ມີສະຕິ ເວລາເບິ່ງຂ່າວຄ່າໄຟຟ້າ..

ຕ້ອງ​ຍອມ­ຮັບ​ວ່າ​ນັບ​ແຕ່​ເດືອນ​ເມ­ສາ​ມາ​ຮອດ​ປັດ­ຈຸ­ບັນ ກະ­ແສ​ຂ່າວ​ກ່ຽວ​ກັບ​ການ​ເໜັງ​ຕີງ​ຂອງ​ລາ­ຄາ​ໄຟ­ຟ້າ​ມາ​ແຮງ​ຫຼາຍ ໂດຍ​ສະ­ເພາະ​ແມ່ນ​ພາຍ­ຫຼັງ​ບິນ​ໄຟ­ຟ້າ​ເດືອນ​ພຶດ­ສະ­ພາ 2020 ເຂົ້າ​ມາ ຖື​ວ່າ​ເປັນ​ບິນ​ເຈົ້າ​ບັນ­ຫາ​ນໍ ? ເຖິງ​ແມ່ນ​ວ່າ​ຄະ­ນະ​ນຳ​ຂອງ​ບໍ­ລິ­ສັດ​ໄຟ­ຟ້າ​ອອກ​ມາ​ຊີ້​ແຈງ ແຕ່​ຫາງ​ສຽງ​ສັງ­ຄົມ​ຍັງ​ບໍ່​ໂລ່ງ.

ໃບ​ບິນ​ເດືອນ​ພຶດ­ສະ­ພາ ເຈົ້າ​ບັນ­ຫາ​ນີ້​ມີ​ຊ່ອງ​ຫວ່າງ​ຢູ່​ສອງ​ຈຸດ​ຄື: ຈຸດ​ທີ​ໜຶ່ງ​ແມ່ນ​ນຳ​ໃຊ້​ການ​ຄິດ​ໄລ​ບໍ່​ກົງ​ກັບ​ແຈ້ງ​ການ​ເລກ​ທີ 394/ຫສນຍ ເຊິ່ງ​ກຳ­ນົດ​ວ່າ​ລາ­ຄາ​ໃໝ່​ໃຫ້​ເລີ່ມ​ປະ­ຕິ­ບັດ​ແຕ່​ວັນ​ທີ 02 ພຶດ­ສະ­ພາ ເຖິງ 30 ທັນ­ວາ 2025 ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ລາ­ຄາ​ໃໝ່ ຕ້ອງ​ຖືກ​ຄິດ­ໄລ່​ໃນ​ໃບ​ບິນ​ເດືອນ​ມິ­ຖຸ­ນາ 2020 ຫາກ​ບໍ່​ແມ່ນ​ເປັນ​ເດືອນ​ພຶດ­ສະ­ພາ ເຊິ່ງ​ແມ່ນ​ຕົວ​ເລກ​ການ​ຊົມ­ໃຊ້​ຂອງ​ເດືອນ​ເມ­ສາ ຈຸດ​ທີ​ສອງ ແຈ້ງ​ການ​ໄດ້​ກຳ­ນົດ​ສຳ­ລັບ​ທີ່­ຢູ່​ອາ​ໃສ​ແມ່ນ​ມີ​ການ​ຄິດ­ໄລ່​ລາ­ຄາ​ສອງ​ຂັ້ນ ແຕ່​ໃບ​ບິນ​ເດືອນ​ພຶດ­ສະ­ພາ​ທີ່​ເຖິງ​ມື​ຜູ້​ຊົມ­ໃຊ້​ແມ່ນ​ຄິດ­ໄລ່​ລາ­ຄາ​ດຽວ 710 ກີບ ແຕ່​ມີ​ນະ­ໂຍ­ບາຍ​ສຳ­ລັບ​ຜູ້​ໃຊ້​ໄຟ​ບໍ່​ເກີນ 150 ກິ​ໂລ​ວັດ​ໂມງ​ຕໍ່​ເດືອນ ຄິດ­ໄລ່ 355 ກີບ.

ມີ​ຜູ້​ຕັ້ງ​ບັນ­ຫາ​ວ່າ: ໃນ​ສະ­ພາບ​ວິ​ກິດ​ຈາກ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ລັດ­ຖະ­ບານ​ໄດ້​ອອກ​ຂໍ້​ຕົກ­ລົງ​ເລກ​ທີ 31/ນຍ ລົງ​ວັນ​ທີ 02 ເມ­ສາ 2020 ວ່າ: ໃຫ້​ຄົ້ນ­ຄວ້າ​ຜ່ອນ­ຜັນ​ລາ­ຄາ ແລະ ຕໍ່​ເວ­ລາ​ໃນ​ການ​ຊຳ­ລະ​ຄ່າ​ໄຟ­ຟ້າ ແລະ ນ້ຳ​ປະ­ປາ​ຂອງ​ຜູ້​ຊົມ­ໃຊ້​ຄົວ​ເຮືອນ ແລະ ພາກ​ທຸ­ລະ​ກິດ.

ແຕ່​ການ​ໂປ­ໂລ​ອອກ​ມາ​ຂອງ​ໃບ​ບິນ​ເຈົ້າ​ບັນ­ຫາ​ເດືອນ​ພຶດ­ສະ­ພາ ພັດ​ບໍ່​ເປັນ​ໄປ​ຕາມ​ນັ້ນ ມີ​ແຕ່​ນ້ຳ​ປະ­ປາ​ປະ­ກາດ​ຫຼຸດ 5% ຂອງ​ຄ່າ​ນ້ຳ​ໃນ​ເດືອນ​ທີ່​ຕໍ່­ສູ້​ກັບ​ໂຄ​ວິດ-19 ແລະ ຄ່າ​ເກັບ​ຂີ້​ເຫຍື້ອ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ປະ­ກາດ​ເກັບ​ລາ­ຄາ​ແຕ່​ເຄິ່ງ​ໜຶ່ງ (50%).

ເມື່ອ​ມີ​ປາ­ກົດ­ການ​ແນວ​ນັ້ນ ກໍ​ມີ​ຫາງ​ສຽງ​ສະ­ເໜີ​ໃຫ້​ລະ­ງັບ​ບິນ​ຄ່າ​ໄຟ­ຟ້າ​ເດືອນ​ພຶດ­ສະ­ພາ​ໄວ້​ກ່ອນ ແລ້ວ​ຄົ້ນ­ຄວ້າ​ຄືນ­ໃໝ່ ວ່າ​ຈະ​ເອົາ​ແບບ​ເກົ່າ​ທີ່​ຄິດ­ໄລ່ 6 ຂັ້ນ ຫຼື ຕາມ​ແຈ້ງ​ການ​ເລກ​ທີ 394/ສຫນຍ ທີ່​ໃຫ້​ເລີ່ມ​ປະ­ຕິ­ບັດ​ລາ­ຄາ​ໃໝ່​ແຕ່​ວັນ​ທີ 01 ພຶດ­ສະ­ພາ ເຖິງ 31 ທັນ­ວາ 2025.

ເຊິ່ງ​ໃນ​ແຈ້ງ​ການ​ໄດ້​ລະ­ບຸ​ລາ­ຄາ​ໄຟ­ຟ້າ​ສຳ­ລັບ​ທີ່­ຢູ່​ອາ​ໃສ​ມີ​ສອງ​ຂັ້ນ​ຄື: ແຕ່ 0-150 ກິ​ໂລ​ວັດ​ໂມງ​ແມ່ນ​ລາ­ຄາ​ຕ່ຳ​ສຸດ 355 ກີບ​ຕໍ່​ໜຶ່ງ​ກິ​ໂລ​ວັດ​ໂມງ ແລະ ຫຼາຍ​ກວ່າ 150 ກິ​ໂລ​ວັດ​ໂມງ ແມ່ນ 710 ກີບ​ຕໍ່​ໜຶ່ງ​ກິ​ໂລ​ວັດ​ໂມງ ນີ້​ແມ່ນ​ລາ­ຄາ​ຕໍ່​ເດືອນ ລາ­ຄາ​ນີ້​ແມ່ນ​ຈະ​ເພີ່ມ​ຂຶ້ນ​ຈົນ​ເຖິງ​ປີ 2025 ເຊິ່ງ​ລາ­ຄາ​ຕ່ຳ​ສຸດ​ແມ່ນ 373 ກີບ ແລະ ສູງ​ສຸດ 746 ກີບ ແຕ່​ແລ້ວ​ທາງ​ອອກ​ກໍ​ໂປ­ໂລ​ອອກ​ມາ ປານ​ວ່າ​ຝົນ​ຮ່າ­ໃຫຍ່​ຖອກ​ເທ​ລົງ​ມາ​ດັບ​ຄວາມ​ຮ້ອນ ເຮັດ​ໃຫ້​ທົ່ວ​ສັງ­ຄົມ​ຊື່ນ​ຊົມ​ຍິນ​ດີ.

ເມື່ອ​ກອງ​ປະ­ຊຸມ​ລັດ­ຖະ­ບານ​ສະ­ໄໝ​ສາ­ມັນ ປະ­ຈຳ​ເດືອນ​ພຶດ­ສະ­ພາ ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 21 ແລະ ປິດ​ລົງ​ໃນ​ວັນ​ທີ 22 ພຶດ­ສະ­ພາ 2020 ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ມີ​ບັນ­ດາ​ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ ສະ­ມາ­ຊິກ​ລັດ­ຖະ­ບານ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ ກອງ​ປະ­ຊຸມ​ໄດ້​ພິ­ຈາ­ລະ­ນາ​ຫຼາຍ​ບັນ­ຫາ​ສຳ­ຄັນ ເຊິ່ງ​ໃນ​ນັ້ນ​ມີ​ຂໍ້​ທີ 5 ກ່າວ​ວ່າ “… ໃຫ້​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ກວດ­ກາ​ຄືນ​ກ່ຽວ​ກັບ​ຄ່າ​ກະ­ແສ​ໄຟ­ຟ້າ ເຫັນ​ວ່າ​ສັງ­ຄົມ​ມີ​ຄວາມ​ສົນ­ໃຈ​ຫຼາຍ ເນື່ອງ​ຈາກ​ຄ່າ​ບໍ­ລິ­ການ​ຊົມ­ໃຊ້​ກະ­ແສ​ໄຟ­ຟ້າ​ເພີ່ມ​ຂຶ້ນ​ສູງ ພ້ອມ​ນີ້​ກໍ​ໃຫ້​ອະ­ທິ­ບາຍ​ຊີ້​ແຈງ​ຢ່າງ​ສົມ​ເຫດ​ສົມ​ຜົນ ກ່ຽວ​ກັບ​ຄ່າ​ກະ­ແສ​ໄຟ­ຟ້າ​ໃຫ້​ສັງ­ຄົມ​ມີ​ຄວາມ​ເຂົ້າ­ໃຈ ແລະ ມີ​ຄວາມ​ສະ­ຫງົບ ພ້ອມ​ນັ້ນ​ກໍ​ໃຫ້​ກວດ­ຄືນ​ລະ­ບົບ​ການ​ຕິດ​ຕັ້ງ ແລະ ເດີນ​ສາຍ​ໄຟ­ຟ້າ ໃນ​ໄລ­ຍະ​ຜ່ານ​ມາ​ນີ້ ເຫັນ​ວ່າ​ຈຳ­ນວນ​ອັກ­ຄີ​ໄພ​ເພີ່ມ​ຫຼາຍ​ຂຶ້ນ ໂດຍ​ສະ­ເພາະ ໄຟ­ຟ້າ​ລັດ​ວົງ​ຈອນ ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ປະ­ຊາ­ຊົນ​ຖືກ​ໄຟ​ໄໝ້ ແລະ ກະ­ທົບ​ຕໍ່​ການ​ດຳ­ລົງ​ຊີ­ວິດ​ຂອງ​ເຂົາ­ເຈົ້າ….”

ມາ​ຮອດ​ນີ້​ແລ້ວ ! ກໍ​ຂໍ​ໃຫ້​ທົ່ວ​ສັງ­ຄົມ​ຕັ້ງ​ສະ­ຕິ ບໍ່​ແຕກ​ຕື່ນ​ຕາມ​ແຫຼ່ງ​ຂ່າວ​ຕ່າງໆ ລໍ​ຟັງ​ແຈ້ງ​ການ​ຈາກ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ຜູ້​ດຽວ ວ່າ​ເພິ່ນ​ຈະ​ວ່າ​ຢ່າງ­ໃດ ? ເພາະ​ເພິ່ນ​ຖືກ​ມອບ​ໝາຍ​ແລ້ວ… ການ​ຈ່າຍ​ຄ່າ​ໄຟ­ຟ້າ​ຂອງ​ເດືອນ​ພຶດ­ສະ­ພາ​ກໍ​ບໍ່​ຟ້າວ​ຈ່າຍ​ນໍ ? ຄິດ​ວ່າ​ຄົງ​ບໍ່​ຖືກ​ຕັດ​ໄຟ​ດອກ ເພາະ​ຂ່າວ​ຫຼ້າ​ສຸດ​ຈາກ​ບໍ­ລິ­ສັດ​ໄຟ­ຟ້າ ເພິ່ນ​ໃຫ້​ແກ່­ຍາວ​ການ​ສຳ​ລະ​ໄປ​ອີກ 45 ວັນ ນັບ​ແຕ່​ມື້​ໄດ້​ຮັບ​ໃບ​ບິນ.

ມີ​ສະ­ຕິ​ເວ­ລາ​ເບິ່ງ​ຂ່າວ​ກ່ຽວ​ກັບ​ການ​ເໜັງ​ຕີງ​ຂອງ​ລາ­ຄາ​ໄຟ­ຟ້າ…

ໂດຍ: ແນວ​ລາວ

error: Content is protected !!