ຄວາມພະຍາຍາມກໍ່ການກະທຳຜິດ

ເພື່ອ​ໃຫ້​ທ່ານ​ຜູ້​ອ່ານ​ໄດ້​ເຂົ້າ­ໃຈ​ຢ່າງ​ເລິກ­ເຊິ່ງ​ຕື່ມ ບາງ​ເນື້ອ​ໃນ​ທີ່​ໄດ້​ກຳ­ນົດ​ໄວ້​ຕອນ​ທ້າຍ​ໃນ​ບາງ​ມາດ­ຕາ​ຂອງ​ບາງ​ກໍ­ລະ­ນີ​ການ​ກະ­ທຳ​ຜິດ ໂດຍ​ສະ­ເພາະ ການ​ກະ­ກຽມ ຫຼື ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ​ກໍ​ຈະ​ຖືກ​ລົງ­ໂທດ ເນື່ອງ​ຈາກ​ວ່າ­ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ​ນັ້ນ ກົດ­ໝາຍ​ກໍ​ໄດ້​ກຳ­ນົດ​ການ​ລົງ­ໂທດ​ໄວ້.

ໂດຍ​ທົ່ວ​ໄປ​ແລ້ວ​ຄວາມ​ຜິດ​ທາງ​ອາ­ຍາ​ທີ່​ເກີດ​ຂຶ້ນ ແມ່ນ​ເກີດ​ຂຶ້ນ​ຈາກ​ການ​ທີ່​ບຸກ­ຄົນ​ຄິດ ແລະ ມີ​ເຈດ​ຕະ​ນາ​ທີ່​ຈະ​ກະ­ທຳ​ຕາມ​ທີ່​ຄິດ​ເອົາ​ໄວ້ ຈາກ​ນັ້ນ ຈຶ່ງ​ໄດ້​ເຂົ້າ​ສູ່​ຂັ້ນ​ຕອນ​ການ​ກະ­ກຽມ ຂັ້ນ​ຕອນ​ລົງ­ມື​ກະ­ທຳ​ຜິດ​ຈົນ​ຄວາມ​ຜິດ​ຈະ​ສຳ­ເລັດ​ຕາມ​ລຳ­ດັບ ຊຶ່ງ​ໃນ​ຂັ້ນ​ຕອນ​ທີ່​ບຸກ­ຄົນ​ມີ​ຄວາມ​ຄິດ ແລະ ມີ​ເຈດ​ຕະ​ນາ​ທີ່​ຈະ​ກະ­ທຳ​ຄວາມ​ຜິດ​ນັ້ນ ກົດ­ໝາຍ​ອາ­ຍາ​ຍັງ​ບໍ່​ທັນ​ໄດ້​ລົງ­ໂທດ ເພາະ​ກົດ­ໝາຍ​ຈະ​ລົງ­ໂທດ​ບຸກ­ຄົນ​ໃດ​ບຸກ­ຄົນ​ໜຶ່ງ​ໄດ້ ກໍ​ຕໍ່​ເມື່ອ​ບຸກ­ຄົນ​ຜູ້​ນັ້ນ​ໄດ້​ກະ­ທຳ​ການ​ຝ່າ­ຝືນ​ກົດ​ທີ່​ສະ­ແດງ​ອອກ​ມາ​ທາງ​ພາຍ​ນອກ ບໍ່​ແມ່ນ​ພຽງ​ແຕ່​ຈະ​ຄິດ​ຈະ​ກະ­ກຽມ ກໍ່​ຈະ​ລົງ­ໂທດ​ເຂົາ ເພາະ​ການ​ກະ­ທຳ​ຜິດ​ຍັງ​ບໍ່​ທັນ​ໄດ້​ເກີດ​ຂຶ້ນ ຕາມ​ຈຸດ­ປະ­ສົງ​ທີ່​ຜູ້­ກ່ຽວ​ຢາກ​ຈະ​ກະ­ທຳ.

ການ​ລົງ­ໂທດ​ທາງ​ອາ­ຍາ​ຈຶ່ງ​ເລີ່ມ​ຕົ້ນ​ຕັ້ງ­ແຕ່​ຂັ້ນ​ຕອນ​ລົງ­ມື​ກະ­ທຳ​ຜິດ ຊຶ່ງ​ເອີ້ນ​ວ່າ ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ ຄວາມ​ໝາຍ​ຂອງ​ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ ຈຶ່ງ​ໝາຍ​ເຖິງ​ການ​ລົງ­ມື​ກະ­ທຳ​ຜິດ ແຕ່​ກະ­ທຳ​ຍັງ​ບໍ່​ທັນ​ສິ້ນ​ສຸດ ຫຼື ກະ­ທຳ​ໄປ​ສິ້ນ​ສຸດ​ແລ້ວ ແຕ່​ການ​ກະ­ທຳ​ນັ້ນ​ບໍ່​ບັນ­ລຸ​ຜົນ ສາ­ມາດ​ເວົ້າ​ໄດ້​ວ່າ­ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ ແມ່ນ​ການ​ລົງ­ມື​ກະ­ທຳ​ຜິດ​ສ່ວນ​ໃດ​ສ່ວນ​ໜຶ່ງ​ໂດຍ​ເຈດ​ຕະ​ນາ ແຕ່​ຍ້ອນ​ມີ​ສາ­ເຫດ​ນອກ​ຕົວ​ມາ​ຂັດ­ຂວາງ ຈຶ່ງ​ພາ​ໃຫ້­ການ​ກະ­ທຳ​ດັ່ງ­ກ່າວ​ນັ້ນ​ບໍ່​ສຳ­ເລັດ​ຜົນ.

ຕົວ­ຢ່າງ: ທ້າວ ຂັດ ໄດ້​ງັດ​ປະ­ຕູ​ເຮືອນ​ຂອງ ນາງ ຈິ່ວ ແລ້ວ​ເຂົ້າ​ໄປ​ໃນ​ຫ້ອງ​ນອນ ເພື່ອ​ຫວັງ​ລັກ​ເອົາ​ເງິນ ແຕ່​ໃນ​ເວ­ລາ​ນັ້ນ ທ້າວ ເຈືອດ ຊຶ່ງ​ເປັນ​ຜົວ​ຂອງ​ນາງ ຈິ່ວ ຕື່ນ​ກ່ອນ​ແລ້ວ​ໄຕ້­ໄຟ ເຮັດ​ໃຫ້ ທ້າວ ຂັດ ໜີ​ກ່ອນ​ບໍ່​ທັນ​ໄດ້​ເງິນ ຕາມ​ຈຸດ­ປະ­ສົງ​ທີ່​ຜູ້­ກ່ຽວ​ຕ້ອງ­ການ. ຖື​ວ່າ​ມີ​ເຫດ​ນອກ​ຕົວ​ມາ​ຂັດ­ຂວາງ​ຈຶ່ງ​ພາ​ໃຫ້­ການ​ກະ­ທຳ​ນັ້ນ​ບໍ່​ສຳ­ເລັດ​ຜົນ ແຕ່​ການ​ກະ­ທຳ​ຂອງ ທ້າວ ຂັດ ກໍ​ຖື​ວ່າ​ເປັນ­ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ​ໄດ້.

ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ ຈະ​ຖືກ​ລົງ­ໂທດ​ໄດ້​ກໍ​ຕໍ່​ເມື່ອ​ການ​ກະ­ທຳ​ນັ້ນ ເປັນ​ອັນ­ຕະ­ລາຍ​ຕໍ່​ສັງ­ຄົມ ຊຶ່ງ​ໄດ້​ກຳ­ນົດ​ໄວ້​ໃນ​ປະ­ມວນ​ກົດ­ໝາຍ​ອາ­ຍາ ແລະ ຈະ​ຖືກ​ລົງ­ໂທດ​ຕາ​ມາດ­ຕາ​ທີ່​ໄດ້​ກຳ­ນົດ​ໂທດ​ໃສ່​ການ​ກະ­ທຳ​ຜິດ​ນັ້ນ.

ລັກ­ສະ­ນະ​ຂອງ​ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ​ນັ້ນ ສາ­ມາດ​ແຍກ​ອອກ​ເປັນ 2 ກໍ­ລະ­ນີ ຄື: ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ ໂດຍ​ການ​ກະ­ທຳ​ຜິດ​ສະ­ຖານ​ດຽວ ແລະ ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ ໂດຍ​ການ​ກະ­ທຳ​ຜິດ​ຫຼາຍ​ສະ­ຖານ.

ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ ໃນ​ສະ­ຖານ​ດຽວ ໃນ​ກໍ­ລະ­ນີ​ນີ້ ແມ່ນ​ຜູ້​ກະ­ທຳ​ຜິດ​ທີ່​ໄດ້​ມີ​ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ ໂດຍ​ໄດ້​ລົງ­ມື​ກະ­ທຳ​ຜິດ​ທີ່​ເປັນ​ການ​ກະ­ທຳ​ຜິດ​ສະ­ຖານ​ໃດ​ໜຶ່ງ ເປັນ­ຕົ້ນ ການ​ຍິງ ການ​ຟັນ ການ​ແທງ ຊຶ່ງ​ການ​ກະ­ທຳ​ດັ່ງ­ກ່າວ​ຍັງ​ຢູ່ ໃນ​ຂັ້ນ​ຕອນ​ຂອງ​ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ ເຊັ່ນ: ໃນ​ການ​ຍິງ ຖ້າ​ຜູ້​ກະ­ທຳ​ຜິດ​ໄດ້​ສາກ​ລູກ­ປືນ​ເຂົ້າ​ລຳ​ກ້ອງ ແລະ ໄດ້​ແນ­ໃສ່​ເປົ້າ​ໝາຍ​ແລ້ວ ກໍ​ຖື​ວ່າ​ໄດ້​ພະ­ຍາ­ຍາມ​ລົງ­ມື​ກະ­ທຳ​ຜິດ​ແລ້ວ ເພາະ​ທຳ​ມະ​ດາ​ຂອງ​ການ​ຍິງ​ປືນ ຈະ​ຕ້ອງ​ປະ­ກອບ​ດ້ວຍ​ການ​ສາກ​ລູກ­ປືນ ຫຼື ຂຶ້ນ​ຫົວ​ນົກ ແລະ ແນ­ໃສ່​ເປົ້າ​ໝາຍ​ເພື່ອ​ກຽມ​ເກາະ​ໄກ​ປືນ ສ່ວນ​ການ​ຟັນ ຖ້າ​ຜູ້​ກະ­ທຳ​ຜິດ​ໄດ້​ເງືອດ​ພ້າ ຫຼື ມີດ​ຂຶ້ນ​ກຽມ​ຈະ​ຟັນ ກໍ​ຖື​ໄດ້​ວ່າ ເປັນ​ການ​ລົງ­ມື​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ​ແລ້ວ ເພາະ​ຕາມ​ປົກ­ກະ­ຕິ​ແລ້ວ​ກ່ອນ​ຈະ​ຟັນ ຫຼື ແທງ ຕ້ອງ​ປະ­ກອບ​ດ້ວຍ​ການ​ເງືອດ​ພ້າ ຫຼື ມີດ​ເສຍ​ກ່ອນ ຈຶ່ງ​ຖື​ວ່າ​ເປັນ​ການ​ລົງ­ມື​ກະ­ທຳ​ຜິດ​ແລ້ວ.

ສຳ­ລັບ​ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ​ຫຼາຍ​ສະ­ຖານ ແມ່ນ​ຜູ້​ກະ­ທຳ​ຜິດ​ໄດ້​ກະ­ທຳ​ແຕ່​ສອງ​ຢ່າງ​ຂຶ້ນ​ໄປ ດ້ວຍ​ການ​ກະ­ທຳ​ອັນ​ດຽວ ຫຼື ວ່າ​ດ້ວຍ​ການ​ກະ­ທຳ​ຫຼາຍ​ອັນ​ທີ່​ຜິດ​ຕໍ່​ຫຼາຍ​ມາດ­ຕາ​ຂອງ​ປະ­ມວນ​ກົດ­ໝາຍ​ອາ­ຍາ ແລະ ຖືກ​ຈະ​ຕັດ​ສີນ​ພ້ອມໆ​ກັນ​ໃນ​ສານ​ດຽວ​ກັນ ເຊັ່ນ: ຄວາມ​ຜິດ​ໃນ​ສະ­ຖານ​ຊີງ​ຊັບ​ຂອງ​ພົນ­ລະ­ເມືອງ ມາດ­ຕາ  232 ແຕ່​ເຈົ້າ​ຂອງ​ບໍ່​ຍອມ​ວາງ​ຊັບ​ໃຫ້​ຄົນ​ຮ້າຍ ຈຶ່ງ​ໄດ້​ທຳ­ຮ້າຍ​ຮ່າງ​ເຈົ້າ​ຂອງ​ຊັບ​ຕາມ​ມາດ­ຕາ 194 ຂອງ​ປະ­ມວນ​ກົດ­ໝາຍ​ອາ­ຍາ ແຕ່​ມີ​ຜູ້​ມາ​ພົບ​ເຫັນ​ຜູ້​ກະ­ທຳ​ຜິດ​ຈຶ່ງ​ໄດ້​ເອົາ​ຕົວ​ໜີ​ໄປ ຈຶ່ງ​ຖື​ວ່າ​ເປັນ­ຄວາມ​ພະ­ຍາ­ຍາມ​ຊີງ​ຊັບ ແລະ ທຳ­ຮ້າຍ​ຮ່າງ­ກາຍ.

ໂດຍ: ໄມ້​ງັດ

error: Content is protected !!