10 ໄພອັນຕະລາຍ ທີ່ແອບແຝງຕົວຢູ່ໃນ “ຫ້ອງນອນ”

1. ໃນ​ແຕ່​ລະ​ຄືນ ເຮົາ​ນອນ​ຫຼັບ​ກັບ​ຝຸ່ນ​ລະ­ອອງ​ປະ­ມານ 1,5 ລ້ານ​ໂຕ Carolyn Forte ຜູ້­ອຳ­ນວຍ­ການ​ຂອງ​ຫ້ອງ​ທົດ​ລອງ​ສະ​ຖາ​ບັນ Good Housekeeping ບອກ​ວ່າ ນີ້​ເປັນ​ເລື່ອງ​ຈິງ ບ່ອນ​ນອນ​ຂອງ​ເຮົາ​ມີ​ລະ­ອອງ​ຝຸ່ນ​ຈຳ­ນວນ​ມະ­ຫາ­ສານ ພວກ​ມັນ​ມັກ​ຄວາມ​ຊຸ່ມ ດັ່ງ­ນັ້ນ​ເຮົາ​ຕ້ອງ­ການ​ຈະ​ຫຼຸດ​ຈຳ­ນວນ​ພວກ​ມັນ​ລົງ ກໍ​ຕ້ອງ​ໃຫ້​ອາ­ກາດ​ເຂົ້າ​ໄປ​ເຮັດ​ໃຫ້​ຄວາມ​ຊຸ່ມ​ລະ​ເຫີຍ​ອອກ​ໄປ ເປີດ​ຜ້າ­ຫົ່ມ ແລະ ຜ້າ​ປູ​ຈັດ​ໃຫ້​ຮຽບ​ຮ້ອຍ.

2. ພົມ​ປູ​ພື້ນ ມີ​ແບັກ​ທີ​ເຣຍ​ຫຼາຍ​ກວ່າ​ໃນ​ຫ້ອງ​ນ້ຳ​ເຖິງ 4.000 ເທົ່າ ດັ່ງ­ນັ້ນ​ຕ້ອງ​ທຳ​ຄວາມ​ສະ­ອາດ ຕະຫຼອດ​ດູດ​ຝຸ່ນ​ຢ່າງ​ໜ້ອຍ​ອາ­ທິດ​ລະ​ຄັ້ງ ເພື່ອ​ບໍ່​ໃຫ້​ເຊື້ອ​ໂລກ​ເຕີບ​ໂຕ​ຂະ­ຫຍາຍ­ຕົວ​ໄປ​ອີກ.

3. ໂທລະ­ສັບ​ມື​ຖື ເປັນ​ສິ່ງ​ທີ່​ເປື້ອນ​ຫຼາຍ ເຮົາ​ບໍ່​ພຽງ​ແຕ່​ເອົາ​ມາ​ແນບ​ໜ້າ ແຕ່​ເຮົາ​ຍັງ​ເອົາ​ມາ​ໄວ້​ໃນ​ບ່ອນ​ນອນ ເຮົາ​ຄວນ​ທຳ​ຄວາມ​ສະ­ອາດ​ໂທລະ­ສັບ​ດ້ວຍ​ການ​ນຳ​ຜ້າ​ຈຸບ​ນ້ຳ​ເຫຼົ້າ​ມາ​ເຊັດ​ຢ່າງ​ໜ້ອຍ 2-3 ວັນ/ຄັ້ງ.

4. ໝອນ​ທີ່​ເຮົາ​ນອນ​ເຕັມ​ໄປ​ດ້ວຍ​ຝຸ່ນ ແລະ ເສດ​ຜິວ­ໜັງ​ທີ່​ຕາຍ​ແລ້ວ ສະ​ສົມ​ກັນ​ມາ​ຫຼາຍ​ປີ ມີ​ການ​ສຶກ​ສາ​ພົບ​ວ່າ​ນ້ຳ­ໜັກ​ຂອງ​ໝອນ​ຈະ​ເພີ່ມ​ຂຶ້ນ 2 ເທົ່າ ໃນ​ເວ­ລາ 3 ປີ ນັ້ນ​ເປັນ​ເພາະ​ມັນ​ສະ​ສົມ​ຄວາມ​ເປື້ອນ​ເຫຼົ່າ​ນີ້ ເຮົາ​ຈຶ່ງ​ຄວນ​ທຳ​ຄວາມ​ສະ­ອາດ​ໝອນ​ດ້ວຍ​ການ​ຊັກ.

5. ບ່ອນ​ນອນ​ຂອງ​ເຮົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ເປີ​ເປື້ອນ ໃນ​ເວ­ລາ 8 ປີ ບ່ອນ​ນອນ​ຂອງ​ເຮົາ​ຈະ​ມີ​ເຊວ​ທີ່​ຕາຍ​ໄປ​ແລ້ວ​ສະ​ສົມ​ຢູ່​ຈຳ­ນວນ​ຫຼາຍ ດັ່ງ­ນັ້ນ​ຈຶ່ງ​ຄວາມ​ທຳ​ຄວາມ​ສະ­ອາດ.

6. ຊຸດ​ນອນ ກໍ​ເປັນ​ຮັງ​ຂອງ​ແບັກ​ທີ​ເຣຍ ຫຼາຍໆ​ຄົນ​ຍອມ­ຮັບ​ວ່າ​ຊຸດ​ນອນ​ທຸກ​ວັນ ບາງ­ເທື່ອ​ກໍ​ນຸ່ງ​ແລ້ວ​ນຸ່ງ​ອີກ​ດົນ​ເປັນ​ອາ­ທິດ ນັ້ນ​ເຮັດ​ໃຫ້​ຊຸດ​ນອນ​ກາຍ­ເປັນ​ແຫຼ່ງ​ສະ​ສົມ​ເຊື້ອ​ແບັກ​ທີ​ເຣຍ​ໄດ້ ຫາກ​ໃສ່ ກໍ​ບໍ່​ຄວນ​ຈະ​ເກີນ 3 ວັນ.

7. ເຮົາ​ເຮັດ​ເຫື່ອ​ຍ້ອຍ​ລົງ​ໄປ​ໃນ​ບ່ອນ​ນອນ​ປີ​ລະ 26 ແກ​ລອນ​ນັ້ນ ເຮັດ​ໃຫ້​ບ່ອນ​ນອນ​ມີ​ກິ່ນ ແລະ ມີ​ສິ່ງ​ເປື້ອນ​ຢູ່​ເຕັມ​ໄປ​ໝົດ ການ​ທຳ​ຄວາມ​ສະ­ອາດ ແລະ ສີດ​ສະ​ເປ ຈະ​ຊ່ວຍ​ກຳ­ຈັດ​ກິ່ນ ແລະ ຄວາມ​ຊຸ່ມ​ໄດ້.

8. ເຄື່ອງ​ສຳ­ອາງ​ເກົ່າ​ທີ່​ເກັບ​ໄວ້​ໃນ​ຫ້ອງ​ນອນ ມີ​ແບັກ​ທີ​ເຣຍ​ໃນ​ລະ­ດັບ​ທີ່​ເຮັດ​ໃຫ້​ອາດ​ບໍ່​ປອດ​ໄພ ເພາະ​ເຄີຍ​ມີ​ການ​ນຳ​ສິນ­ຄ້າ​ເຫຼົ່າ​ນີ້​ມາ​ທົດ​ສອບ ພົບ​ວ່າ​ເກັບ​ໄວ້​ດົນ ຫຼື​ໝົດ​ອາ­ຍຸ ເຄື່ອງ​ສຳ­ອາງ​ພວກ​ນີ້​ຈະ​ມີ​ແບັກ​ທີ​ເຣຍ​ເປັນ​ອັນ­ຕະ­ລາຍ​ຕໍ່​ສຸ­ຂະ­ພາບ.

9. ເຊື້ອ​ໄວ​ຣັສ ມີ​ຊີ­ວິດ​ຢູ່​ໃນ​ບັນ­ຍາ­ກາດ​ຂອງ​ຫ້ອງ​ນອນ​ໄດ້​ເຖິງ 48 ຊົ່ວ­ໂມງ ນັ້ນ​ໝາຍ​ຄວາມ​ວ່າ​ຫາກ​ມີ​ຄົນ​ເຈັບ​ຢູ່​ໃນ​ເຮືອນ​ຄົນ​ອື່ນໆ ຄົນ​ໃນ​ເຮືອນ​ກໍ​ຈະ​ກາຍ­ເປັນ​ເຫຍື່ອ​ຂອງ​ໄວ​ຣັສ​ໄດ້​ຄື​ກັນ ແລະ ເຊື້ອ​ນັ້ນ​ກໍ​ຈະ​ມີ​ອາ­ຍຸ​ຢູ່​ໃນ​ບ້ານ​ໄດ້​ດົນ​ເຖິງ 2 ວັນ ເຖິງ​ວ່າ​ຄົນ​ເຈັບ​ຈະ​ອອກ​ໄປ​ກໍ່​ຕາມ.

10. ການ​ນອນ​ກັບ​ສັດ­ລ້ຽງ ອາດ​ເຮັດ​ໃຫ້​ເຮົາ​ປ່ວຍ​ຫຼື​ອາດ​ຈະ​ຕິດ­ພະ­ຍາດ​ຈາກ​ສັດ​ໄດ້ Dr Jane Heller Charles Sturt University ບອກ​ວ່າ ການ​ຢູ່​ໃກ້​ກັບ​ສັດ­ລ້ຽງ​ກໍ​ເຮັດ​ໃຫ້​ເຮົາ​ມີ​ໂອ­ກາດ​ຕິດ­ເຊື້ອ ຫາກ​ໃຜ​ທີ່​ນອນ​ກັບ​ສັດ­ລ້ຽງ​ຕ້ອງ​ທຳ​ຄວາມ​ສະ­ອາດ​ບ່ອນ​ນອນ​ໃຫ້​ຫຼາຍ​ກວ່າ​ປົກ­ກະ­ຕິ ແລະ ທາງ​ທີ່​ດີ​ຄວນ​ຈັດ​ແບ່ງ​ຂອບ​ເຂດ​ຂອງ​ບ່ອນ​ນອນ​ໃຫ້​ຊັດ​ເຈນ​ວ່າ​ສ່ວນ​ໃດ​ເປັນ​ຂອງ​ທ່ານ ສ່ວນ​ໃດ​ເປັນ​ຂອງ​ສັດ­ລ້ຽງ.

error: Content is protected !!