ຖ້າປະຕິບັດຕາມຫຼັກການ ຈະບໍ່ມີເລື່ອງ

ຄົນ​ເຮົາ​ຫາກ​ມີ​ເລື່ອງ​ແຕ່​ຫາກ​ແກ້​ໄປ​ຕາມ​ຫຼັກ­ການ​ທີ່​ມີ ທີ່​ກົດ­ໝາຍ​ກຳ­ນົດ ທີ່​ໄດ້​ຕົກ­ລົງ​ກັນ​ໄວ້​ຄິດ​ວ່າ​ເລື່ອງ​ຂອງ​ເລື່ອງ​ຈະ​ບໍ່​ພາ­ໃຫ້​ເກີດ​ການ​ຮ້ອງ ການ​ຟ້ອງ ເກີດ​ກຽດ ເກີດ​ຊັງ​ກັນ​ດອກ ຍ້ອນ​ເບື້ອງ​ຕົ້ນ​ຕ່າງ​ຝ່າຍ​ກໍ​ວ່າ​ບໍ່​ເປັນ​ຫຍັງ ແຕ່​ບາດ​ທີ​ຫຼັງ​ບໍ່​ຈັກ​ຫຍັງ​ເປັນ​ຫຍັງ ບໍ່​ຈັກ​ໄຫວ້ ບໍ່​ຈັກ​ຂໍ ບໍ່​ຈັກ​ຊິ​ຮ້ອງ​ຊິ​ໄຫ້ ບໍ່​ຈັກ​ຂາບ ບໍ່​ຈັກ​ນົບ ສຸດ​ທ້າຍ​ກໍ​ກາຍ­ເປັນ​ເຂົາ​ງົວ​ປ່າ ຂີ້​ແມວ​ເລີຍ​ເຕັມ​ກະ­ດົ້ງ​ເພາະ​ໃຜໆ​ກໍ​ແນມ​ເຫັນ​ຜົນ​ປະ­ໂຫຍດ​ທີ່​ຕົນ​ຈະ​ໄດ້ ກໍ​ເລີຍ​ກັບ​ຫຼົບ​ລີ້ນ​ປີ້ນ​ຄວາມ…

ຄວາມພະຍາຍາມກໍ່ການກະທຳຜິດ

ເພື່ອ​ໃຫ້​ທ່ານ​ຜູ້​ອ່ານ​ໄດ້​ເຂົ້າ­ໃຈ​ຢ່າງ​ເລິກ­ເຊິ່ງ​ຕື່ມ ບາງ​ເນື້ອ​ໃນ​ທີ່​ໄດ້​ກຳ­ນົດ​ໄວ້​ຕອນ​ທ້າຍ​ໃນ​ບາງ​ມາດ­ຕາ​ຂອງ​ບາງ​ກໍ­ລະ­ນີ​ການ​ກະ­ທຳ​ຜິດ ໂດຍ​ສະ­ເພາະ ການ​ກະ­ກຽມ ຫຼື ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ​ກໍ​ຈະ​ຖືກ​ລົງ­ໂທດ ເນື່ອງ​ຈາກ​ວ່າ­ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ​ນັ້ນ ກົດ­ໝາຍ​ກໍ​ໄດ້​ກຳ­ນົດ​ການ​ລົງ­ໂທດ​ໄວ້. ໂດຍ​ທົ່ວ​ໄປ​ແລ້ວ​ຄວາມ​ຜິດ​ທາງ​ອາ­ຍາ​ທີ່​ເກີດ​ຂຶ້ນ ແມ່ນ​ເກີດ​ຂຶ້ນ​ຈາກ​ການ​ທີ່​ບຸກ­ຄົນ​ຄິດ ແລະ ມີ​ເຈດ​ຕະ​ນາ​ທີ່​ຈະ​ກະ­ທຳ​ຕາມ​ທີ່​ຄິດ​ເອົາ​ໄວ້ ຈາກ​ນັ້ນ ຈຶ່ງ​ໄດ້​ເຂົ້າ​ສູ່​ຂັ້ນ​ຕອນ​ການ​ກະ­ກຽມ ຂັ້ນ​ຕອນ​ລົງ­ມື​ກະ­ທຳ​ຜິດ​ຈົນ​ຄວາມ​ຜິດ​ຈະ​ສຳ­ເລັດ​ຕາມ​ລຳ­ດັບ ຊຶ່ງ​ໃນ​ຂັ້ນ​ຕອນ​ທີ່​ບຸກ­ຄົນ​ມີ​ຄວາມ​ຄິດ…

ເປັນຫຍັງຈຶ່ງຕັດສີນຊ້ອງໜ້າ ແລະ ລັບຫລັງ

    ໃນຂະບວນການຂອງການດຳເນີນຄະດີຂອງສານ ໂດຍສະເພາະການດຳເນີນຄະດີແພ່ງ ອາດຈະມີການເຂົ້າຮ່ວມຂອງຜູ້ທີ່ມີສ່ວນກ່ຽວຂ້ອງກັບຄະດີໜຶ່ງຈຳນວນຫຼາຍຄົນເຊັ່ນ ໂຈດ, ຈຳເລີຍ ຫຼື ບຸກຄົນທີສາມ.     ສໍາລັບຄູ່ຄວາມໃນຄະດີນັ້ນ ແມ່ນໂຈດ ແລະ ຈຳເລີຍ. ສ່ວນບຸກຄົນທີສາມ ແມ່ນບຸກຄົນ, ອົງການຈັດຕັ້ງ…

ການປະຕິບັດໂທດ

ບັນ­ດາ​ທ່ານ ກໍ​ອາດ​ຈະ​ຮູ້​ແລ້ວ​ວ່າ​ໂທດ​ແມ່ນ​ຫຍັງ ເປັນ​ຫຍັງ​ຈຶ່ງ​ລົງ­ໂທດ ລົງ​ໃສ່​ໃຜ? ລົງ​ດົນ​ປານ­ໃດ ແລະ ຢູ່​ໃສ? ເຖິງ​ຢ່າງ­ໃດ​ກໍ​ຕາມ​ເນື່ອງ​ຈາກ​ໂທດ​ມີ​ຫຼາຍ​ປະ­ເພດ ຜູ້​ຂຽນ ຈຶ່ງ​ຂໍ​ນຳ​ສະ­ເໜີ​ຕື່ມ​ກ່ຽວ​ກັບ​ການ​ປະ­ຕິ­ບັດ​ໂທດ​ບາງ​ປະ­ເພດ. ຄວາມ​ຈິງ ໂທດ​ກໍ​ແມ່ນ​ມາດ​ຕະ­ການ​ບັງ­ຄັບ​ຂອງ​ລັດ ທີ່​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ອາ­ຍາ ນຳ​ໃຊ້​ເພື່ອ​ຈຳ­ກັດ​ສິດ ຕັດ​ສິດ ແລະ…

ການກວດຄົ້ນ

ໃນ​ຂະ​ບວນ​ການ​ຂອງ​ການ ດຳ­ເນີນ​ຄະ­ດີ​ອາ­ຍາ ບາງ​ກໍ­ລະ­ນີ​ອາດ​ມີ​ການ​ນຳ​ໃຊ້​ມາດ​ຕະ­ການ​ຕ່າງໆ ຕາມ​ທີ່​ກົດ­ໝາຍ​ໄດ້​ອະ­ນຸ­ຍາດ ເຊັ່ນ: ການ​ກວດ​ຄົ້ນ ການ​ຢຶດ ຫຼື ການ ອາ​ຍັດ​ຊັບ​ທີ່​ພົວ­ພັນ​ກັບ​ການ​ກະ­ທຳ​ຜິດ ດັ່ງ­ນັ້ນ ການ​ກວດ​ຄົ້ນ​ກໍ​ແມ່ນ​ມາດ​ຕະ­ການ​ໜຶ່ງ​ທີ່​ໄດ້​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ຊອກ​ຫາ​ຮ່ອງ­ຮອຍ ວັດ­ຖຸ​ສິ່ງ​ຂອງ​ທີ່​ນຳ​ໃຊ້ ຫຼື ໄດ້​ມາ​ຈາກ​ການ​ກະ­ທຳ​ຜິດ. ການ​ກວດ​ຄົ້ນ​ຈະ​ດຳ­ເນີນ​ໄດ້…

ລັດຖະທຳມະນູນກັບການດຳເນີນຄະດີອາຍາ

ລັດ​ຖະ​ທຳ​ມະ­ນູນ ແຫ່ງ ສປປ ລາວ ສະ­ບັບ​ປັບ­ປຸງ​ປີ 2015 ແມ່ນ​ກົດ­ໝາຍ​ພື້ນ­ຖານ​ຂອງ​ບັນ­ດາ​ຂະ­ແໜງ​ກົດ­ໝາຍ​ຕ່າງໆ ເປັນ​ກົດ­ໝາຍ​ສູງ​ສຸດ​ຂອງ ສປປ ລາວ ທີ່​ສະ­ແດງ​ເຖິງ​ເຈດ​ຈຳ­ນົງ​ຂອງ​ຊົນ​ຊັ້ນ​ປົກ­ຄອງ ຊຶ່ງ​ໄດ້​ກຳ­ນົດ​ລະ­ບອບ​ການ­ເມືອງ ເສດ­ຖະ­ກິດ-ສັງ­ຄົມ ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ການ​ຕ່າງ­ປະ­ເທດ ກຳ­ນົດ…

ການຢຸດອາຍຸຄວາມ

ມື້­ນີ້​ມາ​ທຳ​ຄວາມ​ເຂົ້າ­ໃຈ ກ່ຽວ​ກັບ​ການ​ຢຸດ​ສະ​ຫງັກ​ຂອງ​ອາ­ຍຸ​ຄວາມ ໃນ​ການ​ທວງ ຫຼື ການ​ຮ້ອງ​ຟ້ອງ ຍ້ອນ​ມື້­ກ່ອນ​ໄດ້​ທຳ​ຄວາມ​ເຂົ້າ­ໃຈ​ໃຫ້​ເລິກ­ເຊິ່ງ​ຕື່ມ ກ່ຽວ​ກັບ​ການ​ໂຈະ​ອາ­ຍຸ​ຄວາມ​ໃນ​ການ​ທວງ ຫຼື ການ​ຮ້ອງ​ຟ້ອງ. ການ​ຢຸດ​ສະ​ຫງັກ​ຂອງ​ອາ­ຍຸ​ຄວາມ ໝາຍ​ເຖິງ​ໄລ­ຍະ​ເວ­ລາ​ທີ່​ເປັນ​ອາ­ຍຸ​ຄວາມ​ຕາມ​ການ​ຄອບ​ຄອງ​ຕາມ​ສັນ­ຍາ ແລະ ຕາມ​ເຫດ­ການ​ທີ່​ຜ່ານ​ມາ​ຖືກ​ລົບ​ລ້າງ ຫຼື ບໍ່​ນັບ​ເປັນ​ເວ­ລາ​ຂອງ​ອາ­ຍຸ​ຄວາມ ຍ້ອນ​ມີ​ການ​ກະ­ທຳ​ໃດ​ໜຶ່ງ​ຂອງ​ຄູ່​ກໍ­ລະ­ນີ​ຝ່າຍ​ທີ່​ມີ​ສິດ​ທວງ​ເຊັ່ນ:…

ການໂຈະອາຍຸຄວາມ

ນອກ­ຈາກ​ການ​ເສຍ​ສິດ​ຂອງ​ບຸກ­ຄົນ​ໃດ​ໜຶ່ງ ຕາມ​ອາ­ຍຸ​ການ ຊຶ່ງ​ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້​ແລ້ວ ມີ​ບາງ​ກໍ­ລະ­ນີ​ຂອງ​ການ​ປະ­ຕິ­ບັດ​ສັນ­ຍາ​ລະ­ຫວ່າງ​ຄູ່​ສັນ­ຍາ​ດ້ວຍ​ກັນ ອາ­ຍຸ​ຄວາມ​ອາດ​ຈະ​ຖືກ​ໂຈະ​ໂດຍ​ທັນ­ທີ​ທັນ­ໃດ ໃນ​ເມື່ອ​ເຫດ­ການ​ໃດ​ໜຶ່ງ​ເກີດ​ຂຶ້ນ ດັ່ງ­ນັ້ນ ໃນ​ກົດ­ໝາຍ ກໍ​ໄດ້​ກຳ­ນົດ​ໄວ້​ຢ່າງ​ຈະ­ແຈ້ງ ໃນ​ກໍ­ລະ­ນີ​ຫາກ​ມີ​ການ​ໂຈະ​ອາ­ຍຸ​ການ​ປະ­ຕິ­ບັດ​ສັນ­ຍາ​ຂອງ​ຄູ່​ສັນ­ຍາ. ອາ­ຍຸ​ຄວາມ​ຈະ​ຖືກ​ໂຈະ ໃນ​ກໍ­ລະ­ນີ​ທີ່​ມີ​ເຫດ​ສຸດ​ວິ­ໄສ ຫຼື ເຫດ­ການ​ບັງ­ເອີນ​ຂຶ້ນ ຊຶ່ງ​ເປັນ​ອຸ­ປະ­ສັກ​ຕໍ່​ການ​ຍື່ນ​ຄຳ​ຮ້ອງ​ຟ້ອງ ຫຼື…

ການນັບອາຍຸຄວາມ

ຈາກ​ອາ­ຍຸ​ຄວາມ​ໃນ​ການ​ທວງ ຫຼື ການ​ຮ້ອງ​ຟ້ອງ ຊຶ່ງ​ກົດ­ໝາຍ​ໄດ້​ກຳ­ນົດ​ໃຫ້​ຜູ້​ເສຍ ຫຼື ຜົນ​ປະ­ໂຫຍດ​ສາ­ມາດ​ນຳ​ໃຊ້​ໄດ້ ເພື່ອ​ທວງ​ເອົາ ຫຼື ຮ້ອງ​ຟ້ອງ​ເອົາ​ຕາມ​ໄລ­ຍະ​ເວ­ລາ​ທີ່​ກົດ­ໝາຍ​ອະ­ນຸ­ຍາດ​ໃຫ້ ແຕ່​ອາ­ຍຸ​ໃນ​ພາກ​ປະ­ຕິ­ບັດ​ຕົວ​ຈິງ​ນັ້ນ ອາ­ຍຸ​ຄວາມ​ຈະ​ເລີ່ມ​ນັບ​ເອົາ​ແຕ່​ເວ­ລາ​ໃດ ມື້​ໃດ ເດືອນ​ໃດ ແລະ ປີ​ໃດ ເພື່ອ​ບໍ່​ໃຫ້​ສິດ​ດັ່ງ­ກ່າວ​ສິ້ນ​ສຸດ…

error: Content is protected !!