ວິທີທົດສອບວ່າ ນ້ຳເຜິ້ງແທ້ ຫຼື ປອມ ດ້ວຍຕົວເອງ

ນ້ຳ­ເຜິ້ງ​ເປັນ​ອາ­ຫານ​ທີ່​ມີ​ປະ­ໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ທຳ​ມະ​ຊາດ ພຽງ​ແຕ່​ກິນ​ໃນ​ຕອນ​ເຊົ້າ​ໜຶ່ງ​ບ່ວງ​ກາ­ເຟ ສາ­ມາດ​ກະ​ຕຸ້ນ​ລະ­ບົບ​ຕ່າງໆ​ຂອງ​ຮ່າງ­ກາຍ ໃຫ້​ມີ​ເຫື່ອ­ແຮງ​ໃນ​ການ​ສູ້​ຊີ­ວິດ​ໃນ​ແຕ່​ລະ​ມື້ ນ້ຳ­ເຜິ້ງ​ຄື​ສານ​ອາ­ຫານ​ທີ່​ດີ​ທີ່​ສຸດ​ກວ່າ​ອາ­ຫານ​ເສີມ​ອື່ນໆ​ອີກ ນ້ຳ­ເຜິ້ງ​ຄື​ອາ­ຫານ​ທຳ​ມະ​ຊາດ​ທີ່​ມີ​ຄຸນ­ຄ່າ​ທີ່​ສຸດ ແລະ ເຮົາ​ມີ​ວິ­ທີ​ທົດ​ສອບ​ວ່າ ເປັນ​ນ້ຳ­ເຜິ້ງ​ແທ້ ຫຼື ນ້ຳ​ປອມ ດ້ວຍ​ຕົວ​ທ່ານ​ເອງ​ດັ່ງ­ນີ້:

1. ນ້ຳ­ເຜິ້ງ​ຈະ​ຈັບ​ໂຕ​ເປັນ​ຕະ​ກອນ ເມື່ອ​ເຮົາ​ປະ​ໄວ້​ດົນ ຖ້າ​ນ້ຳ­ເຜິ້ງ​ປອມ​ຈະ​ຢູ່​ໃນ​ໃນ​ສະ­ພາບ​ແຫຼວ​ຄື​ກັບ​ນ້ຳ​ເຊື່ອມ ແລະ ຖອກ​ອອກ​ງ່າຍ.

2. ລອງ​ຢອດ​ນ້ຳ­ເຜິ້ງ​ລົງ​ໃນ​ຖ້ວຍ​ທີ່​ໃສ່​ນ້ຳ​ເບິ່ງ ຫາກ​ມັນ​ລະ­ລາຍ​ທັນ­ທີ ສະ­ແດງ​ວ່າ​ເປັນ​ນ້ຳ­ເຜິ້ງ​ປອມ ນ້ຳ­ເຜິ້ງ​ແທ້​ຈະ​ບໍ່​ລະ­ລາຍ​ທັນ­ທີ ຈະ​ຂົດ​ຈັບ​ໂຕ​ກັນ​ຢູ່.

3. ລອງ​ຢອດ​ນ້ຳ­ເຜິ້ງ​ລົງ​ນິ້ວ​ມື​ເບິ່ງ ຖ້າ​ຫາກ​ມັນ​ຂົດ​ຈັບ​ໂຕ​ກັນ​ຢູ່ ສະ­ແດງ​ວ່າ​ເປັນ​ນ້ຳ­ເຜິ້ງ​ແທ້ ນ້ຳ­ເຜິ້ງ​ປອມ​ຈະ​ກະ­ຈາຍ​ກັນ​ອອກ​ໄປ​ທົ່ວ​ນິ້ວ.

4. ລອງ​ຊີມ​ເບິ່ງ ຖ້າ​ມີ​ລົດ​ຊາດ​ປະ­ສົມ​ຫຼາຍ ຄື​ກັບ​ວ່າ​ມີ​ກິ່ນ​ຂອງ​ດອກ​ໄມ້ ຫຼື ຢາ­ພື້ນ­ເມືອງ ຄື​ນ້ຳ­ເຜິ້ງ​ແທ້ ນ້ຳ­ເຜິ້ງ​ປອມ​ຈະ​ມີ​ແຕ່​ລົດ​ຊາດ​ຫວານ​ເທົ່າ​ນັ້ນ.

5. ລອງ​ເອົາ​ໄມ້​ຂີດ​ໄຟ​ແຕະ​ນ້ຳ­ເຜິ້ງ​ໃຫ້​ຕິດ​ປາຍ​ໄມ້​ຂີດ​ໄຟ​ເລັກ​ໜ້ອຍ ກ່ອນ​ທີ່​ຈະ​ຈູດ​ໄມ້​ຂີດ​ໄຟ ຖ້າ​ຫາກ​ເປັນ​ນ້ຳ­ເຜິ້ງ​ແທ້ ໄມ້​ຂີດ​ຈະ​ຕິດ​ໄຟ ແລະ ຈະ​ເຜົາ​ນ້ຳ­ເຜິ້ງ​ໄປ​ນຳ ຖ້າ​ຫາກ​ເປັນ​ນ້ຳ­ເຜິ້ງ​ປອມ​ຈະ​ຈູດ​ໄຟ​ບໍ່​ຕິດ​ໄຟ ເພາະ​ມັນ​ມີ​ຄວາມ​ປຽກ​ຈາກ​ສານ​ເຄ​ມີ​ທີ່​ເຂົາ​ປະ­ສົມ​ລົງ​ໄປ.

ວ. ດາ­ລາ​ວົງ ນຳ​ສະ­ເໜີ

error: Content is protected !!