ເວົ້າເລື່ອງສິດຂອງຜູ້ຮັກສາເຄື່ອງປູກ ເຈົ້າຂອງເຮືອນ ຫຼື ສວນ

ຫຼາຍ​ມື້​ຜ່ານ​ມາ​ໄດ້​ເວົ້າ​ເຖິງ​ຫຼາຍ​ບັນ­ຫາ ແລະ ຫຼາຍ​ສິດ​ຂອງ​ພົນ­ລະ­ເມືອງ ຊຶ່ງ​ທຸກ​ບັນ­ຫາ ເຈົ້າ​ຂອງ​ກຳ­ມະ­ສິດ​ຕ້ອງ​ໄດ້​ພ້ອມ​ກັນ​ເຄົາ­ລົບ ແລະ ປະ­ຕິ­ບັດ​ຕາມ​ລັດ​ຖະ​ທຳ​ມະ­ນູນ ແລະ ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ​ຢ່າງ​ຈິງ​ຈັງ ຈິງ​ໃຈ ແລະ ເຂັ້ມ​ງວດ ຫາກ​ບໍ່​ດັ່ງ­ນັ້ນ ການ​ເປັນ​ເລື່ອງ​ເປັນ­ຄວາມ ເປັນ​ຂໍ້​ຂັດ​ແຍ່ງ ເປັນ​ຄະ­ດີ​ກໍ​ຈະ​ຕາມ​ມາ ແບ່ງ​ຄວາມ​ຮັກ ແຍກ​ຄວາມ​ແພງ​ຂອງ​ຄົນ​ອອກ​ຈາກ​ກັນ ແລະ ກັນ ເພາະ​ເຫດ­ຜົນ​ຍ້ອນ​ການ​ນຳ​ໃຊ້​ສິດ​ທີ່​ບໍ່​ຖືກ­ຕ້ອງ​ຂອງ​ເຈົ້າ​ກຳ­ມະ­ສິດ​ນັ້ນ​ເອງ.

ມາ​ບັດ​ນີ້ ຈະ​ກ່າວ​ເລື່ອງ​ສິດ​ຂອງ​ຜູ້​ຮັກ­ສາ ເຄື່ອງ​ປູກ​ຂອງ​ຝັງ ຊຶ່ງ​ເຈົ້າ​ກຳ­ມະ­ສິດ ຫຼື ຜູ້​ປົກ​ປັກ​ຮັກ­ສາ​ຍັງ​ມີ​ຊີ­ວິດ​ຢູ່ ຊຶ່ງ​ຕາມ​ກົດ­ໝາຍ​ບຸກ­ຄົນ​ດັ່ງ­ກ່າວ​ກໍ​ມີ​ທັງ​ສິດ ແລະ ກໍ​ມີ​ທັງ​ພັນ­ທະ​ທີ່​ຈະ​ຕ້ອງ​ໄດ້​ປະ­ຕິ­ບັດ ທັງ​ຕໍ່​ລັດ ແລະ ທັງ​ຕໍ່​ບຸກ­ຄົນ ສຳ­ລັບ​ສິດ​ຂອງ​ບຸກ­ຄົນ​ດັ່ງ­ກ່າວ​ມີ​ດັ່ງ­ນີ້: ຜູ້​ຮັກ­ສາ​ດິນ​ບ້ານ ຫຼື ດິນ​ສວນ ມີ​ສິດ​ນຳ​ໃຊ້​ຜົນ­ລະ­ປູກ​ຕາມ​ການ​ຕົກ­ລົງ​ກັນ​ກັບ​ເຈົ້າ​ຂອງ​ບ້ານ ຫຼື ເຈົ້າ​ຂອງ​ສວນ ຜູ້​ຮັກ­ສາ​ດິນ​ບ້ານ ຫຼື ດິນ​ສວນ ມີ​ພັນ­ທະ​ປົກ​ປັກ​ຮັກ­ສາ ຫຼື ບົວ­ລະ­ບັດ​ເຄື່ອງ​ປູກ​ຂອງ​ຝັງ​ທີ່​ມີ​ໃນ​ດິນ​ດັ່ງ­ກ່າວ​ຢ່າງ​ເໝາະ​ສົມ.

ຖ້າ­ວ່າ​ເຄື່ອງ​ປູກ​ຂອງ​ຝັງ​ຫາກ​ຫ່ຽວ­ແຫ້ງ ຫຼື ຕາຍ​ໄປ ຜູ້​ຮັກ­ສາ​ຕ້ອງ​ຮັບ­ຜິດ­ຊອບ​ໃຊ້​ແທນ​ຄ່າ​ເສຍ​ຫາຍ​ໃຫ້​ເຈົ້າ​ຂອງ​ບ້ານ ຫຼື ເຈົ້າ​ຂອງ​ສວນ ເວັ້ນ​ເສຍ​ແຕ່​ການ​ເສຍ​ຫາຍ​ນັ້ນ​ຫາກ ບໍ່​ໄດ້​ເກີດ​ຂຶ້ນ​ຍ້ອນ​ຄວາມ​ຜິດ​ຂອງ​ຜູ້­ກ່ຽວ (ຜູ້​ຮັກ­ສາ).

ຖ້າ­ວ່າ​ຜູ້​ຮັກ­ສາ​ນັ້ນ ຫາກ​ນຳ​ໃຊ້​ຜົນ­ລະ­ປູກ ເກີນ​ຂອບ​ເຂດ​ທີ່​ໄດ້​ຕົກ­ລົງ​ກັນ​ໄວ້​ແລ້ວ ຜູ້­ກ່ຽວ​ກໍ​ຈະ​ໄດ້​ໃຊ້​ແທນ​ຄືນ​ໃຫ້​ເຈົ້າ​ຂອງ​ບ້ານ ຫຼື ເຈົ້າ​ຂອງ​ສວນ ໃນ​ກໍ­ລະ­ນີ​ນີ້ ເຈົ້າ​ຂອງ​ບ້ານ ຫຼື ເຈົ້າ​ຂອງ​ສວນ​ນັ້ນ ອາດ​ຈະ​ບໍ່​ອະ­ນຸ­ຍາດ​ໃຫ້​ຜູ້­ກ່ຽວ​ນຳ​ໃຊ້​ຜົນ­ລະ­ປູກ​ຕໍ່​ໄປ​ອີກ​ກໍ​ໄດ້ ຕົວ­ຢ່າງ: ນາງ ເຫງັນ ໄດ້​ມອບ​ໃຫ້​ທ້າວ ກະ­ຈ້ອນ ຮັກ­ສາ​ສວນ​ໝາກ­ຖົ່ວ​ລຽນ​ຂອງ​ຕົນ ແລະ ໄດ້​ຕົກ­ລົງ​ກັນ​ວ່າ ທ້າວ ກະ­ຈ້ອນ ສາ­ມາດ​ຂາຍ​ໝາກ​ຖົວ​ລຽນ​ໄດ້ ໃນ​ກໍ­ລະ­ນີ​ທີ່​ຜູ້­ກ່ຽວ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ໃຊ້​ຈ່າຍ​ເງິນ​ເຂົ້າ​ໃນ​ການ​ດຳ­ລົງ​ຊີ­ວິດ ການ​ປິ່ນ­ປົວ ແຕ່​ມູນ​ຄ່າ​ຂອງ​ການ​ຂາຍ​ບໍ່​ໃຫ້​ເກີນ 5 ແສນ​ກີບ​ຕໍ່​ເດືອນ ແຕ່​ທ້າວ ກະ­ຈ້ອນ ໄດ້​ເອົາ​ໝາກ­ຖົ່ວ​ລຽນ​ໄປ​ຂາຍ​ເກີນ​ມູນ​ຄ່າ​ຕາມ​ທີ່​ໄດ້​ຕົກ­ລົງ​ກັນ​ໄວ້​ນັ້ນ ໃນ​ກໍ­ລະ­ນີ​ນີ້ ນາງ ເຫງັນ ຈະ​ບໍ່​ອະ­ນຸ­ຍາດ​ໃຫ້​ທ້າວ ກະ­ຈ້ອນ ນຳ​ເອົາ​ໝາກ­ຖົ່ວ​ລຽນ​ໄປ​ຂາຍ​ອີກ​ຕື່ມ ຫຼື ໃຫ້​ຜູ້­ກ່ຽວ​ນຳ​ເງິນ​ທີ່​ກາຍ​ຈຳ­ນວນ​ທີ່​ໄດ້​ຕົກ­ລົງ​ກັນ​ໄວ້​ນັ້ນ ມາ​ສົ່ງ​ຄືນ​ໃຫ້​ແກ່​ຕົນ​ກໍ​ໄດ້.

ສ່ວນ​ສິດ​ເຈົ້າ​ຂອງ​ບ້ານ ຫຼື ເຈົ້າ​ຂອງ​ສວນ ເຖິງ​ແມ່ນ​ວ່າ​ຈະ​ມີ​ຢ່າງ​ເຕັມ​ສ່ວນ​ກໍ​ຕາມ ແຕ່​ການ​ຈະ​ກະ­ທຳ​ສິ່ງ​ໃດ​ສິ່ງ​ໜຶ່ງ ເພື່ອ​ປົກ​ປ້ອງ​ກຳ­ມະ­ສິດ​ທີ່​ເປັນ​ຂອງ​ຕົນ ກົດ­ໝາຍ​ກໍ​ບໍ່​ອະ­ນຸ­ຍາດ​ໃຫ້­ການ​ນຳ​ໃຊ້​ສິດ​ຂອງ​ຜູ້­ກ່ຽວ​ນັ້ນ ໄປ​ແຕະ­ຕ້ອງ​ກຳ­ມະ­ສິດ​ຂອງ​ບຸກ­ຄົນ​ອື່ນ ເພາະ​ກົດ­ໝາຍ​ໄດ້​ບອກ​ໄວ້​ວ່າ: ເຈົ້າ​ຂອງ​ບ້ານ ຫຼື ເຈົ້າ​ຂອງ​ສວນ ຈະ​ລ້ອມ​ຮົ້ວ​ບ້ານ ຫຼື ຮົ້ວ​ສວນ​ຂອງ​ຕົນ​ກໍ​ໄດ້ ແຕ່​ການ​ລ້ອມ​ຮົ້ວ​ດັ່ງ­ກ່າວ ບໍ່​ໃຫ້​ກາຍ­ເປັນ​ອຸ­ປະ­ສັກ​ຕໍ່​ການ​ສັນ­ຈອນ​ບົນ​ຖະ­ໜົນ ຫຼື ກີດ­ຂວາງ​ທາງ​ທີ່​ເຄີຍ​ທຽວ​ຂອງ​ບຸກ­ຄົນ​ອື່ນ​ຜ່ານ​ໄປ​ມາ​ດິນ​ຕອນ​ດັ່ງ­ກ່າວ​ກ່ອນ​ແລ້ວ ຫຼື ລ່ວງ​ເຂດ​ແດນ​ດິນ​ທີ່­ຢູ່​ໃກ້​ຄຽງ​ນັ້ນ ຄວາມ​ຈິງ​ເລື່ອງ​ແບບ​ນີ້​ມັນ​ເກີດ​ຂຶ້ນ​ຫຼາຍ​ຢູ່​ໃນ​ສັງ­ຄົມ ຍ້ອນ​ຖື​ກົນ​ໄກ​ເສດ­ຖະ­ກິດ​ຕະ­ຫຼາດ​ເປັນ​ສຳ­ຄັນ ທັງ​ນີ້​ກໍ​ເພາະ­ວ່າ ການ​ທີ່​ເປັນ​ເຈົ້າ​ກຳ­ມະ­ສິດ​ໃນ​ເນື້ອ­ທີ່​ດິນ​ກວ້າງ­ຂວາງ​ພຽງ​ໃດ ກໍ​ໝາຍ​ເຖິງ​ຜູ້​ນັ້ນ​ກາຍ­ເປັນ​ເຈົ້າ​ຂອງ​ທຶນ​ຫຼາຍ​ພຽງ​ນັ້ນ ໃນ​ກໍ­ລະ­ນີ​ຊັບ​ດັ່ງ­ກ່າວ​ໄດ້​ກາຍ­ເປັນ​ທຶນ​ແລ້ວ ດັ່ງ­ນັ້ນ ຄະ­ດີ​ກ່ຽວ​ກັບ​ທີ່​ດິນ ຄະ­ດີ​ກ່ຽວ​ກັບ​ການ​ທວງ​ເອົາ​ກຳ­ມະ­ສິດ ຈຶ່ງ​ປາ­ກົດ​ມີ​ໃຫ້​ເຫັນ​ຢ່າງ​ຫຼວງ­ຫຼາຍ ບໍ່​ວ່າ​ຈະ​ເປັນ​ຂໍ້​ຂັດ​ແຍ່ງ​ຢູ່​ຂັ້ນ​ບ້ານ ຫຼື ບໍ່​ວ່າ​ຈະ​ເປັນ​ຄະ­ດີ​ອັ່ງ​ອໍ​ຢູ່​ສານ ຊຶ່ງ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ກໍ​ໄດ້​ພະ­ຍາ­ຍາມ​ແກ້​ໄຂ ແຕ່​ກໍ​ບໍ່​ໝົດ​ເປັນ​ຈັກ​ເທື່ອ.

ໃນ​ເມື່ອ​ຜູ້​ຮັກ­ສາ​ຫາກ​ຮູ້​ວ່າ​ເຄື່ອງ​ປູກ​ຂອງ​ຝັງ​ໃນ​ທີ່​ດິນ​ຕອນ​ທີ່​ຕົນ​ຮັກ­ສາ​ນັ້ນ ຈະ​ຕົກ​ຢູ່​ໃນ​ໄພ​ອັນ­ຕະ­ລາຍ ເຊັ່ນ ຍ້ອນ​ລ້ອມ​ຮົ້ວ​ບໍ່​ດີ ຫຼື ສັດ­ຕູ​ພືດ​ທຳ­ລາຍ ແລະ ອື່ນໆ ແລະ ໄດ້​ສະ­ເໜີ​ໃຫ້​ເຈົ້າ​ຂອງ​ບ້ານ ຫຼື ເຈົ້າ​ຂອງ​ສວນ​ຊາບ​ແລ້ວ ແຕ່​ຜູ້­ກ່ຽວ​ຍັງ​ເມີນ­ເສີຍ​ຢູ່​ໃນ​ກໍ­ລະ­ນີ​ນີ້ ຄວາມ​ເສຍ​ຫາຍ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ກໍ​ແມ່ນ​ໃຫ້​ເຈົ້າ​ຂອງ​ບ້ານ ຫຼື ເຈົ້າ​ຂອງ​ສວນ​ເປັນ​ຜູ້​ຮັບ­ຜິດ­ຊອບ​ເອົາ​ເອງ ຖ້າ­ວ່າ​ຜູ້​ຮັກ­ສາ​ຫາກ​ໄດ້​ນຳ​ໃຊ້​ຊັບ​ຂອງ​ຕົນ ໃນ​ການ​ສະ­ກັດ​ກັ້ນ​ການ​ເສຍ​ຫາຍ​ນັ້ນ ເຈົ້າ​ຂອງ​ບ້ານ ຫຼື ເຈົ້າ​ຂອງ​ສວນ ກໍ​ຕ້ອງ​ໃຊ້​ແທນ​ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ຜູ້​ຮັກ­ສາ ຕາມ​ມູນ​ຄ່າ​ຕົວ​ຈິງ.

ໂດຍ: ໄມ້​ງັດ

error: Content is protected !!