ສິດ ແລະ ການນຳໃຊ້ກຳມະສິດ

ພົນ­ລະ­ເມືອງ​ລາວ​ທຸກ​ຄົນ ລ້ວນ​ແຕ່​ມີ ສິດ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ລັດ​ຖະ​ທຳ​ມະ­ນູນ ການ​ລະ­ເມີດ​ສິດ​ດັ່ງ­ກ່າວ​ຂອງ​ພົນ­ລະ­ເມືອງ ຖື​ເປັນ​ການ​ກະ­ທຳ​ຜິດ​ຕາມ​ປະ­ມວນ​ກົດ­ໝາຍ​ອາ­ຍາ ເຖິງ​ແມ່ນ​ວ່າ​ພົນ­ລະ­ເມືອງ​ມີ​ສິດ​ຄື​ແນວ​ນັ້ນ­ແລ້ວ​ກໍ​ຕາມ ຫາກ​ຕົນ​ເປັນ​ຜູ້­ນຳ​ໃຊ້​ສິດ​ດັ່ງ­ກ່າວ​ບໍ່​ຖືກ­ຕ້ອງ​ເອງ ກໍ​ຈະ​ພາ­ໃຫ້​ມີ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ການ​ກະ­ທຳ​ຂອງ​ຕົນ ຕາມ​ກໍ­ລະ­ນີ​ຂອງ​ການ​ກະ­ທຳ​ຜິດ ຊຶ່ງ​ໄດ້​ກຳ­ນົດ​ໄວ້​ໃນ​ປະ­ມວນ​ກົດ­ໝາຍ​ອາ­ຍາ​ແລ້ວ​ນັ້ນ ສິດ ໝາຍ​ເຖິງ​ຄວາມ​ສາ​ມາ​ດະ​ກະ­ທຳ ຫຼື ບໍ່​ກະ­ທຳ (ກະ­ທຳ​ໃນ​ສິ່ງ​ທີ່​ຖືກ­ຕ້ອງ ແລະ ບໍ່​ກະ­ທຳ​ໃນ​ສິ່ງ​ທີ່​ບໍ່​ຖືກ­ຕ້ອງ).

ການ​ນຳ​ໃຊ້​ກຳ­ມະ­ສິດ ແມ່ນ​ການ​ຊົມ­ໃຊ້​ພາ­ຫະ­ນະ ຫຼື ຊັບ​ສິ່ງ​ຂອງ​ທີ່​ເປັນ​ຂອງ​ຕົນ ເພື່ອ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ທາງ​ດ້ານ ການ​ເປັນ​ຢູ່ ຫຼື ຜົນ​ປະ­ໂຫຍດ​ອັນ​ແນ່­ນອນ​ທີ່​ຕົນ​ຕ້ອງ­ການ ແຕ່​ບໍ່​ກໍ່​ຄວາມ​ເສຍ​ຫາຍ ຫຼື ຂັດ​ກັບ​ສິດ ແລະ ຜົນ​ປະ­ໂຫຍດ​ຂອງ​ລັດ ສັງ­ຄົມ ຫຼື ຂອງ​ບຸກ­ຄົນ​ອື່ນ ເຊັ່ນ ການ​ປຸກ​ສ້າງ​ເຮືອນ ແລະ ການ​ປູກ​ຕົ້ນ­ໄມ້​ເຫຼົ່າ​ນີ້​ເປັນ­ຕົ້ນ.

ໃນ​ໄລ­ຍະ​ທີ່​ຜ່ານ​ມາ ເລື່ອງ​ການ​ນຳ​ໃຊ້​ສິດ​ຂອງ​ພົນ­ລະ­ເມືອງ ເວົ້າ​ລວມ​ແມ່ນ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ໄດ້​ກຳ­ນົດ ອັນ​ເປັນ​ການ​ປະ­ກອບ­ສ່ວນ​ເຮັດ​ໃຫ້​ສັງ­ຄົມ​ມີ​ຄວາມ​ສະ­ຫງົບ ແລະ ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໂດຍ​ພື້ນ­ຖານ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ຄຽງ​ຄູ່​ກັບ​ດ້ານ​ດີ ກໍ​ຍັງ​ມີ​ດ້ານ​ຫຍໍ້­ທໍ້​ອັນ​ເກີດ​ຈາກ​ການ​ນຳ​ໃຊ້​ສິດ​ຂອງ​ຕົນ​ເກີນ​ຂອບ​ເຂດ ຫຼື ບໍ່​ຖືກ­ຕ້ອງ​ຕາມ ກົດ­ໝາຍ​ໄດ້​ກຳ­ນົດ ຫຼື ບໍ່​ໄດ້​ອະ­ນຸ­ຍາດ​ໃຫ້​ກະ­ທຳ.

ສິດ​ກ່ຽວ​ກັບ​ການ​ປຸກ​ສ້າງ ແລະ ການ​ປູກ​ຕົ້ນ­ໄມ້ ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້​ຄື​ແນວ​ນີ້: ບຸກ­ຄົນ​ຜູ້​ທີ່​ໄດ້​ສິດ​ປຸກ​ສ້າງ​ເຮືອນ ແລະ ກໍ່­ສ້າງ​ອື່ນໆ​ແລ້ວ​ນັ້ນ ບໍ່​ມີ​ສິດ​ເຮັດ​ໃຫ້​ຫຼັງ­ຄາ​ເຮືອນ​ຂອງ​ຕົນ​ລື່ນ​ກາຍ­ໄປ​ຈົນ​ເຮັດ​ໃຫ້​ນ້ຳ​ຝົນ­ຕົກ​ລົງ​ໃສ່ ຫຼື ກວມ​ເອົາ​ທີ່​ດິນ ຫຼື ເຮືອນ​ຂອງ​ບຸກ­ຄົນ​ອື່ນ​ທີ່­ຢູ່​ໃກ້​ຄຽງ​ນັ້ນ ບຸກ­ຄົນ​ຜູ້​ທີ່​ໄດ້​ປຸກ­ເຮືອນ ປູກ​ຕົ້ນ­ໄມ້ ຕົ້ນ­ໄມ້​ກິນ​ໝາກ ຫຼື ຕົ້ນ­ໄມ້​ເປັນ​ເຄືອ ຫຼື ອື່ນໆ ໃນ​ທີ່​ດິນ​ຊຶ່ງ​ຕົນ​ມີ​ສິດ​ນຳ​ໃຊ້​ນັ້ນ ກໍ່​ຜົນ​ເສຍ​ຫາຍ​ໃຫ້​ແກ່​ເຈົ້າ​ຂອງ​ເຮືອນ​ທີ່­ຢູ່​ໃກ້​ຄຽງ ຫຼື ກີດ­ຂວາງ​ການ​ສັນ­ຈອນ​ໄປ​ມາ.

ຜູ້​ທີ່​ຖືກ­ເສຍ​ຫາຍ ເນື່ອງ​ຈາກ​ສາ­ເຫດ​ທີ່​ໄດ້​ກ່າວ​ໄວ້​ເທິງ​ນີ້ ອາດ​ຈະ​ຮານ ຫຼື ຕັດ​ງ່າ­ໄມ້ ຫຼື ເຄືອ­ໄມ້ ຫຼື ຮາກ​ໄມ້ ທີ່​ລ່ວງ­ກາຍ​ເຂົ້າ​ໄປ​ໃນ​ທີ່​ດິນ​ຂອງ​ຕົນ​ກໍ​ໄດ້ ພາຍ­ຫຼັງ​ທີ່​ໄດ້​ແຈ້ງ​ໃຫ້​ເຈົ້າ​ກຳ­ມະ­ສິດ​ນັ້ນ​ຊາບ​ແລ້ວ 7 ວັນ ແຕ່​ຜູ້­ກ່ຽວ​ກໍ​ຍັງ​ເມີນ­ເສີຍ​ຢູ່ ຫຼື ຜູ້​ຖືກ­ເສຍ​ຫາຍ​ຈະ​ດຳ­ເນີນ​ການ​ປົກ​ປ້ອງ​ສິດ ຫຼື ດຳ­ເນີນ​ການ​ຮ້ອງ​ຟ້ອງ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ກໍ​ໄດ້ ນອກ­ຈາກ​ນີ້ ຜູ້​ຖືກ­ເສຍ​ຫາຍ​ຍັງ​ມີ​ສິດ​ຮ້ອງ​ຂໍ​ເອົາ​ການ​ໃຊ້​ແທນ​ຄ່າ​ເສຍ​ຫາຍ​ນັ້ນ​ອີກ​ດ້ວຍ ຕົວ­ຢ່າງ: ຕົ້ນ­ໄມ້​ທີ່​ຕັ້ງ​ຢູ່​ດິນ​ຂອງ​ທ້າວ ຍັບ ລົ້ມ​ທັບ​ເຮືອນ​ຂອງ​ທ້າວ ເຍີນ ເຮັດ​ໃຫ້​ເຮືອນ​ຂອງ​ທ້າວ ເຍີນ ເປ່​ເພ​ໜັກ ຊຶ່ງ​ໄລ­ຍະ​ຜ່ານ​ມາ ທ້າວ ເຍີນ ກໍ​ໄດ້​ບອກ​ທ້າວ ຍັບ ຕັດ​ຕົ້ນ­ໄມ້​ດັ່ງ­ກ່າວ​ຫຼາຍ​ຄັ້ງ​ແລ້ວ ແຕ່​ທ້າວ ຍັບ ບໍ່​ຍອມ​ຕັດ.

ໂດຍ: ໄມ້​ງັດ

error: Content is protected !!