ການປ່ຽນແປງເນື້ອໃນສັນຍາ

ສັນ­ຍາ ແມ່ນ​ນິ­ຕິ​ກຳ​ທາງ​ແພ່ງ​ຊະ­ນິດ​ໜຶ່ງ ທີ່​ມີ​ຜູ້​ເຂົ້າ​ຮ່ວມ​ແຕ່​ສອງ​ຄົນ​ຂຶ້ນ​ໄປ ຊຶ່ງ​ມີ​ສິດ ແລະ ພັນ­ທະ​ຕາມ​ການ​ຕົກ­ລົງ​ຂອງ​ຄູ່​ສັນ­ຍາ ຫຼື ຕາມ​ການ​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ເມື່ອ​ເວົ້າ ເຖິງ​ສັນ­ຍາ ພວກ​ເຮົາ​ຕ້ອງ​ຄຳ­ນຶງ​ເຖິງ​ບັນ­ດາ​ຫຼັກ­ການ​ຕ່າງໆ ທີ່​ເປັນ​ພື້ນ­ຖານ​ໃຫ້​ແກ່​ການ ເຮັດ​ສັນ­ຍາ ໂດຍ​ສະ­ເພາະ​ແມ່ນ ຫຼັກ­ການ​ອິດ­ສະ­ຫຼະ­ພາບ​ໃນ​ການ​ເຮັດ​ສັນ­ຍາ ແລະ ຫຼັກ­ການ​ຄວາມ​ສະ­ເໝີ­ພາບ​ຂອງ​ຜູ້​ເຂົ້າ​ຮ່ວມ ໃນ​ສັນ­ຍາ.

ມື້­ນີ້ ຜູ້​ຂຽນ​ຈະ​ນຳ​ສະ­ເໜີ​ບາງ​ບັນ­ຫາ​ທີ່​ພົວ­ພັນ​ກັບ​ສັນ­ຍາ ໂດຍ​ສະ­ເພາະ ຄວາມ​ຕ້ອງ­ການ​ຂອງ​ຄູ່​ສັນ­ຍາ​ຝ່າຍ​ໃດ​ຝ່າຍ​ໜຶ່ງ ຢາກ​ຈະ​ປ່ຽນ­ແປງ​ເນື້ອ​ໃນ​ຈິດ­ໃຈ​ທີ່​ສຳ­ຄັນ​ຂອງ​ສັນ­ຍາ ເພື່ອ​ໃຫ້​ທ່ານ​ຜູ້​ອ່ານ​ໄດ້​ຮູ້​ຕື່ມ.

ການ​ປ່ຽນ­ແປງ​ເນື້ອ​ໃນ​ສັນ­ຍາ ໝາຍ​ເຖິງ​ການ​ປ່ຽນ­ແປງ​ເນື້ອ​ໃນ​ສຳ­ຄັນ​ຂອງ​ສິດ ແລະ ພັນ­ທະ​ທີ່​ຄູ່​ສັນ­ຍາ​ຕ້ອງ​ປະ­ຕິ­ບັດ​ຕໍ່​ກັນ​ດ້ວຍ​ການ​ເພີ່ມ​ເຕີມ ຫຼື ຕັດ​ອອກ​ວັດ­ຖຸ​ປະ­ສົງ ຫຼື ເປົ້າ​ໝາຍ​ຂອງ​ສັນ­ຍາ ລາ­ຄາ ກຳ­ນົດ​ເວ­ລາ ປະ­ຕິ­ບັດ​ການ​ຊຳ­ລະ​ການ​ນຳ​ສົ່ງ ຂອບ​ເຂດ ປະ­ລິ­ມານ ແລະ ຄຸນ​ນະ​ພາບ​ຂອງ​ເປົ້າ​ໝາຍ ສະ­ຖານ­ທີ່​ປະ­ຕິ­ບັດ​ສັນ­ຍາ ແລະ ພັນ­ທະ ໃນ​ການ​ແຈ້ງ​ໃຫ້​ກັນ​ຊາບ.

ຕົວ­ຢ່າງ: ທ້າວ ຂ ເຊົ່າ​ທີ່​ດິນ ເນື້ອ­ທີ່ 2.200 ຕາ​ແມັດ​ຈາກ ນາງ ປ ຊຶ່ງ​ຕັ້ງ​ຢູ່ ບ້ານ​ຫາດ​ກ້ຽງ ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງຈັນ ໃບ​ຕາ­ດິນ​ເລກ​ທີ 222 ລົງ​ວັນ​ທີ 9 ເດືອນ​ກັນ­ຍາ 2009 ອອກ­ຊື່ ນາງ ປ ເພື່ອ​ປຸກ ສ້າງ​ບໍ­ລິ­ສັດ ກຳ­ນົດ​ເວ­ລາ​ເຊົ່າ​ສິບ​ປີ ເລີ່ມ​ແຕ່ວັນ​ທີ 1 ມັງ­ກອນ 2010 ເຖິງ​ວັນ​ທີ 1 ມັງ­ກອນ 2020 ລາ­ຄາ​ເຊົ່າ 10.000.000 ກີບ​ຕໍ່​ປີ ຝ່າຍ ຂ ຈະ​ຕ້ອງ​ໄດ້​ຊຳ­ລະ​ຄ່າ​ເຊົ່າ​ລ່ວງ​ໜ້າ 5 ປີ ໂດຍ​ກຳ­ນົດ​ເອົາ​ມື້​ເຊັນ​ສັນ­ຍາ​ເປັນ​ມື້​ຊຳ­ລະ (1 ມັງ­ກອນ 2013) ລວມ​ທັງ​ເປັນ​ເງິນ 30.000.000 ກີບ ແລະ ອີກ​ສ່ວນ​ທີ່​ເຫຼືອແມ່ນ​ຈະ​ຊຳ­ລະ​ໃນ​ວັນ​ທີ 1 ມັງ­ກອນ 2015 ເມື່ອ​ປະ­ຕິ­ບັດ​ສັນ­ຍາ​ມາ​ໄດ້​ໄລ­ຍະ​ໜຶ່ງ ຝ່າຍ ທ້າວ ຂ ຕ້ອງ­ການ​ເພີ່ມ​ເວ­ລາ​ຂອງ​ການ​ເຊົ່າ ແລະ ໄດ້​ສະ­ເໜີ​ເພີ່ມ​ໄລ­ຍະ​ເວ­ລາ​ເຊົ່າ​ອີກ​ຫ້າປີ ຈາກ​ນາງ ປ ເປັນ 15 ປີ ແລະ ເຫັນ​ດີ​ໃຫ້ ທ້າວ ຂ ເພີ່ມ​ຄ່າ​ເຊົ່າ​ໃໝ່​ຕາມ​ກຳ­ນົດ​ເວ­ລາ ທີ່​ເພີ່ມ​ເປັນ​ປີ​ໜຶ່ງ 11.000.000 ກີບ ແລະ ຝ່າຍ ຂ ກໍ​ຕົກ­ລົງ​ເຫັນ​ດີ​ຕາມ​ການ​ສະ­ເໜີຂອງ​ຝ່າຍ ນາງ ປ.

ຈາກ​ຕົວ­ຢ່າງ​ຂ້າງ​ເທິງ​ນັ້ນ ສະ­ແດງ​ໃຫ້​ເຫັນ​ວ່າ ຖ້າ​ຝ່າຍ​ໜຶ່ງ​ຫາກ​ບໍ່​ຕົກ­ລົງ​ເຫັນ​ດີ ການ​ສະ­ເໜີ​ປ່ຽນ­ແປງ​ນັ້ນ​ກໍ​ຈະ​ບໍ່​ມີ​ຜົນ​ສັກ­ສິດ ອີກ​ດ້ານ​ໜຶ່ງ​ສາ­ມາດ​ເວົ້າ​ໄດ້​ວ່າ ສິ່ງ​ທີ່​ສະ­ເໜີ​ປ່ຽນ­ແປງ​ເປັນ​ຂໍ້​ສະ­ເໜີ​ນັ້ນ​ເປັນ​ຂໍ້​ສະ­ເໜີ​ໃໝ່ ຖ້າ​ຂໍ້​ສະ­ເໜີ​ໃໝ່​ນີ້​ຫາກ​ບໍ່​ຖືກ​ຮັບ­ຮອງ ຫຼື ມີ​ການ​ຕົກ­ລົງ​ເຫັນ​ດີ ພັນ­ທະ​ທີ່​ໄດ້​ຕົກ­ລົງ​ກັນ​ແລ້ວ​ຍັງ​ມີ​ຜົນ​ສັກ­ສິດ​ຢູ່.

ການ​ປ່ຽນ­ແປງ​ສັນ­ຍາ ອາດ​ຈະ​ມີ​ຫຼາຍ​ຮູບ​ການ ຊຶ່ງ​ສາ­ມາດ​ສັງ​ລວມ​ໄດ້​ດັ່ງ­ນີ້:

1. ຝ່າຍ​ໃດ​ໜຶ່ງ​ໄດ້​ສະ­ເໜີ ຫຼື ແຈ້ງ​ການ​ປ່ຽນ­ແປງ​ສັນ­ຍາ ໃຫ້​ອີກ​ຝ່າຍ​ໜຶ່ງ​ຢ່າງ​ເປັນ​ລາຍ​ລັກ​ອັກ­ສອນ ຊຶ່ງ​ຝ່າຍ​ສະ­ເໜີ​ອາດ​ຈະ​ກຳ­ນົດ​ເວ­ລາ​ໃຫ້​ຕອບ​ກັບ ຫຼື ຕົກ­ລົງ​ຕາມ​ການ​ສະ­ເໜີ​ນັ້ນ ໃນ​ກໍ­ລະ­ນີ​ຝ່າຍ​ສະ­ເໜີ​ບໍ່​ໄດ້​ກຳ­ນົດ​ເວ­ລາ​ຕອບ​ຮັບ ຝ່າຍ​ທີ່​ໄດ້​ຮັບ​ຄຳ​ສະ­ເໜີ​ຕ້ອງ​ຕອບ​ກັບ​ພາຍ​ໃນ​ກຳ­ນົດ​ສາມ​ສິບ​ວັນ ນັບ​ແຕ່​ວັນ​ໄດ້​ຮັບ​ຄຳ​ສະ­ເໜີ​ເປັນ­ຕົ້ນ​ໄປ.

ການ​ພົວ­ພັນ​ຄ້າ­ຂາຍ ການ​ດຳ­ເນີນ​ທຸ­ລະ​ກິດ ສ່ວຍ​ຫຼາຍ​ນິ­ຍົມ​ໃຊ້​ການ​ສື່­ສານ​ຫາ​ກັນ​ດ້ວຍ​ການ​ສົ່ງ​ເອ­ກະ­ສານ​ທາງ​ເອ​ເລັກ​ໂຕຣ​ນິກ ເຊັ່ນ: ໂທລະ​ສານ ຫຼື ຈົດ­ໝາຍ​ເອ​ເລັກ​ໂຕຣ​ນິກ ຊຶ່ງ​ຝ່າຍ​ໜຶ່ງ​ອາດ​ຈະ​ສົ່ງ​ໃຫ້​ອີກ​ຝ່າຍ​ໜຶ່ງ​ພິ­ຈາ­ລະ­ນາ ພ້ອມ​ທັງ​ເວ­ລາ​ຕອບ​ກັບ ສ່ວນ​ຫຼາຍ​ມັກ​ຈະ​ໃຊ້​ຄຳ​ວ່າ: ຖ້າ​ບໍ່​ຕອບ​ກັບ​ພາຍ​ໃນ​ກຳ­ນົດ​ເວ­ລາ​ທີ່​ສະ­ເໜີ​ມາ​ນີ້ ໃຫ້​ຖື​ວ່າ​ຝ່າຍ​ທີ່​ໄດ້​ຮັບ​ການ​ສະ­ເໜີ​ນັ້ນ​ຕົກ­ລົງ​ເຫັນ​ດີ.

ອີກ​ກໍ­ລະ­ນີ​ໜຶ່ງ​ທີ່​ເຄີຍ​ປະ­ຕິ­ບັດ​ທົ່ວ​ໄປ ແມ່ນ​ການ​ສົ່ງ​ຮ່າງ​ເນື້ອ​ໃນ​ທີ່​ກຳ­ນົດ​ຂໍ້​ສະ­ເໜີ​ໃໝ່ ແລະ ຖ້າ​ຫາກ​ຝ່າຍ​ທີ່​ສະ­ເໜີ​ເບື້ອງ​ຕົ້ນ​ຕົກ­ລົງ​ເຫັນ​ດີ ກໍ​ໃຫ້​ລົງ​ລາຍ​ເຊັນ ແລະ ສົ່ງ​ກັບ​ຄືນ ໃນ​ກໍ­ລະ­ນີ​ນີ້ ຖື​ວ່າ​ຂໍ້​ສະ­ເໜີ​ໃໝ່​ມີ​ຜົນ​ສັກ­ສິດ ນັບ​ແຕ່​ເວ­ລາ​ສົ່ງ​ກັບ​ເປັນ­ຕົ້ນ​ໄປ ຍົກ­ເວັ້ນ​ກົດ­ໝາຍ​ໄດ້​ມີ​ການ​ກຳ­ນົດ​ໄວ້​ຢ່າງ​ອື່ນ ເຊັ່ນ: ໃນ​ກໍ­ລະ­ນີ​ທີ່​ຈຳ­ເປັນ​ຕ້ອງ​ໄດ້​ຈົດ​ທະ­ບຽນ ຫຼື ຢັ້ງ­ຢືນ​ຈາກ​ນາຍ​ທະ­ບຽນ​ສານ.

2. ການ​ສະ­ເໜີ​ປ່ຽນ­ແປງ​ສັນ­ຍາ​ອາດ​ຈະ​ດຳ­ເນີນ​ທາງ​ປາກ​ເປົ່າ​ກໍ​ໄດ້ ຖ້າ​ໄດ້​ບອກ​ເວ­ລາ​ໄວ້​ກໍ​ໃຫ້​ປະ­ຕິ­ບັດ​ຕາມ​ນັ້ນ ຖ້າ​ຫາ​ກວ່າ​ບໍ່​ໄດ້​ກຳ­ນົດ​ເວ­ລາ ກໍ​ໃຫ້​ປະ­ຕິ­ບັດ​ຕາມ​ກົດ­ໝາຍ.

ຜົນ​ຂອງ​ການ​ປ່ຽນ­ແປງ​ເນື້ອ​ໃນ​ຂອງ​ສັນ­ຍາ ເມື່ອ​ສັນ­ຍາ​ໄດ້​ຕົກ­ລົງ​ຮັບ­ຮອງ​ເອົາ​ການ​ປ່ຽນ­ແປງ​ເນື້ອ​ໃນ​ຂອງ​ສັນ­ຍາ ກໍ​ຖື​ວ່າ​ສັນ­ຍາ​ນັ້ນ​ມີ​ຜົນ​ສັກ­ສິດ​ນັບ​ແຕ່​ເວ­ລາ​ໄດ້​ຕົກ­ລົງ​ເຫັນ​ດີ​ນຳ​ກັນ​ເປັນ­ຕົ້ນ​ໄປ ຫຼື ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ສັນ­ຍາ​ນັ້ນ.

ໂດຍ​ທົ່ວ​ໄປ​ແລ້ວ ສັນ­ຍາ​ທີ່​ຕົກ­ລົງ​ເຫັນ​ດີ ໂດຍ​ຄູ່​ສັນ­ຍາ ມີ​ຜົນ​ສັກ­ສິດ​ນັບ​ແຕ່​ເວ­ລາ​ລົງ​ລາຍ​ເຊັນ ຫຼື ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ສັນ­ຍາ ຫຼື ຕາມ​ກົດ­ໝາຍ​ເຖິງ​ຢ່າງ­ໃດ​ກໍ​ຕາມ ເພື່ອ​ເຮັດ​ໃຫ້­ການ​ຕົກ­ລົງ​ປ່ຽນ­ແປງ​ເນື້ອ​ໃນ​ສັນ­ຍາ ດັ່ງ­ກ່າວ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ກົດ­ໝາຍ ຄວນ​ມີ​ການ​ຢັ້ງ­ຢືນ​ຄວາມ​ຖືກ­ຕ້ອງ​ຈາກ​ທະ­ບຽນ​ສານ ສິດ ແລະ ພັນ­ທະ​ເກົ່າ​ທີ່​ຖືກ​ປ່ຽນ­ແປງ​ແລ້ວ​ນັ້ນ​ຖື​ວ່າ​ສີ້ນ​ສຸດ​ລົງ.

ສຳ­ລັບ​ສັນ­ຍາ​ກ່ຽວ​ກັບ​ຊັບ​ສິ່ງ​ຂອງ​ທີ່​ຕ້ອງ​ໄດ້​ຈົດ​ທະ­ບຽນ ຖ້າ​ມີ​ການ​ປ່ຽນ­ແປງ​ເນື້ອ​ໃນ​ຂອງ​ສັນ­ຍາ​ກ່ຽວ​ກັບ​ຊັບ​ນັ້ນ ກໍ​ຕ້ອງ​ໄດ້​ຈົດ​ທະ­ບຽນ​ເຊັ່ນ​ດຽວ​ກັນ.

ໂດຍ: ໄມ້​ງັດ

error: Content is protected !!