ນອນກົນ ອັນຕະລາຍຕໍ່ສຸຂະພາບ

ຫາກ​ເວົ້າ​ເຖິງ​ເລື່ອງ “ນອນ​ກົນ” ຫຼາຍ​ຄົນ​ອາດ​ຈະ​ເບິ່ງ​ວ່າ​ເປັນ​ເລື່ອງ​ປົກ­ກະ­ຕິ ແຕ່​ຮູ້​ຫຼື​ບໍ່​ວ່າ ການ​ນອນ​ກົນ​ສາ­ມາດ​ສົ່ງ​ຜົນ​ອັນ­ຕະ­ລາຍ​ຕໍ່​ສຸ­ຂະ­ພາບ​ຂອງ​ເຮົາ​ໄດ້.

ການ​ນອນ​ກົນ ຄື​ສຽງ​ຜິດ​ປົກ­ກະ­ຕິ​ທີ່​ເກີດ​ຂຶ້ນ​ລະ­ຫວ່າງ​ການ​ຫາຍ­ໃຈ​ໃນ​ຂະ­ນະ​ນອນ​ຫຼັບ ພົບ​ໄດ້​ຫຼາຍ​ໃນ​ເພດ​ຊາຍ​ຫຼາຍ​ກວ່າ​ເພດ​ຍິງ ແລະ ຈະ​ມີ​ອາ­ການ​ໜັກ​ຂຶ້ນ​ເມື່ອ​ອາ­ຍຸ​ຫຼາຍ​ຂຶ້ນ ອາ­ການ​ນອນ​ກົນ​ມີ​ທັງ​ແບບ​ທຳ​ມະ​ດາ ແລະ ແບບ​ຮຸນ​ແຮງ ຫຼື​ບາງ​ຄັ້ງ​ອາດ​ມີ​ພາ­ວະ​ຢຸດ​ຫາຍ­ໃຈ​ຂະ­ນະ​ຫຼັບ​ໄດ້.

ສາ­ເຫດ​ຂອງ​ການ​ນອນ​ກົນ ສ່ວນ​ຫຼາຍ​ແມ່ນ​ເນື່ອງ​ຈາກ

– ຄວາມ​ຕຸ້ຍ ເນື່ອງ​ຈາກ​ຄົນ​ທີ່​ມີ​ນ້ຳ­ໜັກ​ຫຼາຍ​ຈະ​ມີ​ໄຂ­ມັນ​ສະ​ສົມ​ຢູ່​ທີ່​ເນື້ອ​ເຍື່ອ​ຮອບ​ຊ່ອງ​ຄໍ ເຮັດ​ໃຫ້​ທາງ​ເດີນ​ຫາຍ­ໃຈ​ແຄບ​ລົງ.

– ອາ­ຍຸ ອາ­ຍຸ​ຫຼາຍ ມີ​ສ່ວນ​ເຮັດ​ໃຫ້​ກ້າມ­ຊີ້ນ​ບໍ­ລິ­ເວນ​ທາງ​ເດີນ​ຫາຍ­ໃຈ​ສ່ວນ​ຕົ້ນ ແລະ ເນື້ອ​ເຍື່ອ​ຕ່າງໆ​ຂອງ​ລຳ​ຄໍ​ຢ່ອນ​ຍານ ຈຶ່ງ​ມີ​ສ່ວນ​ໄປ​ຂວາງ​ກັ້ນ​ທາງ​ເດີນ​ຜ່ານ​ຂອງ​ອາ­ກາດ​ເຮັດ​ໃຫ້​ທາງ​ເດີນ​ຫາຍ­ໃຈ​ຕີບ​ແຄບ​ລົງ ຈຶ່ງ​ເກີດ​ການ​ສັ່ນ​ເວ­ລາ​ຫາຍ­ໃຈ​ຂະ­ນະ​ຫຼັບ​ຈຶ່ງ​ເກີດ​ສຽງ​ກົນ.

– ການ​ດື່ມ​ເຫຼົ້າ ຄົນ​ທີ່​ດື່ມ​ມັກ​ພົບ​ອາ­ການ​ນອນ​ກົນ​ຫຼາຍ​ກວ່າ​ຄົນ​ທີ່​ບໍ່​ດື່ມ.

– ການ​ສູບ­ຢາ ເຮັດ​ໃຫ້​ເກີດ​ການ​ບວມ​ຂອງ​ເຍື່ອ​ບຸ​ຂອງ​ລະ­ບົບ​ທາງ​ເດີນ​ຫາຍ­ໃຈ​ສ່ວນ​ເທິງ ສາ­ມາດ​ເພີ່ມ​ໂອ­ກາດ​ການ​ເກີດ​ການ​ອຸດ​ກັ້ນ­ຂອງ​ລະ­ບົບ​ທາງ​ເດີນ​ຫາຍ­ໃຈ​ສ່ວນ​ເທິງ​ໄດ້ ຈຶ່ງ​ເປັນ​ສາ­ເຫດ​ເຮັດ​ໃຫ້​ຕັນ​ດັງ ແລະ ຫາຍ­ໃຈ​ບໍ່​ສະ­ດວກ.

– ການ​ນອນ​ຫງາຍ​ກໍ​ມີ​ສ່ວນ ເພາະ​ເມື່ອ​ນອນ​ຫງາຍ ລີ້ນ​ຈະ​ຕົກ­ລົງ​ໄປ​ໃນ​ລຳ​ຄໍ ຈຶ່ງ​ກໍ​ການ​ປິດ​ກັ້ນ​ຊ່ອງ​ລຳ​ຄໍ​ໄດ້.

– ການ​ເປັນ­ຫວັດ ການ​ມີ​ເນື້ອ​ງອກ​ໃນ​ໂພງ​ດັງ ແລະ ພູມ​ແພ້.

– ການ​ຮັບ​ປະ­ທານ​ຢາ​ບາງ​ຊະ­ນິດ ເຮັດ​ໃຫ້​ເພີ່ມ​ໂອ­ກາດ​ໃນ​ການ​ກົນ ເພາະ​ອາດ​ມີ​ສ່ວນ​ໄປ​ເຮັດ​ໃຫ້​ທາງ​ເດີນ​ຫາຍ­ໃຈ​ແຫ້ງ ຫຼື ເກີດ​ການ​ເຄືອງ​ຄາຍ​ບໍ­ລິ­ເວນ​ດັ່ງ­ກ່າວ.

ການ​ນອນ​ກົນ ມີ 3 ລະ­ດັບ

ລະ­ດັບ 1 ຄື ການ​ນອນ​ກົນ​ທົ່ວ​ໄປ ມີ​ສຽງ​ບໍ່​ດັງ​ຫຼາຍ ການ​ນອນ​ກົນ​ໃນ​ລະ­ດັບ​ນີ້​ຍັງ​ບໍ່​ສົ່ງ​ຜົນ​ຕໍ່​ການ​ຫາຍ­ໃຈ​ໃນ​ຂະ­ນະ​ນອນ​ຫຼັບ.

ລະ­ດັບ 2 ຄື ການ​ນອນ​ກົນ​ທີ່​ເກີດ​ຂຶ້ນ​ເລື້ອຍ ຫຼື ຫຼາຍ​ກວ່າ 3 ວັນ​ຕໍ່​ອາ­ທິດ ໂດຍ​ອາດ​ສົ່ງ​ຜົນ​ຕໍ່​ການ​ຫາຍ­ໃຈ​ໃນ​ລະ­ດັບ​ນ້ອຍ​ເຖິງ​ປານ​ກາງ​ໃນ​ຂະ­ນະ​ນອນ​ຫຼັບ.

ລະ­ດັບ 3 ຄື ການ​ນອນ​ກົນ​ເປັນ​ປະ­ຈຳ​ທຸກ​ວັນ ແລະ ມີ​ສຽງ​ດັງ ການ​ນອນ​ກົນ​ໃນ​ລະ­ດັບ​ນີ້ ມັກ​ເກີດ​ພາ­ວະ​ຢຸດ​ຫາຍ­ໃຈ​ໃນ​ຂະ­ນະ​ຫຼັບ​ຮ່ວມ​ນຳ​ດ້ວຍ.

ຜົນ​ກະ­ທົບ​ຕໍ່​ສຸ­ຂະ­ພາບ​ຈາກ​ການ​ນອນ​ກົນ

– ສົ່ງ​ຜົນ​ເຮັດ​ໃຫ້​ສະ­ໝອງ​ໄດ້​ຣັບ​ອົກ​ຊິ​ແຊນ​ບໍ່​ພຽງ­ພໍ​ໃນ​ຂະ­ນະ​ຫຼັບ ຈຶ່ງ​ເກີດ​ອາ­ການ​ອ່ອນ­ເພຍ ຄວາມ​ຈຳ​ບໍ່​ດີ ຫງຸດ​ຫງິດ​ງ່າຍ ສະ­ມາ­ທິ​ຫຼຸດ​ລົງ ເຮັດ​ໃຫ້​ຄຸ­ນະ­ພາບ​ຊີ­ວິດ​ຫຼຸດ​ລົງ​ເນື່ອງ​ຈາກ​ສາ­ເຫດ​ນອນ​ພັກ­ຜ່ອນ​ບໍ່​ພຽງ­ພໍ.

– ອາດ​ເກີດ​ຄວາມ​ສ່ຽງ​ນຳ­ໄປ​ສູ່​ໂຣກ​ຄວາມ­ດັນ­ເລືອດ­ສູງ ໂຣກ​ຫົວ­ໃຈ ໂຣກ​ຫຼອດ​ເລືອດ​ສະ­ໝອງ ອຳ​ມະ​ພຶກ ອຳ­ມະ­ພາດ ໂຣກ​ຊຶມ​ເສົ້າ.

– ອາດ​ສົ່ງ​ຜົນ​ໃຫ້​ເກີດ​ພາ­ວະ​ຢຸດ​ຫາຍ­ໃຈ​ຂະ­ນະ​ຫຼັບ ຊຶ່ງ​ເປັນ­ຄວາມ​ຜິດ​ປົກ­ກະ­ຕິ​ໃນ​ການ​ນອນ​ຫຼັບ ມັກ​ມີ​ຄວາມ​ກ່ຽວ­ຂ້ອງ ແລະ ເກີດ​ຂຶ້ນ​ໄດ້​ກັບ​ຜູ້​ທີ່​ນອນ​ກົນ ຫາກ​ທ່ານ​ພົບ​ວ່າ​ມີ​ການ​ກົນ​ສຽງ​ດັງ​ລົບ​ກວນ​ການ​ນອນ​ຂອງ​ຕົວ​ເອງ ຫຼື​ຜູ້​ທີ່​ນອນ​ຢູ່​ຂ້າງໆ ຫາຍ­ໃຈ​ຂາດໆ ຫາຍໆ ເໝືອນ​ຄົນ​ຫາຍ­ໃຈ​ຕິດ​ຂັດ ຫາຍ­ໃຈ​ບໍ່​ສະ­ດວກ ລຸກ­ຂຶ້ນ​ມາ​ຫາຍ­ໃຈ​ເຮືອກ​ເໝືອນ​ຄົນ​ຂາດ​ອາ­ກາດ​ຫາຍ­ໃຈ ຫຼື​ສຽງ​ການ​ຫາຍ­ໃຈ​ບໍ່​ສະ​ໝ່ຳ​ສະ­ເໝີ ມີ​ການ​ຢຸດ​ຫາຍ­ໃຈ​ເປັນ​ໄລ­ຍະໆ ຄວນ​ໄປ​ພົບ​ແພດ​ເພື່ອ​ຮັບ​ການ​ປິ່ນ­ປົວ.

ວິ­ທີ​ປ້ອງ​ກັນ ແລະ ການ​ປິ່ນ­ປົວ

ສຳ­ລັບ​ຜູ້​ທີ່​ນອນ​ກົນ​ໃນ​ລະ­ດັບ​ທີ່​ບໍ່​ຮຸນ​ແຮງ ສາ­ມາດ​ບັນ­ເທົາ ແລະ ປ້ອງ​ກັນ​ໄດ້​ດ້ວຍ​ການ​ປັບ​ປ່ຽນ​ພຶດ­ຕິ​ກຳ​ເຊັ່ນ:

– ປັບ​ທ່າ​ທາງ​ໃນ​ການ​ນອນ ເຝິກ​ນອນ​ຫຼັບ​ໃນ​ທ່າ​ນອນ​ແຄງ ເພາະ​ການ​ນອນ​ຫງາຍ ເພີ່ມ​ໂອ­ກາດ​ໃຫ້​ລີ້ນ​ໄປ​ປິດ​ກັ້ນ​ທາງ​ເດີນ​ຫາຍ­ໃຈ ຫຼື ອາດ​ຈະ​ຫັນ​ມາ​ນອນ​ໝອນ​ສູງ ໃຊ້​ໝອນ​ຮອງ​ໃຫ້​ຫົວ​ສູງ​ຂຶ້ນ​ປະ­ມານ 30 ອົງ­ສາ​ຈາກ​ແນວ​ພື້ນ​ພຽງ.

– ຄວບ​ຄຸມ​ນ້ຳ­ໜັກ ຈຳ­ກັດ ແລະ ຫຼຸດ​ປະ­ລິ­ມານ​ອາ­ຫານ ໂດຍ​ສະ­ເພາະ ອາ­ຫານ​ປະ­ເພດ​ຄາຣ໌ໂບ​ໄຮ​ເດຣດ ແລະ ໄຂ­ມັນ.

– ງົດ​ເຄື່ອງ​ດື່ມ​ເຫຼົ້າ ໂດຍ​ສະ­ເພາະ ໃກ້​ເວ­ລາ​ເຂົ້າ​ນອນ.

– ອອກ­ກຳ­ລັງ​ກາຍ​ຢ່າງ​ໜ້ອຍ​ວັນ​ລະ 30 ນາ­ທີ 3 ວັນ​ຕໍ່​ອາ­ທິດ ເພາະ​ຈະ​ເຮັດ​ໃຫ້​ກ້າມ­ຊີ້ນ​ບໍ­ລິ­ເວນ​ທາງ​ເດີນ​ຫາຍ­ໃຈ​ສ່ວນ​ເທິງ​ຕຶງ​ຕົວ ແລະ ກະ​ຊັບ ເຮັດ​ໃຫ້​ທາງ​ເດີນ​ຫາຍ­ໃຈ​ສ່ວນ​ເທິງ​ກັບ​ມາ​ແຄບ​ໃໝ່.

ສ່ວນ​ຜູ້​ທີ່​ນອນ​ກົນ​ໃນ​ລະ­ດັບ​ຮຸນ​ແຮງ ຫຼື​ມີ​ສາ​ເຫດ­ການ​ກົນ​ມາ​ຈາກ​ພາ­ວະ​ຢຸດ​ຫາຍ­ໃຈ​ຂະ­ນະ​ຫຼັບ ຄວນ​ໄປ​ພົບ​ແພດ​ເພື່ອ​ໃຫ້​ແພດ​ວິ­ນິດ​ໄສ ເພາະ​ແພດ​ອາດ​ມີ​ແນວ­ທາງ​ໃນ​ການ​ປິ່ນ­ປົວ​ອື່ນໆ ເຊັ່ນ ການ​ໃຊ້​ອຸ­ປະ­ກອນ​ຊ່ວຍ​ຫຼຸດ​ການ​ນອນ​ກົນ, ການ​ໃຊ້​ຢາ ແລະ ການ­ຜ່າ­ຕັດ​ຕ່າງໆ ເປັນ­ຕົ້ນ.

error: Content is protected !!