ອົງການກາແດງລາວ ປະກອບສ່ວນພັດທະນາວຽກງານການສຶກສາ

ກາ­ແດງ​ລາວ ເປັນ​ອົງ­ການ​ໜຶ່ງ​ທີ່​ປະ­ຕິ­ບັດ​ໜ້າ­ທີ່​ທາງ​ດ້ານ​ມະ­ນຸດ­ສະ­ທຳ ສຸມ​ໃສ່​ການ​ຊ່ວຍ­ເຫຼືອ​ບັນ​ເທົ່າ​ທຸກ ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ພໍ່​ແມ່​ປະ­ຊາ­ຊົນ ໃຫ້­ການ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ສັງ­ຄົມ​ໃນ​ຫຼາຍ​ຮູບ​ແບບ ທັງ​ປຸກ­ລະ­ດົມ​ຂົນ­ຂວາຍ​ທຶນ­ຮອນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໃນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ໃນ​ຫຼາຍ​ວຽກ​ງານ​ຂະ­ແໜງ­ການ ຂອບ​ເຂດ​ທົ່ວ​ປະ­ເທດ ໄປ​ຄຽງ​ຄູ່​ກັນ ຍັງ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ຊຸກ­ຍູ້​ຂະ​ບວນ​ການ ໃຫ້­ການ​ຊ່ວຍ­ເຫຼືອ​ທາງ​ດ້ານ​ຂະ­ແໜງ­ການ​ສຶກ​ສາ​ໃນ​ຫຼາຍ​ແຂວງ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ອັນ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ຊາວ​ໜຸ່ມ​ອາ­ສາ​ສະ­ໝັກ​ກາ­ແດງ​ລາວ ຮ່ວມ​ກັບ​ຊາວ​ໜຸ່ມ​ອາ­ສາ​ສະ­ໝັກ​ກາ­ແດງ ສ ເກົາ­ຫຼີ ໃນ​ແຕ່​ລະ​ປີ ໄດ້​ມີ​ການ​ຮ່ວມ​ມື​ກັນ​ຈັດ​ກິດ­ຈະ­ກຳ ປັບ­ປຸງ ສ້ອມ­ແປງ​ບັນ­ດາ​ໂຮງ­ຮຽນ​ໃນ​ເຂດ​ຫ່າງ​ໄກ ຂາດ­ເຂີນ ພ້ອມ​ທັງ​ໃຫ້​ຄວາມ​ຮູ້​ກ່ຽວ​ກັບ​ວຽກ​ງານ​ກາ­ແດງ ການ​ສ້າງ​ເຄືອ​ຂາຍ​ປະ­ສານ ການ​ຕ້ານ​ອຸ​ທົກ​ກະ​ໄພ ແລະ ໄພ​ທຳ​ມະ​ຊາດ ລວມ​ທັງ​ໃຫ້​ຄວາມ​ຮູ້​ພື້ນ­ຖານ ໃນ​ການ​ປະ­ຖົມ­ພະ­ຍາ­ບານ ໃຫ້​ກັບ​ຄູ-ອາ­ຈານ ແລະ ນັກ­ຮຽນ​ນຳ​ອີກ.

ຫຼ້າ​ສຸດ ໃນ​ກາງ​ເດືອນ​ກໍ­ລະ­ກົດ 2020 ຜ່ານ​ມາ ອົງ­ການ​ກາ­ແດງ​ລາວ ມອບ​ອຸ­ປະ­ກອນ​ສ້ອມ­ແປງ​ໂຮງ­ຮຽນ 5 ແຫ່ງ ແລະ ອຸ­ປະ­ກອນ​ເຕືອນ​ໄພ​ລ່ວງ​ໜ້າ​ໃຫ້ 5 ບ້ານ 5 ຄຸ້ມ ເມືອງ​ສະ­ໜາມ​ໄຊ ແຂວງ​ອັດ​ຕະ​ປື ເຊິ່ງ​ພິ­ທີ​ດັ່ງ­ກ່າວ ຈັດ​ຂຶ້ນ​ທີ່​ສະ­ໂມ­ສອນ​ບ້ານ​ມິດ​ສຳ­ພັນ ເມືອງ​ສະ­ໜາມ​ໄຊ ແຂວງ​ດັ່ງ­ກ່າວ ກ່າວ​ມອບ​ໂດຍ​ທ່ານ ທອງ​ພະ­ຈັນ ສອນ​ນະ​ສິນ ຮອງ​ປະ­ທານ​ອົງ­ການ​ກາ­ແດງ​ລາວ ຕາງ­ໜ້າ​ຮັບ​ທ່ານ ຄໍ​ຄຽງ ແກ້ວ​ຫອມ​ສົມ­ບັດ ຫົວ­ໜ້າ​ຄະ­ນະ​ຈັດ​ຕັ້ງ​ເມືອງ ພ້ອມ​ດ້ວຍ​ທ່ານ ວຽງ​ໄຊ ໄຊ​ສົມ­ບັດ ຫົວ­ໜ້າ​ຫ້ອງ­ການ​ກາ­ແດງ ແຂວງ​ອັດ​ຕະ​ປື ອຳ­ນາດ​ການ​ປົກ­ຄອງ ພະ­ນັກ­ງານ​ຄູ-ອາ­ຈານ ແລະ ນັກ­ຮຽນ​ເຂົ້າ​ຮ່ວມ​ເປັນ​ສັກ​ຄີ​ພິ­ຍານ.

ໂອ­ກາດ​ດັ່ງ­ກ່າວ ທ່ານ ທອງ​ພະ­ຈັນ ສອນ​ນະ​ສິນ ໄດ້​ກ່າວ​ຈຸດ­ປະ­ສົງ​ໃນ​ການ​ລົງ​ມອບ​ເຄື່ອງ​ໃນ​ຄັ້ງ​ນີ້ ໂດຍ​ສະ­ເພາະ​ແມ່ນ​ລົງ​ມອບ​ລະ­ບົບ​ໂທລະ​ໂຄ່ງ ຈຳ­ນວນ 10 ຊຸດ ໃຫ້​ແກ່​ບ້ານ​ສົ້ມ­ປ່ອຍ ຫາດ​ອຸ­ດົມ​ໄຊ ຕະ​ເງົາ ຫາດ​ຍາວ ຄຸ້ມ​ຫີນ​ສົມ­ບັດ ບ້ານ​ມິດ​ສຳ­ພັນ ຄຸ້ມ​ໂນນ​ກຸງ ຄຸ້ມ​ທ່າ​ເດື່ອ ຄຸ້ມ​ຕະ​ປາກ ແລະ ຄຸ້ມ​ເຊ​ກອງ ແລະ ພິ­ເສດ​ໄດ້​ມອບ​ອຸ­ປະ­ກອນ​ສ້ອມ­ແປງ​ໂຮງ­ຮຽນ 5 ໂຮງ­ຮຽນ ຄື: ໂຮງ ຮຽນ​ປະ­ຖົມ​ຫາດ​ຍາວ ປະ­ຖົມ​ຄຸ້ມ​ຫີນ​ສົມ­ບັດ ປະ­ຖົມ​ຕະ​ເງົາ ມັດ­ທະ­ຍົມ​ຕອນ​ຕົ້ນ​ສົ້ມ­ປ່ອຍ ແລະ ໂຮງ­ຮຽນ​ປະ­ຖົມ​ບ້ານ​ຫາດ​ອຸ­ດົມ​ໄຊ ເຊິ່ງ​ໄດ້​ຮັບ​ທຶນ​ຊ່ວຍ­ເຫຼືອ​ຈາກ​ອົງ­ການ​ກາ­ແດງ​ລາວ ລວມ​ມູນ​ຄ່າ 123 ລ້ານ​ກວ່າ​ກີບ ເພື່ອ​ປັບ­ປຸງ ສ້ອມ­ແປງ​ອາ­ຄານ​ຮຽນ​ທີ່​ເປ່​ເພ ຈາກ​ຜົນ​ກະ­ທົບ​ໄພ​ທຳ​ມະ​ຊາດ​ທີ່​ຜ່ານ​ມາ.

ທ່ານ ຄໍ​ຄຽງ ແກ້ວ​ຫອມ​ສົມ­ບັດ ໄດ້​ກ່າວ​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ອົງ­ການ​ກາ­ແດງ​ລາວ ກໍ​ຄື ພັກ-ລັດ­ຖະ­ບານ ທີ່​ໃຫ້​ຄວາມ​ເປັນ​ຫວ່ງ​ເປັນ​ໄຍ ໃກ້­ຊິດ​ພໍ່​ແມ່​ປະ­ຊາ­ຊົນ ໂດຍ​ສະ­ເພາະ ພະ­ນັກ­ງານ​ຄູ-ອາ­ຈານ ລູກ​ຫຼານ​ນັກ­ຮຽນ​ໄດ້​ນຳ​ເອົາ​ເຄື່ອງ​ມາ​ຊ່ວຍ­ເຫຼືອ​ໃນ​ຄັ້ງ​ນີ້ ຕາງ­ໜ້າ​ອຳ­ນາດ​ການ​ປົກ­ຄອງ ພະ­ນັກ­ງານ​ຄູ-ອາ­ຈານ ແລະ ນັກ­ຮຽນ ຂອບ­ໃຈ​ທີ່​ອົງ­ການ​ກາ­ແດງ​ລາວ ກໍ​ຄື ພັກ-ລັດ­ຖະ­ບານ ເອົາ­ໃຈ­ໃສ່​ດູ​ແລ​ໃກ້­ຊິດ​ສືບ­ຕໍ່​ໃຫ້­ການ​ຊ່ວຍ­ເຫຼືອ​ຕະ­ຫຼອດ​ມາ ເຊິ່ງ​ອຸ­ປະ­ກອນ​ດັ່ງ­ກ່າວ​ທີ່​ໄດ້​ຮັບ​ໃນ​ຄັ້ງ​ນີ້ ຈະ​ກາຍ­ເປັນ​ກຳ­ລັງ​ແຮງ​ສຳ­ຄັນ ໃນ​ການ​ປະ­ກອບ­ສ່ວນ​ຊຸກ­ຍູ້​ເຮັດ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ພະ­ນັກ­ງານ​ຄູ-ອາ­ຈານ ແລະ ນັກ­ຮຽນ​ພາຍ​ໃນ​ເມືອງ​ພວກ​ເຮົາ ມີ​ຊີ­ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ ເປັນ​ການ​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ເຂົ້າ​ໃນ​ວຽກ​ງານ​ການ​ສຶກ​ສາ​ຂອງ​ເມືອງ ແລະ ຈະ​ພ້ອມ​ກັນ​ນຳ​ໃຊ້​ອຸ­ປະ­ກອນ​ດັ່ງ­ກ່າວ​ໃຫ້​ເກີດ​ປະ­ໂຫຍດ​ສູງ​ສຸດ ແລະ ຫວັງ​ຢ່າງ​ຍິ່ງ​ວ່າ​ຈະ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ ເອົາ­ໃຈ­ໃສ່​ເບິ່ງ­ແຍງ ແລະ ສືບ­ຕໍ່​ໃຫ້­ການ​ຊຸກ­ຍູ້​ພວກ​ເຮົາ​ໃນ​ໂອ­ກາດ​ຕໍ່​ໄປ.

ນຳ​ສະ­ເໜີ​ໂດຍ: ແວ່ນ​ຂາວ

error: Content is protected !!