ການປົກປ້ອງຊັບຂອງຕົນ

ເນື່ອງ​ຈາກ​ການ​ບໍ່​ເຄົາ­ລົບ​ສິດ​ຂອງ​ກັນ ແລະ ກັນ ລະ­ຫວ່າງ​ຄົນ​ກັບ​ຄົນ ລະ­ຫວ່າງ​ເຈົ້າ​ກັບ​ຂ້ອຍ ລະ­ຫວ່າງ​ຜູ້​ນີ້​ກັບ​ຜູ້​ອື່ນ ບຸກ­ຄົນ​ນີ້​ກັບ​ບຸກ­ຄົນ​ອື່ນ ກ່ຽວ​ກັບ​ສິດ​ໃນ​ກຳ­ມະ­ສິດ ຊຶ່ງ​ບາງ​ລາຍ​ກໍ​ເຖິງ​ກັບ​ຖື​ພ້າ​ຖື​ມີດ​ເຂົ້າ​ຫາ​ກັນ ບາງ​ລາຍ​ກໍ​ເຖິງ​ຂັ້ນ​ຖື​ປືນ ຖື​ສິດ ຖື​ອຳ­ນາດ​ທີ່​ມີ​ເພື່ອ​ນາບ​ຂູ່​ເຊິ່ງ​ກັນ ແລະ ກັນ ໂດຍ​ທີ່​ຍັງ​ບໍ່​ທັນ​ຮູ້​ວ່າ​ໃຜ​ມີ​ເອ­ກະ­ສານ​ທີ່​ເປັນ​ຫຼັກ​ຖານ​ຢັ້ງ­ຢືນ ຫຼື ຍັງ​ບໍ່​ທັນ​ມີ​ສານ​ໃດ​ຕັດ­ສິນ​ວ່າ ຜູ້​ໃດ​ຊະ­ນະ ຜູ້​ໃດ​ເສຍ​ຄະ­ດີ ການ​ເສຍ​ຄະ­ດີ​ກໍ​ແມ່ນ​ເສຍ​ສິດ​ໃນ​ກຳ­ມະ­ສິດ (ໃນ​ກໍ­ລະ­ນີ​ຫາກ​ແມ່ນ​ກ່ຽວ​ກັບ​ທີ່​ດິນ) ຫຼື ເສຍ​ເງິນ ເສຍ​ຄວາມ​ຮູ້­ສຶກ ແມ່ນ​ກະ​ທັ້ງ​ເສຍ​ຮອດ​ຄວາມ​ຮັກ​ຄວາມ​ແພງ (ໃນ​ກໍ­ລະ­ນີ​ການ​ກູ້​ຢືມ​ເງິນ) ນອກ­ຈາກ​ນັ້ນ ກໍ​ແມ່ນ​ການ​ເສຍ​ກຽດ ເສຍ​ສັກ​ສີ ເສຍ­ຊື່ ເສຍ​ສຽງ ແລະ ເສຍ​ພາບ​ພົດ​ບົດ­ບາດ ແຕ່​ມັນ​ກໍ​ແມ່ນ​ເລື່ອງ​ທຳ​ມະ​ດາ​ຂອງ​ຄົນ ທີ່​ດີ້ນ­ຮົນ​ເພື່ອ​ສ້າງ​ຕົນ​ເອງ​ໃຫ້​ໂດດ​ເດັ່ນ​ຢູ່​ໃນ​ສັງ­ຄົມ​ໃນ​ຍຸກ​ໂລ­ກາ​ພິ​ວັດ​ນີ້.

ຍ້ອນ​ບັນ­ຫາ​ເປັນ​ຄື​ແນວ​ນີ້ ກົດ­ໝາຍ​ໄດ້​ອະ­ນຸ­ຍາດ​ໃຫ້​ບຸກ­ຄົນ​ສາ­ມາດ​ນຳ​ໃຊ້​ມາດ​ຕະ­ການ​ທາງ​ດ້ານ​ກົດ­ໝາຍ ເພື່ອ​ປົກ​ປ້ອງ​ກຳ­ມະ­ສິດ​ຂອງ​ຕົນ ໃນ​ເມື່ອ​ບຸກ­ຄົນ​ຫາກ​ໄດ້​ລະ­ເມີດ ການ​ປົກ​ປ້ອງ​ກຳ­ມະ­ສິດ ໝາຍ​ເຖິງ​ການ​ນຳ​ໃຊ້​ມາດ​ຕະ­ການ​ຕ່າງໆ ຕາມ​ທີ່​ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້ ເພື່ອ​ຟື້ນ​ຟູ​ສິດ ແລະ ຜົນ​ປະ­ໂຫຍດ​ຂອງ​ຕົນ ທີ່​ຖືກ​ລະ­ເມີດ​ນັ້ນ​ຄືນ​ເປັນ​ກຳ­ມະ­ສິດ​ຂອງ​ຕົນ ການ​ປົກ​ປ້ອງ​ກຳ­ມະ­ສິດ ຈະ​ດຳ­ເນີນ​ດ້ວຍ​ການ​ຮ້ອງ​ຟ້ອງ​ເພື່ອ​ທວງ​ເອົາ​ຊັບ​ສິ່ງ​ຂອງ​ຕົນ​ຄືນ.

ກົດ­ໝາຍ​ໄດ້​ກຳ­ນົດ​ວ່າ ໃນ​ເມື່ອ​ສິດ​ກ່ຽວ​ກັບ​ຊັບ​ສິ່ງ​ຂອງ ຂອງ​ເຈົ້າ​ກຳ­ມະ­ສິດ​ຫາກ​ໄດ້​ຖືກ​ລະ­ເມີດ​ໂດຍ​ບຸກ­ຄົນ​ອື່ນ​ທີ່​ພວມ​ຄອບ​ຄອງ ຢ່າງ​ຜິດ​ກົດ­ໝາຍ​ຢູ່​ນັ້ນ ຜູ້­ກ່ຽວ​ກໍ​ມີ​ສິດ​ຮ້ອງ​ຟ້ອງ ເພື່ອ​ທວງ​ເອົາ​ຊັບ​ສິ່ງ​ຂອງ​ຈາກ​ບຸກ­ຄົນ​ນັ້ນ​ຄືນ​ໄດ້ ເວົ້າ​ໃນ​ທີ່​ນີ້​ໝາຍ​ເຖິງ​ບຸກ­ຄົນ​ທີ່​ຄອບ​ຄອງ​ຊັບ​ຂອງ​ບຸກ­ຄົນ​ອື່ນ​ຢ່າງ​ຜິດ​ກົດ­ໝາຍ ໂດຍ​ຄວາມ​ບໍ­ລິ­ສຸດ​ໃຈ.

ຜູ້​ຄອບ​ຄອງ​ຊັບ​ຢ່າງ​ຜິດ​ກົດ­ໝາຍ ໂດຍ​ຄວາມ​ບໍ­ລິ­ສຸດ​ໃຈ​ນັ້ນ​ແມ່ນ​ໃຜ? ແມ່ນ​ຄອບ​ຄອງ​ແນວ­ໃດ​ຈຶ່ງ​ບໍ​ລີ​ສຸດ​ໃຈ? ການ​ຄອບ​ຄອງ​ແນວ​ນີ້ ຖ້າ​ເຈົ້າ​ຊັບ​ຫາກ​ໄດ້​ທວງ​ຖາມ​ເອົາ​ຄືນ​ຈະ​ວ່າ​ແນວ­ໃດ?.

ຜູ້​ຄອບ​ຄອງ​ຊັບ​ສິ່ງ​ຂອງ​ຢ່າງ​ຜິດ​ກົດ­ໝາຍ ໂດຍ​ຄວາມ​ບໍ­ລິ­ສຸດ​ໃຈ ແມ່ນ​ບຸກ­ຄົນ​ທີ່​ບໍ່​ຮູ້ ແລະ ບໍ່​ອາດ​ຮູ້​ໄດ້​ວ່າ​ຊັບ​ສິ່ງ​ຂອງ​ທີ່​ຕົນ​ຄອບ​ຄອງ​ນັ້ນ ຍັງ​ເປັນ​ກຳ­ມະ­ສິດ​ຂອງ​ບຸກ­ຄົນ​ອື່ນ​ຢູ່ ໃນ​ກໍ­ລະ­ນີ​ນີ້ ຖ້າ­ວ່າ​ເຈົ້າ​ກຳ­ມະ­ສິດ​ເດີມ ຫາກ​ໄດ້​ທວງ​ເອົາ​ຊັບ​ສິ່ງ​ຂອງ​ນັ້ນ​ຄືນ ຜູ້​ຄອບ​ຄອງ​ຕ້ອງ​ໄດ້​ສົ່ງ​ຄືນ​ໃຫ້​ຜູ້­ກ່ຽວ ແຕ່​ເຈົ້າ​ກຳ­ມະ­ສິດ​ເດີມ​ຕ້ອງ​ທົດ​ແທນ​ຕາມ​ມູນ​ຄ່າ​ຊັບ​ສິ່ງ​ຂອງ ໃຫ້​ແກ້​ຜູ້​ຄອບ​ຄອງ ແຕ່​ຜູ້​ເປັນ​ເຈົ້າ​ກຳ­ມະ­ສິດ​ເດີມ ກໍ​ມີ​ສິດ​ຮ້ອງ​ຂໍ​ເອົາ​ການ​ໃຊ້​ແທນ​ຄ່າ​ເສຍ​ຫາຍ ຈາກ​ຜູ້​ທີ່​ໄດ້​ມອບ​ຊັບ​ສິ່ງ​ຂອງ ໂດຍ​ຕົນ​ເອງ​ບໍ່​ມີ​ສິດ​ມອບ​ນັ້ນ​ຄືນ ຕົວ­ຢ່າງ: ທ້າວ ຈົງ­ອາງ ໄດ້​ຢືມ​ລົດ​ຂອງ​ນາງ ຂຽດ​ຢ້າງ ໄປ​ນຳ​ໃຊ້​ໄລ­ຍະ​ໜຶ່ງ ເພື່ອ​ແລ່ນ​ວຽກ​ທີ່​ຈຳ­ເປັນ ແຕ່​ພາຍ­ຫຼັງ​ສຳ­ເລັດ​ວຽກ​ແລ້ວ ທ້າວ ຈົງ­ອາງ ໄດ້​ເອົາ​ລົດ​ຄັນ​ດັ່ງ­ກ່າວ​ໄປ​ມອບ​ໃຫ້​ທ້າວ ໂຊກ​ຊວຍ ນຳ​ໃຊ້ ໂດຍ​ບອກ​ວ່າ​ເປັນ​ລົດ​ຂອງ​ຕົນ ແລ້ວ​ກໍ​ເອົາ​ເງິນ​ນຳ​ທ້າວ ໂຊກ​ຊວຍ ຈຳ­ນວນ 5 ແສນ​ກີບ ຫຼັງ​ຈາກ​ນັ້ນ​ບໍ່​ຮູ້​ວ່າ​ທ້າວ​ຫາຍ​ໜ້າ​ໄປ​ທາງ​ໃດ ໃນ​ກໍ­ລະ­ນີ​ດັ່ງ­ກ່າວ​ນີ້ ຖ້າ​ນາງ ຂຽດ​ຢ້າງ ຫາກ​ໄດ້​ທວງ​ເອົາ​ລົດ​ຄັນ​ດັ່ງ­ກ່າວ​ນັ້ນ​ຈາກ​ທ້າວ ໂຊກ​ຊວຍ ຊຶ່ງ​ເປັນ​ຜູ້​ຄອບ​ຄອງ ຜູ້­ກ່ຽວ​ກໍ​ຕ້ອງ​ໄດ້​ສົ່ງ​ລົດ​ນັ້ນ​ຄືນ​ໃຫ້​ນາງ ຂຽດ​ຢ້າງ ແຕ່​ນາງ ຂຽດ​ຢ້າງ ກໍ​ຕ້ອງ​ໄດ້​ທົດ​ແທນ​ເງິນ​ຄືນ​ໃຫ້​ແກ່​ທ້າວ ໂຊກ​ຊວຍ.

ໃນ​ກໍ­ລະ­ນີ​ທີ່​ຜູ້​ຄອບ​ຄອງ​ຫາກ​ໄດ້​ຮັບ​ຊັບ​ສິ່ງ​ຂອງ​ດ້ວຍ​ການ​ມອບ ຫຼື ການ​ສືບ​ທອດ​ມູນ​ມໍ­ລະ­ດົກ​ນັ້ນ ຈະ​ບໍ່​ມີ​ການ​ທົດ​ແທນ​ມູນ​ຄ່າ​ຂອງ​ຊັບ​ດັ່ງ­ກ່າວ ຫຼື ໃຊ້​ແທນ​ຄ່າ​ເສຍ​ຫາຍ​ແຕ່​ຢ່າງ­ໃດ.

ໂດຍ: ໄມ້​ງັດ

error: Content is protected !!