ຄວາມສຳຄັນການຮຽນຮູ້ວຽກງານ ປກຊ ແລະ ປກສ ພາຍໃນໂຮງຮຽນ

ຂຶ້ນ​ວ່າ­ການ​ສຶກ​ສາ​ຮຽນ​ຮູ້​ທຸກ​ຢ່າງ​ແມ່ນ​ດີ​ໝົດ ເພາະ​ມັນ​ຄື​ການ​ເພີ່ມ​ຄວາມ​ຮູ້​ຄວາມ​ສາ­ມາດ​ທັກ​ສະ​ຕ່າງໆ​ໃຫ້​ກັບ​ຄົນ ເພື່ອ​ນຳ​ມາ​ປັບ­ປຸງ ປ່ຽນ­ແປງ​ເຂົ້າ​ໃນ​ພຶດ­ຕິ​ກຳ​ການ​ດຳ­ລົງ​ຊີ­ວິດ​ຕົວ​ຈິງ ເຊິ່ງ​ການ​ຮຽນ​ຮູ້​ເຫຼົ່າ­ນັ້ນ ບໍ່​ໄດ້​ມີ​ຢູ່​ໃນ​ປື້ມ​ຕຳ­ລາ​ພຽງ​ຢ່າງ​ດຽວ​ເທົ່າ​ນັ້ນ ແຕ່​ຫາກ​ແຊກ​ຊ້ອນ​ຢູ່​ນຳ​ທຸກ​ວຽກ​ງານ​ຂະ­ແໜງ­ການ ລວມ​ທັງ​ການ­ເຄື່ອນ­ໄຫວ​ຮ້ອຍ​ອັນ​ພັນ​ຢ່າງ ແລະ ແວດ​ລ້ອມ​ອ້ອມ​ຂ້າງ ລ້ວນ​ແຕ່​ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ຕໍ່​ການ​ຮຽນ​ຮູ້​ຂອງ​ຄົນ​ເຮົາ​ທັງ​ນັ້ນ ພຽງ​ແຕ່​ເຮົາ​ຈະ​ສາ­ມາດ​ນຳ​ມາ​ໝູນ​ໃຊ້​ເຂົ້າ​ໃນ​ການ​ດຳ­ລົງ​ຊີ­ວິດ​ປະ­ຈຳ​ວັນ ເພື່ອ​ມາ​ພັດ­ທະ­ນາ​ຄຸນ​ນະ​ພາບ​ຊີ­ວິດ​ຂອງ​ຕົນ​ເອງ​ຄື​ແນວ­ໃດ ເພາະ​ຄວາມ​ຮູ້​ໃດ​ທີ່​ສາ­ມາດ​ນຳ​ມາ​ໝູນ​ໃຊ້ ສ້າງ​ຄຸນ​ປະ­ໂຫຍດ​ຕໍ່​ຕົນ​ເອງ ແລະ ສັງ­ຄົມ​ໄດ້​ນັ້ນ ກໍ​ເອີ້ນ​ວ່າ­ຄວາມ​ຮູ້.

ຫຼ້າ​ສຸດ​ທີ່​ເມືອງ​ພູ​ຄູນ ແຂວງ​ຫຼວງ​ພະ​ບາງ ເພື່ອ​ເປັນ​ການ​ເພີ່ມ​ທັກ​ສະ​ຄວາມ​ຮູ້​ຄວາມ​ສາ­ມາດ ປະ­ສົບ​ປະ­ການ​ຊີ­ວິດ ໃນ​ການ­ເຄື່ອນ­ໄຫວ​ຊີ­ວິດ​ປະ­ຈຳ​ວັນ​ໃຫ້​ແກ່​ນັກ­ຮຽນ ທາງ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ ໄດ້​ສົມ­ທົບ​ກັບ​ຫ້ອງ­ການ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ກອງ​ບັນ­ຊາ​ການ​ທະ­ຫານ​ເມືອງ​ດັ່ງ­ກ່າວ ເປີດ​ການ​ຮຽນ-ການ​ສອນ ຮຽນ​ຮູ້​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ­ຫງົບ (ປກຊ-ປກສ) ໃຫ້​ແກ່​ນັກ­ຮຽນ​ຊັ້ນ​ມັດ­ທະ­ຍົມ​ສຶກ​ສາ ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ພູ​ຄູນ ເມືອງ​ພູ​ຄູນ ແຂວງ​ຫຼວງ​ພະ​ບາງ ໃນ​ວັນ​ທີ 7 ກໍ­ລະ­ກົດ 2020 ຜ່ານ​ມາ ທີ່​ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ພູ​ຄູນ ໂດຍ​ມີ​ພັນ​ໂທ ບຸນ​ທັນ ຫານ​ຊະ­ນະ ຫົວ­ໜ້າ​ກອງ​ບັນ­ຊາ​ການ​ທະ­ຫານ​ເມືອງ​ດັ່ງ­ກ່າວ ທ່ານ ບຸນ​ປອນ ໄພ​ຍະ​ສັກ ຮອງ​ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ ພ້ອມ​ດ້ວຍ​ນັກ​ວິ­ທະ­ຍາ­ກອນ​ຈາກ​ກອງ​ບັນ­ຊາ​ການ​ທະ­ຫານ ພະ­ນັກ­ງານ​ຄູ-ອາ­ຈານ ຜັດ­ປ່ຽນ​ກັນ​ຂຶ້ນ​ເຜີຍ­ແຜ່ ແນະ­ນຳ ໃຫ້​ຄວາມ​ກະ­ຈ່າງ​ແຈ້ງ​ແກ່​ນັກ­ຮຽນ.

ການ​ເປີດ​ການ​ຮຽນ-ການ​ສອນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ໃຫ້​ແກ່​ນັກ­ຮຽນ​ຊັ້ນ​ມັດ­ທະ­ຍົມ​ສຶກ​ສາ​ຕອນ​ປາຍ ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ພູ​ຄູນ​ໃນ​ຄັ້ງ​ນີ້ ມີ​ນັກ­ຮຽນ​ຊັ້ນ ມ5 ມ6 ມ7 ລວມ​ທັງ​ໝົດ 336 ຄົນ ຍິງ 158 ຄົນ ເຂົ້າ​ຮ່ວມ​ອົບ­ຮົມ ເຊິ່ງ​ຈະ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ຮຽນ-ການ​ສອນ 2 ພາກ ຄື: ພາກ​ວິ­ຊາ​ປ້ອງ​ກັນ​ຊາດ ແລະ ພາກ​ວິ­ຊາ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໃນ​ນີ້ ມີ​ທັງ​ການ​ອົບ­ຮົມ​ພາກ​ທິດ​ສະ​ດີ ແລະ ພາກ​ປະ­ຕິ­ບັດ​ຕົວ​ຈິງ​ທັງ​ໝົດ 12 ວັນ ລວມ 109 ຊົວ​ໂມງ ເຊິ່ງ​ການ​ຮຽນ​ໃນ​ຄັ້ງ​ນີ້ ຈະ​ດຳ­ເນີນ​ໄປ​ຈົນ​ເຖິງ​ວັນ​ທີ 18 ກໍ­ລະ­ກົດ 2020 ຈຶ່ງ​ຈະ​ສຳ­ເລັດ.

ພັນ​ໂທ ບຸນ​ທັນ ຫານ​ຊະ­ນະ ໄດ້​ຮຽກ­ຮ້ອງ​ມາ​ຍັງ​ວິ­ທະ­ຍາ­ກອນ ແລະ ນ້ອງ​ນັກ­ຮຽນ​ທຸກ​ຄົນ ຈົ່ງ​ໄດ້​ພ້ອມ​ກັນ​ຕັດ­ສິນ​ໃຈ​ປະ­ຕິ­ບັດ​ວຽກ​ງານ​ຂອງ​ຕົນ ດ້ວຍ​ຄວາມ​ຮັບ­ຜິດ­ຊອບ​ສູງ​ຕໍ່​ຜົນ​ການ​ສິດ­ສອນ-ຮ່ຳ­ຮຽນ ຕະ­ຫຼອດ​ໄລ­ຍະ​ການ​ຮຽນ​ໃນ​ພາກ​ທິດ​ສະ​ດີ ແລະ ພາກ​ປະ­ຕິ­ບັດ​ຕົວ​ຈິງ ເພື່ອ​ເຮັດ​ໃຫ້­ການ​ຮຽນ-ການ​ສອນ​ຄັ້ງ​ນີ້​ມີ​ຄວາມ​ປອດ​ໄພ ແລະ ມີ​ຜົນ­ສຳ­ເລັດ​ຕາມ​ລະ­ດັບ​ຄາດ­ໝາຍ​ທີ່​ກຳ­ນົດ​ໄວ້.

ສຳ­ລັບ​ການ­ຈັດ­ຕັ້ງ​ການ​ຮຽນ-ການ​ສອນ ກ່ຽວ​ກັບ​ວຽກ​ງານ ປກສ ປກຊ ມັນ​ແມ່ນ​ການ​ສຶກ​ສາ​ວິ­ຊາ​ພື້ນ­ຖານ​ປ້ອງ​ກັນ​ຕົວ ເພື່ອ​ໃຫ້​ນັກ­ຮຽນ​ໄດ້​ມີ​ຄວາມ​ຮູ້​ພື້ນ­ຖານ​ກຽ່ວ​ກັບ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ມີ​ສະ­ຕິ​ລະ­ວັງ​ຕົວ​ສູງ​ຕໍ່​ກົນ­ອຸ­ບາຍ​ຫັນ​ປຽ່ນ​ຂອງ​ສັດ­ຕູ ເຮັດ​ໃຫ້​ຮູ້ ແລະ ເຂົ້າ­ໃຈ​ເລິກ­ເຊິ່ງ ເຖິງ​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ຂອງ​ວຽກ​ງານ​ດັ່ງ­ກ່າວ ອີກ​ທັງ​ເປັນ​ການ​ກຽມ­ພ້ອມ​ໃຫ້​ກັບ​ນັກ­ຮຽນ ຜູ້​ຈະ​ເປັນ​ໝໍ່​ແໜງ​ປ່ຽນ​ແທນ​ນັກ­ຮົບ​ໃນ​ອະ­ນາ­ຄົດ ກຽມ­ພ້ອມ​ໃນ​ການ​ຮັບ​ໃຊ້​ປະ­ເທດ​ຊາດ ຕາມ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ ແລະ ທັງ​ເປັນ​ການ​ປູກ​ຈິດ​ສຳ­ນຶກ​ໃຫ້​ນັກ­ຮຽນ​ມີ​ນ້ຳ­ໃຈ​ຮັກ​ຊາດ ຮັກ​ບ້ານ​ເກີດ​ເມືອງ​ນອນ ມີ​ສະ­ຕິ​ຕໍ່​ການ­ຈັດ­ຕັ້ງ ມີ​ລະ­ບຽບ​ວິ­ໄນ ສ້າງ​ຄວາມ​ສາ­ມັກ­ຄີ​ຮຽນ​ຮູ້​ການ​ດຳ­ລົງ​ຊີ­ວິດ​ໃນ​ສັງ­ຄົມ ມີ​ນ້ຳ­ໃຈ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ນຳ​ສູ່​ການ​ພັດ­ທະ­ນາ​ທັກ​ສະ​ສາ­ມາດ​ແກ້​ໄຂ​ບັນ­ຫາ​ດ້ວຍ​ຕົນ​ເອງ ພ້ອມ​ກັບ​ການ​ສຶກ​ສາ​ຮຽນ​ຮູ້ ການ​ດຳ­ລົງ​ຊີ­ວິດ​ທີ່​ຖືກ­ຕ້ອງ​ສອດ​ຄອງ​ກັບ​ເງື່ອນ­ໄຂ​ສະ­ພາບ​ຄວາມ​ເປັນ​ຈິງ ລວມ​ເຖິງ​ການ​ປະ­ຕິ­ບັດ​ລະ­ບຽບ-ກົດ­ໝາຍ​ຂອງ ສປປ ລາວ.

ນຳ​ສະ­ເໜີ​ໂດຍ: ແວ່ນ​ຂາວ

error: Content is protected !!