ອາຍຸຄວາມ

ໃນ​ການ​ດຳ­ເນີນ​ຄະ­ດີ​ອາ­ຍາ ກໍ​ຄື​ກັນ​ກັບ​ການ​ດຳ­ເນີນ​ຄະ­ດີ​ແພ່ງ ລ້ວນ​ແຕ່​ມີ​ກຳ­ນົດ​ເວ­ລາ ຊຶ່ງ​ກົດ­ໝາຍ​ໄດ້​ລະ­ບຸ​ໄວ້​ຢ່າງ​ຈະ­ແຈ້ງ ໂດຍ​ສະ­ເພາະ ເວ­ລາ​ທີ່​ມີ​ການ​ລະ­ເມີດ​ສິດ ແລະ ຜົນ​ປະ­ໂຫຍດ​ຊຶ່ງ​ກັນ ແລະ ກັນ ອາ­ຍຸ​ຄວາມ​ແມ່ນ​ໄລ­ຍະ​ເວ­ລາ​ຂອງ​ການ​ໄດ້​ສິດ ຫຼື ເສຍ​ສິດ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ເພື່ອ​ໃຫ້​ຜູ້​ມີ​ສິດ​ນຳ​ໃຊ້​ສິດ​ຂອງ​ຕົນ ທວງ​ເອົາ ຮ້ອງ​ຟ້ອງ​ຕໍ່​ບຸກ­ຄົນ ຫຼື ການ­ຈັດ­ຕັ້ງ​ທີ່​ລະ­ເມີດ​ສິດ ແລະ ຜົນ​ປະ­ໂຫຍດ​ຂອງ​ຕົນ​ຕາມ​ກຳ­ນົດ​ເວ­ລາ.

ອາ­ຍຸ​ຄວາມ​ມີ​ຄວາມ​ສຳ­ຄັນ​ໃນ​ການ​ນຳ​ໃຊ້​ສິດ​ຂອງ​ບຸກ­ຄົນ ນິ­ຕິ­ບຸກ­ຄົນ ຫຼື ອົງ​ການ­ຈັດ­ຕັ້ງ​ທີ່​ເປັນ​ເຈົ້າ​ກຳ­ມະ­ສິດ​ຕໍ່​ຊັບ​ສິ່ງ​ຂອງ ຊຶ່ງ​ສາ­ມາດ​ນຳ​ໃຊ້​ສິດ​ຂອງ​ຕົນ​ຕາມ​ອາ­ຍຸ​ຄວາມ​ທີ່​ກົດ­ໝາຍ​ກຳ­ນົດ​ໄວ້ ເຊັ່ນ: ການ​ທວງ ຫຼື ການ​ຮ້ອງ​ຟ້ອງ​ຜູ້​ທີ່​ລະ­ເມີດ​ສິດ​ທາງ​ແພ່ງ​ຂອງ​ຕົນ ຕໍ່​ອົງ­ການ​ທີ່​ມີ​ສິດ​ອຳ­ນາດ ພິ­ຈາ­ລະ­ນາ ຫຼື ສານ ເພື່ອ​ປົກ​ປ້ອງ​ສິດ ຫຼື ກຳ­ມະ­ສິດ​ອັນ​ຖືກ ຕ້ອງ​ຕາມ​ກົດ­ໝາຍ ຖ້າ​ຜູ້​ມີ​ສິດ​ບໍ່​ນຳ​ໃຊ້​ສິດ​ຂອງ​ຕົນ​ໃນ​ໄລ­ຍະ​ເວ­ລາ​ດັ່ງ­ກ່າວ​ນີ້ ຜູ້­ກ່ຽວ​ກໍ​ຈະ​ເສຍ​ສິດ​ໃນ​ການ​ຮ້ອງ​ຟ້ອງ ຫຼື ຜູ້­ກ່ຽວ​ເສຍ​ສິດ​ໃນ​ການ​ທວງ​ຄືນ​ໄດ້ ຖ້າ​ຫາກ​ບໍ່​ມີ​ການ​ຍິນ​ຍອມ​ໂດຍ​ດີ​ຂອງ​ຜູ້​ລະ­ເມີດ​ສິດ​ດັ່ງ­ກ່າວ.

ອາ­ຍຸ​ຄວາມ ຍັງ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ອົງ­ການ​ຕຸ­ລາ­ການ ຈຳ­ເປັນ​ຈະ​ຕ້ອງ​ນຳ​ໃຊ້​ອາ­ຍຸ​ຄວາມ​ເຂົ້າ​ໃນ​ການ​ພິ­ຈາ­ລະ­ນາ​ຄະ­ດີ ຖ້າ­ວ່າ​ຄຳ​ຮ້ອງ​ຟ້ອງ​ດັ່ງ­ກ່າວ​ໝົດ​ອາ­ຍຸ​ຄວາມ​ແລ້ວ ສານ​ປະ­ຊາ­ຊົນ​ກໍ​ບໍ່​ຈຳ­ເປັນ​ຕ້ອງ​ນຳ​ມາ​ພິ­ຈາ­ລະ­ນາ​ຕື່ມ.

ຕົວ­ຢ່າງ: ບ ໄດ້​ຢືມ​ເງິນ​ນຳ ລ ເມື່ອ​ຮອດ​ກຳ­ນົດ​ເວ­ລາ​ສົ່ງ​ແລ້ວ ແຕ່ ບ ກໍ​ບໍ່​ໄດ້​ສົ່ງ​ໜີ້​ສິນ​ດັ່ງ­ກ່າວ​ໃຫ້ ລ ກຳ­ນົດ​ເວ­ລາ​ສົ່ງ​ແມ່ນ​ວັນ​ທີ 25 ທັນ­ວາ 2015 ຫຼັງ​ຈາກ​ນັ້ນ​ມາ ເວ­ລາ​ໄດ້​ລ່ວງ​ເລີຍ​ມາ​ຮອດ​ສາມ​ປີ ໂດຍ​ໄລ­ຍະ​ທີ່​ຜ່ານ​ມາ ລ ກໍ​ບໍ່​ໄດ້​ທວງ​ທາວ​ຈາກ ບ ເມື່ອ​ມາ​ຮອດ​ວັນ​ທີ 25 ທັນ­ວາ 2018 ລ ໄດ້​ມາ​ທວງ​ເອົາ​ເງິນ​ນຳ ບ ຄືນ​ແຕ່ ບ ປະ­ຕິ­ເສດ​ການ​ທົດ​ແທນ​ໜີ້​ສິນ ສະ­ນັ້ນ ລ ຈຶ່ງ​ເສຍ​ສິດ​ໃນ​ການ​ຮ້ອງ​ຟ້ອງ ເພື່ອ​ທວງ​ເອົາ​ເງິນ​ຄືນ.

ໃນ​ກໍ­ລະ­ນີ​ນີ້ ສານ​ກໍ​ຈະ​ບໍ່​ພິ­ຈາ­ລະ­ນາ​ໃຫ້ ເນື່ອງ​ຈາ​ກວ່າ​ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ໄດ້​ສິ້ນ​ສຸດ​ແລ້ວ.

ຕົວ­ຢ່າງ: ດ ຂັບ​ລົດ​ໄປ ເຮັດ​ໃຫ້​ເກີດ​ອຸ­ບັດ­ເຫດ​ຕຳ​ເອົາ​ລົດ ທ ທີ່​ຈອດ​ໄວ້​ແຄມ​ທາງ ເຮັດ​ໃຫ້​ລົດ​ຂອງ ທ ເປ່​ເພ​ສົມ­ຄວນ ດ ເຫັນ​ດີ​ຈ່າຍ​ຄ່າ​ສ້ອມ­ແປງ​ລົດ​ເປັນ​ມູນ​ຄ່າ 5.000.000 ກີບ ຄືນ​ໃຫ້ ທ ພາຍ­ຫຼັງ​ທີ່ ທ ສ້ອມ­ແປງ​ແລ້ວ ແຕ່​ເວ­ລາ​ລ່ວງ­ກາຍ​ມາ​ເຖິງ​ສາມ​ປີ ດ ກໍ​ບໍ່​ໄດ້​ນຳ​ເງິນ​ມາ​ຈ່າຍ​ຕາມ​ການ​ຕົກ­ລົງ​ໃຫ້ ທ ແລະ ທ ກໍ​ບໍ່​ໄດ້​ທວງ​ທາວ​ເອົາ​ເງິນ​ດັ່ງ­ກ່າວ​ຈາກ ດ ໃນ​ກໍ­ລະ­ນີ​ນີ້​ຖື​ວ່າ​ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ​ໝົດ​ໄປ ທ ເສຍ​ສິດ​ໃນ​ການ​ຮ້ອງ​ຟ້ອງ ດ ຕໍ່​ສານ​ເພື່ອ​ທວງ​ເອົາ​ເງິນ​ຄ່າ​ສ້ອມ­ແປງ​ນຳ ທ ອີກ.

ໂດຍ: ໄມ້​ງັດ

error: Content is protected !!