ອາສາສະໝັກ ຄືຄວາມຕັ້ງໃຈ ພໍໃຈ ໃນການທີ່ຈະເຮັດເພື່ອຜົນປະໂຫຍດຂອງສັງຄົມ ໂດຍບໍ່ຮຽກຄ່າຕອບແທນ ເປັນການເສຍສະຫຼະອັນສູງສົ່ງໃນການປະຕິບັດໜ້າທີ່ ທີ່ຕົນເອງຮັບຜິດຊອບ ແລະ ໄດ້ຮັບ ການມອບໝາຍ ປະຕິບັດຕາມພາລະບົດ ບາດ ສິດ ໜ້າທີ່ ຂອງວຽກງານໃດໜຶ່ງ ເຊັ່ນດຽວກັບການເປັນອາສາສະໝັກຂອງອົງການກາແດງລາວ…
Category: ສຶກສາ
ສ້າງໂຮງຮຽນຕົວແບບຄຸນນະພາບໄດ້ 14 ແຫ່ງ
ຈາກຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາກຖານພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໄດ້ຊີ້ໃຫ້ເຫັນຜົນງານໃນການຊີ້ນຳ-ນຳພາຂອງຄະນະພັກຮາກຖານ ໃນໄລຍະຜ່ານມາ ເຊິ່ງສາມາດຍາດແຍ່ງຜົນງານທີ່ພົ້ນເດັ່ນຫຼາຍດ້ານ ໃນຂະແໜງການສຶກສາ ແລະ ກີລາຂອງນະຄອນຫຼວງວຽງຈັນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງ ໂດຍສະເພາະການປະກອບສ່ວນພັດທະນາຊັບພະຍາກອນມະນຸດ ທີ່ມີຄວາມຮູ້…
ອົງການກາແດງລາວ ປະກອບສ່ວນພັດທະນາວຽກງານການສຶກສາ
ກາແດງລາວ ເປັນອົງການໜຶ່ງທີ່ປະຕິບັດໜ້າທີ່ທາງດ້ານມະນຸດສະທຳ ສຸມໃສ່ການຊ່ວຍເຫຼືອບັນເທົ່າທຸກ ແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນ ໃຫ້ການປະກອບສ່ວນຊ່ວຍເຫຼືອສັງຄົມໃນຫຼາຍຮູບແບບ ທັງປຸກລະດົມຂົນຂວາຍທຶນຮອນທັງພາຍໃນ ແລະ ຕ່າງປະເທດ ໃນການຊຸກຍູ້ສົ່ງເສີມໃນຫຼາຍວຽກງານຂະແໜງການ ຂອບເຂດທົ່ວປະເທດ ໄປຄຽງຄູ່ກັນ ຍັງໃຫ້ການສະໜັບສະໜູນຊຸກຍູ້ຂະບວນການ ໃຫ້ການຊ່ວຍເຫຼືອທາງດ້ານຂະແໜງການສຶກສາໃນຫຼາຍແຂວງ ໃນຂອບເຂດທົ່ວປະເທດ ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນຊາວໜຸ່ມອາສາສະໝັກກາແດງລາວ ຮ່ວມກັບຊາວໜຸ່ມອາສາສະໝັກກາແດງ…
ໂຮງຮຽນເຂດຫ່າງໄກສອກຫຼີກ ຍັງຂາດຫຼາຍປັດໄຈຊຸກຍູ້ການສຶກສາ
ເລື່ອງຈິງທີ່ປະຕິເສດບໍ່ໄດ້ວ່າ: ປັດຈຸບັນ ຍັງມີຫຼາຍໂຮງຮຽນໃນເຂດຫ່າງໄກ ຍັງຂາດແຄນປັດໄຈຫຼາຍຢ່າງທີ່ເປັນຄວາມຕ້ອງການຂອງຄູ ແລະ ນັກຮຽນ ນັບແຕ່ອຸປະກອນການຮຽນ ເຄື່ອງນຸ່ງຫົ່ມ ລວມໄປເຖິງອາຄານສະຖານທີ່ຫ້ອງຮຽນ ຫ້ອງນ້ຳ ແລະ ການດຳລົງຊີວິດປະຈຳວັນ ໜັກໄປກວ່ານັ້ນ ເຂົ້າຈະກິນແຕ່ລະວັນກໍຍັງບໍ່ມີ ເຖິງແມ່ນວ່າທາງພາກລັດ ແລະ…
ຈັນທະບູລີ ສູ້ຊົນໃຫ້ການສອບເສັງຈົບຊັ້ນ ປ5 ບັນລຸໄດ້ 100%
ປັດຈຸບັນ ຫຼາຍໂຮງຮຽນໃນຂອບເຂດທົ່ວປະເທດ ກຳລັງດຳເນີນການສອບເສັງເລື່ອນຂັ້ນ ແລະ ພວມຢູ່ໃນໄລຍະຂອງການຫ້າງຫາກະກຽມ ການສອບເສັງຈົບຊັ້ນມັດທະຍົມສຶກສາ ແລະ ມີບາງໂຮງຮຽນ ໄດ້ເປີດການສອບເສັງຈົບຊັ້ນປະຖົມສຶກສາສົມບູນ (ປ5) ພ້ອມຕັ້ງເປົ້າໝາຍໃນການສອບເສັງ ຄຽງຄູ່ກັບການເອົາໃຈໃສ່ປະຕິບັດມາດຕະການເວັ້ນໄລຍະຫ່າງ ມີການກວດກາວັດແທກອຸນຫະພູມກ່ອນເຂົ້າສູນສອບເສັງ ກໍຄື ຫ້ອງສອບເສັງ ເພື່ອຮັບປະກັນໃຫ້ການສອບເສັງມີປະສິດທິພາບ…
ຄວາມສຳຄັນການຮຽນຮູ້ວຽກງານ ປກຊ ແລະ ປກສ ພາຍໃນໂຮງຮຽນ
ຂຶ້ນວ່າການສຶກສາຮຽນຮູ້ທຸກຢ່າງແມ່ນດີໝົດ ເພາະມັນຄືການເພີ່ມຄວາມຮູ້ຄວາມສາມາດທັກສະຕ່າງໆໃຫ້ກັບຄົນ ເພື່ອນຳມາປັບປຸງ ປ່ຽນແປງເຂົ້າໃນພຶດຕິກຳການດຳລົງຊີວິດຕົວຈິງ ເຊິ່ງການຮຽນຮູ້ເຫຼົ່ານັ້ນ ບໍ່ໄດ້ມີຢູ່ໃນປື້ມຕຳລາພຽງຢ່າງດຽວເທົ່ານັ້ນ ແຕ່ຫາກແຊກຊ້ອນຢູ່ນຳທຸກວຽກງານຂະແໜງການ ລວມທັງການເຄື່ອນໄຫວຮ້ອຍອັນພັນຢ່າງ ແລະ ແວດລ້ອມອ້ອມຂ້າງ ລ້ວນແຕ່ສົ່ງຜົນກະທົບໂດຍກົງຕໍ່ການຮຽນຮູ້ຂອງຄົນເຮົາທັງນັ້ນ ພຽງແຕ່ເຮົາຈະສາມາດນຳມາໝູນໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນ ເພື່ອມາພັດທະນາຄຸນນະພາບຊີວິດຂອງຕົນເອງຄືແນວໃດ ເພາະຄວາມຮູ້ໃດທີ່ສາມາດນຳມາໝູນໃຊ້ ສ້າງຄຸນປະໂຫຍດຕໍ່ຕົນເອງ ແລະ…
ການກໍ່ສ້າງໂຮງຮຽນປະຖົມ ຄືການຊ່ວຍພັດທະນາພື້ນຖານການສຶກສາ
ການພັດທະນາການສຶກສານັ້ນ ຖືເປັນໜ້າທີ່ຂອງໝົດທຸກຄົນໃນສັງຄົມ ບໍ່ແມ່ນເປັນໜ້າທີ່ສະເພາະຂອງຄູ-ອາຈານພາຍໃນໂຮງຮຽນພຽງຢ່າງດຽວ ເພາະການສ້າງພື້ນຖານປະຖົມປັດໄຈຕ່າງໆພາຍໃນໂຮງຮຽນນັ້ນ ຕ້ອງໄດ້ອາໃສການຮ່ວມມືສະໜັບສະໜູນຈາກພາກສ່ວນຂອງສັງຄົມ ທີ່ມີໜ້າທີ່ພັນທະຮ່ວມກັນ ເພື່ອອະນາຄົດຂອງລູກຫຼານລາວ ຖ້າຄົນລາວບໍ່ຊ່ວຍກັນ ແລ້ວ ຈະລໍໃຫ້ໃຜມາຊ່ວຍ ເພາະຢາກໃຫ້ປະເທດຊາດຮັ່ງມີເຂັ້ມແຂງ ກ່ອນອື່ນໝົດເຮົາຕ້ອງສ້າງຄວາມເຂັ້ມແຂງດ້ວຍຕົນເອງກ່ອນ. ດັ່ງນັ້ນ ພັກ-ລັດຖະບານ ຈຶ່ງຫາທຸກວິທີທາງໃນການປຸກລະດົມຂົນຂວາຍ ການຊ່ວຍເຫຼືອ…
ຮ່ວມນ້ຳໃຈ ສ້າງໂຮງຮຽນ ເພື່ອຍົກລະດັບການສຶກສາເດັກທີ່ດ້ອຍໂອກາດ
ໂຮງຮຽນປະຖົມປ່າໄລ່ ແມ່ນໂຮງຮຽນໜຶ່ງທີ່ຕັ້ງຢູ່ຂອບເຂດບ້ານປ່າໄລ່ ເຊິ່ງມີເນື້ອທີ່ທັງໝົດ 6.400 ຕາແມັດ ພາຍໃຕ້ການຊີ້ນຳໆພາຂອງຄະນະພັກ-ລັດ ອຳນາດການປົກຄອງຂັ້ນຕ່າງໆ ກໍຄື ຫ້ອງການສຶກສາທິການ ແລະ ກີລາ ເມືອງປາກລາຍ ໂຮງຮຽນແຫ່ງນີ້ ຈຶ່ງໄດ້ຮັບນັກຮຽນຢູ່ໃນຂອບເຂດພາຍໃນບ້ານປ່າໄລ່. ທ່ານ ແສງເພັດ…
ນະຄອນຫຼວງ ເນັ້ນການສອບເສັງຈົບຊັ້ນສາຍສາມັນ ຕິດພັນກັບການເຂັ້ມງວດຕ້ານພະຍາດ ໂຄວິດ-19
ການຫ້າງຫາກະກຽມ ການສອບເສັງຈົບຊັ້ນສາຍສາມັນສຶກສາ ໃນຂອບເຂດທົ່ວປະເທດ ພວມມີບັນຍາກາດຄຶກຄັກເປັນພິເສດ ພ້ອມກັບການແຂ່ງຂັນການຮຽນ-ການສອນ ໃຫ້ສຳເລັດ ຕາມໂຄງການຫຼັກສູດທີ່ກະຊວງສຶກສາທິການ ແລະ ກີລາ ກຳນົດໄວ້ ເຊິ່ງທາງພະແນກສຶກສາທິການ ແລະ ກີລາ ແຂວງ ນະຄອນຫຼວງ ໄດ້ເອົາໃຈໃສ່ເປັນພິເສດ…