ການກໍ່ສ້າງໂຮງຮຽນປະຖົມ ຄືການຊ່ວຍພັດທະນາພື້ນຖານການສຶກສາ

ການ​ພັດ­ທະ­ນາ​ການ​ສຶກ​ສາ​ນັ້ນ ຖື​ເປັນ​ໜ້າ­ທີ່​ຂອງ​ໝົດ​ທຸກ​ຄົນ​ໃນ​ສັງ­ຄົມ ບໍ່​ແມ່ນ​ເປັນ​ໜ້າ­ທີ່​ສະ­ເພາະ​ຂອງ​ຄູ-ອາ­ຈານ​ພາຍ​ໃນ​ໂຮງ­ຮຽນ​ພຽງ​ຢ່າງ​ດຽວ ເພາະ​ການ​ສ້າງ​ພື້ນ­ຖານ​ປະ­ຖົມ​ປັດ​ໄຈ​ຕ່າງໆ​ພາຍ​ໃນ​ໂຮງ­ຮຽນ​ນັ້ນ ຕ້ອງ​ໄດ້​ອາ​ໃສ​ການ​ຮ່ວມ​ມື​ສະ­ໜັບ­ສະ­ໜູນ​ຈາກ​ພາກ­ສ່ວນ​ຂອງ​ສັງ­ຄົມ ທີ່​ມີ­ໜ້າ​ທີ່​ພັນ­ທະ​ຮ່ວມ​ກັນ ເພື່ອ​ອະ­ນາ­ຄົດ​ຂອງ​ລູກ​ຫຼານ​ລາວ ຖ້າ​ຄົນ​ລາວ​ບໍ່​ຊ່ວຍ​ກັນ ແລ້ວ ຈະ​ລໍ​ໃຫ້​ໃຜ​ມາ​ຊ່ວຍ ເພາະ​ຢາກ​ໃຫ້​ປະ­ເທດ​ຊາດ​ຮັ່ງ­ມີ​ເຂັ້ມ­ແຂງ ກ່ອນ​ອື່ນ​ໝົດ​ເຮົາ​ຕ້ອງ​ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ວຍ​ຕົນ​ເອງ​ກ່ອນ.

ດັ່ງ­ນັ້ນ ພັກ-ລັດ­ຖະ­ບານ ຈຶ່ງ​ຫາ​ທຸກ​ວິ­ທີ​ທາງ​ໃນ​ການ​ປຸກ­ລະ­ດົມ​ຂົນ­ຂວາຍ ການ​ຊ່ວຍ­ເຫຼືອ ເພື່ອ​ສະ­ໜັບ­ສະ­ໜູນ​ໃຫ້​ແກ່​ຂະ­ແໜງ­ການ​ສຶກ​ສາ ທັງ​ລະ­ດົມ​ທຶນ­ຮອນ​ພາຍ​ໃນ​ປະ­ເທດ ທີ່​ມີ​ນັກ­ທຸ­ລະ­ກິດ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ລວມ​ທັງ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ຕ່າງໆ ໃນ​ການ​ປະ­ກອບ­ສ່ວນ​ພັດ­ທະ­ນາ​ເຂົ້າ​ໃນ​ຂະ­ແໜງ­ການ​ສຶກ​ສາ​ຂອງ ສປປ ລາວ ໃນ​ຫຼາຍ​ຮູບ​ແບບ ແລະ ຫວ່າງ​ບໍ່​ດົນ​ຜ່ານ​ມາ ເປັນ​ອີກ​ໜຶ່ງ​ໂຄງ­ການ​ທີ່​ສຳ­ຄັນ ຄື: ໂຄງ­ການ​ກໍ່­ສ້າງ​ໂຮງ­ຮຽນ​ປະ­ຖົມ​ສົມ­ບູນ​ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ໃນ​ຕົ້ນ​ເດືອນ​ພຶດ­ສະ­ພາ 2020 ຜ່ານ​ມາ ໂດຍ​ແມ່ນ​ບໍ­ລິ­ສັດ ຈັນ­ທະ​ວົງ ກໍ່­ສ້າງ​ຂົວ​ທາງ ແລະ ສ້ອມ­ແປງ​ເຄ­ຫະ​ສະ­ຖານ ຈຳ­ກັດ ເປັນ​ຜູ້​ຮັບ​ເໜົາ​ກໍ່­ສ້າງ.

ທ່ານ ທອງ​ສຸກ ປ້ອງ​ຄຳ ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ​ຫົງ​ສາ ກ່າວ​ວ່າ: ພາຍ­ຫຼັງ​ໄດ້​ຮັບ​ອະ­ນຸ­ຍາດ​ໃຫ້​ເມືອງ​ຫົງ​ສາ ກໍ່­ສ້າງ​ໂຮງ­ຮຽນ​ປະ­ຖົມ​ສົມ­ບູນ ເມືອງ​ຫົງ​ສາ ໃນ​ທ້າຍ​ເດືອນ​ທັນ­ວາ 2019 ຜ່ານ​ມາ ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ດັ່ງ­ກ່າວ​ໄດ້​ຮັບ​ຜົນ​ດີ ຮັບ­ປະ­ກັນ​ທາງ​ດ້ານ​ຄຸນ​ນະ​ພາບ ແລະ ສຳ­ເລັດ​ຕາມ​ກຳ­ນົດ​ເວ­ລາ ທາງ​ຄະ­ນະ​ຮັບ­ຜິດ­ຊອບ​ໂຄງ­ການ ໄດ້​ຈັດ​ພິ­ທີ​ເຊັນ​ສັນ­ຍາ​ຮ່ວມ​ກັບ​ທາງ​ບໍ­ລິ­ສັດ​ຮັບ​ເໝົາ​ກໍ່­ສ້າງ ໂດຍ​ແມ່ນ​ບໍ­ລິ­ສັດ ຈັນ­ທະ​ວົງ ກໍ່­ສ້າງ​ຂົວ​ທາງ ແລະ ສ້ອມ­ແປງ​ເຄ­ຫະ​ສະ­ຖານ ຈຳ­ກັດ ເປັນ​ຜູ້​ຮັບ​ເໜົາ​ກໍ່­ສ້າງ

ໂຄງ­ການ​ດັ່ງ­ກ່າວ ມີ​ມູນ​ຄ່າ​ໃນ​ການ​ກໍ່­ສ້າງ​ທັງ​ໝົດ 995 ລ້ານ​ກວ່າ​ກີບ ໂດຍ​ນຳ​ໃຊ້​ແຫຼ່ງ​ທຶນ​ພັດ­ທະ­ນາ​ຊຸມ​ຊົນ ໂຄງ­ການ​ໄຟ­ຟ້າ​ພະ­ລັງ­ງານ​ຄວາມ​ຮ້ອນ​ຫົງ​ສາ ເປັນ​ອາ­ຄານ​ຊັ້ນ​ດຽວ ມີ​ລວງ​ກວ້າງ 8 ແມັດ ລວງ​ຍາວ 4,23 ແມັດ ໂຄງ​ສ້າງ​ເຮັດ​ດ້ວຍ​ເບ​ຕົງ​ເສີມ​ເຫຼັກ ໂຄງ​ຫຼັງ­ຄາ​ເສີມ​ດ້ວຍ​ເຫຼັກ​ມຸງ​ດ້ວຍ​ກະ­ເບື້ອງ ພື້ນ​ປູ​ດ້ວຍ​ເບ​ຕົງ​ເສີມ​ເຫຼັກ ມີ 7 ຫ້ອງ​ຮຽນ ຫ້ອງ​ນ້ຳ​ນອກ 7 ຫ້ອງ ຝາ​ກໍ່​ດ້ວຍ​ດິນ​ບ໊ອກ ໃຊ້​ໄລ­ຍະ​ເວ­ລາ​ໃນ​ການ​ກໍ່­ສ້າງ​ເປັນ​ເວ­ລາ 6 ເດືອນ​ນັບ​ແຕ່​ມື້​ເຊັນ​ສັນ­ຍາ​ເປັນ­ຕົ້ນ​ໄປ.

ທ່ານ ທອງ​ສຸກ ປ້ອງ​ຄຳ ກ່າວ​ຕື່ມ​ວ່າ: ໂຄງ­ການ​ດັ່ງ­ກ່າວ​ມີ​ຄວາມ​ສຳ­ຄັນ​ຫຼາຍ ເພາະ​ກ່ອນ​ໜ້າ​ນີ້ ເຂດ​ດັ່ງ­ກ່າວ​ພົບ​ກັບ​ຫຼາຍ​ບັນ­ຫາ​ກ່ຽວ​ກັບ​ອາ­ຄານ​ຮຽນ ເພາະ​ຫ້ອງ​ຮຽນ​ບໍ່​ໄດ້​ມາດ­ຕະ­ຖານ ເຮັດ​ປະ­ຖົມ​ປະ​ຖານ ຕາມ​ເງື່ອນ­ໄຂ​ສະ­ພາບ​ທີ່​ມີ ຕ້ອງ​ຂໍ​ຂອບ­ໃຈ​ແຫຼ່ງ​ທຶນ​ພັດ­ທະ­ນາ​ຊຸມ​ຊົນ ໂຄງ­ການ​ໄຟ­ຟ້າ​ພະ­ລັງ­ງານ​ຄວາມ​ຮ້ອນ​ຫົງ​ສາ ກໍ​ຄື​ພັກ-ລັດ­ຖະ­ບານ ອຳ­ນາດ​ການ​ປົກ­ຄອງ​ທີ່​ໃຫ້­ການ​ເອົາ­ໃຈ­ໃສ່ ຊຸກ­ຍູ້ ສົ່ງ­ເສີມ ເຮັດ​ໃຫ້​ໂຄງ­ການ​ດີໆແບບ​ນີ້​ເກີດ​ຂຶ້ນ ກາຍ­ເປັນ​ທ່າ­ແຮງ​ອັນ​ສຳ­ຄັນ ໃນ​ການ​ປະ­ກອບ­ສ່ວນ​ຊຸກ­ຍູ້​ການ​ພັດ­ທະ­ນາ​ຂະ­ແໜງ­ການ​ສຶກ​ສາ ພາຍ​ໃນ​ເມືອງ​ຫົງ​ສາ ໂດຍ​ສະ­ເພາະ ເຮັດ​ໃຫ້​ລູກ​ຫຼານ​ນັກ­ຮຽນ​ໄດ້​ມີ​ອາ­ຄານ​ຮຽນ​ທີ່​ແໜ້ນ­ໜາ​ຖາ­ວອນ ໄດ້​ມາດ­ຕະ­ຖານ ບໍ່​ເຮັດ​ໃຫ້​ນັກ­ຮຽນ​ທີ່​ເກນ​ອາ­ຍຸ​ເຂົ້າ​ຮຽນ ຕ້ອງ​ລຳ­ບາກ​ເດີນ­ທາງ​ໄປ​ຮຽນ​ຢູ່​ໂຮງ­ຮຽນ​ທີ່​ໄກ​ຈາກ​ເຮືອນ ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ອັດ­ຕາ​ເຂົ້າ​ຮຽນ ແລະ ການ​ປະ­ລະ​ການ​ຮຽນ ເພີ່ມ​ປະ­ສິດ­ທິ­ພາບ​ໃນ​ການ​ພັດ­ທະ­ນາ​ຄຸນ​ນະ​ພາບ​ການ​ສຶກ​ສາ ພ້ອມ​ທັງ​ເຮັດ​ໃຫ້​ພໍ່​ແມ່​ຜູ້​ປົກ­ຄອງ​ໄດ້​ມີ​ໂອ­ກາດ​ໃນ​ການ​ເພີ່ມ​ພູມ​ຜະ­ລິດ­ຜົນ ແລະ ປະ­ຕິ­ບັດ​ໜ້າ­ທີ່​ວຽກ​ງານ​ວິ­ຊາ​ສະ­ເພາະ​ໄດ້​ເຕັມ​ຄວາມ​ສາ­ມາດ ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ຄຸນ​ນະ​ພາບ​ຊີ­ວິດ​ຄອບ­ຄົວ​ໃຫ້​ດີ​ຂຶ້ນ ທີ່​ສຳ­ຄັນ​ຄື​ການ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ເຮັດ​ໃຫ້​ປະ­ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ ແລະ ດ້ວຍ​ພັດ­ທະ­ນາ.

ນຳ​ສະເໜີ​ໂດຍ: ແວ່ນ​ຂາວ

error: Content is protected !!