ການເສຍສິດຕາມອາຍຸຄວາມ

ມື້­ກ່ອນ​ຜູ້​ຂຽນ​ໄດ້​ນຳ​ເອົາ​ເນື້ອ​ໃນ​ຕ່າງໆ ທີ່​ສຳ­ຄັນ​ຈຳ­ນວນ​ໜຶ່ງ​ມາ​ສະ­ເໜີ​ໃຫ້​ທ່ານ​ຜູ້​ອ່ານ ໄດ້​ທຳ​ຄວາມ​ເຂົ້າ­ໃຈ​ກັບ​ອາ­ຍຸ​ຄວາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ຊຶ່ງ​ກໍ​ຈະ​ພາ​ທ່ານ ໄປ​ສູ່​ຄວາມ​ເຂົ້າ­ໃຈ​ໃນ​ເລື່ອງ​ນີ້​ບໍ່​ຫຼາຍ​ກໍ​ໜ້ອຍ ສຳ­ລັບ​ມື້­ນີ້ ກໍ​ຍັງ​ຈະ​ວົນ­ວຽນ​ຢູ່​ກັບ​ເນື້ອ​ໃນ​ຂອງ​ອາ­ຍຸ​ຄວາມ ແຕ່​ຈະ​ເວົ້າ​ເຖິງ​ການ​ເສຍ​ສິດ​ຂອງ​ບຸກ­ຄົນ​ໃດ​ໜຶ່ງ​ຕາມ​ອາ­ຍຸ​ຄວາມ.

ອາ­ຍຸ​ຄວາມ​ໃນ​ການ​ທວງ ຫຼື ການ​ຮ້ອງ​ຟ້ອງ​ແບ່ງ​ອອກ​ເປັນ​ສອງ​ປະ­ເພດ ຄື: ອາ­ຍຸ​ຄວາມ​ທົ່ວ​ໄປ ແລະ ອາ­ຍຸ​ຄວາມ​ສະ­ເພາະ.

– ອາ­ຍຸ​ຄວາມ​ທົ່ວ​ໄປ​ໝາຍ​ເຖິງ​ກຳ­ນົດ​ເວ­ລາ​ທີ່​ແນ່­ນອນ ຊຶ່ງ​ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້​ໃຫ້​ນຳ​ໃຊ້​ສິດ​ໃນ​ການ​ທວງ ຫຼື ຮ້ອງ​ຟ້ອງ ໃນ​ກໍ­ລະ­ນີ​ທີ່​ກົດ­ໝາຍ​ບໍ່​ໄດ້​ກຳ­ນົດ​ອາ­ຍຸ​ຄວາມ​ສະ­ເພາະ​ເຖິງ​ຊັບ​ເຫດ­ການ ຫຼື ສັນ­ຍາ​ໃດ​ໜຶ່ງ ເຊັ່ນ: ອາ­ຍຸ​ຄວາມ​ຕາມ​ສັນ­ຍາ ຫຼື ການ​ທວງ​ເອົາ​ຄ່າ​ເສຍ​ຫາຍ ແມ່ນ​ມີ​ກຳ­ນົດ​ເວ­ລາ​ສາມ​ປີ.

– ອາ­ຍຸ​ຄວາມ​ສະ­ເພາະ​ໝາຍ​ເຖິງ​ກຳ­ນົດ​ເວ­ລາ​ທີ່​ແນ່­ນອນ ຊຶ່ງ​ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ຊຶ່ງ​ບົ່ງ​ບອກ​ລັກ­ສະ­ນະ​ສະ­ເພາະ​ຂອງ​ສັນ­ຍາ ເຫດ­ການ ຫຼື ຊັບ​ສິ່ງ​ຂອງ​ໃດ​ໜຶ່ງ​ລຸ່ມ​ນີ້:

ສັນ­ຍາ​ກ່ຽວ​ກັບ​ການ​ກໍ່­ສ້າງ ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ ສຳ­ລັບ​ສັນ­ຍາ​ກ່ຽວ​ກັບ​ການ​ກໍ່­ສ້າງ ແມ່ນ​ເລີ່ມ​ແຕ່​ວັນ​ມອບ​ຮັບ​ສິ່ງ​ກໍ່­ສ້າງ​ເປັນ­ຕົ້ນ​ໄປ ພາຍ­ຫຼັງ​ການ​ກໍ່­ສ້າງ​ສຳ­ເລັດ ແລະ ມີ​ການ​ມອບ​ຮັບ​ກັນ​ຢ່າງ​ເປັນ​ທາງ​ການ​ແລ້ວ ຖ້າ​ມີ​ການ​ເພ­ພັງ​ເສຍ​ຫາຍ​ເກີດ​ຂຶ້ນ ຫຼື ການ​ກໍ່­ສ້າງ​ບໍ່​ຖືກ​ຕາມ​ເຕັກ­ນິກ ຜິດ​ຕາມ​ແຜນ­ຜັງ ຫຼື ອອກ​ແບບ​ເຈົ້າ​ຂອງ​ໂຄງ­ການ​ມີ​ສິດ​ທວງ​ໃຫ້​ຜູ້​ຮັບ​ເໝົາ​ດັດ­ແກ້​ປ່ຽນ­ແປງ ຫຼື ໃຊ້​ແທນ​ຄ່າ​ເສຍ​ຫາຍ​ໄດ້​ພາຍ​ໃນ​ກຳ­ນົດ​ສິບ​ປີ ຫຼັງ​ຈາກ​ກຳ­ນົດ​ເວ­ລາ​ດັ່ງ­ກ່າວ​ແລ້ວ ເຈົ້າ​ຂອງ​ໂຄງ­ການ​ຈະ​ບໍ່​ສາ­ມາດ​ທວງ​ໄດ້ ຍ້ອນ​ວ່າ​ອາ­ຍຸ​ຄວາມ​ໄດ້​ສິ້ນ​ສຸດ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ວ່າ​ດ້ວຍ​ຂໍ້​ຜູກ​ພັນ​ໃນ ແລະ ນອກ​ສັນ­ຍາ.

ການ​ເສຍ​ສິດ​ຕາມ​ອາ­ຍຸ​ຄວາມ​ໝາຍ​ເຖິງ ການ​ເສຍ​ສິດ​ທວງ​ຮ້ອງ​ຟ້ອງ​ຕາມ​ໄລ­ຍະ​ເວ­ລາ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ເຊັ່ນ: ສິດ​ໃນ​ການ​ຮຽກ­ຮ້ອງ​ຄ່າ​ເສຍ​ຫາຍ ສິດ​ໄດ້​ຮັບ​ການ​ສືບ​ທອດ​ມູນ​ມໍ​ຣະ​ດົກ ສິດ​ທວງ​ຕາມ​ສັນ­ຍາ ແລະ ອື່ນໆ.

ຕົວ­ຢ່າງ: ໃນ​ວັນ​ທີ 30 ມີ­ນາ 2002 ຄວາຍ​ຂອງ​ທ້າວ ສ ໄປ​ເຂົ້າ​ສວນ​ຂອງ​ນາງ ຟ ເຮັດ​ໃຫ້​ຜົນ­ລະ­ປູກ​ຂອງ​ນາງ ຟ ເສຍ​ຫາຍ ຕົກ​ເປັນ​ມູນ​ຄ່າ 7.000.000 ກີບ ທ້າວ ສ ເຫັນ​ດີ​ໃຊ້​ແທນ ແຕ່​ໄດ້​ນັດ​ໝາຍ​ກັນ​ໃຊ້​ແທນ​ຄືນ​ໃນ​ວັນ​ທີ 30 ມິ­ຖຸ­ນາ 2002 ພໍ​ຮອດ​ວັນ​ທີ​ວັນ​ນັດ​ໝາຍ ທ້າວ ສ ບໍ່​ໄດ້​ນຳ​ເງິນ​ມາ​ໃຊ້​ແທນ ນາງ ຟ ແລະ ນາງ ຟ ກໍ​ບໍ​ໄດ້​ທວງ​ຖາມ​ເອົາ​ເງິນ​ດັ່ງ­ກ່າວ ຈົນ​ເວ­ລາ​ລ່ວງ​ເລີຍ​ໄປ​ຈາກ​ວັນ​ນັດ​ໝາຍ​ສາມ​ປີ ຄື ຮອດ​ວັນ​ທີ 10 ກໍ­ລະ­ກົດ 2005 ນາງ ຟ ຈຶ່ງ​ໄປ​ທວງ​ຖາມ​ເອົາ​ເງິນ​ດັ່ງ­ກ່າວ ແຕ່​ທ້າວ ສ ປະ­ຕິ­ເສດ​ວ່າ​ບໍ່​ສາ­ມາດ​ໃຊ້​ແທນ ຍ້ອນ​ວ່າ​ໝົດ​ອາ­ຍຸ​ຄວາມ​ແລ້ວ ນາງ ຟ ຈຶ່ງ​ໄປ​ຮ້ອງ​ຟ້ອງ​ຕໍ່​ສານ ສານ​ໄດ້​ພິ­ຈາ­ລະ­ນາ​ຕັດ­ສິນ ແລະ ໄດ້​ວິ­ນິດ​ໄສ​ວ່າ ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ​ຂອງ​ນາງ ຟ ໄດ້​ໝົດ​ໄປ​ແລ້ວ ຍ້ອນ​ນັບ​ແຕ່​ວັນ​ນັດ​ໝາຍ​ໃນ​ການ​ຊຳ­ລະ​ຄ່າ​ເສຍ​ຫາຍ ແມ່ນ​ວັນ​ທີ 30 ມິ­ຖຸ­ນາ 2002 ຈົນ​ຮອດ​ວັນ​ທີ 10 ກໍ­ລະ­ກົດ 2005 ນາງ ຟ ບໍ່​ເຄີຍ​ໄດ້​ທວງ​ທາວ​ເອົາ​ເງິນ​ດັ່ງ­ກ່າວ​ຈາກ ທ້າວ ສ ສະ­ນັ້ນ ອີງ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ຂໍ້​ຜູກ​ພັນ​ໃນ ແລະ ນອກ​ສັນ­ຍາ​ສານ ຈຶ່ງ​ໄດ້​ຕັດ­ສິນ​ຍົກ­ເລີກ​ຄຳ​ຮ້ອງ​ຟ້ອງ​ຂອງ​ນາງ ຟໍ ນັ້ນ​ຖີ້ມ​ທັງ​ໝົດ.

ໂດຍ: ໄມ້​ງັດ

error: Content is protected !!