ເລື່ອງຈິງທີ່ປະຕິເສດບໍ່ໄດ້ວ່າ: ປັດຈຸບັນ ຍັງມີຫຼາຍໂຮງຮຽນໃນເຂດຫ່າງໄກ ຍັງຂາດແຄນປັດໄຈຫຼາຍຢ່າງທີ່ເປັນຄວາມຕ້ອງການຂອງຄູ ແລະ ນັກຮຽນ ນັບແຕ່ອຸປະກອນການຮຽນ ເຄື່ອງນຸ່ງຫົ່ມ ລວມໄປເຖິງອາຄານສະຖານທີ່ຫ້ອງຮຽນ ຫ້ອງນ້ຳ ແລະ ການດຳລົງຊີວິດປະຈຳວັນ ໜັກໄປກວ່ານັ້ນ ເຂົ້າຈະກິນແຕ່ລະວັນກໍຍັງບໍ່ມີ ເຖິງແມ່ນວ່າທາງພາກລັດ ແລະ ອົງການຊ່ວຍເຫຼືອຈະມີການບິແບ່ງມາໃຫ້ ແຕ່ໃນຄວາມເປັນຈິງ ຊີວິດຄອບຄົວຫຼາຍຄົນຍັງຂາດວັດຖຸປັດໄຈຫຼາຍຢ່າງ ທີ່ບໍ່ສາມາດຕອບສະໜອງໄດ້ ເຮັດໃຫ້ຕ້ອງສູ້ຊົນເພື່ອລ້ຽງຊີບເອົາຊີວິດໃຫ້ຢູ່ລອດໄປແຕ່ລະວັນ ຈຶ່ງກາຍເປັນສາເຫດໜຶ່ງທີ່ຕ້ອງຢຸດຮຽນກ່ອນ ເພື່ອໄປຊອກຫາອາຫານມາບັນເທົາຄວາມທຸກຂອງຊີວິດຕົນໄປແຕ່ລະວັນ.

ຖືເປັນໂອກາດອັນດີ ທີ່ໄດ້ເດີນທາງຕິດຕາມຄະນະຮັບຜິດຊອບໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ເປັນການຮ່ວມມືລະຫວ່າງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລ) ໄດ້ສະໜັບສະໜູນເງິນທຶນໝູນວຽນແບບບໍ່ມີດອກເບ້ຍໃຫ້ແກ່ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເພື່ອສ້າງໂອກາດດ້ານການພັດທະນາ ຍົກລະດັບຄວາມຮູ້ດ້ານວິຊາການ ທັກສະສີມືແຮງງານ ສຳລັບປະກອບອາຊີບໃຫ້ແກ່ນັກຮຽນ ທີ່ຈົບການສຶກສາຈາກສູນເຝິກອົບຮົມວິຊາຊີບ ຊາວໜຸ່ມຜູ້ດ້ອຍໂອກາດ ບໍ່ມີວຽກເຮັດງານທຳໃຫ້ມີອາຊີບທີ່ໝັ້ນຄົງ ໃນເດືອນມິຖຸນາ 2020 ຜ່ານມາ.

ໃນລະຫວ່າງການເດີນທາງກັບຈາກແຂວງຜົ້ງສາລີ ມານະຄອນຫຼວງວຽງຈັນ ຄະນະຮັບຜິດຊອບໂຄງການ ແລະ ບັນດາສື່ມວນຊົນພວກເຮົາ ໄດ້ແວ່ໂຮງຮຽນແຫ່ງໜຶ່ງ ເຊິ່ງຢູ່ທີ່ນັ້ນພວກເຮົາ ກໍໄດ້ສຳຜັດກັບສະພາບຄວາມຫຍຸ້ງຍາກຂອງຄູ ແລະ ຫຼານນ້ອຍນັກຮຽນທີ່ເຫັນວ່າຍັງຂາດປັດໄຈ ກໍຄື ອຸປະກອນການຮຽນຫຼາຍຢ່າງ ໂດຍສະເພາະ ພື້ນຖານໂຄງລ່າງ ຫ້ອງຮຽນເປ່ເພ ແລະ ຍັງຂາດວິດຖ່າຍໃຫ້ນັກຮຽນຊົມໃຊ້ ທັງບັນຫາຊີວິດການເປັນຢູ່ກໍພົບຄວາມຫຍຸ້ງຍາກ ຂາດອາຫານການກິນ ແລະ ເຄື່ອງນຸ່ງຫົ່ມ.

ທ່ານນາງ ຕິ່ນ ແຫຼ່ງທອງແດງ ຜູ້ອຳນວຍການໂຮງຮຽນປະຖົມສົມບູນຫ້ວຍຊອງ-ຊາງແຄນ ຕັ້ງຢູ່ບ້ານຊອງ ເມືອງໃໝ່ ແຂວງຜົ້ງສາລີ ໄດ້ກ່າວວ່າ: ໂຮງຮຽນແຫ່ງນີ້ ສ້າງມາໄດ້ 8 ປີແລ້ວ ມີຄູທັງໝົດ 4 ຄົນ ເປັນຍິງທັງໝົດ ໃນນັ້ນ ເປັນຄູອາສາ 2 ຄົນ ໄດ້ຮັບຜິດຊອບເບິ່ງແຍງຫ້ອງຮຽນ ປ ກຽມ ສ່ວນ 2 ຄົນ ແບ່ງກັນສິດສອນ ຄູຜູ້ໜຶ່ງສອນຫ້ອງ ປ1 ປ2 ແລະ ປ3 ໃນຫ້ອງດຽວກັນ ສ່ວນຕົນເອງສອນຫ້ອງ ປ4 ແລະ ປ5 ໃນຫ້ອງດຽວກັນເຊັ່ນກັນ ເພາະມີຫ້ອງຮຽນທັງໝົດ 3 ຫ້ອງຮຽນ ອີກຫ້ອງໜຶ່ງແມ່ນຫ້ອງອະນຸບານ ແລະ ປ ກຽມ ຢູ່ນຳກັນ ປັດຈຸບັນມີນັກຮຽນທັງໝົດ 36 ຄົນ ຍິງ 20 ຄົນ ຊັ້ນ ປ5 ມີ 7 ຄົນ ຍິງ 3 ຄົນ ສ່ວນອະນຸບານ ແລະ ປ ກຽມ 10 ຄົນ ຍິງ 6 ຄົນ ໂຮງຮຽນແມ່ນສ້າງຂຶ້ນແບບປະຖົມປະຖານ ຕາມສະພາບເງື່ອນໄຂທີ່ມີເມື່ອກ່ອນມີຫ້ອງນ້ຳໃຊ້ ແຕ່ປັດຈຸບັນບໍ່ມີແລ້ວ ເພາະເປ່ເພເສຍຫາຍ ບວກກັບບໍ່ມີນ້ຳໃຊ້ ນ້ຳຫ້ວຍກໍຢູ່ໄກ ເວລາຕ້ອງການເຂົ້າຫ້ອງນ້ຳ ທັງຄູ ແລະ ນັກຮຽນ ກໍອາໃສປ່າໃກ້ຄຽງເປັນຫ້ອງນ້ຳແທນ.

ເມື່ອຄະນະພວກເຮົາຖາມເຖິງຄວາມຕ້ອງການ ທ່ານຜູ້ອຳນວຍການກ່າວວ່າ: ກໍມີຫຼາຍຢ່າງທີ່ຢາກໄດ້ຄືດັ່ງສະພາບທີ່ເຫັນ ແລະ ເຄີຍສະເໜີໄປຍັງທາງຂັ້ນເທິງແລ້ວ ປັດຈຸບັນພາກສ່ວນກ່ຽວຂ້ອງເຂົ້າມາແກ້ໄຂ ທ່ານຜູ້ອຳນວຍໄດ້ກ່າວອີກວ່າ: ບາງມື້ນັກຮຽນຂາດໂຮງຮຽນຫຼາຍ ເພາະຕ້ອງໄດ້ໄປຫາໜໍ່ໄມ້ເພື່ອມາຂາຍຊື້ເຂົ້າກິນ ມີບາງຄັ້ງເວລາພັກທ່ຽງ ນັກຮຽນບາງຄົນກັບຄືນເຮືອນ ແລະ ບໍ່ກັບມາຮຽນເລີຍ ພໍຄູໄປນຳຢູ່ເຮືອນກໍຕ້ອງພົບສະພາບລູກສິດຂາດອາຫານການກິນ.
ຈາກສະພາບຄວາມຫຍຸ້ງຍາກລຳບາກທີ່ພົບເຫັນນັ້ນ ຖ້າວ່າທ່ານຜູ້ໃຈບຸນຢາກໃຫ້ການຊຸກຍູ້ສົ່ງເສີມການສຶກສາຂອງລູກຫຼານນ້ອຍນັກຮຽນ ກໍສາມາດສອບຖາມໂດຍກົງໄປຍັງໜ່ວຍງານທີ່ກ່ຽວຂ້ອງ ຫຼື ໂທລະສັບຫາຜູ້ອຳນວຍການໂຮງຮຽນ 030 4641476 ຫຼື 020 99502421.
ນຳສະເໜີໂດຍ: ແວ່ນຂາວ