ເບິ່ງບ້ານເຂົາເອົາບົດຮຽນ 27/05/2020

ມື້­ນີ້ ຂໍ​ພາ​ທ່ານ​ຜູ້​ອ່ານ​ໄປ​ຮູ້­ຈັກ​ກັບ​ວິ­ທີ​ການ​ຂອງ​ມາ​ເລ​ເຊຍ ໃຫ້­ການ​ຊຸກ­ຍູ້​ການ​ນຳ​ໃຊ້​ສະ­ກຸນ​ເງິນ​ພາຍ​ໃນ ເລື່ອງ​ກຳ­ປູ­ເຈຍ​ສັ່ງ​ຫ້າມ​ສົ່ງ​ອອກ​ດິນ­ຊາຍ ແລະ ມາດ​ຕະ­ການ​ຫຼຸດ­ຜ່ອນ​ການ​ໃຊ້​ພະ­ລັງ­ງານ​ຖ່ານ​ຫີນ ເພື່ອ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ​ໃນ​ຈີນ.

ທີ່ ມາ​ເລ​ເຊຍ: ເມື່ອ​ປະ­ມານ 3 ປີ​ປາຍ​ຢ້ອນ​ຫຼັງ (KPL 06/12/2016) ທະ­ນາ­ຄານ​ກາງ­ຂອງ​ປະ­ເທດ​ມາ​ເລ​ເຊຍ ໄດ້​ເຜີຍ­ແຜ່​ໃຫ້​ຮູ້​ກ່ຽວ​ກັບ​ມາດ​ຕະ­ການ​ສົ່ງ­ເສີມ​ການ​ໃຊ້​ຣິງ​ກິດ ເຊິ່ງ​ເປັນ​ສະ­ກຸນ​ເງິນ​ຂອງ​ປະ­ເທດ​ນີ້ ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ລົດ​ຄວາມ​ສ່ຽງ​ດ້ານ​ມູນ​ຄ່າ​ຂອງ​ສະ­ກຸນ​ເງິນ​ພາຍ​ໃນ ເມື່ອ​ທຽບ​ກັບ​ເງິນ​ໂດ​ລາ​ສະ­ຫະ­ລັດ ມາດ​ຕະ­ການ​ດັ່ງ­ກ່າວ ໄດ້​ກຳ­ນົດ​ໃຫ້​ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ສົ່ງ​ອອກ ຕ້ອງ​ກຳ­ນົດ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ເປັນ​ສະ­ກຸນ​ເງິນ​ຣິງ​ກິດ​ເຖິງ 75% ນັບ​ແຕ່​ວັນ​ທີ 5 ເດືອນ​ພະ­ຈິກ ປີ 2016 ເປັນ­ຕົ້ນ​ມາ.

ກ່ອນ​ໜ້າ​ມີ​ມາດ​ຕະ­ການ​ນີ້ ບັນ­ດາ​ຜູ້​ສົ່ງ​ອອກ​ມີ​ພັນ­ທະ​ໂອນ​ເງິນ​ເຂົ້າ​ປະ­ເທດ​ມາ​ເລ​ເຊຍ​ພາຍ​ໃນ 3 ເດືອນ ພາຍ­ຫຼັງ​ສຳ­ເລັດ​ການ​ເຮັດ​ທຸ­ລະ​ກຳ ດັ່ງ­ນັ້ນ ຜູ້​ສົ່ງ​ອອກ​ຈຳ­ນວນ​ຫຼາຍ ຈຶ່ງ​ມັກ​ຈະ​ຮັກ­ສາ​ເງິນ​ໂດ​ລາ​ສະ­ຫະ­ລັດ​ຂອງ​ພວກ​ຕົນ​ໄວ້​ໃນ​ທະ­ນາ­ຄານ​ດົນໆ ເພື່ອ​ໃຫ້​ດອກ​ເບ້ຍ​ເພີ່ມ​ຂຶ້ນ ເຊິ່ງ​ເປັນ​ຜົນ​ເຮັດ​ໃຫ້​ຄ່າ​ຂອງ​ເງິນ​ຣິງ​ກິດ​ອ່ອນ​ຕົວ​ລົງ ນັບ​ແຕ່​ຕົ້ນ​ປີ 2015 ເປັນ­ຕົ້ນ​ມາ.

ນອກ­ຈາກ​ການ​ຊຸກ­ຍູ້​ໃຫ້​ນຳ​ໃຊ້​ສະ­ກຸນ​ເງິນ​ພາຍ​ໃນ​ຫຼາຍ​ຂຶ້ນ​ແລ້ວ ທະ­ນາ­ຄານ​ກາງ­ຂອງ​ມາ​ເລ​ເຊຍ ຍັງ​ໄດ້​ຈຳ­ກັດ​ຈຳ­ນວນ​ເງິນ­ຕາ​ຕ່າງ­ປະ­ເທດ ທີ່​ນັກ​ລົງ­ທຶນ​ສາ­ມາດ​ນຳ​ໃຊ້ ເພື່ອ​ການ​ລົງ­ທຶນ​ຢູ່​ພາຍ​ໃນ ແລະ ຢູ່​ຕ່າງ­ປະ­ເທດ ຄື: ຖ້າ​ເປັນ​ການ­ຈັດ­ຕັ້ງ​ນັ້ນ ກໍ​ສາ­ມາດ​ລົງ­ທຶນ​ເປັນ​ເງິນ­ຕາ​ຕ່າງ­ປະ­ເທດ​ໃນ​ມູນ​ຄ່າ​ເທົ່າ​ກັບ 50 ລ້ານ​ຣິງ​ກິດ ຖ້າ​ເປັນ​ການ​ລົງ­ທຶນ​ສ່ວນ​ບຸກ­ຄົນ​ກໍ​ຈະ​ຢູ່​ໃນ​ມູນ​ຄ່າ 1 ລ້ານ​ຣິງ​ກິດ.

ທີ່ ກຳ­ປູ­ເຈຍ: ກົດ­ໝາຍ​ວ່າ​ດ້ວຍ​ສິ່ງ­ແວ­ດລ້ອມ​ສະ­ບັບ​ໃໝ່​ຂອງ​ກຳ­ປູ­ເຈຍ ທີ່​ມີ​ຜົນ​ບັງ­ຄັບ​ໃຊ້​ນັບ​ແຕ່​ວັນ​ທີ 10 ເດືອນ​ກໍ­ລະ­ກົດ ປີ 2017 ນັ້ນ ໄດ້​ມີ​ຂໍ້​ກຳ­ນົດ​ຫ້າມ​ສົ່ງ​ອອກ​ດິນ­ຊາຍ​ຈາກ​ແຄມ​ຝັ່ງ​ໄປ​ຕ່າງ­ປະ­ເທດ ການ​ກຳ­ນົດ​ຂໍ້​ຫ້າມ​ນີ້ ກໍ​ຍ້ອນ​ວ່າ​ໃນ​ໄລ­ຍະ​ຜ່ານ​ມາ​ໄດ້​ມີ​ການ​ຂຸດ​ຄົ້ນ ແລະ ສົ່ງ​ອອກ​ດິນ­ຊາຍ​ໄປ​ສິງ­ກະ­ໂປ​ຫຼາຍ​ໂພດ ເຊິ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊຸມ​ຊົນ​ທ້ອງ­ຖິ່ນ ແລະ ທຳ­ລາຍ​ລະ­ບົບ​ນິ­ເວດ ໂດຍ​ສະ­ເພາະ​ແມ່ນ​ໃນ​ແຂວງ​ເກາະ​ກົງ ທາງ​ທິດ­ຕາ­ເວັນ­ຕົກ​ສຽງ​ໃຕ້​ຂອງ​ກຳ­ປູ­ເຈຍ ແລະ ຕາມ​ແຄມ​ຝັ່ງ​ແມ່­ນ້ຳ​ຂອງ.

ວ່າ​ກັນ​ວ່າ ກົດ­ໝາຍ​ສະ­ບັບ​ນີ້​ແມ່ນ​ຜົນ­ງານ​ຂອງ​ເຫຼົ່າ​ນັກ​ເຄື່ອນ​ໄຫວ ເພື່ອ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ທີ່​ຕ້ອງ­ການ​ໃຫ້​ຢຸດ​ເຊົາ​ການ​ສົ່ງ​ອອກ​ດິນ­ຊາຍ​ໄປ​ຕ່າງ­ປະ­ເທດ ສ່ວນ​ການ​ຊື້-ຂາຍ​ດິນ­ຊາຍ​ພາຍ​ໃນ​ປະ­ເທດ​ນັ້ນ ຍັງ​ສືບ­ຕໍ່​ໄດ້​ຄື­ເກົ່າ ພ້ອມໆ​ກັບ​ຄວາມ​ຍິນ​ດີ​ຕໍ່​ກົດ­ໝາຍ​ສະ­ບັບ​ນີ້ ບັນ­ດາ​ນັກ​ເຄື່ອນ​ໄຫວ​ປົກ​ປ້ອງ​ສິ່ງ­ແວ­ດລ້ອມ ຍັງ​ໄດ້​ສະ­ແດງ​ຄວາມ​ກັງ­ວົນ​ໃຈ ເພາະ­ວ່າ​ໃນ​ໄລ­ຍະ​ຜ່ານ​ມາ ທາງ​ການ​ກໍ​ເຄີຍ​ໄດ້​ສັ່ງ​ຫ້າມ​ສົ່ງ​ອອກ​ດິນ­ຊາຍ​ມາ​ແລ້ວ ແຕ່​ຫຼາຍໆ​ບໍ­ລິ­ສັດ​ພັດ​ຍັງ​ສາ­ມາດ​ສົ່ງ​ອອກ​ດິນ­ຊາຍ​ໄປ​ຕ່າງ­ປະ­ເທດ​ຢູ່​ຄື­ເກົ່າ.

ທີ່ ສປ ຈີນ: ໃນ​ສະ­ໜາມ­ຮົບ​ຕ້ານ​ມົນ​ລະ​ພິດ​ທາງ​ອາ­ກາດ​ທີ່ ສປ ຈີນ ໄດ້​ຮັບ​ຜົນ​ກະ­ທົບ​ຢ່າງ​ໜັກ­ໜ່ວງ​ໃນ​ແຕ່​ລະ​ປີ​ນັ້ນ ທາງ​ການ​ໄດ້​ນຳ​ໃຊ້​ຫຼາຍ​ມາດ​ຕະ­ການ ໜຶ່ງ​ໃນ​ນັ້ນ ກໍ​ຄື​ການ​ຫຼຸດ​ປະ­ລິ­ມານ​ການ​ນຳ​ໃຊ້​ຖ່ານ​ຫີນ​ລົງ.

ແຫຼ່ງ​ຂ່າວ ຂປລ ໃນ​ຕົ້ນ​ເດືອນ​ມີ­ນາ ປີ 2019 ໃຫ້​ຮູ້​ວ່າ: ສະ­ມາ­ຄົມ​ອຸດ­ສາ­ຫະ­ກຳ​ຖ່ານ​ຫີນ​ຈີນ ໄດ້​ເຜີຍ​ໃຫ້​ຮູ້​ວ່າ: ມາ​ຮອດ​ໄລ­ຍະ​ທ້າຍ​ປີ 2018 ບໍ່​ຖ່ານ​ຫີນ​ຂອງ​ຈີນ​ໄດ້​ຫຼຸດ​ລົງ​ເຫຼືອ​ຈຳ­ນວນ 5.800 ແຫ່ງ ເຊິ່ງ​ມີ​ກຳ­ລັງ​ການ​ຜະ­ລິດ​ໂດຍ​ສະ­ເລ່ຍ ປະ­ມານ 920.000 ໂຕນ​ຕໍ່​ປີ ໂດຍ​ລວມ​ແລ້ວ ອຸດ­ສາ­ຫະ­ກຳ​ພະ­ລັງ­ງານ​ນັ້ນ ໄດ້​ໃຊ້​ພະ­ລັງ­ງານ​ຖ່ານ​ຫີນ ຈຳ­ນວນ 2.100 ລ້ານ​ໂຕນ ແລະ ອຸດ­ສາ­ຫະ­ກຳ​ເຫຼັກ ໃຊ້​ພະ­ລັງ­ງານ​ຖ່ານ​ຫີນ 620 ລ້ານ​ໂຕນ ແລະ ອື່ນໆ.

error: Content is protected !!