ນອນກົນ ອັນຕະລາຍຕໍ່ສຸຂະພາບ

ຫາກ​ເວົ້າ​ເຖິງ​ເລື່ອງ “ນອນ​ກົນ” ຫຼາຍ​ຄົນ​ອາດ​ຈະ​ເບິ່ງ​ວ່າ​ເປັນ​ເລື່ອງ​ປົກ­ກະ­ຕິ ແຕ່​ຮູ້​ຫຼື​ບໍ່​ວ່າ ການ​ນອນ​ກົນ​ສາ­ມາດ​ສົ່ງ​ຜົນ​ອັນ­ຕະ­ລາຍ​ຕໍ່​ສຸ­ຂະ­ພາບ​ຂອງ​ເຮົາ​ໄດ້. ການ​ນອນ​ກົນ ຄື​ສຽງ​ຜິດ​ປົກ­ກະ­ຕິ​ທີ່​ເກີດ​ຂຶ້ນ​ລະ­ຫວ່າງ​ການ​ຫາຍ­ໃຈ​ໃນ​ຂະ­ນະ​ນອນ​ຫຼັບ ພົບ​ໄດ້​ຫຼາຍ​ໃນ​ເພດ​ຊາຍ​ຫຼາຍ​ກວ່າ​ເພດ​ຍິງ ແລະ ຈະ​ມີ​ອາ­ການ​ໜັກ​ຂຶ້ນ​ເມື່ອ​ອາ­ຍຸ​ຫຼາຍ​ຂຶ້ນ ອາ­ການ​ນອນ​ກົນ​ມີ​ທັງ​ແບບ​ທຳ​ມະ​ດາ ແລະ ແບບ​ຮຸນ​ແຮງ ຫຼື​ບາງ​ຄັ້ງ​ອາດ​ມີ​ພາ­ວະ​ຢຸດ​ຫາຍ­ໃຈ​ຂະ­ນະ​ຫຼັບ​ໄດ້. ສາ­ເຫດ​ຂອງ​ການ​ນອນ​ກົນ ສ່ວນ​ຫຼາຍ​ແມ່ນ​ເນື່ອງ​ຈາກ…

ວິທີກຳຈັດ “ເຊວລູໄລ” ຕົວທຳຮ້າຍຄວາມໝັ້ນໃຈຂອງໄວໜຸ່ມສາວ

ໄວ​ໜຸ່ມ​ສາວ​ ຫຼາຍ​ຄົນ​ກໍ​ຄົງ​ຈະ​ເກີດ​ຄວາມ​ບໍ່​ໝັ້ນ​ໃຈ​ຖ້າ​ຮູບ​ຮ່າງ​ບໍ່​ສວຍ​ງາມ ​ທັງ​ພົບ​ຄວາມ​ຫຍຸ້ງ­ຍາກ​ເວ­ລາ​ເລືອກ​ເຄື່ອງ­ນຸ່ງ​ໃຫ້​ພໍ­ດີ​ຕົວ. ເຊິ່ງ​ສິ່ງ​ທີ່​ເຮັດ​ໃຫ້​ຂາດ​ຄວາມ​ໝັ້ນ​ໃຈ ກໍ​ຄື ເຊວ​ລູ​ໄລ​ເພາະ ເຊວ​ລູ​ໄລ (Cellulite) ເປັນ​ໄຂ­ມັນ​ທີ່​ແຊກ​ຢູ່​ຕາມ​ຊັ້ນ​ຜິວ ຊຶ່ງ​ສົ່ງ​ຜົນ​ໃຫ້​ຜິວ​ບໍ່​ລຽບ ແຕກ​ລາຍ​ເໝືອນ​ເປືອກ​ໝາກ­ກ້ຽງ ໂດຍ​ສາ­ເຫດ​ສ່ວນ​ໃຫຍ່​ທີ່​ເຮັດ​ໃຫ້​ເກີດ​ເຊວ​ລູ​ໄລ​ນັ້ນ ມັກ​ເກີດ​ຂຶ້ນ​ຈາກ​ການ​ຮັບ​ປະ­ທານ​ອາ­ຫານ​ຜິດ​ວິ­ທີ ລະ­ບົບ​ເຜົາ​ຜານ​ໄຂ­ມັນ​ໃນ​ຮ່າງ­ກາຍ​ທີ່​ຜິດ​ປົກ­ກະ­ຕິ ລະ­ບົບ​ໄຫຼ​ວຽນ​ຂອງ​ເລືອດ ແລະ…

ວິທີທົດສອບວ່າ ນ້ຳເຜິ້ງແທ້ ຫຼື ປອມ ດ້ວຍຕົວເອງ

ນ້ຳ­ເຜິ້ງ​ເປັນ​ອາ­ຫານ​ທີ່​ມີ​ປະ­ໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ທຳ​ມະ​ຊາດ ພຽງ​ແຕ່​ກິນ​ໃນ​ຕອນ​ເຊົ້າ​ໜຶ່ງ​ບ່ວງ​ກາ­ເຟ ສາ­ມາດ​ກະ​ຕຸ້ນ​ລະ­ບົບ​ຕ່າງໆ​ຂອງ​ຮ່າງ­ກາຍ ໃຫ້​ມີ​ເຫື່ອ­ແຮງ​ໃນ​ການ​ສູ້​ຊີ­ວິດ​ໃນ​ແຕ່​ລະ​ມື້ ນ້ຳ­ເຜິ້ງ​ຄື​ສານ​ອາ­ຫານ​ທີ່​ດີ​ທີ່​ສຸດ​ກວ່າ​ອາ­ຫານ​ເສີມ​ອື່ນໆ​ອີກ ນ້ຳ­ເຜິ້ງ​ຄື​ອາ­ຫານ​ທຳ​ມະ​ຊາດ​ທີ່​ມີ​ຄຸນ­ຄ່າ​ທີ່​ສຸດ ແລະ ເຮົາ​ມີ​ວິ­ທີ​ທົດ​ສອບ​ວ່າ ເປັນ​ນ້ຳ­ເຜິ້ງ​ແທ້ ຫຼື ນ້ຳ​ປອມ ດ້ວຍ​ຕົວ​ທ່ານ​ເອງ​ດັ່ງ­ນີ້: 1. ນ້ຳ­ເຜິ້ງ​ຈະ​ຈັບ​ໂຕ​ເປັນ​ຕະ​ກອນ ເມື່ອ​ເຮົາ​ປະ​ໄວ້​ດົນ ຖ້າ​ນ້ຳ­ເຜິ້ງ​ປອມ​ຈະ​ຢູ່​ໃນ​ໃນ​ສະ­ພາບ​ແຫຼວ​ຄື​ກັບ​ນ້ຳ​ເຊື່ອມ…

ໝາກຂຽບ ໝາກໄມ້ບຳລຸງສາຍຕາ ແລະ ປິ່ນປົວພະຍາດເລືອດຈາງ

ໝາກ­ຂຽບ ເປັນ​ໝາກ​ໄມ້​ທີ່​ມີ​ວິ­ຕາ­ມິນ C ວີ​ຕາ​ມິນ B6 ແລະ ແຮ່​ທາດ ເຊັ່ນ: ໂຟ​ແທດ​ຊຽມ ແລະ ແມັກ​ນີ​ຊຽມ​ວິ­ຕາ­ມິນ C ແມ່ນ​ສາ­ມາດ​ຕ້ານ​ອາ­ການ​ອັກ­ເສບ ແລະ ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ຂອງ​ການ​ເປັນ​ພະ­ຍາດ​ຫອບ​ຫືດ…

10 ໄພອັນຕະລາຍ ທີ່ແອບແຝງຕົວຢູ່ໃນ “ຫ້ອງນອນ”

1. ໃນ​ແຕ່​ລະ​ຄືນ ເຮົາ​ນອນ​ຫຼັບ​ກັບ​ຝຸ່ນ​ລະ­ອອງ​ປະ­ມານ 1,5 ລ້ານ​ໂຕ Carolyn Forte ຜູ້­ອຳ­ນວຍ­ການ​ຂອງ​ຫ້ອງ​ທົດ​ລອງ​ສະ​ຖາ​ບັນ Good Housekeeping ບອກ​ວ່າ ນີ້​ເປັນ​ເລື່ອງ​ຈິງ ບ່ອນ​ນອນ​ຂອງ​ເຮົາ​ມີ​ລະ­ອອງ​ຝຸ່ນ​ຈຳ­ນວນ​ມະ­ຫາ­ສານ ພວກ​ມັນ​ມັກ​ຄວາມ​ຊຸ່ມ ດັ່ງ­ນັ້ນ​ເຮົາ​ຕ້ອງ­ການ​ຈະ​ຫຼຸດ​ຈຳ­ນວນ​ພວກ​ມັນ​ລົງ ກໍ​ຕ້ອງ​ໃຫ້​ອາ­ກາດ​ເຂົ້າ​ໄປ​ເຮັດ​ໃຫ້​ຄວາມ​ຊຸ່ມ​ລະ​ເຫີຍ​ອອກ​ໄປ…

ພຽງແຕ່ຍ່າງ ກໍຊ່ວຍຫຼຸດນ້ຳໜັກໄດ້

ຮູ້​ຫຼື​ບໍ່… ພຽງ​ແຕ່ “ຍ່າງ” ກໍ​ສາ­ມາດ​ຊ່ວຍ​ໃຫ້​ທ່ານ​ຫຼຸດ​ນ້ຳ­ໜັກ ແລະ ມີ​ສຸ­ຂະ­ພາບ​ທີ່​ດີ​ໄດ້ ອີກ​ທັງ​ຍັງ​ເປັນ​ການ​ອອກ­ກຳ­ລັງ​ກາຍ​ທີ່​ງ່າຍ ສະ­ດວກ ແລະ ປອດ​ໄພ​ອີກ​ດ້ວຍ. ປະ­ໂຫຍດ​ຂອງ​ການ​ຍ່າງ – ການ​ຍ່າງ ຊ່ວຍ​ໃຫ້​ຮ່າງ­ກາຍ​ແຂງ­ແຮງ​ສົມ­ບູນ ອີກ​ທັງ​ຍັງ​ສ້າງ​ຄວາມ​ແຂງ­ແຮງ​ໃຫ້​ແກ່​ກ້າມ­ຊີ້ນ​ສົ້ນ​ນ່ອງ ຊ່ວຍ​ກະ​ຊັບ​ໜ້າ​ທ້ອງ…

ພູມແພ້ ຕົ້ນເຫດຂອງຂອບຕາດຳ

ຄົນ​ທີ່​ເປັນ​ໂລກ​ພູມ​ແພ້ ມັກ​ຈະ​ມີ​ຂອບ​ຕາ​ດຳ​ຄ້ຳ ທັງໆ​ທີ່​ເຮົາ​ກໍ​ພັກ­ຜ່ອນ​ຢ່າງ​ເຕັມ­ທີ່ ຫຼາຍ​ຄົນ​ບອກ​ວ່າ ທາ​ຄີມ ຫຼື​ທາ​ທຣີດ​ເມັນ​ເທົ່າ­ໃດ​ກໍ​ບໍ່​ເຊົາ ແມ່ນ​ລະ ເພາະ​ນັ້ນ​ບໍ່​ແມ່ນ​ການ​ປິ່ນ­ປົວ​ທີ່​ຖືກ­ຕ້ອງ ທີ່​ຈິງ​ແລ້ວ ອາ­ການ​ຂອບ​ຕາ​ດຳ​ຊ້ຳ​ທີ່​ເກີດ​ຈາກ​ໂລກ​ພູມ​ແພ້ ມີ​ວິ­ທີ​ປິ່ນ­ປົວ​ອາ­ການ​ໃຫ້​ຫຼຸດ​ໜ້ອຍ​ລົງ​ໄດ້ ໂດຍ​ປິ່ນ­ປົວ​ຈາກ​ຕົ້ນ​ເຫດ​ທີ່​ເຮັດ​ໃຫ້​ເກິດ​ໂລກ​ພູມ​ແພ້ ນີ້​ຄື​ວິ­ທີ​ທີ່​ໄດ້­ຜົນ​ຫຼາຍ​ທີ່​ສຸດ. ສາ­ເຫດ​ສຳ­ຄັນ​ຂອງ​ອາ­ການ​ຂອບ​ຕາ​ລຸ່ມ​ດຳ (allergic shiner)…

ຜິວພັນສົດໃສ ດ້ວຍ 5 ອາຫານທີ່ຫາກິນໄດ້ງ່າຍ

ເວົ້າ​ເຖິງ​ເລື່ອງ​ຂອງ​ຜິວ​ພັນ ແຕ່­ລະ­ຄົນ​ຕ່າງ​ກໍ​ຢາກ​ຈະ​ມີ​ສຸ­ຂະ­ພາບ​ຜິວ​ທີ່​ດີ​ດ້ວຍ​ກັນ​ທັງ​ນັ້ນ ໂດຍ​ສະ­ເພາະ ໄວ​ໜຸ່ມ​ສາວ​ທີ່​ປາ­ຖະ­ໜາ​ໃຫ້​ຜິວ​ມີ​ຄວາມ​ເປັ່ງ​ປະ­ກາຍ ສົດ­ໃສ ຫຼາຍ​ຄົນ​ເຖິງ​ກັບ​ຍອມ​ຈ່າຍ​ເງິນ​ບາງ​ສ່ວນ ເພື່ອ​ຖະ­ໜອມ​ບຳ­ລຸງ​ສຸ­ຂະ­ພາບ​ສ່ວນ​ນີ້​ກັນ​ເລີຍ ອັນ​ທີ່​ຈິງ​ແລ້ວ ດຽວ­ນີ້​ເຕັກ​ໂນ​ໂລ​ຊີ​ທາງ​ການ​ແພດ​ທີ່​ກ້າວ­ໜ້າ ໄດ້​ຄິດ​ຄົ້ນ​ວິ­ທີ​ການ​ຊ່ວຍ​ດູ​ແລ​ຜິວ​ພັນ​ໃຫ້​ກັບ​ທ່ານ​ຍິງ ຫຼື ແມ່ນ​ແຕ່​ທ່ານ​ຊາຍ​ທີ່​ສົນ­ໃຈ ມີ​ຄວາມ​ປອດ​ໄພ ແລະ ທີ່​ສຳ­ຄັນ ລາ­ຄາ​ບໍ່​ແພງ…

ບຳບັດຕໍ້ຫີນ ດ້ວຍຝາມື

“ຕໍ້​ຫີນ” ເຖິງ​ແມ່ນ​ເປັນ​ໂລກ​ທີ່​ບໍ່​ອັນ­ຕະ­ລາຍ​ເຖິງ​ຂັ້ນ​ເສຍ​ຊີ­ວິດ ແຕ່​ວ່າ​ສາ­ມາດ​ສົ່ງ​ຜົນ​ຮ້າຍ ເຮັດ​ໃຫ້​ສູນ​ເສຍ​ການ​ເບິ່ງ​ເຫັນ​ທັນ­ທີ ເພາະ​ຄວາມ​ຜິດ​ປົກ­ກະ­ຕິ​ຂອງ​ຄວາມ­ດັນ​ພາຍ​ໃນ​ໜ່ວຍ​ຕາ​ທີ່​ຄ່ອຍໆ​ເພີ່ມ​ສູງ​ຂຶ້ນ​ຢ່າງ​ຊ້າໆ ຈາກ​ການ​ອັ່ງ​ຂອງ​ຂອງ​ແຫຼວ​ພາຍ​ໃນ​ໜ່ວຍ​ຕາ ຈົນ​ທຳ­ລາຍ​ປະ­ສາດ​ຕາ ເຮັດ​ໃຫ້​ເລືອດ​ມາ​ລ້ຽງ​ປະ­ສາດ​ຕາ​ໄດ້​ບໍ່​ດີ​ເທົ່າ​ທີ່​ຄວນ ສົ່ງ​ຜົນ​ໃຫ້​ປະ­ສາດ​ຕາ​ເສື່ອມ ຂົ້ວ​ປະ­ສາດ​ຕາ​ຖືກ​ທຳ­ລາຍ ສາຍ­ຕາ​ຈະ​ມົວ​ລົງ​ຈົນ​ສູນ​ເສຍ​ການ​ເບິ່ງ​ເຫັນ​ໃນ​ທີ່​ສຸດ. ຊຶ່ງ​ປັດ­ຈຸ­ບັນ ຕໍ້​ຫີນ​ສ່ວນ​ໃຫຍ່ ປິ່ນ­ປົວ​ໃຫ້​ກັບ​ມາ​ເປັນ​ປົກ­ກະ­ຕິ​ບໍ່​ໄດ້ ແຕ່​ການ​ປິ່ນ­ປົວ​ທີ່​ຖືກ­ຕ້ອງ ສາ­ມາດ​ຖະ­ໜອມ​ສາຍ­ຕາ…

error: Content is protected !!