ໝາກຂຽບ ໝາກໄມ້ບຳລຸງສາຍຕາ ແລະ ປິ່ນປົວພະຍາດເລືອດຈາງ

ໝາກ­ຂຽບ ເປັນ​ໝາກ​ໄມ້​ທີ່​ມີ​ວິ­ຕາ­ມິນ C ວີ​ຕາ​ມິນ B6 ແລະ ແຮ່​ທາດ ເຊັ່ນ: ໂຟ​ແທດ​ຊຽມ ແລະ ແມັກ​ນີ​ຊຽມ​ວິ­ຕາ­ມິນ C ແມ່ນ​ສາ­ມາດ​ຕ້ານ​ອາ­ການ​ອັກ­ເສບ ແລະ ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ຂອງ​ການ​ເປັນ​ພະ­ຍາດ​ຫອບ​ຫືດ ວິ­ຕາ­ມິນ B6 ຊ່ວຍ​ປ້ອງ​ກັນ​ການ​ອັກ­ເສບ​ຂອງ​ຫຼອດ​ລົມ ແລະ ມີ​ປະ­ໂຫຍດ​ຫຼາຍ​ຢ່າງ​ດັ່ງ­ນີ້.

1. ຮັກ­ສາ​ຕ່ອມ​ໄທ​ລອຍ:  ເພາະ​ໝາກ­ຂຽບ​ມີ​ແຮ່​ທາດ​ທີ່​ຊ່ວຍ​ຮັກ­ສາ​ຕ່ອມ​ໄທ​ລອຍ​ຫຼາຍ​ທີ່​ສຸດ ແລະ ມີ​ຄວາມ​ສຳ­ຄັນ​ຫຼາຍ​ໃນ​ການ​ຜະ­ລິດ​ໂຮ​ໂມນ​ໄທ​ລອຍ.

2. ຊ່ວຍ​ສ້າງ​ພະ­ລັງ​ໃຫ້​ແກ່​ຮ່າງ­ກາຍ: ເພາະ​ວິ­ຕາ­ມິນ B ເປັນ­ສານ​ອາ­ຫານ ທີ່​ສາ­ມາດ​ຊ່ວຍ​ປ່ຽນ​ນ້ຳ­ຕານ​ໃຫ້​ເປັນ​ພະ­ລັງ­ງານ ເມື່ອ​ເຮົາ​ເມື່ອຍ ຄວນ​ກິນ​ໝາກ­ຂຽບ ເພາະ​ເປັນ​ແຫຼ່ງ​ລວມ​ຂອງ​ວິ­ຕາ­ມິນ B ທີ່​ຊ່ວຍ​ສ້າງ​ພະ­ລັງ­ງານ​ໃຫ້​ແກ່​ຮ່າງ­ກາຍ.

3. ເຮັດ​ໃຫ້​ກະ­ດູກ​ແຂງ­ແຮງ: ໝາກ­ຂຽບ​ມີ​ແມັກ​ນີ​ຊຽມ ເມື່ອ​ເຮົາ​ກິນ​ເຂົ້າ​ໄປ ຈະ​ເຮັດ​ໃຫ້​ມັນ​ໄປ​ປະ­ສົມ​ກັບ​ແຄວ​ຊຽມ​ທີ່­ຢູ່​ໃນ​ກະ­ດູກ ຈະ​ຊ່ວຍ​ເພີ່ມ​ໃຫ້​ກະ­ດູກ​ໜາ​ຂຶ້ນ ແລະ ແຂງ­ແຮງ.

4. ຫຼຸດ​ຄໍ​ເລດ​ເຕີ​ລໍ: ໝາກ​ໄມ້​ຊະ­ນິດ​ນີ້​ມີ ໄນ​ອາ​ຊິນ (ວິ­ຕາ­ມິນ B) ເຊິ່ງ​ມີ​ຄວາມ​ສາ­ມາດ​ໃນ​ການ​ຫຼຸດ​ຄໍ​ເລດ​ເຕີ​ລໍ​ໄດ້​ຢ່າງ​ດີ.

5. ປ້ອງ​ກັນ​ບັນ­ຫາ​ທີ່​ອາດ​ເກີດ​ຂຶ້ນ​ຈາກ​ການ​ຖື­ພາ: ເພາະ​ໝາກ­ຂຽບ ມີ​ວິ­ຕາ­ມິນ B9 ທີ່​ມີ​ບົດ­ບາດ​ສຳ­ຄັນ​ໃນ​ການ​ຊ່ວຍ​ປ້ອງ​ກັນ​ບັນ­ຫາ​ທໍ່​ເສັ້ນ­ປະ­ສາດ​ສຳ­ລັບ​ລູກ­ນ້ອຍ.

6. ບຳ­ລຸງ​ສາຍ­ຕາ: ວິ­ຕາ­ມິນ​ເອ ທີ່​ມີ​ຢູ່​ໃນ​ໝາກ­ຂຽບ ສາ­ມາດ​ຊ່ວຍ​ດູ​ແລ​ຮັກ­ສາ​ສຸ­ຂະ­ພາບ​ຕາ ເພາະ​ມີ​ຄຸນ­ສົມ­ບັດ​ໃນ​ການ​ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ ເຊິ່ງ​ສານ​ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ​ຈະ​ຊ່ວຍ​ປ້ອງ​ກັນ​ຈໍ​ປະ­ສາດ​ຕາ ແລະ ແກ້ວ­ຕາ ຈາກ​ອະ­ນຸ​ມູນ​ອິດ­ສະ­ຫຼະ​ທີ່​ເປັນ​ອັນ­ຕະ­ລາຍ.

7. ຊ່ວຍ​ປິ່ນ­ປົວ​ເລືອດ​ຈາງ: ໝາກ­ຂຽບ​ມີ​ທາດ​ເຫຼັກ ເຊິ່ງ​ເປັນ​ແຮ່​ທາດ​ທີ່​ສຳ­ຄັນ​ໃນ​ການ​ຜະ­ລິດ​ເຊວ​ເມັດ​ເລືອດ​ແດງ​ຫາກ​ກິນ​ໝາກ­ຂຽບ​ຕະ­ຫຼອດ ຈະ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ເລືອດ​ຈາງ​ໄດ້.

ວ.ດາ­ລາ​ວົງ ນຳ​ສະ­ເໜີ

error: Content is protected !!