົບ​ຊັ້ນ.

ສ່ວນ​ການ​ຮຽນ​ພາຍ​ໃນ​ຫ້ອງ ໃນ​ໄລ­ຍະ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ພວກ​ເຮົາ​ໄດ້​ແຍກ​ຫ້ອງ ຈາກ​ຫ້ອງ​ໜຶ່ງ 40 ຄົນ ແມ່ນ​ໄດ້​ແຍກ​ອອກ​ເປັນ 2 ຫ້ອງ ເພື່ອ​ໃຫ້​ຮັກ­ສາ​ໄດ້​ໄລ­ຍະ​ຫ່າງ ນອກ­ຈາກ​ແຍກ​ຫ້ອງ​ແລ້ວ ຍັງ​ຄວບ​ຄຸມ​ຕິດ­ຕາມ​ນ້ອງ​ນັກ­ຮຽນ​ເວ­ລາ​ພັກ­ຜ່ອນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ນັກ­ຮຽນ​ອອກ​ມາ​ຫຼີ້ນ​ຮ່ວມ​ກັນ​ໂດຍ​ໄດ້​ແຕ່ງ​ຄູ​ເຝົ້າ​ສະ­ເພາະ.

error: Content is protected !!