ຜິວພັນສົດໃສ ດ້ວຍ 5 ອາຫານທີ່ຫາກິນໄດ້ງ່າຍ

ເວົ້າ​ເຖິງ​ເລື່ອງ​ຂອງ​ຜິວ​ພັນ ແຕ່­ລະ­ຄົນ​ຕ່າງ​ກໍ​ຢາກ​ຈະ​ມີ​ສຸ­ຂະ­ພາບ​ຜິວ​ທີ່​ດີ​ດ້ວຍ​ກັນ​ທັງ​ນັ້ນ ໂດຍ​ສະ­ເພາະ ໄວ​ໜຸ່ມ​ສາວ​ທີ່​ປາ­ຖະ­ໜາ​ໃຫ້​ຜິວ​ມີ​ຄວາມ​ເປັ່ງ​ປະ­ກາຍ ສົດ­ໃສ ຫຼາຍ​ຄົນ​ເຖິງ​ກັບ​ຍອມ​ຈ່າຍ​ເງິນ​ບາງ​ສ່ວນ ເພື່ອ​ຖະ­ໜອມ​ບຳ­ລຸງ​ສຸ­ຂະ­ພາບ​ສ່ວນ​ນີ້​ກັນ​ເລີຍ

ອັນ​ທີ່​ຈິງ​ແລ້ວ ດຽວ­ນີ້​ເຕັກ​ໂນ​ໂລ​ຊີ​ທາງ​ການ​ແພດ​ທີ່​ກ້າວ­ໜ້າ ໄດ້​ຄິດ​ຄົ້ນ​ວິ­ທີ​ການ​ຊ່ວຍ​ດູ​ແລ​ຜິວ​ພັນ​ໃຫ້​ກັບ​ທ່ານ​ຍິງ ຫຼື ແມ່ນ​ແຕ່​ທ່ານ​ຊາຍ​ທີ່​ສົນ­ໃຈ ມີ​ຄວາມ​ປອດ​ໄພ ແລະ ທີ່​ສຳ­ຄັນ ລາ­ຄາ​ບໍ່​ແພງ ຊຶ່ງ​ໃຜ​ທີ່​ມີ​ກຳ­ລັງ​ຊັບ ຈະ​ໄປ​ໃຊ້​ບໍ­ລິ­ການ​ອັນ​ໃດ​ແບບ​ນັ້ນ ກໍ​ບໍ່​ມີ​ບັນ­ຫາ ແຕ່​ແນະ­ນຳ​ວ່າ​ຕ້ອງ​ເປັນ​ທ່ານ­ໝໍ​ທີ່​ມີ​ຄວາມ​ຊຳ­ນານ ແລະ ໄວ້­ໃຈ​ໄດ້​ເທົ່າ​ນັ້ນ ເພາະ​ບໍ່​ດັ່ງ­ນັ້ນ ຈະ​ເກີດ​ອັນ­ຕະ­ລາຍ ຫຼື​ຜົນ​ຂ້າງ­ຄຽງ​ຕາມ​ທີ່​ເຫັນ​ເປັນ​ຂ່າວ​ຢູ່​ຫຼາຍ​ຄັ້ງ.

ຢ່າງ­ໃດ​ກໍ​ຕາມ ວັນ​ນີ້​ທ່ານ­ໝໍ​ຈະ​ມາ​ແນະ­ນຳ​ຕົວ​ຊ່ວຍ ໃນ​ການ​ດູ​ແລ​ຜິວ​ພັນ​ແບບ​ທີ່​ຫາ​ກິນ​ໄດ້​ງ່າຍໆ ແຖມ​ມີ​ລາ­ຄາ​ບໍ່​ແພງ ແຕ່​ເປັນ “ອາ­ຫານ​ຜິວ” ຊັ້ນ​ຍອດ ມາ​ເບິ່ງ​ເລີຍ​ວ່າ ມີ​ອັນ​ໃດ​ກັນ​ແດ່.

ຊັອກ​ໂກ​ແລັດ​ດຳ

ສານ​ສຳ­ຄັນ​ຕົວ​ໜຶ່ງ​ຊຶ່ງ​ຢູ່​ໃນ​ຂອງ​ກິນ​ຊະ­ນິດ​ນີ້ ມີ​ຊື່­ວ່າ “ໂກ​ໂກ້​ໂຟ​ລວ­າ​ນອຍສ໌” ເພາະ​ມັນ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ອາ­ລົມ​ທີ່​ສົດ­ຊື່ນ​ແຈ່ມ​ໃສ ນອກ​ເໜືອ​ໄປ​ຈາກ​ນັ້ນ­ແລ້ວ ສານ​ຕົວ​ທີ່​ວ່າ​ນີ້ ຍັງ​ສົ່ງ​ຜົນ​ຕໍ່​ຜິວ​ຂອງ​ເຮົາ​ໂດຍ​ກົງ ເຮັດ​ໃຫ້​ຜິວ​ມີ​ຄວາມ​ນຸ່ມ ແລະ ຊຸ່ມ​ຊື່ນ​ຂຶ້ນ​ອີກ​ຕ່າງ­ຫາກ ໃຜ​ມີ​ບັນ­ຫາ​ເລື່ອງ​ຜິວ​ແຫ້ງ ລອງ​ກິນ​ເປັນ​ປະ­ຈຳ​ເບິ່ງ​ເດີ ຊ່ວຍ​ໄດ້​ແນ່­ນອນ.

ນ້ຳ­ໝາກ​ເລັ່ນ

ເຖິງ​ແມ່ນ​ວ່າ​ເຮົາ​ອາດ​ຈະ​ບໍ່​ມັກ​ກິນ​ໝາກ​ເລັ່ນ​ເປັນ​ໜ່ວຍໆ​ໄດ້ ແຕ່​ເຮົາ​ກໍ​ສາ­ມາດ​ກິນ​ແບບ​ເປັນ​ນ້ຳ​ໄດ້ ຊຶ່ງ​ຈະ​ປັ່ນ​ເອງ ຫຼື​ວ່າ​ຊື້​ຫາ​ຈາກ​ຮ້ານ​ສະ­ດວກ​ຊື້​ຕ່າງໆ​ໄດ້​ຢ່າງ​ງ່າຍ­ດາຍ ໝາກ​ເລັ່ນ​ນີ້ ຮູ້​ກັນ​ດີ​ວ່າ​ເປັນ​ຕົວ​ເພີ່ມ​ພະ­ລັງ​ໃຫ້​ກັບ​ຜິວ​ພັນ​ຂອງ​ເຮົາ​ໄດ້​ຢ່າງ​ດີ ນອກ­ຈາກ​ນີ້ ໃຜ​ທີ່​ຮູ້­ສຶກ​ວ່າ​ຜິວ​ເສຍ ຢາກ​ມີ​ຜິວ​ສວຍ​ງາມ ໝາກ​ເລັ່ນ​ກໍ​ຊ່ວຍ​ຟື້ນ​ຟູ ແລະ ປັບ​ສະ­ພາບ​ໃຫ້​ດີ​ຂຶ້ນ​ໄດ້​ເຊັ່ນ​ກັນ ແຕ່​ກໍ​ຕ້ອງ​ກິນ​ເປັນ​ປະ­ຈຳ.

ນ້ຳ​ສົ້ມ

ພົບ​ໝາກ​ເລັ່ນ​ເຂົ້າ​ໄປ ຫຼາຍ​ຄົນ​ອາດ​ຈະ​ຮ້ອງ​ອຶ ເພາະ​ຮູ້­ສຶກ​ວ່າ​ກິນ​ຍາກ ແນະ­ນຳ​ອັນ​ນີ້​ເລີຍ ກິນ​ງ່າຍ​ສຸດໆ ບໍ່​ວ່າ​ຈະ​ກິນ​ແບບ​ເປັນ​ໝາກ ຫຼື​ໃນ​ຮູບ​ແບບ​ຂອງ​ນ້ຳ​ສົ້ມ  ກໍ​ແຊບ​ທັງ​ນັ້ນ  ແລະ  ທີ່​ສຳ­ຄັນ ໃນ​ໝາກ­ກ້ຽງ​ນີ້​ແຫຼະ ຄື​ສູນ​ລວມ​ແຫຼ່ງ​ວິ­ຕາ­ມິນ C ໃນ​ລະ­ດັບ​ທີ່​ຫຼວງ­ຫຼາຍ ແຖມ​ຍັງ​ມີ​ວິ­ຕາ­ມິນ B ແລະ A ອີກ​ຕ່າງ­ຫາກ ຄຸນ­ຄ່າ​ຂອງ​ມັນ ກໍ​ຄື ການ​ສ້າງ​ຄອລ​ລາ​ເຈນ​ອັນ​ເປັນ​ປະ­ໂຫຍດ​ຕໍ່​ຜິວ​ພັນ ເຮັດ​ໃຫ້​ຜິວ​ບໍ່​ແຫ້ງ​ຫ່ຽວ ເບິ່ງ​ແລ້ວ​ກະ­ຈ່າງ​ໃສ (ແຕ່​ຖ້າ​ຊື້​ນ້ຳ​ສົ້ມ​ຈາກ​ຂ້າງ​ນອກ ເລືອກ​ແບບ​ທີ່​ບໍ­ລິ­ສຸດ​ປາ­ສະ­ຈາກ​ນ້ຳ­ຕານ​ກໍ​ດີ​ນະ ຈະ​ໄດ້​ບໍ່​ຕ້ອງ​ກັງ­ວົນ​ກັບ​ນ້ຳ­ຕານ​ທີ່​ອາດ​ຈະ​ເພີ່ມ​ເປັນ​ຂອງ​ແຖມ​ມາ).

ນົມ​ສົດ

ສິ່ງ​ທີ່​ດີ​ຕໍ່​ຜິວ ແລະ ຫາ​ໄດ້​ງ່າຍໆ​ຢ່າງ​ນີ້​ບໍ່​ມີ​ອີກ​ແລ້ວ ຫຼາຍ​ຄົນ​ຊື້​ມາ​ຕຸນ​ໄວ້​ເປັນ​ຂອງ​ຄູ່​ຕູ້­ເຢັນ​ທີ່​ເຮືອນ​ເລີຍ ຕ້ອງ­ການ​ກິນ​ຕອນ​ໃດ​ກໍ​ກິນ​ໄດ້​ເລີຍ ບາງ​ຄົນ​ພຽງ​ແຕ່​ກິນ​ຢ່າງ​ດຽວ​ບໍ່​ພໍ ຍັງ​ນຳ​ນົມ​ສົ້ມ​ມາ​ພອກ​ໜ້າ​ດ້ວຍ ເພາະ​ນົມ​ສົ້ມ​ມີ​ຄຸນ­ສົມ­ບັດ​ທີ່​ດີ​ໃນ​ການ​ບຳ­ລຸງ​ຜິວ ແລະ ແນະ­ນຳ​ເພີ່ມ​ເຕີມ​ອີກ​ໜ້ອຍ​ໜຶ່ງ​ວ່າ ຖ້າ​ກິນ​ນົມ​ສົ້ມ ອາດ​ຈະ​ຕື່ມ​ໝາກ​ໄມ້​ຊະ­ນິດ​ຕ່າງໆ​ຊ່ວຍ​ເປັນ​ຕ່ອນ​ນ້ອຍໆ ຫຼື​ຈະ​ເປັນ​ທັນ​ຍະ​ພືດ​ຊະ­ນິດ​ຕ່າງໆ​ລົງ​ໄປ​ດ້ວຍ​ກໍ​ຈະ​ຍິ່ງ​ດີ ເອີ້ນ​ວ່າ​ໄດ້​ປະ­ໂຫຍດ​ຄູນ​ສອງ ທັງ​ສຸ­ຂະ­ພາບ​ຜິວ ແລະ​ສຸ­ຂະ­ພາບ​ຮ່າງ­ກາຍ​ດ້ານ​ອື່ນໆ.

ນ້ຳ​ບໍ­ລິ­ສຸດ

ເຄື່ອງ​ດື່ມ​ອື່ນ​ໃດ​ທີ່​ຈະ​ປະ­ເສີດ​ເທົ່າ​ກັບ​ການ​ດື່ມ­ນ້ຳ​ບໍ­ລິ­ສຸດ ແຕ່​ຕ້ອງ​ເປັນ​ນ້ຳ​ທີ່​ສະ­ອາດ​ເດີ… ຮ່າງ­ກາຍ​ຄົນ​ເຮົາ​ມີ​ນ້ຳ​ເປັນ​ສ່ວນ​ປະ­ກອບ​ຫຼັກ​ຢ່າງ​ໜຶ່ງ ດັ່ງ­ນັ້ນ ນ້ຳ​ຈຶ່ງ​ເປັນ​ປັດ​ໄຈ​ທີ່​ຂາດ​ບໍ່​ໄດ້ ແລະ ຍິ່ງ​ຖ້າ​ໃຜ​ຕ້ອງ­ການ​ມີ​ຜິວ​ພັນ​ທີ່​ຜຸດ​ຜ່ອງ​ບໍ່​ແຫ້ງ​ຫ່ຽວ​ດ້ວຍ​ແລ້ວ ການ​ດື່ມ­ນ້ຳ​ບໍ­ລິ­ສຸດ​ໃຫ້​ພຽງ­ພໍ ຈະ​ເປັນ​ການ​ເຕີມ​ຄວາມ​ເປັ່ງ​ປັ່ງ​ໃຫ້​ກັບ​ຜິວ​ໄດ້​ເປັນ​ຢ່າງ​ດີ …

error: Content is protected !!