ການປະຕິບັດໂທດ

ບັນ­ດາ​ທ່ານ ກໍ​ອາດ​ຈະ​ຮູ້​ແລ້ວ​ວ່າ​ໂທດ​ແມ່ນ​ຫຍັງ ເປັນ​ຫຍັງ​ຈຶ່ງ​ລົງ­ໂທດ ລົງ​ໃສ່​ໃຜ? ລົງ​ດົນ​ປານ­ໃດ ແລະ ຢູ່​ໃສ? ເຖິງ​ຢ່າງ­ໃດ​ກໍ​ຕາມ​ເນື່ອງ​ຈາກ​ໂທດ​ມີ​ຫຼາຍ​ປະ­ເພດ ຜູ້​ຂຽນ ຈຶ່ງ​ຂໍ​ນຳ​ສະ­ເໜີ​ຕື່ມ​ກ່ຽວ​ກັບ​ການ​ປະ­ຕິ­ບັດ​ໂທດ​ບາງ​ປະ­ເພດ.

ຄວາມ​ຈິງ ໂທດ​ກໍ​ແມ່ນ​ມາດ​ຕະ­ການ​ບັງ­ຄັບ​ຂອງ​ລັດ ທີ່​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ອາ­ຍາ ນຳ​ໃຊ້​ເພື່ອ​ຈຳ­ກັດ​ສິດ ຕັດ​ສິດ ແລະ ຜົນ​ປະ­ໂຫຍດ​ຂອງ​ຜູ້​ກະ­ທຳ​ຜິດ ຈຸດ­ປະ­ສົງ​ຂອງ​ການ ລົງ­ໂທດ​ເພື່ອ​ດັດ​ສ້າງ ແລະ ສຶກ​ສາ​ຜູ້​ຖືກ​ລົງ­ໂທດ​ໃຫ້​ຈິດ­ໃຈ​ບໍ­ລິ­ສຸດ​ຕໍ່​ການ​ອອກ­ແຮງ ງານ ໃຫ້​ປະ­ຕິ­ບັດ​ກົດ­ໝາຍ​ຢ່າງ​ຖືກ­ຕ້ອງ ແລະ ເຄັ່ງ​ຄັດ ໃຫ້​ເຄົາ­ລົບ​ລະ­ບຽບ​ການ​ດຳ­ລົງ​ຊີ­ວິດ​ຂອງ​ສັງ­ຄົມ ພ້ອມ​ທັງ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້­ການ​ກະ­ທຳ​ຜິດ​ເທື່ອ​ໃໝ່​ເກີດ​ຂຶ້ນ ສຳ­ລັບ​ຜູ້​ຖືກ​ຕັດ­ສິນ​ລົງ­ໂທດ ແລະ ຄົນ​ອື່ນ​ອີກ​ດ້ວຍ.

ການ​ລົງ­ໂທດ​ບໍ່​ມີ​ຈຸດ­ປະ­ສົງ​ຈະ​ກໍ່​ຄວາມ​ທຸກ­ທໍ­ລະ­ມານ​ແກ່​ຮ່າງ­ກາຍ ຫຼື ຢຽບ​ຢ່ຳ​ກຽດ​ສັກ​ສີ​ຂອງ​ມະ­ນຸດ.

ນັກ­ໂທດ ທີ່​ຖືກ​ສານ​ຕັດ​ສີນ​ລົງ­ໂທດ​ຕັດ ອິດ­ສະ­ຫຼະ­ພາບ ນັບ​ທັງ​ຜູ້​ຖືກ​ປ່ອຍ​ຕົວ​ພາງ ຫຼື ບໍ່​ຖືກ​ກັກ​ຂັງ​ພາງ​ກ່ອນ​ນັ້ນ ຕ້ອງ​ໄດ້​ນຳ​ຕົວ ມາ​ປະ­ຕິ­ບັດ​ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ຢູ່​ຄ້າຍ​ດັດ​ສ້າງ.

ຫົວ­ໜ້າ​ສະ­ຖານ­ທີ່​ກັກ​ຂັງ ຫຼື ຄ້າຍ​ດັດ ສ້າງ​ຕ້ອງ​ແຈ້ງ​ໃຫ້​ຄອບ­ຄົວ​ນັກ­ໂທດ​ຊາບ ກ່ຽວ​ກັບ​ສະ­ຖານ­ທີ່​ບ່ອນ​ທີ່​ນັກ­ໂທດ​ປະ­ຕິ­ບັດ​ໂທດ ພາຍ​ໃນ​ກຳ­ນົດ​ເວ­ລາ 15 ວັນ ນັບ​ແຕ່​ວັນ​ໄດ້​ຮັບ​ໂທດ​ເປັນ­ຕົ້ນ​ໄປ. ໃນ​ກໍ­ລະ­ນີ​ທີ່​ນັກ­ໂທດ​ຫາກ​ຖືກ​ກັກ​ຂັງ ຫຼື ເຈົ້າ​ໜ້າ­ທີ່​ຄ້າຍ​ດັດ​ສ້າງ ຕ້ອງ​ອະ­ນຸ­ຍາດ​ໃຫ້​ນັກ­ໂທດ​ພົບ​ກັບ​ຍາດ​ພີ່­ນ້ອງ​ຂອງ​ຜູ້­ກ່ຽວ​ຕາມ​ຄຳ​ຮ້ອງ​ຂໍ​ກ່ອນ​ຈະ​ນຳ​ຕົວ​ຜູ້­ກ່ຽວ​ໄປ​ປະ­ຕິ­ບັດ​ໂທດ.

ຜູ້​ຖືກ​ສານ​ຕັດ​ສີນ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ ແຕ່​ຍັງ​ບໍ່​ໄດ້​ຖືກ​ກັກ​ຂັງ ມີ​ສິດ​ຂໍ​ໂຈະ ການ​ປະ­ຕິ­ບັດ​ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ນັ້ນ ໂດຍ​ໃຫ້​ຜູ້­ກ່ຽວ​ສະ­ເໜີ​ຕໍ່​ຫົວ­ໜ້າ​ກອງ​ບັນ­ຊາ​ການ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ແຂວງ ນະ­ຄອນ ຫຼື ຫົວ­ໜ້າ​ກົມ​ຕຳ­ຫຼວດ​ຂຸມ​ຂັງ-ດັດ​ສ້າງ​ທີ່​ຂຶ້ນ​ກັບ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ.

ຜູ້​ຖືກ​ສານ​ຕັດ­ສິນ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ ແຕ່​ຍັງ​ບໍ່​ທັນ​ໄດ້​ຖືກ​ກັກ​ຂັງ ມີ​ສິດ​ຂໍ​ໂຈະ​ການ​ປະ­ຕິ­ບັດ​ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ນັ້ນ ໂດຍ​ໃຫ້​ຜູ້­ກ່ຽວ​ສະ­ເໜີ​ຕໍ່​ຫົວ­ໜ້າ​ກອງ​ບັນ ຊາ​ການ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ແຂວງ ນະ­ຄອນ ຫຼື ຫົວ­ໜ້າ​ກົມ​ຕຳ­ຫຼວດ​ຂຸມ​ຂັງ-ດັດ​ສ້າງ ທີ່​ຂຶ້ນ​ກັບ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ພາຍ​ໃນ​ກຳ­ນົດ​ເວ­ລາ 10 ວັນ​ນັບ​ແຕ່​ວັນ​ໄດ້​ຮັບ​ຮ້ອງ​ຂໍ​ດັ່ງ­ກ່າວ ເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງ​ຕ້ອງ​ພິ­ຈາ­ລະ­ນາ ເມື່ອ​ມີ​ສາ­ເຫດ​ໃດ​ໜຶ່ງ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ວ່າ ດ້ວຍ​ການ​ດຳ­ເນີນ​ຄະ­ດີ​ອາ­ຍາ ຫົວ­ໜ້າ​ກອງ​ບັນ­ຊາ​ການ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແຂວງ ນະ­ຄອນ ຫຼື ຫົວ­ໜ້າ​ກົມ​ຕຳ­ຫຼວດ​ຄຸມ​ຂັງ-ດັດ​ສ້າງ ຕ້ອງ​ອອກ​ຄຳ​ສັ່ງ​ໂຈະ​ການ​ປະ­ຕິ­ບັດ​ໂທດ​ຕັດ​ອິດ­ສະ­ຫຼະ­ພາບ ແລ້ວ​ສົ່ງ​ຄຳ​ສັ່ງ​ດັ່ງ­ກ່າວ​ໃຫ້​ຜູ້​ທີ່​ຖືກ​ຕັດ­ສິນ​ລົງ­ໂທດ ແລະ ລາຍ​ງານ​ໃຫ້​ຫົວ­ໜ້າ​ອົງ­ການ​ໄອ​ຍະ​ການ ເພື່ອ​ຕິດ­ຕາມ​ກວດ­ກາ.

ສາ­ເຫດ​ທີ່​ພາ­ໃຫ້​ໂຈະ​ການ​ປະ­ຕິ­ບັດ​ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ມີ​ດັ່ງ­ນີ້: 1. ນັກ­ໂທດ ທີ່​ເຈັບ­ເປັນ​ຢ່າງ​ໜັກ­ໜ່ວງ ໂດຍ​ມີ​ການ​ຢັ້ງ­ຢືນ​ຈາກ​ຄະ­ນະ​ແພດ ພາຍ­ຫລັງ​ທີ່​ໄດ້​ຮັບ​ການ​ປິ່ນ­ປົວ​ດີ​ແລ້ວ ໃຫ້​ນຳ​ມາ​ປະ­ຕິ­ບັດ​ໂທດ 2. ແມ່­ຍິງ​ຖື­ພາ ຫຼື ມີ​ລູກ­ນ້ອຍ​ທີ່​ມີ​ອາ­ຍຸ​ຕ່ຳ​ກວ່າ 1 ປີ ຈົນ​ກວ່າ​ລູກ​ມີ​ອາ­ຍຸ​ແຕ່ 1 ປີ​ຂຶ້ນ​ໄປ 3. ໃນ​ກໍ­ລະ­ນີ ນັກ­ໂທດ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ຕ່ຳ​ກວ່າ 3 ປີ ແລະ ເປັນ​ແຮງ​ງານ​ຕົ້ນ­ຕໍ​ຂອງ​ຄອບ­ຄົວ ຖ້າ​ຫາກ​ນຳ­ໄປ​ປະ­ຕິ­ບັດ​ໂທດ​ຈະ​ມີ​ຜົນ​ກະ­ທົບ​ຢ່າງ​ໜັກ­ໜ່ວງ​ຕໍ່​ຄອບ­ຄົວ ຜູ້­ກ່ຽວ​ມີ​ສິດ​ຂໍ​ໂຈະ​ໄດ້ 1 ປີ 4. ກໍ­ລະ­ນີ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ປະ­ຕິ­ບັດ​ໜ້າ­ທີ່​ທາງ​ລັດ​ຖະ​ການ ໂດຍ​ໄດ້​ຮັບ​ການ​ຢັ້ງ­ຢືນ​ຈາກ​ອົງ​ການ­ຈັດ­ຕັ້ງ​ຂອງ​ຜູ້­ກ່ຽວ ຍົກ­ເວັ້ນ​ການ​ກະ­ທຳ​ຜິດ​ທີ່​ເປັນ​ອັນ­ຕະ­ລາຍ​ຮ້າຍ​ແຮງ​ຕໍ່​ສັງ­ຄົມ ແລະ ຄວາມ​ໝັ້ນ­ຄົງ​ຂອງ​ຊາດ ຜູ້­ກ່ຽວ​ຈະ​ມີ​ສິດ​ຂໍ​ໂຈະ​ໄດ້ 1 ປີ ໄລ­ຍະ​ເວ­ລາ​ການ​ໂຈະ​ການ​ປະ­ຕິ­ບັດ​ໂທດ​ຕັດ​ອິດ­ສະ­ຫຼະ­ພາບ ໃນ​ກໍ­ລະ­ນີ​ທີ່​ກ່າວ​ມາ​ຈະ​ບໍ່​ນັບ​ເຂົ້າ​ໃນ​ການ​ປະ­ຕິ­ບັດ​ໂທດ.

ສຳ­ລັບ​ນັກ­ໂທດ​ທີ່​ພວມ​ປະ­ຕິ­ບັດ​ໂທດ​ຢູ່​ສະ­ຖານ­ທີ່​ກັກ​ຂັງ ຫຼື ຄ້າຍ​ດັດ​ສ້າງ​ຫາກ​ໄດ້​ໂຕນ​ໜີ​ຈາກ​ສະ­ຖານ­ທີ່​ດັ່ງ­ກ່າວ​ຜູ້­ກ່ຽວ​ຈະ​ມີ​ຄວາມ​ຜິດ​ຕາ​ມາດ­ຕາ 385 ຊຶ່ງ​ເນື້ອ​ໃນ​ໄດ້​ກຳ­ນົດ​ວ່າ: ຜູ້​ຖືກ​ຫາ ນັກ­ໂທດ ຫາກ​ໄດ້​ໂຕນ​ໜີ​ຈາກ​ສະ­ຖານ­ທີ່​ກັກ​ຂັງ ຫຼື ຄ້າຍ​ດັດ​ສ້າງ​ໃນ​ເວ­ລາ​ດຳ­ເນີນ​ຄະ­ດີ ຫຼື ໃນ​ເວ­ລາ​ປະ­ຕິ­ບັດ​ໂທດ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່ ຫົກ​ເດືອນ ຫາ ສາມ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 1.000.000 ກີບ​ຫາ 5.000.000 ກີບ.

ໃນ​ກໍ­ລະ­ນີ​ທີ່​ຜູ້​ກະ­ທຳ​ຜິດ ຫາກ​ໄດ້​ໂຕນ​ໜີ​ຈາກ​ສະ­ຖານ­ທີ່​ກັກ​ຂັງ ຫຼື ຄ້າຍ​ດັດ​ສ້າງ ໂດຍ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເຈົ້າ​ໜ້າ­ທີ່ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່ ສາມ​ປີ ຫາ ຫ້າ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 3.000.000 ກີບ​ຫາ 10.000.000 ກີບ ຫຼື ໃນ​ກໍ­ລະ­ນີ​ບຸກ­ຄົນ​ຜູ້​ໃດ​ຫາກ​ໄດ້​ກໍ່​ຄວາມ​ວຸ້ນ­ວາຍ​ໃນ​ສະ­ຖານ­ທີ່​ກັກ​ຂັງ ຫຼື ຄ້າຍ​ດັດ​ສ້າງ​ກໍ​ຈະ​ມີ​ຄວາມ​ຜິດ​ຕາມ​ມາດ­ຕາ 386 ຂອງ​ປະ­ມວນ​ກົດ­ໝາຍ​ອາ­ຍາ​ເຊັ່ນ​ດຽວ​ກັນ.

ໂດຍ: ໄມ້​ງັດ

error: Content is protected !!