ຮ່ວມນ້ຳໃຈ ສ້າງໂຮງຮຽນ ເພື່ອຍົກລະດັບການສຶກສາເດັກທີ່ດ້ອຍໂອກາດ

ໂຮງ­ຮຽນ​ປະ­ຖົມ​ປ່າ​ໄລ່ ແມ່ນ​ໂຮງ­ຮຽນ​ໜຶ່ງ​ທີ່​ຕັ້ງ​ຢູ່​ຂອບ​ເຂດ​ບ້ານ​ປ່າ​ໄລ່ ເຊິ່ງ​ມີ​ເນື້ອ­ທີ່​ທັງ​ໝົດ 6.400 ຕາ​ແມັດ ພາຍ​ໃຕ້​ການ​ຊີ້​ນຳໆ​ພາ​ຂອງ​ຄະ­ນະ​ພັກ-ລັດ ອຳ­ນາດ​ການ​ປົກ­ຄອງ​ຂັ້ນ​ຕ່າງໆ ກໍ​ຄື ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ ເມືອງ​ປາກ​ລາຍ ໂຮງ­ຮຽນ​ແຫ່ງ​ນີ້ ຈຶ່ງ​ໄດ້​ຮັບ​ນັກ­ຮຽນ​ຢູ່​ໃນ​ຂອບ​ເຂດ​ພາຍ​ໃນ​ບ້ານ​ປ່າ​ໄລ່.

ທ່ານ ແສງ​ເພັດ ສິດ​ທະ​ວົງ ນາຍ­ບ້ານ​ປ່າ​ໄລ່ ຂຶ້ນ​ລາຍ​ງານ​ສະ­ພາບ​ລວມ​ຂອງ​ໂຮງ­ຮຽນ​ບ້ານ​ປ່າ​ໄລ່ ໃນ​ພິ­ທີ​ມອບ-ຮັບ​ອາ­ຄານ​ຮຽນ​ປະ­ຖົມ-ອາ​ນຸ​ບານ ບ້ານ​ປ່າ​ໄລ່ ເມືອງ​ປາກ​ລາຍ ແຂວງ​ໄຊ​ຍະ​ບູ​ລີ ໃຫ້​ຮູ້​ວ່າ: ໂຮງ­ຮຽນ​ປະ­ຖົມ​ປ່າ​ໄລ່ ໄດ້​ສ້າງ​ຂຶ້ນ​ໃນ​ປີ 1916 ໃນ​ໄລ­ຍະ​ນັ້ນ​ເປັນ​ໂຮງ­ຮຽນ​ມຸນ​ລະ​ປະ­ຖົມ​ພຽງ​ມີ ປ1-ປ3 ມີ​ຄູ​ສອນ 3 ຄົນ ມີ​ນັກ­ຮຽນ​ທັງ​ໝົດ 25 ຄົນ ຍິງ 7 ຄົນ ມີ​ອາ­ຄານ 1 ຫຼັງ​ມີ 3 ຂັ້ນ​ຮຽນ​ໄດ້​ດຳ­ເນີນ​ການ​ຮຽນ​ການ​ສອນ​ໄດ້​ໄລ­ຍະ​ໜຶ່ງ ເຫັນ​ວ່າ​ໄດ້​ມີ​ການ​ຂະ­ຫຍາຍ­ຕົວ​ຂອງ​ວຽກ​ງານ​ການ​ສຶກ​ສາ ກໍ​ຄື​ການ​ເພີ່ມ​ຂຶ້ນ​ຂອງ​ພົນ­ລະ­ເມືອງ​ໃນ​ບ້ານ ເຫັນ​ວ່າ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ມີ​ການ​ພັດ­ທະ­ນາ​ໂຮງ­ຮຽນ​ດັ່ງ­ກ່າວ​ນີ້ ໃຫ້​ໄປ​ຕາມ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ສັງ­ຄົມ ບວກ​ກັບ​ການ​ສະ­ໜອງ​ນັກ­ຮຽນ ແລະ ຜູ້​ປົກ­ຄອງ​ເດັກ​ໃນ​ການ​ສົ່ງ​ລູກ​ຫຼານ​ມາ​ຮຽນ ສະ­ນັ້ນ ຕົກ​ມາ​ຮອດ​ສົກ­ຮຽນ 1975-1976 ໄດ້​ຂະ­ຫຍາຍ​ໂຮງ­ຮຽນ​ອີກ 1 ຫຼັງ ມີ 5 ຂັ້ນ​ຮຽນ​ມີ​ນັກ­ຮຽນ​ທັງ​ໝົດ 85 ຄົນ ຍິງ 34 ຄົນ ມີ​ຄູ 5 ຄົນ.

ມາ​ຮອດ​ປະ­ຈຸ​ບັນ ໄດ້​ຂະ­ຫຍາຍ​ເພີ່ມ​ຂຶ້ນ​ເປັນ 3 ອາ­ຄານ​ຮຽນ ມີ 5 ຂັ້ນ​ຮຽນ​ແຕ່ ປ1 ຮອດ ປ5 ມີ​ຂັ້ນ​ລະ 2 ຫ້ອງ​ມີ​ນັກ­ຮຽນ​ທັງ​ໝົດ 224 ຄົນ​ຍິງ 100 ຄົນ ມີ​ຄູ​ທັງ​ໝົດ 17 ຄົນ ຍິງ 8 ຄົນ ປະ­ກອບ​ມີ​ຊັ້ນ​ສູງ 6 ຄົນ ຍິງ 6 ຄົນ ຊັ້ນ​ກາງ 9 ຄົນ ຍິງ 3 ຄົນ ຊັ້ນ​ຕົ້ນ 1 ຄົນ ສຳ­ລັບ​ຈຳ­ນວນ​ຄູ​ສອນ​ຕົວ​ຈິງ 16 ຄົນ ຍິງ 9 ຄົນ​ລວມ​ທັງ​ອະ­ນຸ­ບານ ຄູ​ອາ­ສາ​ສະ­ມັກ 6 ຄົນ​ຍິງ 6 ຄົນ ມີ​ນັກ­ຮຽນ​ຕົວ​ຈິງ 249 ຄົນ ຍິງ 114 ຄົນ ປ5 ມີ 34 ຄົນ ຍິງ 10 ຄົນ ປ4 ມີ 22 ຄົນ ຍິງ 12 ຄົນ ປ3 ມີ 38 ຄົນ ຍິງ 14 ຄົນ ປ2 ມີ 25 ຄົນ ຍິງ 10 ຄົນ ປ1 ມີ 23 ຄົນ ຍິງ 13 ຄົນ ອາ​ນຸ​ບານ 3 ມີ 21 ນ້ອງ ຍິງ 14 ນ້ອງ ອາ​ນຸ​ບານ2 ມີ 27 ນ້ອງ ຍິງ 11 ນ້ອງ ອາ​ນຸ​ບານ1 ມີ 35 ນ້ອງ ຍິງ 16 ນ້ອງ ລ້ຽງ​ເດັກ 25 ນ້ອງ ຍິງ 14 ນ້ອງ.

ລະ­ບົບ​ການ­ຈັດ­ຕັ້ງ​ຂອງ​ໂຮງ­ຮຽນ​ປະ­ກອບ​ມີ ຜູ້­ອຳ­ນວຍ­ການ 2 ທ່ານ ປະ­ຖົມ ແລະ ອະ­ນຸ­ບານ ມີ​ເລ­ຂາ​ໜ່ວຍ​ພັກ ມີ​ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ປະ­ທານ​ກຳ­ມະ­ບານ ເລ­ຂາ​ຊາວ​ໜຸ່ມ ສະ­ຫະ­ພັນ​ແມ່­ຍິງ ເຍົາ­ວະ​ອົງ ແລະ ອະ­ນຸ­ຊົນ ມີ​ສະ­ພາບ​ການ​ກໍ່­ສ້າງ​ອາ­ຄານ​ຮຽນ​ຫຼັງ​ໃໝ່ ໄດ້​ເລີ່ມ​ສ້າງ​ໃນ​ວັນ​ທີ 24 ມັງ­ກອນ 2019 ຮອດ​ວັນ​ທີ 27 ມິ­ຖຸ­ນາ 2020 ສຳ­ເລັດ ໃຊ້​ເວ­ລາ​ກໍ່­ສ້າງ 15 ເດືອນ ມີ​ທັງ​ໝົດ 7 ຫ້ອງ​ຮຽນ ແລະ ຫ້ອງ​ນ້ຳ 2 ຫ້ອງ​ຢູ່​ໃນ​ອາ­ຄານ​ຮຽນ ຂະ­ໜາດ​ຂອງ​ຫ້ອງ​ຮຽນ​ແຕ່​ລະ​ຫ້ອງ 5×6 ແມັດ ພ້ອມ​ໂຕະ ແລະ ຕັ່ງ​ຄົບ​ທັງ​ໝົດ 7 ຫ້ອງ​ຮຽນ ເຊິ່ງ​ແມ່ນ​ທຶນ​ຊ່ວຍ­ເຫຼືອ​ຈາກ: ບໍ­ລິ­ສັດ ລາວ wow ມູນ​ຄ່າ 320 ລ້ານ​ກີບ ຊຸມ​ຊົນ​ບ້ານ​ປ່າ​ໄລ ມູນ​ຄ່າ 78.528.000 ກີບ ໂຮງ­ຮຽນ​ປະ­ຖົມ​ປ່າ​ໄລ່​ມູນ​ຄ່າ 5.525.000 ກີບ ລວມ​ມູນ​ຄ່າ​ທັງ​ໝົດ 404.053.000 ກີບ. ທ່ານ ສຸ​ວັດ ເທດ​ສາ­ລີ ປະ­ທານ​ກຳ­ມະ­ການ​ບໍ­ລິ­ຫານ ວາ­ລະ­ສານ​ວ້າວ ເມ​ກາ​ຊີນ ໂຊ​ໄຊ​ຕີ້ ກ່າວ​ວ່າ: ໂຮງ­ຮຽນ​ປະ­ຖົມ​ສຶກ​ສາ​ປ່າ​ໄລ່​ແຫ່ງ​ນີ້ ເປັນ​ໜຶ່ງ​ໃນ​ນະ­ໂຍ­ບາຍ​ຂອງ​ວາ­ລະ­ສານ​ວ້າວ ເມ​ກາ​ຊີນ ໂຊ​ໄຊ​ຕີ້ ທີ່​ໃຫ້​ຄວາມ​ສຳ­ຄັນ ເຫັນ​ໄດ້​ເຖິງ​ການ​ຊຸກ­ຍູ້​ສົ່ງ­ເສີມ​ການ​ສຶກ​ສາ​ຂອງ​ເດັກ​ທີ່­ຢູ່​ຫ່າງ​ໄກ ດ້ອຍ​ໂອ­ກາດ​ທາງ​ການ​ສຶກ​ສາ ແລະ ຂາດ­ແຄນ ດັ່ງ­ນັ້ນ ວາ­ລະ­ສານ​ວ້າວ ເມ​ກາ​ຊີນ ໂຊ​ໄຊ​ຕີ້ ຈຶ່ງ​ໄດ້​ຈັດ​ງານ WOW Charity Gala Dinner ຂຶ້ນ ໄດ້​ຮັບ​ກຽດ​ຈາກ 6 ດີ​ໄຊ​ເນີ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນ ສປປ ລາວ ເຊັ່ນ: ຮ້ານ​ຄຳ​ພູ​ວົງ ເມັນ​ໂຟນ​ເດີ້ ແຕ້ມ​ບາຍ​ຕິ​ນ່າ ເອກ​ໂພ​ໄຊ ຜ້າ­ໄໝ ຄຳ​ເພົ້າ ສັ່ງ​ໄດ້ ແພັດ​ຕີ້ ເສີມ​ຄວາມ​ງາມ ມາ​ຮ່ວມ​ກັນ ເພື່ອ​ສ້າງ­ສັນ​ຜົນ­ງານ​ໃນ​ການ​ປະ­ມູນ​ຄັ້ງ​ນັ້ນ ແລະ ເປັນ​ຄັ້ງ​ທຳ​ອິດ ໃນ​ການ​ລວບ​ລວມ​ບຸກ­ຄົນ​ສຳ­ຄັນ​ທີ່​ສຸດ ລະ­ດັບ​ແຖວ​ໜ້າ​ທຸກ​ວົງ​ການ​ຂອງ​ລາວ ເພື່ອ​ລະ­ດົມ​ທຶນ​ສ້າງ​ໂຮງ­ຮຽນ​ບ້ານ​ປ່າ​ໄລ່ ເປົ້າ​ໝາຍ​ເພື່ອ​ຍົກ​ລະ­ດັບ​ການ​ສຶກ​ສາ​ເດັກ​ທີ່​ດ້ອຍ​ໂອ­ກາດ ແລະ ຂາດ­ແຄນ​ອຸ­ປະ­ກອນ​ການ​ຮຽນ ໃຫ້​ມີ​ໂອ­ກາດ​ໄດ້​ຮຽນ​ໜັງ­ສື ແລະ ເປັນ​ອະ­ນາ­ຄົດ​ຂອງ​ຊາດ​ຕໍ່​ໄປ.

error: Content is protected !!