ການຫ້າງຫາກະກຽມ ການສອບເສັງຈົບຊັ້ນສາຍສາມັນສຶກສາ ໃນຂອບເຂດທົ່ວປະເທດ ພວມມີບັນຍາກາດຄຶກຄັກເປັນພິເສດ ພ້ອມກັບການແຂ່ງຂັນການຮຽນ-ການສອນ ໃຫ້ສຳເລັດ ຕາມໂຄງການຫຼັກສູດທີ່ກະຊວງສຶກສາທິການ ແລະ ກີລາ ກຳນົດໄວ້ ເຊິ່ງທາງພະແນກສຶກສາທິການ ແລະ ກີລາ ແຂວງ ນະຄອນຫຼວງ ໄດ້ເອົາໃຈໃສ່ເປັນພິເສດ ເນັ້ນການສິດສອນ ຮ່ຳຮຽນ ໃຫ້ຮັບປະກັນທາງດ້ານຄຸນນະພາບ ສົມຄູ່ກັບການປະຕິບັດມາດຕະການໃນຕ້ານພະຍາດ COVID-19 ໃນສະຖາບັນການສຶກສາ ແລະ ໂຮງຮຽນໃນແຕ່ລະແຫ່ງ ເພື່ອບໍ່ໃຫ້ພະຍາດດັ່ງກ່າວກັບຄືນມາລະບາດອີກຄັ້ງ.

ທ່ານ ບຸນທັນ ແສງມະນີ ຫົວໜ້າຂະແໜງມັດທະຍົມ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ອີງຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກີລາ ສະບັບເລກທີ 1767/ຫກ ສສກ ລົງວັນທີ 15 ມິຖຸນາ 2020 ໃຫ້ຮູ້ເຖິງກຳນົດວັນເວລາສອບເສັງຂອງສາຍສາມັນວ່າ: ສະເພາະຊັ້ນປະຖົມສຶກສາ ການສອບເສັງຈົບຊັ້ນປະຖົມ ປ5 ກຳນົດເອົາ 3 ວິຊາຄື: ພາສາລາວ (ພາກຫັດແຕ່ງ ພາກຂຽນທວາຍ ຄຳຖາມ) ຄະນິດສາດ ແລະ ໂລກອ້ອມຕົວ ກຳນົດວັນສອບເສັງຈົບຊັ້ນ ປ5 ວັນທີ 16-17 ກໍລະກົດ 2020 ແລະ ວັນທີ 27-28 ກໍລະກົດ 2020 ສອບເສັງຄືນ ສຳລັບນັກຮຽນ ປ5 ທີ່ຂາດສອບເສັງຈົບຊັ້ນທີ່ມີເຫດຜົນພຽງພໍ ວັນທີ 14 ສິງຫາ 2020 ສົ່ງລາຍງານຜົນການສອບເສັງຊັ້ນ ປ5 ເຖິງກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ.

ຊັ້ນມັດທະຍົມສຶກສາ ການກະກຽມໃຫ້ແຕ່ງຕັ້ງຄະນະກຳມະການ ແລະ ອະນຸກຳມະການຝ່າຍຕ່າງໆຢ່າງພຽງພໍ ເພື່ອຮັບປະກັນຄວາມສະຫງົບ ປອດໄພ ແລະ ຜົນສຳເລັດທີ່ມີປະສິດທິພາບໃນການສອບເສັງ ພິເສດໃຫ້ສືບຕໍ່ແຕ່ງຕັ້ງໜ່ວຍສະເພາະກິດເພື່ອກວດກາ ຕິດຕາມ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນການສອບເສັງ ຈັດຕັ້ງເຜີຍແຜ່ລະບຽບການສອບເສັງໃຫ້ແກ່ຄະນະກຳມະການຄູ ນັກຮຽນ ແລະ ສັງຄົມ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ໃນການສອບເສັງຈົບຊັ້ນມັດທະຍົມສຶກສາ ໃຫ້ສົ່ງຊື່ນາມສະກຸນ ຕຳແໜ່ງ ທີ່ຢູ່ ເບີໂທລະສັບ ອີເມວຂອງຄະນະກຳມະການຮັບຜິດຊອບການສອບເສັງ ຜູ້ທີ່ຈະຮັບຫົວບົດສອບເສັງ ແລະ ຂະໜານຕອບບົດສອບເສັງ ເຖິງກົມສາມັນສຶກສາກ່ອນວັນທີ 9 ກໍລະກົດ 2020 ສ່ວນດ້ານການຈັດຕັ້ງປະຕິບັດສອບເສັງ ກຳນົດເອົາວັນທີ 10-31 ກໍລະກົດ ພະນັກງານຂັ້ນແຂວງ ນະຄອນຫຼວງ ເຂົ້າສູນອັດສຳເນົາຫົວບົດສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ມ4 ແລະ ຕອນປາຍ ມ7 ກຳນົດເອົາວັນທີ 22-24 ກໍລະກົດ ສອບເສັງຈົບຊັ້ນ ມ4 ກຳນົດເອົາ 29-31 ກໍລະກົດ ສອບເສັງຈົບຊັ້ນ ມ7 ແລະ ສອບເສັງຄືນ ມ4 ສຳລັບການສອບເສັງຄືນ ສຳລັບ ມ4 ທີ່ຂາດສອບເສັງໂດຍມີເຫດຜົນພຽງພໍ ໃຫ້ນຳໃຊ້ບົດສອບເສັງສຳຮອງ ສ່ວນການສອບເສັງຄືນຊັ້ນ ມ7 ກຳນົດເອົາວັນທີ 3-5 ສິງຫາ ສຳລັບຜູ້ທີ່ມີເຫດຜົນພຽງພໍ ແລະ ໃຫ້ນຳໃຊ້ຫົວບົດສອບເສັງສຳຮອງເຊັ່ນກັນ ແລະ ອາທິດທີ 3 ຂອງເດືອນສິງຫາ 2020 ສະຫຼຸບຜົນການສອບເສັງຂອງ ມ4 ແລະ ມ7 ສົ່ງກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ.
ສຳລັບຕົວເລກນັກຮຽນທີ່ຈະເຂົ້າສອບເສັງຈົບຊັ້ນ ມ4 ຂອງນະຄອນຫຼວງວຽງຈັນ ໃນສົກຮຽນ 2019-2020 ມີທັງໝົດ 11.606 ຄົນ ຍິງ 5.745 ຄົນ ສ່ວນ ມ7 ມີຈຳນວນ 9.775 ຄົນ ຍິງ 4.901 ຄົນ ເຊິ່ງຈະແບ່ງເປັນ 22 ສູນສອບເສັງ 492 ຫ້ອງສອບເສັງ ໃຊ້ກຳມະການຮັບຜິດຊອບການສອບເສັງທັງໝົດ 1.913 ຄົນ ຍາມຫ້ອງເສັງ 1.297 ກວດບົດ 220 ຄົນ ແລະ ກຳມະການບໍລິຫານວຽກງານຕ່າງໆ 396 ຄົນ ພ້ອມນີ້ ທ່ານຫົວໜ້າຂະແໜງມັດທະຍົມ ໄດ້ຮຽກຮ້ອງມາຍັງອະນຸກຳມະການທຸກພາກສ່ວນ ລວມທັງພະນັກງານຄູ-ອາຈານ ແລະ ນັກຮຽນ (ນັກສອບເສັງ) ຈົ່ງພ້ອມກັນເອົາໃຈໃສ່ ເຂັ້ມງວດໃນການປະຕິບັດມາດຕະການຕ້ານພະຍາດ COVID-19 ຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ແກ່ການສອບເສັງຈົບຊັ້ນໃນຄັ້ງນີ້ ປະສົບຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.
ນຳສະເໜີໂດຍ: ແວ່ນຂາວ