ເປັນທີ່ຮູ້ກັນດີ ການປະຕິບັດການຜ່ອນຜັນຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ກໍຄື ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບເລກທີ 580/ຫສນຍ ວ່າດ້ວຍການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະແຕ່ວັນທີ 18 ພຶດສະພາ ຫາ ວັນທີ 1 ມິຖຸນາ 2020 ເຊິ່ງກະຊວງສຶກສາທິການ ແລະ ກີລາ ໄດ້ອອກແຈ້ງການຂອງລັດຖະມົນຕີ ສະບັບເລກທີ 465/ສສກ ວ່າດ້ວຍການຜັນຂະຫຍາຍແຈ້ງການຂອງສຳນັກງານນາຍົກລັດຖະ ມົນຕີສະບັບເລກທີ 580/ຫສນຍ ແລະ ອອກຄຳແນະນຳ ສະບັບເລກທີ 466/ສສກ ກ່ຽວກັບມາດຕະການເປີດຮຽນຄືນ ໃນສະຖານການສຶກສາ ແລະ ສະຖານທີ່ອອກກຳລັງກາຍ ກີລາກາງແຈ້ງ ແລະ ໃນຮົ່ມ ເພື່ອຮັບປະກັນການປ້ອງກັນ ຄວບຄຸມ ແລະ ເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ເຊິ່ງບັນດາໂຮງຮຽນສາມັນສຶກສາ ທົ່ວປະເທດກໍຄື ທົ່ວນະຄອນຫຼວງວຽງຈັນ ໄດ້ພ້ອມກັນຈັດຕັ້ງປະຕິບັດຢ່າງພ້ອມພຽງ.

ທ່ານນາງ ວອນສິ ເຮືອງຄຳແສງ ຫົວໜ້າຫ້ອງການ ວິຊາການ ໂຮງຮຽນມັດທະຍົມປາຍ ມິດຕະພາບ ນະຄອນ ຫຼວງວຽງຈັນ-ໂຮ່ຈີມິງ ກ່າວວ່າ : ພາຍຫຼັງທີ່ມີຄຳແນະ ນຳຜ່ອນຜັນໃຫ້ ໄຂຮຽນຄືນໃນຊັ້ນ ມ7 ທາງໂຮງຮຽນພວກເຮົາ ໄດ້ເນັ້ນການຫ້າງຫາກະກຽມ ເນື່ອງຈາກກ່ອນໜ້ານີ້ໂຮງຮຽນພວກເຮົາໄດ້ຖືກໃຊ້ເປັນບ່ອນກັກຕົວ ຂອງແຮງງານລາວທີ່ ເດີນທາງຈາກປະເທດເພື່ອນບ້ານ ຈື່ງມີການຊີດຢາຂ້າເຊື້ອສອງຄັ້ງ ແລະ ທຳຄວາມສະອາດ ບັນດາຫ້ອງຮຽນຕ່າງໆ ເຊິ່ງນັກຮຽນຫ້ອງ ມ7 ຂອງພວກເຮົາທີ່ເຂົ້າຮຽນຄືນມີຈຳນວນທັງໝົດ 412 ຄົນ ຍິງ 209 ຄົນ ເຊິ່ງເດີມທີໃຊ້ຫ້ອງຮຽນພຽງ 10 ຫ້ອງ ແຕ່ເພື່ອປະຕິບັດການຮັກສາໄລ ຍະຫ່າງ ໄດ້ຂະຫຍາຍເປັນ 20 ຫ້ອງ ໃຫ້ນັກຮຽນນັ່ງໂຕະລະຄົນ.
ສ່ວນການປະຕິບັດການຮຽນ-ການສອນ ກໍໄດ້ມີການຈັດຕາຕະລາງຮຽນໃໝ່ ເພາະໄດ້ນຳ ຄູ ຫ້ອງ ມ5 ແລະ ມ6 ເຂົ້າມາສອນຊ່ວຍກັນ ພ້ອມກັບການປະຕິບັດການເຂົ້າອອກໂຮງຮຽນ ມີ ການວັດແທກອຸນຫະພູມ ພະນັກງານຄູ-ອາຈານ ແລະ ນັກຮຽນທຸກຄົນ ຕ້ອງມີຜ້າປິດປາກ-ດັງ ແລະ ໝັ່ນລ້າງມືດ້ວຍເຈວ ແລະ ສະບູ ຢ່າງຖືກວິທີ ເນັ້ນຮັບປະກັນໃນການປ້ອງກັນພະຍາດ ໂຄວິດ-19 ໃຫ້ສາມາດຮັບປະກັນທາງດ້ານການຮຽນ-ການສອນ ຕາມໂຄງການຫຼັກສູດ ແລະ ການປ້ອງກັນພະຍາດໂຄວິດ-19 ໄປພ້ອມກັນ.

ທ້າວ ສີ່ຖຸນາ ລໍປາຢາວ ນັກຮຽນຫ້ອງ ມ7/1 ຂອງໂຮງຮຽນມັດທະຍົມປາຍ ມິດຕະພາບ ນະຄອນຫຼວງວຽງຈັນ-ໂຮ່ຈີມິງ ກ່າວວ່າ : ຮູ້ສຶກດີໃຈທີ່ໄດ້ກັບ ຄືນມາຮຽນ ເຖິງແມ່ນວ່າໄລຍະ ຂອງການພັກຮຽນຊົ່ວ ຄາວ ຈະໄດ້ສຶກສາຮຽນຜ່ານອອນລາຍ ຕິດຕາມການ ຮຽນຕາມໂທລະພາບ ແລະ ວິທະຍຸ ແຕ່ກໍຍັງບໍ່ໄດ້ດັ່ງໃຈຄືກັບມາຮຽນປະເຊີນໜ້າກັບຄູ ແລະ ເພື່ອນນັກຮຽນຢູ່ພາຍໃນຫ້ອງອາດຈະຍ້ອນການຮຽນທາງສື່ອອນລາຍເປັນປະສົບການໃໝ່ ບໍ່ທັນສິນເຄີຍກັບ ການຮຽນແບບນີ້ ຈຶ່ງເຮັດໃຫ້ການຮຽນບໍ່ດີເທົ່າທີ່ຄວນ.
ແຕ່ພາຍຫຼັງກັບຄືນມາຮຽນຢູ່ຫ້ອງຮຽນ ຈະເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ສອບຖາມບັນ ຫາກັບຄູ-ອາຈານ ແລະ ເພື່ອນຮຽນນຳກັນ ເພາະເປັນປີສຸດທ້າຍແລ້ວ ຕ້ອງໄດ້ເອົາໃຈໃສ່ເປັນພິເສດ ເປົ້າໝາຍຕ້ອງຍາດແຍ່ງເອົາຄະແນນສະເລ່ຍແຕ່ລະວິຊາຮຽນ ບໍ່ໃຫ້ຫຼຸດຄະແນນ 7 ພ້ອມກັບການຮັກສາສຸຂະພາບແຂງແຮງ ເພື່ອປ້ອງກັນພະຍາດ COVID-19.

ນາງ ສຸກດາວັນ ແກ້ວອາສາ ເປັນເພື່ອນນັກຮຽນຫ້ອງດຽວ ກັນກັບທ້າວ ສີ່ຖຸນາ ໄດ້ກ່າວວ່າ : ສ່ວນຕົວແລ້ວແມ່ນດີໃຈເປັນພິເສດ ທີ່ໄດ້ກັບຄືນມາຮຽນຢູ່ຫ້ອງຮຽນອີກຄັ້ງ ເຖິງແມ່ນວ່າຈະຢູ່ ໃນສະພາບທີ່ມີຄວາມສ່ຽງແດ່ ແຕ່ທຸກຄົນກໍຕ້ອງຫາວີທິທາງປ້ອງກັນຕົວເອງ ໂດຍສະເພາະ ຕ້ອງເອົາໃຈໃສ່ການຮັກສາໄລຍະຫ່າງ ໃສ່ຜ້າປິດປາກ-ດັງ ໝັ່ນລ້າງມື ທີ່ສຳຄັນຕ້ອງເອົາໃຈໃສ່ ຄົ້ນຄວ້າຮ່ຳຮຽນຫຼາຍກວ່າ ເກົ່າ ເພາະເຫຼືອເວລາອີກບໍ່ເທົ່າໃດກໍຈະຕ້ອງສອບເສັງຈົບຊັ້ນ ເຊິ່ງ ເປັນປີສຸດທ້າຍຂອງການ ຮຽນສາຍສາມັນ ເພື່ອໃຫ້ຮັບປະກັນໃນການເສັງຈົບຊັ້ນ ກຽມຕົວເຂົ້າສຶກສາຕໍ່ໃນລະດັບວິທະຍາໄລ ແລະ ວີຊາຊີບໃດໜຶ່ງ ຈຶ່ງການເປັນບັນຫາທ້າທາຍ ໃນການກັບຄືນມາຮຽນອີກຄັ້ງ.
ນຳສະເໜີໂດຍ: ແວ່ນຂາວ