ປັດຈຸບັນ ຫຼາຍໂຮງຮຽນໃນຂອບເຂດທົ່ວປະເທດ ກຳລັງດຳເນີນການສອບເສັງເລື່ອນຂັ້ນ ແລະ ພວມຢູ່ໃນໄລຍະຂອງການຫ້າງຫາກະກຽມ ການສອບເສັງຈົບຊັ້ນມັດທະຍົມສຶກສາ ແລະ ມີບາງໂຮງຮຽນ ໄດ້ເປີດການສອບເສັງຈົບຊັ້ນປະຖົມສຶກສາສົມບູນ (ປ5) ພ້ອມຕັ້ງເປົ້າໝາຍໃນການສອບເສັງ ຄຽງຄູ່ກັບການເອົາໃຈໃສ່ປະຕິບັດມາດຕະການເວັ້ນໄລຍະຫ່າງ ມີການກວດກາວັດແທກອຸນຫະພູມກ່ອນເຂົ້າສູນສອບເສັງ ກໍຄື ຫ້ອງສອບເສັງ ເພື່ອຮັບປະກັນໃຫ້ການສອບເສັງມີປະສິດທິພາບ ທັງຮັບປະກັນການຕ້ານພະຍາດໂຄວິດ-19.

ທ່ານ ຈັນທະຄານ ລັດຕະນາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່າວວ່າ: ອີງຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງຈັນທະບູລີ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການ ຮັບຜິດຊອບການສອບເສັງຈົບຊັ້ນປະຖົມສຶກສາສົມບູນ (ປ5) ສົກຮຽນ 2019-2020 ອີງຕາມຄຳແນະນຳຂອງກະຊວງສຶກສາທິການ ແລະ ກີລາ ຫົວໜ້າກົມສາມັນສຶກສາວ່າດ້ວຍການໄຂໂຮງຮຽນສາມັນສຶກສາຄືນໃໝ່ ລວມທັງການສອບເສັງພາກ II ແລະ ຈົບຊັ້ນປະຖົມສຶກສາສົມບູນ ປີທີ 5 ແລະ ແຈ້ງການຂອງພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ສະບັບເລກທີ 1016/ສກມ ນວ ນະຄອນຫຼວງວຽງຈັນ ເພື່ອກະກຽມການສອບເສັງຈົບຊັ້ນປະຖົມສຶກສາ ປ5 ໃນທົ່ວເມືອງຈັນທະບູລີ ລະຫວ່າງວັນທີ 15-16 ກໍລະກົດ 2020.

ສະເພາະສົກຮຽນນີ້ ທົ່ວເມືອງຈັນທະບູລີ ມີຈຳນວນໂຮງຮຽນປະຖົມສຶກສາທັງໝົດ 33 ແຫ່ງ ໃນນັ້ນ ມີໂຮງຮຽນລັດ 15 ແຫ່ງ ມີຈຳນວນນັກຮຽນເຂົ້າຮ່ວມສອບເສັງທັງໝົດ 1.436 ຄົນ ຍິງ 704 ຄົນ ແບ່ງສູນສອບເສັງອອກເປັນ 4 ສູນ ຄື: ນາໄຮດຽວ ຫງວຽນຢູ ຈອມຄຳ ແລະ ສູນສອບເສັງໂຮງຮຽນປະຖົມສົມບູນສິນໄຊ ແບ່ງເປັນ 72 ຫ້ອງສອບເສັງ ມີວິຊາສອບເສັງ 3 ວິຊາ ຄື: ວິຊາຫັດແຕ່ງ (ຂຽນທວາຍ+ຄຳຖາມ) ຄະນິດສາດ ແລະ ວິຊາໂລກອ້ອມຕົວ ມີຄະນະກຳມະການ 304 ທ່ານ ເຊິ່ງໄດ້ຈັດພິທີໄຂການສອບເສັງຂຶ້ນວັນທີ 15 ກໍລະກົດ 2020 ທີ່ໂຮງຮຽນປະຖົມສົມບູນສິນໄຊ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ຈຸດປະສົງລະດັບຄາດໝາຍ ເພື່ອເປັນການຕິດຕາມ ກວດກາ ແລະ ປະເມີນຜົນຕໍ່ການບໍລິຫານຄຸ້ມຄອງໂຮງຮຽນສາມັນສຶກສາ ໃນທົ່ວເມືອງຈັນທະບູລີ ໂດຍສະເພາະ ການຮຽນ-ການສອນ ການປະຕິບັດໂຄງການຫຼັກສູດການປະຕິບັດ 3 ຂໍ້ແຂ່ງຂັນທີ່ກະຊວງສຶກສາທິການ ແລະ ກີລາ ວາງອອກໃຫ້ປະກົດຜົນເປັນຈິງ ເພື່ອປະຕິບັດຕາມແຜນພັດທະນາການສຶກສາຂອງຫ້ອງການສຶກສາທິການ ແລະ ກີລາເມືອງຈັນທະບູລີ ປະຈຳສົກຮຽນ 2019-2020 ເພື່ອສູ້ຊົນໃຫ້ການສອບເສັງຈົບຊັ້ນ ປ5 ທົ່ວເມືອງບັນລຸໄດ້ 100%.

ໂອກາດ ທ່ານ ບຸນໜາ ຜາທຸມມະວົງ ເຈົ້າເມືອງຈັນທະບູລີ ເຂົ້າຮ່ວມພິທີເປີດການສອບເສັງຈົບຊັ້ນປະຖົມສຶກສາໃນທົ່ວເມືອງຄັ້ງນີ້ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຜູ້ບໍລິການໂຮງຮຽນ ຫົວໜ້າອຳນວຍການ ລວມທັງພໍ່ແມ່ຜູ້ປົກຄອງ ແລະ ພະນັກງານຄູ-ອາຈານທຸກທ່ານ ພ້ອມດ້ວຍລູກຫຼານນັກຮຽນທຸກຄົນ ທີ່ພ້ອມກັນອົດທົນຜ່ານຜ່າອຸປະສັກຕ່າງໆ ໂດຍສະເພາະ ບັນຫາພະຍາດໂຄວິດ-19 ໄດ້ເອົາໃຈໃສ່ສືບຕໍ່ສິດສອນ-ຮ່ຳຮຽນຈົບໂຄງການຫຼັກສູດ ໂອກາດອັນມີຄວາມໝາຍສຳຄັນຄືດັ່ງກ່າວ ຮຽກຮ້ອງໃຫ້ນັກຮຽນທຸກຄົນ ຈົ່ງຕັ້ງໃຈສຸມໃສ່ການສອບເສັງໃຫ້ສຳເລັດພ້ອມດຽວກັນຄູ-ອາຈານ ຄະນະຮັບຜິດຊອບການສອບເສັງ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບຫຼັກການ ຮັບປະກັນຄວາມໂປ່ງໃສເປັນກາງ ຍຸຕິທຳ ດ້ວຍຄວາມຮັບຜິດສອບສູງ ເຮັດໃຫ້ການສອບເສັງຄັ້ງນີ້ ບັນລຸໄດ້ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.
ນຳສະເໜີໂດຍ: ແວ່ນຂາວ