ວິທີກຳຈັດ “ເຊວລູໄລ” ຕົວທຳຮ້າຍຄວາມໝັ້ນໃຈຂອງໄວໜຸ່ມສາວ

ໄວ​ໜຸ່ມ​ສາວ​ ຫຼາຍ​ຄົນ​ກໍ​ຄົງ​ຈະ​ເກີດ​ຄວາມ​ບໍ່​ໝັ້ນ​ໃຈ​ຖ້າ​ຮູບ​ຮ່າງ​ບໍ່​ສວຍ​ງາມ ​ທັງ​ພົບ​ຄວາມ​ຫຍຸ້ງ­ຍາກ​ເວ­ລາ​ເລືອກ​ເຄື່ອງ­ນຸ່ງ​ໃຫ້​ພໍ­ດີ​ຕົວ.

ເຊິ່ງ​ສິ່ງ​ທີ່​ເຮັດ​ໃຫ້​ຂາດ​ຄວາມ​ໝັ້ນ​ໃຈ ກໍ​ຄື ເຊວ​ລູ​ໄລ​ເພາະ ເຊວ​ລູ​ໄລ (Cellulite) ເປັນ​ໄຂ­ມັນ​ທີ່​ແຊກ​ຢູ່​ຕາມ​ຊັ້ນ​ຜິວ ຊຶ່ງ​ສົ່ງ​ຜົນ​ໃຫ້​ຜິວ​ບໍ່​ລຽບ ແຕກ​ລາຍ​ເໝືອນ​ເປືອກ​ໝາກ­ກ້ຽງ ໂດຍ​ສາ­ເຫດ​ສ່ວນ​ໃຫຍ່​ທີ່​ເຮັດ​ໃຫ້​ເກີດ​ເຊວ​ລູ​ໄລ​ນັ້ນ ມັກ​ເກີດ​ຂຶ້ນ​ຈາກ​ການ​ຮັບ​ປະ­ທານ​ອາ­ຫານ​ຜິດ​ວິ­ທີ ລະ­ບົບ​ເຜົາ​ຜານ​ໄຂ­ມັນ​ໃນ​ຮ່າງ­ກາຍ​ທີ່​ຜິດ​ປົກ­ກະ­ຕິ ລະ­ບົບ​ໄຫຼ​ວຽນ​ຂອງ​ເລືອດ ແລະ ຂອງ​ເສຍ ເຮັດ​ວຽກ​ບໍ່​ມີ​ປະ­ສິດ­ທິ­ພາບ ຫຼື ການ​ຂາດ​ການ​ອອກ ກຳ­ລັງ​ກາຍ​ຢ່າງ​ສະ​ໝ່ຳ​ສະ­ເໝີ.

ໂດຍ​ທົ່ວ​ໄປ ວິ­ທີ​ການ​ແກ້​ໄຂ​ບັນ­ຫາ​ເຊວ​ລູ​ໄລ ກໍ​ຈະ​ມີ​ຕັ້ງ­ແຕ່​ການ​ທາ​ຄີມ​ບຳ­ລຸງ​ເພື່ອ​ເພີ່ມ​ຄວາມ​ຊຸ່ມ​ຊືນ​ໃຫ້​ແກ່​ຜິວ ຊຶ່ງ​ເປັນ​ວິ­ທີ​ທີ່​ເຫັນ​ຜົນ​ບໍ່​ຫຼາຍ​ປານ­ໃດ​ອີກ​ວິ­ທີ​ກໍ​ເປັນ​ການ​ກິນ​ຢາ ຫຼື ຜະ­ລິດ​ຕະ​ພັນ​ເສີມ​ອາ­ຫານ  ທີ່​ຄິດ​ວ່າ​ຊ່ວຍ​ເພີ່ມ​ການ​ເຜົາ​ຜານ​ໄຂ­ມັນ ຫຼື​ໜັກ​ກວ່າ​ນັ້ນ​ອີກ ກໍ​ເປັນ​ການ​ສີດ​ສະ­ຫຼາຍ​ໄຂ­ມັນ ແລະ ສຸດ​ທ້າຍ​ຄື​ການ­ຜ່າ­ຕັດ ຊຶ່ງ​ແຕ່​ລະ­ວິ​ທີ​ກໍ​ໃຊ້​ງົບ­ປະ­ມານ ແລະ ຄວາມ​ອົດ­ທົນ​ຕໍ່​ຜົນ​ຂ້າງ­ຄຽງ​ທີ່​ແຕກ​ຕ່າງ​ກັນ​ໄປ.

ມີ​ບົດ​ຄວາມ​ວິ­ໄຈ​ຈາກ​ອາ​ເມ​ຣິ​ກາ ຊຶ່ງ​ມີ​ຄວາມ​ໜ້າ​ສົນ­ໃຈ ຢາກ​ຈະ​ມາ​ແບ່ງ­ປັນ​ໃຫ້​ຟັງ​ເພື່ອ​ເປັນ​ທາງ​ເລືອກ​ສຳ­ລັບ​ຄົນ​ທີ່​ຕ້ອງ­ການ​ກຳ­ຈັດ​ບັນ­ຫາ​ເຊວ​ລູ​ໄລ​ທີ່​ໃຫ້​ຜົນ​ຂ້າງ­ຄຽງ​ໜ້ອຍ ແລະ ເປັນ​ການ​ດູ​ແລ​ທີ່​ຖືກ​ຈຸດ ເພາະ​ເປັນ​ນະ​ວັດ­ຕະ​ກຳ​ທີ່​ໃຊ້​ພຽງ​ການ​ທາ​ຖູ ຈາກ​ສ່ວນ​ປະ­ສົມ​ທີ່​ມີ​ການ​ນຳ​ເຕັກ​ໂລ​ຊີ​ສົ່ງ​ຜ່ານ​ຊັ້ນ​ສູງ​ຂອງ​ໂມ­ລະ​ກຸນ​ທີ່​ນ້ອຍ​ພຽງ 0,01 ໄມ​ຄຣອນ.

ເຕັກ​ໂນ​ໂລ​ຊີ​ນີ້​ຄື SalSphereR Cellulite Eraser ທີ່​ຖືກ​ຄິດ​ຄົ້ນ​ຂຶ້ນ​ມາ​ເພື່ອ​ກຳ­ຈັດ​ບັນ­ຫາ​ເຊວ​ລູ​ໄລ​ໂດຍ​ກົງ ຈາກ​ສ່ວນ​ປະ­ກອບ​ທີ່​ມາ​ຈາກ​ທຳ​ມະ​ຊາດ ບໍ່​ວ່າ​ຈະ​ເປັນ Caffeine (ສານ​ສະ­ກັດ​ຄາ​ເຟ​ອີນ) ທີ່​ໃຊ້​ເພື່ອ​ກະ​ຕຸ້ນ​ການ​ສະ­ຫຼາຍ​ຕົວ​ຂອງ​ໂມ­ລະ​ກຸນ​ໄຂ­ມັນ ແລະ ເພີ່ມ​ການ​ໄຫຼ​ວຽນ​ເລືອດ.

Conjugated linoleic acid (ກົດ​ຄອນ​ຈູ​ເກດ ລິ​ໂນ​ເລ​ອິກ) ທີ່​ມີ​ປະ­ສິດ­ທິ­ພາບ​ໃນ​ການ​ຊ່ວຍ​ໃຫ້​ຜິວ​ທີ່​ຫຍາບ ເບິ່ງ​ເປັນ​ນຸ່ມ​ນວນ ແລະ ກະ​ຊັບ​ຂຶ້ນ.

L-carnitine (ແອ​ລ​ຄາຣ໌ນິ​ທີນ) ຊ່ວຍ​ເລັ່ງ​ຂະ​ບວນ​ການ​ອອກ​ຊິ​ເດ​ຊັນ​ໄຂ­ມັນ.

Rhodafiltrat palmaria (ສານ​ສະ­ກັດ​ຈາກ​ສາ​ຫຼ່າຍ) ຊ່ວຍ​ເພີ່ມ​ຄວາມ​ຂາວ​ໃສ​ຂອງ​ຜິວ ແລະ ເພີ່ມ​ປະ­ສິດ­ທິ­ພາບ​ໃນ​ການ​ຫຼຸດ​ອາ­ຫານ​ບວມ​ນ້ຳ ຈຶ່ງ​ຊ່ວຍ​ຂັບ​ໄຂ­ມັນ​ໄປ​ພ້ອມ​ກັບ​ການ​ລະ­ບາຍ​ນ້ຳ.

ໂດຍ​ສ່ວນ​ປະ­ສົມ​ດັ່ງ­ກ່າວ​ຈະ​ອອກ​ລິດ​ໂດຍ​ກົງ​ກັບ​ເຊລ​ໄຂ­ມັນ ແລະ ດ້ວຍ​ເຕັກ​ໂນ​ໂລ​ຊີ SalSphereR ຊັ້ນ​ສູງ ທີ່​ສາ­ມາດ​ກຳ­ນົດ​ເປົ້າ​ໝາຍ ໃນ​ການ​ສົ່ງ​ຜ່ານ​ສ່ວນ​ປະ­ສົມ​ທີ່​ມີ​ປະ­ໂຫຍດ​ໂດຍ​ກົງ ໄປ​ຍັງ​ຊັ້ນ​ຜິວ­ໜັງ​ທີ່​ເລິກ​ກວ່າ.

ວິ­ທີ​ການ​ນີ້​ໄດ້​ຮັບ​ການ​ຍອມ­ຮັບ​ທົ່ວ​ໂລກ ແລະ ຈາກ​ອົງ­ການ​ນາ​ຊ່າ​ວ່າ​ເປັນ​ເຕັກ​ໂນ​ໂລ​ຊີ​ລະ­ດັບ​ນາ​ໂນ ທີ່​ຊ່ວຍ​ປົດ​ປ່ອຍ​ສ່ວນ​ປະ­ສົມ​ຕ່າງໆ​ໃຫ້​ມີ​ປະ­ສິດ­ທິ­ພາບ ເພື່ອ​ຜົນ​ຮັບ​ທີ່​ຍາວ​ນານ​ຂຶ້ນ ຈຶ່ງ​ຊ່ວຍ​ແກ້​ບັນ­ຫາ​ຂອງ​ເຊວ​ລູ​ໄລ ແລະ ປັບ​ສະ­ພາບ​ຜິວ​ໃຫ້​ລຽບ​ນຽນ​ໄດ້​ຢ່າງ​ມີ​ປະ­ສິດ­ທິ­ພາບ.

ກໍ​ນັບ​ເປັນ­ຄວາມ​ຮູ້​ໃໝ່ ແລະ ທາງ​ເລືອກ​ໃໝ່​ອີກ​ແບບ​ໜຶ່ງ ຊຶ່ງ​ຈະ​ເຂົ້າ​ມາ​ເປັນ​ຕົວ​ຊ່ວຍ​ໃຫ້​ສາວໆ​ໝັ້ນ​ອົກ​ໝັ້ນ​ໃຈ ໃນ​ເລື່ອງ​ຄວາມ​ສວຍ​ຄວາມ​ງາມ​ຍິ່ງ​ຂຶ້ນ ໂດຍ​ບໍ່​ຕ້ອງ​ຜ່າ­ຕັດ​ໃຫ້​ເຈັບ​ຕົວ ຫຼື​ກິນ​ຢາ ທີ່​ຕ້ອງ​ແລກ ຕ້ອງ​ສ່ຽງ​ກັບ​ຜົນ​ຂ້າງ­ຄຽງ​ທີ່​ອາດ​ຈະ​ມີ.

ຢ່າງ­ໃດ​ກໍ​ດີ ສຸດ​ທ້າຍ​ແລ້ວ​ກໍ​ຄົງ​ຕ້ອງ​ຢ້ອນ​ກັບ​ໄປ​ທີ່​ຈຸດ​ເລີ່ມ​ຕົ້ນ​ນັ້ນ ກໍ​ຄື ຖ້າ​ບໍ່​ຢາກ​ຈະ​ມີ​ເຊວ​ລູ​ໄລ​ກວນ​ໃຈ​ກວນ​ຕາ ກໍ​ໝັ່ນ​ດູ​ແລ​ຕົວ​ເອງ ສຳ­ຄັນ​ທີ່​ສຸດ ກໍ​ຄື ການ​ອອກ­ກຳ­ລັງ​ເປັນ​ປະ­ຈຳ​ສະ​ໝ່ຳ​ສະ­ເໝີ ເພື່ອ​ຄວາມ​ສ້າງ​ສົມ­ບູນ ແລະ ສົດ­ໃສ ບໍ່​ໃຫ້​ເຊວ​ລູ​ໄລ​ມາ​ແຊກ​ຕົວ​ຢູ່​ກັບ​ຜິວ​ຂອງ​ເຮົາ​ໄດ້.

error: Content is protected !!