ໂຮງຮຽນມັດທະຍົມຕອນຕົ້ນສີເກີດ ໄດ້ຕັ້ງໜ້າປະຕິບັດຕາມແນວທາງຂອງພັກ-ລັດ ກໍຄື ກະຊວງສຶກສາທິການ ແລະ ກີລາວາງອອກຕາມ 3 ຂໍ້ແຂ່ງຂັນ ເນັ້ນປະຕິບັດການສອນດີ-ຮຽນເກ່ງ ສ້າງສິ່ງແວດລ້ອມທີ່ດີຕ້ານປາກົດການຫຍໍ້ທໍ້ ຕັ້ງໜ້ານຳພາສ້າງໂຮງຮຽນຕົວແບບຂຽວສະອາດ ແລະ ຄຸນນະພາບ. ທ່ານ ຄຳແພງ ບຸນທະລາວົງ…
Category: ສຶກສາ
ພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມ
ເນື່ອງໃນໂອກາດວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ 2020 ຜ່ານມາ ເຊິ່ງທາງສູນເລືອດແຫ່ງຊາດ ອົງການກາແດງລາວ ຮ່ວມກັບຫຼາຍພາກສ່ວນສັງຄົມ ໂດຍສະເພາະ ບັນດາສະຖາບັນການສຶກສາ ສຳນັກງານ ອົງການ ທັງພາກລັດ ແລະ ເອກະຊົນ ລວມທັງນິຕິບຸກຄົນ…
ໂຮງຮຽນນະພາ ຫຼຸດຄ່າຮຽນ 50% ຊ່ວຍເຫຼືອຜູ້ປົກຄອງທີ່ໄດ້ຮັບຜົນກະທົບ ຈາກພະຍາດໂຄວິດ-19
ໂຮງຮຽນລ້ຽງເດັກ ອະນຸບານ ແລະ ປະຖົມນະພາ ຈະບໍ່ເກັບຄ່າຮຽນໃນໄລຍະພັກການຮຽນການສອນ ໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງຫັນມາສອນທາງອອນລາຍ ເພື່ອໃຫ້ນັກຮຽນໄດ້ຮຽນໜັງສືຢ່າງຕໍ່ເນື່ອງ ຂະນະທີ່ຜູ້ອຳນວຍການໂຮງຮຽນລະບຸວ່າ ເພື່ອເປັນການສົ່ງເສີມເດັກນ້ອຍຜູ້ທຸກຍາກຂາດເຂີນ ໄດ້ມີໂອກາດເຂົ້າເຖິງການສຶກສາຫຼາຍຂຶ້ນ ທາງໂຮງຮຽນມີນະໂຍບາຍຮັບນັກຮຽນທຸກຍາກປີລະ 5 ຄົນ. ທ່ານນາງ ເພັນນະພາ…
ສະຖາບັນກີລາ-ກາຍະກຳ ພ້ອມສ້າງນັກກີລາໃຫ້ໄດ້ມາດຕະຖານ ກ້າວສູ່ລະດັບສາກົນ
ພັກ ແລະ ລັດຖະບານ ໄດ້ຖືເອົາວຽກງານກີລາ-ກາຍະກຳ ເປັນວຽກງານໜຶ່ງທີ່ເປັນບຸລິມະສິດ ເປັນພາຫະນະຕົ້ນຕໍໃນການພັດທະນາຊັບພະຍາກອນມະນຸດ ທັງເປັນປັດໄຈທີ່ສຳຄັນຂອງການຜະລິດ ທີ່ມີລັກສະນະຕັດສິນການພັດທະນາເສດຖະກິດ-ສັງຄົມ ແນໃສ່ຍົກຖານະບົດບາດຂອງຊາດ ເພີ່ມທະວີຄວາມສາມັກຄີ ມິດຕະພາບ ການຮ່ວມມືກັບບັນດາປະເທດອະນຸພາກພື້ນ ແລະ ສາກົນ ດັ່ງນັ້ນ ໃນປີ…
ກຽມຄວາມພ້ອມໃຫ້ແກ່ຄູເຝິກ ກ່ຽວກັບຫຼັກສູດສະບັບປັບປຸງໃໝ່
ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ກະຊວງສຶກສາທິການ ແລະ ກີລາ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ໃນການທົບທວນຄືນຫຼັກສູດຂັ້ນປະຖົມສຶກສາແຫ່ງຊາດ ຄ່ຽງຄູ່ກັບການພັດທະນາເຄື່ອງມືຊ່ວຍເຫຼືອການຮຽນ-ການສອນ ແລະ ການເຝິກອົບຮົມຄູ ການທົບທວນຄືນຫຼັກສູດໃໝ່ແມ່ນໄດ້ເລີ່ມຕົ້ນຂຶ້ນໃນປີຜ່ານມາ ສຳລັບຂັ້ນ ປ1…
ບໍ່ແກ້ວ ສືບຕໍ່ປະຕິບັດມາດຕະການປ້ອງກັນການລະບາດຂອງ COVID-19 ໃນກຸ່ມນັກຮຽນ-ນັກສຶກສາ
ພະແນກສຶກສາທິການ ແລະ ກີລາ ແຂວງບໍ່ແກ້ວກໍໄດ້ເປັນເຈົ້າການສືບຕໍ່ປະຕິບັດມາດຕະການຕ່າງໆແນໃສ່ ເພື່ອປ້ອງກັນການລະບາດຂອງພະຍາດ COVID-19 ໃນກຸ່ມນັກຮຽນ-ນັກສຶກສາໂດຍໄດ້ອອກແຈ້ງການແບ່ງຄວາມຮັບຜິດຊອບລົງຕິດຕາມຢ່າງໃກ້ຊິດ. ທ່ານ ສົມຊາຍ ສີສະຫວັດ ຮອງຫົວໜ້າພະແນກສຶກສາທິການ-ກີລາແຂວງບໍ່ແກ້ວ ໃຫ້ສຳພາດໃນໂອກາດທີ່ຄະນະສື່ມວນຊົນໄດ້ເດີນທາງລົງໄປເກັບກຳຂໍ້ມູນເພື່ອເຮັດຂ່າວກ່ຽວກັບມາດຕະການຄວບຄຸມ ປ້ອງກັນ ແລະ ແກ້ໄຂການລະບາດຂອງ COVID-19…
ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ສ້າງໂອກາດ ໃນການພັດທະນາວິຊາຊີບ ຊາວໜຸ່ມຜູ້ດອອຍໂອກາດ
ຖ້າຫາກທ່ານ ໄດ້ຕິດຕາມຂ່າວກ່ຽວກັບການເຄື່ອນໄຫວຂອງວຽກງານການສຶກສາ ກໍຄື ການເຄື່ອນໄຫວວຽກງານ ທາງດ້ານສັງຄົມ ຂອງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ກໍຄົງ ຈະຮູ້ກ່ຽວກັບໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ”…
ນຳໃຊ້ຄວາມຮູ້ທີ່ຮຽນມາ ພັດທະນາຄຸນນະພາບຊີວິດ
ປະໂຫຍກຄຳເວົ້າທີ່ວ່າ: ຮຽນ-ຮູ້-ເຮັດ ຖືເປັນຄຳເວົ້າທີ່ສັດຈະທຳທີ່ສຸດ ເມື່ອໃດການຮຽນຮູ້ ເຂົ້າໃຈ ແລະ ຖືກນຳໃຊ້ເຂົ້າໃນການປະຕິບັດຕົວຈິງ ຈຶ່ງເຮັດໃຫ້ການສຶກສາຫາຄວາມຮູ້ນັ້ນສົມບູນແບບ ເພາະຄວາມຮູ້ທີ່ຮຽນມານັ້ນ ສາມາດຜັນຂະຫຍາຍນຳໃຊ້ສູ່ໜ້າທີ່ວຽກງານຕົວຈິງ ສ້າງຄຸນປະໂຫຍດໃຫ້ກັບຕົວເອງ ຄອບຄົວ ແລະ ສັງຄົມ ເຊິ່ງກໍແມ່ນຄວາມມຸ່ງຫວັງຂອງທຸກຄົນ ທີ່ຕ້ອງການມີຄວາມຮູ້…
ນຳໃຊ້ຄວາມຮູ້ທີ່ຮຽນມາ ເພື່ອພັດທະນາອາຊີບສ້າງລາຍຮັບ
ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ເປັນບໍລິສັດໃນເຄືອຂອງບໍລິສັດ ຣາຊ ກຣຸ໊ບ ຈຳກັດ (ມະຫາຊົນ) ເຊິ່ງຖືຮຸ້ນໃຫຍ່ ໂດຍການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ລົງທຶນໃນ ສປປ ລາວ…