ສິດໃນການອະນຸຍາດ

ຕາມ​ປົກ­ກະ­ຕິ ເມື່ອ​ມີ​ການ​ຮ້ອງ​ຂໍ ບໍ່​ວ່າ​ຈະ​ເປັນ​ລາຍ​ລັກ​ອັກ­ສອນ ຫຼື ບໍ່​ກໍ​ຕາມ ຜູ້​ທີ່​ຖືກ​ຮ້ອງ​ຂໍ ກໍ​ຈະ​ອະ­ນຸ­ຍາດ​ໃຫ້​ຕາມ​ການ​ຮ້ອງ​ຂໍ​ຂອງ​ບຸກ­ຄົນ​ໃດ​ໜຶ່ງ ຫາກ​ການ​ຮ້ອງ​ນັ້ນ​ບໍ່​ເປັນ​ການ​ລະ­ເມີດ​ກົດ­ໝາຍ ຫຼື ຈະ​ບໍ່​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສິດ ແລະ ຜົນ​ປະ­ໂຫຍດ​ລວມ​ຂອງ​ລັດ ຂອງ​ສັງ­ຄົມ ຫຼື ຂອງ​ນິ­ຕິ­ບຸກ­ຄົນ ຫຼື ຂອງ​ບຸກ­ຄົນ ການ​ບໍ່​ອະ­ນຸ­ຍາດ​ນັ້ນ ກໍ​ຕ້ອງ​ມີ​ເຫດ­ຜົນ​ພຽງ­ພໍ ເພື່ອ​ປະ­ຕິ­ເສດ​ການ​ຮ້ອງ​ຂໍ​ດັ່ງ­ກ່າວ ອັນ​ເນື່ອງ​ມາ​ຈາກ​ເຫດ­ຜົນ​ທາງ​ດ້ານ​ກົດ­ໝາຍ ຫຼື ເຫດ­ຜົນ​ອື່ນໆ​ທີ່​ເຫັນ​ວ່າ​ບໍ່​ສາ­ມາດ​ອະ­ນຸ­ຍາດ​ໄດ້ ຫຼື ອະ­ນຸ­ຍາດ ແຕ່​ຜູ້​ຮ້ອງ​ຂໍ​ກໍ​ຕ້ອງ​ໄດ້​ຊົດ​ໃຊ້​ທົດ​ແທນ ຫຼື ທົດ​ແທນ​ຄ່າ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ຈາກ​ການ​ອະ­ນຸ­ຍາດ​ນັ້ນ ເປັນ­ຕົ້ນ ການ​ອະ­ນຸ­ຍາດ​ໃຫ້​ມີ​ທາງ​ຜ່ານ ການ​ອະ­ນຸ­ຍາດ​ໃຫ້​ມີ​ນ້ຳ​ຮ່ອງ​ໄຫຼ​ຜ່ານ.

ການ​ອະ­ນຸ­ຍາດ​ໃຫ້​ມີ​ທາງ​ຜ່ານ​ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ ໄດ້​ກຳ­ນົດ​ໄວ້​ວ່າ: ບຸກ­ຄົນ​ຜູ້​ໃດ​ທີ່​ມີ​ເຮືອນ ຊຶ່ງ​ຖືກ​ປິດ​ລ້ອມ​ດ້ວຍ​ເຮືອນ ຫຼື ທີ່​ດິນ ຊຶ່ງ​ຜູ້​ອື່ນ​ມີ​ສິດ​ນຳ​ໃຊ້​ໂດຍ​ບໍ່​ມີ​ທາງ​ຜ່ານ​ອອກ​ໄປ​ສູ່​ຫົນ­ທາງ​ໄດ້ ບຸກ­ຄົນ​ນັ້ນ​ກໍ​ມີ​ສິດ​ຮ້ອງ​ຂໍ​ທາງ​ຜ່ານ​ຈາກ​ຜູ້​ມີ​ສິດ​ນຳ​ໃຊ້​ທີ່​ດິນ​ທີ່­ຢູ່​ໃກ້​ຫົນ­ທາງ​ກວ່າ​ໝູ່ ຜູ້​ທີ່​ມີ​ສິດ​ນຳ​ໃຊ້​ທີ່​ດິນ ຊຶ່ງ​ຖືກ​ຮ້ອງ​ຂໍ​ນັ້ນ ຕ້ອງ​ອະ­ນຸ­ຍາດ​ໃຫ້​ຜ່ານ ແຕ່​ມີ​ສິດ​ຮ້ອງ​ຂໍ​ເອົາ​ການ​ໃຊ້​ແທນ​ຄ່າ​ເສຍ​ຫາຍ​ແກ່​ຜົນ­ລະ­ປູກ ຫຼື ສິ່ງ​ກໍ່­ສ້າງ​ຈາກ​ການ​ນຳ​ໃຊ້​ທີ່​ດິນ​ທີ່​ເປັນ​ທາງ​ຜ່ານ​ນັ້ນ ຕາມ​ຄວາມ​ເໝາະ​ສົມ.

ໃນ​ກໍ­ລະ­ນີ​ການ​ເນັ່ງ­ສາຍ​ໄຟ ສາຍ​ໂທລະ­ສັບ ຫຼື ຂຸດ​ຮ່ອງ­ນ້ຳ ວາງ​ທໍ່​ນ້ຳ ທໍ່​ນ້ຳ​ປະ­ປາ ຜ່ານ​ທີ່​ດິນ​ຂອງ​ຜູ້​ທີ່​ມີ​ສິດ​ນຳ​ໃຊ້​ບຸກ­ຄົນ​ໃດ​ໜຶ່ງ ຊຶ່ງ​ພາ­ໃຫ້​ຕົ້ນ­ໄມ້ ຫຼື ຜົນ­ລະ­ປູກ​ຕ່າງໆ​ຂອງ​ຜູ້­ກ່ຽວ​ຖືກ​ທຳ­ລາຍ ຫຼື ພາ­ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ອື່ນໆ​ແລ້ວ ບຸກ­ຄົນ​ຜູ້​ນັ້ນ​ຈະ​ຂໍ​ເອົາ​ຄ່າ​ເສຍ​ຫາຍ​ທີ່​ເນື່ອງ​ມາ​ຈາກ​ການ​ກະ­ທຳ​ນັ້ນ​ກໍ​ໄດ້ ຖ້າ­ວ່າ​ຜູ້​ທີ່​ມີ​ສິດ​ນຳ​ໃຊ້​ທີ່​ດິນ​ນັ້ນ ຫາກ​ໄດ້​ຮັບ​ຜົນ​ປະ­ໂຫຍດ​ນຳ​ແລ້ວ ກໍ​ຈະ​ບໍ່​ໃຫ້​ຄິດ­ໄລ່​ຄ່າ​ເສຍ​ຫາຍ​ນັ້ນ​ອີກ.

ຕົວ­ຢ່າງ: ທ້າວ ເປີ້ຍ ໄດ້​ຂໍ­ອະ­ນຸ­ຍາດ​ຂຸດ​ຮ່ອງ​ເພື່ອ​ວາງ​ທໍ່​ນ້ຳ​ປະ­ປາ​ເຂົ້າ​ໄປ​ຫາ​ເຮືອນ​ຂອງ​ຕົນ ໂດຍ​ຜ່ານ​ໜ້າ​ເຮືອນ​ຂອງ​ນາງ ໂນ້ຍ ແລະ ນາງ ໂນ້ຍ ກໍ​ໄດ້​ຂໍ​ຕໍ່​ທໍ່​ນ້ຳ​ປະ­ປາ​ເຂົ້າ​ເຮືອນ​ຂອງ​ຕົນ​ນຳ.

ສຳ­ລັບ​ການ​ອະ­ນຸ­ຍາດ​ໃຫ້​ນ້ຳ​ຮ່ອງ​ໄຫ​ຜ່ານ​ນັ້ນ ກົດ­ໝາຍ​ກໍ​ໄດ້​ກຳ­ນົດ​ໄວ້​ດັ່ງ­ນີ້: ບຸກ­ຄົນ​ຜູ້​ໃດ​ທີ່​ມີ​ຄວາມ​ຈຳ­ເປັນ​ໃນ​ການ​ເປັ່ງ​ນ້ຳ​ອອກ​ຈາກ​ດິນ​ບ້ານ​ທີ່​ຕົນ​ຢູ່ ກໍ​ມີ​ສິດ​ຮ້ອງ​ຂໍ​ຂຸດ​ຮ່ອງ­ນ້ຳ​ຜ່ານ​ດິນ​ບ້ານ​ຂອງ​ຜູ້​ທີ່­ຢູ່​ລຸ່ມ​ຖັດ​ຕົນ ຫຼື ຜູ້​ທີ່­ຢູ່​ໃກ້​ຄອງ​ນ້ຳ ຜູ້​ທີ່​ຖືກ​ຮ້ອງ​ຂໍ​ກໍ​ຕ້ອງ​ອະ­ນຸ­ຍາດ​ໃຫ້​ຂຸດ​ຮ່ອງ​ເປັ່ງ​ນ້ຳ ແຕ່​ມີ​ສິດ​ຮ້ອງ​ຂໍ​ເອົາ​ຄ່າ​ເສຍ​ຫາຍ​ແກ່​ຜົນ­ລະ­ປູກ ຫຼື ສິ່ງ​ທີ່​ປຸກ​ສ້າງ ຈາກ​ການ​ຂຸດ​ຮ່ອງ​ເປັ່ງ​ນ້ຳ​ນັ້ນ ຜູ້​ຮ້ອງ​ຂໍ​ຂຸດ​ຮ່ອງ​ເປັ່ງ​ນ້ຳ ຕ້ອງ​ຮັກ­ສາ​ອະ­ນາ­ໄມ ແລະ ຮັກ­ສາ​ສະ­ພາບ​ຂອງ​ຮ່ອງ­ນ້ຳ​ໃຫ້​ເໝາະ​ສົມ ໝາຍ​ຄວາມ​ວ່າ ບໍ່​ໃຫ້​ເປີ​ເປື້ອນ ຫຼື ເຮັດ​ໃຫ້​ມີ​ກິ່ນ​ເໝັນ ອັນ​ຈະ​ສ້າງ​ຜົນ​ກະ­ທົບ​ຕໍ່​ການ​ດຳ­ລົງ​ຊີ­ວິດ​ຂອງ​ຄົນ ແລະ ສະ­ພາບ​ແວດ​ລ້ອມ​ອ້ອມ​ຂ້າງ​ນັ້ນ.

ຕໍ່​ບັນ­ຫາ​ນີ້ ທຸກ​ຄົນ​ຕ້ອງ​ເຂົ້າ­ໃຈ​ວ່າ ການ​ອະ­ນຸ­ຍາດ​ດັ່ງ­ກ່າວ ແມ່ນ​ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້​ແລ້ວ ແຕ່​ຫາກ​ບໍ່​ແມ່ນ​ວ່າ​ໃຜ​ຢາກ​ກຳ­ນົດ​ແນວ­ໃດ​ກໍ​ກຳ­ນົດ ຢາກ​ອະ­ນຸ­ຍາດ​ກໍ​ອະ­ນຸ­ຍາດ ບໍ່​ຢາກ​ອະ­ນຸ­ຍາດ​ກໍ​ແລ້ວ­ແຕ່ ມັນ​ແມ່ນ​ສິດ​ຂອງ​ຂ້ອຍ ຄວາມ​ຈິງ​ມັນ​ບໍ່​ແມ່ນ​ແນວ​ນັ້ນ ມັນ​ມີ​ກົດ­ໝາຍ ເຖິງ​ແມ່ນ​ວ່າ​ຕົນ​ມີ​ສິດ​ກໍ​ຕາມ ແຕ່​ສິດ​ດັ່ງ­ກ່າວ ກົດ­ໝາຍ​ໄດ້​ເປີດ​ທາງ​ໃຫ້​ບຸກ­ຄົນ​ໃດ​ໜຶ່ງ ສາ­ມາດ​ຮ້ອງ​ຂໍ​ຕໍ່​ວ່າ​ຕໍ່​ເຈົ້າ​ກຳ­ມະ­ສິດ​ໄດ້ ເມື່ອ​ຜູ້​ມີ​ສິດ​ນັ້ນ ຫາກ​ນຳ​ໃຊ້​ສິດ​ຂອງ​ຕົນ​ແບບ​ປິດ​ປະ­ຕູ​ຕັນ​ບຸກ­ຄົນ​ອື່ນ ຊຶ່ງ​ກົດ­ໝາຍ​ໄດ້​ອະ­ນຸ­ຍາດ​ໃຫ້​ມີ​ຄວາມ​ສາ­ມາດ​ຜ່ານ​ໄປ​ໄດ້ ໂດຍ​ມີ​ເຫດ­ຜົນ​ທີ່​ພຽງ­ພໍ.

ໂດຍ: ໄມ້​ງັດ

error: Content is protected !!