ກ່ອນຈະເປັນອາສາສະໝັກກາແດງລາວ

ອາ­ສາ​ສະ­ໝັກ ຄື​ຄວາມ​ຕັ້ງ­ໃຈ ພໍ­ໃຈ ໃນ​ການ​ທີ່​ຈະ​ເຮັດ​ເພື່ອ​ຜົນ​ປະ­ໂຫຍດ​ຂອງ​ສັງ­ຄົມ ໂດຍ​ບໍ່​ຮຽກ​ຄ່າ​ຕອບ​ແທນ ເປັນ​ການ​ເສຍ­ສະ­ຫຼະ​ອັນ​ສູງ​ສົ່ງ​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່ ທີ່​ຕົນ​ເອງ​ຮັບ­ຜິດ­ຊອບ ແລະ ໄດ້​ຮັບ ການ​ມອບ​ໝາຍ ປະ­ຕິ­ບັດ​ຕາມ​ພາ­ລະ​ບົດ ບາດ ສິດ ໜ້າ­ທີ່ ຂອງ​ວຽກ​ງານ​ໃດ​ໜຶ່ງ ເຊັ່ນ​ດຽວ​ກັບ​ການ​ເປັນ​ອາ­ສາ​ສະ­ໝັກ​ຂອງ​ອົງ­ການ​ກາ­ແດງ​ລາວ ເຊິ່ງ​ການ​ເປັນ​ອາ­ສາ​ສະ­ໝັກ​ຂອງ​ອົງ­ການ​ກາ­ແດງ​ລາວ ກໍ​ມີ​ຫຼາຍ​ພາກ­ສ່ວນ​ໃນ​ຫຼາຍ​ວຽກ​ງານ​ທີ່​ແຕກ​ຕ່າງ​ກັນ ແຕ່​ສ່ວນ​ໃຫຍ່​ອາ­ສາ​ສະ­ໝັກ​ກາ­ແດງ ຈະ​ແມ່ນ​ນັກ­ຮຽນ-ນັກ​ສຶກ​ສາ​ທີ່​ສະ­ແຫວງ ຫາ​ປະ­ສົບ​ປະ­ການ ມີ​ຄວາມ​ມຸ່ງ​ໝັ້ນ ຕັ້ງ­ໃຈ ໃນ​ການ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ສັງ­ຄົມ ດ້ວຍ​ຄວາມ​ຈິງ​ໃຈ ແລະ ບໍ­ລິ­ສຸດ ໃຈ ໂດຍ​ບໍ່​ຮຽກ​ຄ່າ​ຕອບ​ແທນ​ໃດໆ.

ຫຼ້າ​ສຸດ​ກໍ​ມີ​ຫຼາຍ​ພາກ­ສ່ວນ​ສະ­ໝັກ​ໃຈ ເຂົ້າ​ເປັນ​ອາ​ສະ­ໝັກ​ອົງ­ການ​ກາ­ແດງ​ລາວ ໜຶ່ງ​ໃນ​ຈຳ­ນວນ​ດັ່ງ­ກ່າວ ສ່ວນ​ຫຼາຍ​ກໍ​ແມ່ນ​ກຸ່ມ​ຂອງ​ນັກ­ຮຽນ ເຊິ່ງ​ກ່ອນ​ຈະ​ຮັບ​ເຂົ້າ​ເປັນ​ອາ­ສາ​ສະ­ໝັກ​ກາ­ແດງ​ລາວ​ນັ້ນ ນອກ­ຈາກ​ມີ​ຄວາມ​ມຸ່ງ​ໝັ້ນ​ຕັ້ງ­ໃຈ​ແລ້ວ ສິ່ງ​ສຳ­ຄັນ​ກໍ ຕ້ອງ​ຜ່ານ​ຂັ້ນ​ຕອນ​ໃນ​ການ​ຄັດ​ເລືອກ ແລະ ໄດ້​ຜ່ານ​ການ​ເຝິກ­ອົບ­ຮົມ ສຶກ​ສາ​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ຮູ້​ພື້ນ­ຖານ​ໃນ​ແຕ່​ລະ​ວຽກ ງານ​ຂອງ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ ແລະ ເພື່ອ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ເຝິກ­ອົບ­ຮົມ​ໃຫ້​ຄວາມ​ຮູ້​ແກ່​ອາ­ສາ​ສະ­ໝັກ​ກາ­ແດງ​ລາວ ລະ­ຫວ່າງ​ກາງ​ເດືອນ​ກໍ­ລະ­ກົດ 2020 ອົງ­ການ​ກາ­ແດງ​ລາວ ໄດ້​ຈັດ​ເຝິກ­ອົບ­ຮົມ​ໃຫ້​ພະ­ນັກ­ງານ​ຄູ-ອາ­ຈານ ແລະ ນັກ­ຮຽນ​ທີ່​ສະ­ໝັກ​ໃຈ​ເຂົ້າ​ເປັນ​ອາ­ສາ​ສະ­ໝັກ​ອົງ­ການ​ກາ­ແດງ ທີ່​ແຂວງ​ຊຽງ​ຂວາງ ເຊິ່ງ​ປະ­ກອບ​ມີ ເມືອງ​ແປກ ແລະ ເມືອງ​ຄຳ ແຂວງ​ຊຽງ​ຂວາງ ໂດຍ​ມີ​ທ່ານ ສີ​ມີ​ໄຊ ພິມ​ມະ​ຈັກ ຫົວ­ໜ້າ​ອົງ­ການ​ກາ­ແດງ​ແຂວງ​ຊຽງ​ຂວາງ​ທ່ານ ຄອນ​ສະ­ຫວັນ ຈັນ­ທະ​ຄາມ ຫົວ­ໜ້າ​ຫ້ອງ­ການ ອົງ­ການ​ກາ­ແດງ​ລາວ ມີ​ບັນ­ດາ​ທ່ານ​ທີ່​ມາ​ຈາກ​ພະ­ແນກ­ການ​ອ້ອມ​ຂ້າງ​ແຂວງ ພະ­ນັກ­ງານ​ຄູ-ອາ­ຈານ ແລະ ນັກ ຮຽນ ລວມ​ທັງ​ອາ­ສາ​ສະ­ໝັກ​ທີ່​ມາ​ຈາກ​ບ້ານ​ຕ່າງໆ ພາຍ​ໃນ 2 ເມືອງ ລວມ​ທັງ​ໝົດ 82 ຄົນ ຍິງ 26 ຄົນ ທີ່​ເຂົ້າ​ຮ່ວມ​ການ​ເຝິກ­ອົບ­ຮົມ​ໃນ​ຄັ້ງ​ນີ້.

ທ່ານ ຄອນ​ສະ­ຫວັນ ຈັນ­ທະ​ຄາມ ກ່າວ​ວ່າ: ການ​ເປັນ​ອາ​ສະ­ໝັກ​ນັ້ນ​ທຸກ​ຄົນ​ສາ ມາດ​ເປັນ​ໄດ້ ພຽງ​ແຕ່​ມີ​ຄວາມ​ມຸ່ງ​ໝັ້ນ ຕັ້ງ­ໃຈ ແລະ ບໍ­ລິ­ສຸດ​ໃຈ ມີ​ສຸ­ຂະ­ພາບ​ດີ​ທາງ ດ້ານ​ຮ່າງ­ກາຍ ແລະ ຈິດ­ໃຈ ພ້ອມ​ທັງ​ໄດ້​ຮັບ​ການ​ເຝິກ­ອົບ­ຮົມ​ຢ່າງ​ຖືກ­ຕ້ອງ​ຈາກ​ຄະ ນະ​ຮັບ­ຜິດ­ຊອບ​ຂອງ​ອົງ­ການ​ກາ­ແດງ​ລາວ ທັງ​ນີ້ ກໍ​ເພື່ອ​ໃຫ້​ເຂົາ­ເຈົ້າ​ຮູ້​ພາ­ລະ​ບົດ­ບາດ ສິດ-ໜ້າ­ທີ່​ຂອງ​ກາ­ແດງ ໃຫ້​ຮູ້​ຫຼັກ­ການ​ປະ ຖົມ​ພະ­ຍາ­ບານ​ເບື້ອງ​ຕົ້ນ ຮູ້​ບັນ­ຫາ​ກ່ຽວ​ກັບ ການ​ຮັບ​ມື​ກັບ​ໄພ­ພິ­ບັດ ການ​ຊ່ວຍ­ເຫຼືອ​ປະ ຊາ​ຊົນ ລວມ​ເຖິງ​ຮູ້​ບັນ­ດາ​ຫຼັກ­ການ​ຕ່າງໆ ທີ່​ກ່ຽວ­ຂ້ອງ​ກັບ​ອົງ­ການ​ກາ­ແດງ​ລາວ ພ້ອມ​ກັບ​ການ​ມີ​ແນວ​ຄິດ​ເອື້ອ­ເຟື້ອ​ເພື່ອ​ແຜ່ ແລະ ເປັນ​ເຈົ້າ​ການ​ໃນ​ການ​ເຮັດ​ໜ້າ­ທີ່ ເປັນ​ອາ­ສາ​ສະ­ໝັກ ເພາະ​ການ​ເປັນ​ອາ­ສາ​ສະ­ໝັກ​ບໍ່​ມີ­ຄ່າ​ຕອບ​ແທນ​ທາງ​ດ້ານ​ວັນ​ຖຸ​ສິ່ງ​ຂອງ​ແຕ່​ຢ່າງ­ໃດ ເປັນ​ການ​ເສຍ­ສະ­ຫຼະ​ຕໍ່​ສ່ວນ​ລວມ ເຮັດ​ເພື່ອ​ປະ­ຊາ­ຊົນ​ເທົ່າ​ນັ້ນ.

ການ​ເຝິກ­ອົບ­ຮົມ​ເປັນ​ອາ­ສາ​ສະ­ໝັກ​ກາ ແດງ ນອກ­ຈາກ​ຈະ​ຮຽນ​ຮູ້​ທາງ​ດ້ານ​ທິດ ສະ​ດີ​ແລ້ວ ຕ້ອງ​ໄດ້​ຮຽນ​ຮູ້​ຈາກ​ປະ­ສົບ​ການ​ຕົວ​ຈິງ​ຈາກ​ສະ­ຖາ­ນະ​ການ​ສ້າງ​ຂຶ້ນ​ທີ່​ໃກ້​ຄຽງ​ທີ່​ສຸດ​ກັບ​ເຫດ­ການ​ຈິງ ເມື່ອ​ເວ­ລາ​ພົບ​ກັບ​ສະ­ພາບ​ການ​ຕົວ​ຈິງ ຈະ​ຮູ້​ວິ­ທີ​ປະ­ຕິ­ບັດ​ຢ່າງ​ຖືກ­ຕ້ອງ ເຊິ່ງ​ພາຍ­ຫຼັງ​ຈາກ​ການ​ເຝິກ ອົບ­ຮົມ​ສຳ­ເລັດ ອາ­ສາ​ສະ­ໝັກ​ທຸກ​ຄົນ​ຈະ​ໄດ້​ຮັບ​ໃບ­ຢັ້ງ­ຢືນ​ໃນ​ການ​ເຂົ້າ​ຮ່ວມ​ເຝິກ​ອົບ ຮົມ ພ້ອມ​ກັບ​ການ​ຮັບ​ເຂົ້າ​ເຄື່ອນ​ໄຫວ​ເປັນ​ອາ­ສາ​ສະ­ໝັກ​ອົງ­ການ​ກາ­ແດງ ກຽມ­ພ້ອມ​ຮັບ​ໃຊ້​ຊາດ ແລະ ຮັບ​ໃຊ້​ປະ­ຊາ­ຊົນ​ຕາມ​ໜ້າ­ທີ່​ພາ­ລະ​ບົດ­ບາດ​ຂອງ​ອົງ­ການ​ກາ­ແດງ.

ນຳ​ສະ­ເໜີ​ໂດຍ: ແວ່ນ​ຂາວ

error: Content is protected !!