ການຍົກເລີກສັນຍາ

ການຍົກເລີກສັນຍາ ໝາຍເຖິງການຢຸດເຊົາ ບໍ່ສືບຕໍ່ປະຕິບັດສັນຍາຕາມການຕົກລົງຂອງຄູ່ສັນຍາ ຫຼື ກໍລະນີທີ່ມີການລະເມີດສັນຍາ ຄູ່ສັນຍາທີ່ໄດ້ຮັບຄວາມອັບປະໂຫຍດນັ້ນ ຈະຍົກເລີກສັນຍາຝ່າຍດຽວກໍໄດ້, ເວັ້ນເສຍແຕ່ຄູ່ສັນຍາຫາກຕົກລົງກັນໄວ້ຢ່າງອື່ນ.

ເຖິງຢ່າງໃດກໍຕາມການຍົດເລີກສັນຍາກໍຕ້ອງໄດ້ປະຕິບັດຕາມເງື່ອນໄຂດັ່ງນີ້:

  1. ສັນຍາທີ່ເກີດຂຶ້ນ ແລະ ມີຜົນບັງຄັບໃຊ້ໄດ້ແລ້ວ;

ສັນຍາທີ່ຈະຖືກຍົກເລີກນັ້ນ ຕ້ອງເປັນສັນຍາທີ່ເກີດຂຶ້ນ ແລະ ມີຜົນບັງຄັບໃຊ້ແລ້ວສາມາດຍົກເລີກໄດ້. ສ່ວນສັນຍາທີ່ເປັນໂມຄະນັ້ນ ຈະບໍ່ສາມາດຍົກເລີກໄດ້ ເນື່ອງຈາກສັນຍາດັ່ງກ່າວເຮັດຂຶ້ນໂດຍບໍ່ຖືກຕ້ອງຕາມເງື່ອນໄຂຂອງການເຮັດສັນຍາ.

2.ມີການຍົກເລີກໂດຍຄູ່ສັນຍາ ຫຼື ຝ່າຍທີ່ໄດ້ຮັບຄວາມອັບປະໂຫຍດ;

  ການຍົກເລີກໂດຍຄູ່ສັນຍາ ໝາຍເຖິງ ຄູ່ສັນຍາທັງສອງຝ່າຍໄດ້ຕົກລົງເຫັນດີໃຫ້ຢຸດເຊົາ ບໍ່ສືບຕໍ່ປະຕິບັດສັນຍາ. ການຍົກເລີກສັນຍາໂດຍຝ່າຍດຽວ ໝາຍເຖິງຝ່າຍທີ່ໄດ້ຮັບຄວາມອັບປະໂຫຍດ ບໍ່ເຫັນດີໃຫ້ສືບຕໍ່ປະຕິບັດສັນຍາ.

ຕົວຢ່າງ:   ພໍ ໄດ້ຕົກລົງເຮັດສັນຍາໃຫ້ບໍລິສັດ ຊໍ ປຸກສ້າງເຮືອນໃຫ້ໂດຍໃຫ້ໃຊ້ເຫຼັກຂະໜາດ 16 ມີລິແມັດ ແຕ່ເວລາປຸກສ້າງຕົວຈິງ ຊໍພັດໃຊ້ເຫຼັກຂະໜາດ 12 ມີລິແມັດ, ພໍ ເຫັນວ່າ ຊໍ ໄດ້ລະເມີດສັນຍາຊຶ່ງເຮັດໃຫ້ຕົນອັບປະໂຫຍດເນື່ອງຈາກການໃຊ້ເຫຼັກທີ່ບໍ່ຖືກຕາມສັນຍາທີ່ໄດ້ຕົກລົງກັນໄວ້.

  1. ຮູບການຍົກເລີກສັນຍາສາມາດເຮັດເປັນລາຍລັກອັກສອນ.

ການຍົກເລີກສັນຍາທີ່ເປັນລາຍລັກອັກສອນ ຕ້ອງເຮັດເປັນລາຍລັກອັກອນ. ການຍົກເລີກສັນຍາທີ່ຕ້ອງເຮັດເປັນລາຍລັກອັກສອນ ອາດຈະຂຽນດ້ວຍມື, ພິມດີດ ຫຼື ພິມດ້ວຍເຄື່ອງເອເລັກໂຕຣນິກ ໂດຍຄູ່ສັນຍາເອງ ຫຼື ບຸກຄົນໃດໜຶ່ງ. ເນື້ອໃນຂອງການຍົກເລີກຕ້ອງລົງວັນທີ, ເດືອນ, ປີ, ມີລາຍເຊັນຂອງຄູ່ສັນຍາ ເພື່ອຢັ້ງຢືນຄວາມແນ່ນອນ ອາດຈະແປະໂປ້ມືໃສ່ຕື່ມກໍໄດ້. ການຍົກເລີກສັນຍາອາດຈະມີການເຂົ້າຮ່ວມຂອງນາຍບ້ານ ພ້ອມດ້ວຍພະຍານທີ່ໜ້າເຊື່ອຖືຢ່າງໜ້ອຍ ສາມຄົນ ຫຼື ອາດຈະນຳໄປຢັ້ງຢືນຢູ່ຫ້ອງການ​ທະບຽນ​ສານ.

​ເມື່ອມີ​ການ​ຍົກ​ເລີກ​ສັນຍາ ​ໂດຍ​ການ​ຕົກລົງຂອງ​ຄູ່​ສັນຍາ ຫຼື ​ໂດຍ​ຝ່າຍ​ທີ່​ໄດ້​ຮັບ​ຄວາມ​ອັບປະ​ໂຫຍ​ດ ສິ່ງ​ທີ່​ໄດ້​ປະຕິບັດ​ຕໍ່​ກັນ​ມາ​ກໍ​ໃຫ້​ແລ້ວ​ກັນໄປ, ຖ້າວ່າ​ຝ່າຍ​ໜຶ່ງ​ຫາກ​ໄດ້​ປະຕິບັດ​ພັນທະ​ຂອງ​ຕົນ​ກ່ອນ​ແລ້ວ ຝ່າຍ​ທີ່​ຍັງ​ຄ້າງ​ຄາ​ນັ້ນ ຕ້ອງ​ໄດ້​ປະຕິບັດ​ຕອບ​ແທນ. ສຳລັບ​ພັນທະ​ທີ່​ຍັງ​ບໍ່​ທັນ​ໄດ້​ປະຕິບັດ​ຕໍ່​ກັນ​ນັບ​ແຕ່​ວັນ​ຍົກ​ເລີກ​ສັນຍາ​ນັ້ນ ກໍ​ໃຫ້​ເລີກ​ແລ້ວ​ກັນ​ໄປ.

ຕົວຢ່າງ: ຄໍ ​ໄດ້​ຕົກລົງ​ເຮັດ​ສັນຍາ​ຈ້າງ ຕໍ ​ເພື່ອ​ປຸກ​ສ້າງ​ເຮືອນ, ວຽກ​ທີ່​ຕ້ອງ​ເຮັດ​ມີ​ຄື: ບຸກ​ເບີກ​ເນື້ອ​ທີ່​ດິນ​ໃນ​ມູນ​ຄ່າ 10.000.000 ກີບ, ປຸກ​ເຮືອ​ນມູນ​ຄ່າ 100.000.000 ກີບ, ຕິດ​ຕັ້ງ​ໄຟຟ້າ ​ແລະ ນ້ຳ​ປະປາ​ໃນ​ມູນ​ຄ່າ 10.000.000 ກີບ ​ໃຫ້ສຳ​ເລັດພາຍ​ໃນ​ກຳນົດ​ເວລາ 1 ປີ. ຜ່ານ​ການ​ປະຕິບັດ​ສັນຍາ ຕໍ ​ໄດ້​ບຸກ​ເບີກ​ເນື້ອ​ທີ່​ດິນ ​ແລະ ປຸກ​ເຮືອນ​ສຳ​ເລັດ​ແລ້ວ​ໃນ​ໄລຍະ​ຜ່ານ​ມາ ຄໍ ກໍ​ໄດ້​ຈ່າຍ​ເງິນ​ຄ່າ​ບຸກ​ເບີກ​ໃຫ້​ ຕໍ ​ແລ້ວ, ສ່ວນ​ເງິນ​ປຸກ​ເຮືອນ​ຍັງ​ບໍ່​ທັນ​ໄດ້​ຈ່າຍ. ຕໍ່​ມາ​ມີ​ການ​ຍົກ​ເລີກ​ສັນຍາ ຄໍ ຕ້ອງ​ຈ່າຍ​ເງິນ​ຄ່າ​ປຸກ​ເຮືອນ​ໃຫ້ ຕໍ ຕາມ​ຈຳນວນທີ່​ໄດ້​ຕົກລົງ​ກັນ​ໄວ້. ສ່ວນ​ການ​ຕິດ​ຕັ້ງ​ໄຟຟ້າ ​ແລະ ນ້ຳ​ປະປາ​ກໍ​ໃຫ້​ເລີກ​ແລ້ວ​ກັນ​ໄປ.

ໂດຍ:ໄມ້ງັດ

error: Content is protected !!