ລັດຖະທຳມະນູນກັບການດຳເນີນຄະດີອາຍາ

ລັດ​ຖະ​ທຳ​ມະ­ນູນ ແຫ່ງ ສປປ ລາວ ສະ­ບັບ​ປັບ­ປຸງ​ປີ 2015 ແມ່ນ​ກົດ­ໝາຍ​ພື້ນ­ຖານ​ຂອງ​ບັນ­ດາ​ຂະ­ແໜງ​ກົດ­ໝາຍ​ຕ່າງໆ ເປັນ​ກົດ­ໝາຍ​ສູງ​ສຸດ​ຂອງ ສປປ ລາວ ທີ່​ສະ­ແດງ​ເຖິງ​ເຈດ​ຈຳ­ນົງ​ຂອງ​ຊົນ​ຊັ້ນ​ປົກ­ຄອງ ຊຶ່ງ​ໄດ້​ກຳ­ນົດ​ລະ­ບອບ​ການ­ເມືອງ ເສດ­ຖະ­ກິດ-ສັງ­ຄົມ ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ການ​ຕ່າງ­ປະ­ເທດ ກຳ­ນົດ ແລະ ພັນ­ທະ​ພື້ນ­ຖານ​ຂອງ​ພົນ­ລະ­ເມືອງ ຫຼັກ­ການ​ຈັດ​ຕັງ ແລະ ການ­ເຄື່ອນ­ໄຫວ​ຂອງ​ກົງ­ຈັກ​ລັດ​ໃນ​ໄລ­ຍະ​ໃໝ່ ລັດ​ຖະ​ທຳ​ມະ­ນູນ ແມ່ນ​ນິ­ຕິ​ກຳ​ພື້ນ­ຖານ​ໃຫ້​ແກ່​ການ​ກໍ່­ສ້າງ​ລະ­ບົບ​ກົດ­ໝາຍ ແຫ່ງ ສປປ ລາວ ສະ­ນັ້ນ ທຸກ​ນິ­ຕິ​ກຳ​ທີ່​ສ້າງ ຂຶ້ນ​ຕ້ອງ​ສອດ­ຄ່ອງ​ກັບ​ລັດ​ຖະ​ທຳ​ມະ­ນູນ ແລະ ສົນ­ທິ­ສັນ­ຍາ​ທີ່​ລັດ­ຖະ­ບານ​ແຫ່ງ ສປປ ລາວ ເປັນ​ພາ­ຄີ.

ເນື້ອ​ໃນ​ຂອງ​ລັດ​ຖະ​ທຳ​ມະ­ນູນ​ໄດ້​ກຳ­ນົດ​ເຖິງ​ບັນ­ຫາ​ສິດ­ທິ​ມະ­ນຸດ ຊຶ່ງ​ໄດ້​ຖືກ​ຜັນ​ຂະ­ຫຍາຍ​ອອກ​ຢູ່​ໃນ​ສິດ ແລະ ພັນ­ທະ​ພື້ນ­ຖານ​ຂອງ​ພົນ­ລະ­ເມືອງ ແລະ ບາງ​ມາດ­ຕາ​ໄດ້​ກຳ­ນົດ​ຫຼັກ­ການ​ລວມ​ຂອງ​ການ​ດຳ­ເນີນ​ຄະ­ດີ​ອາ­ຍາ ຊຶ່ງ​ພົວ­ພັນ​ເຖິງ​ສິດ​ທີ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ຂອງ​ພົນ­ລະ­ເມືອງ ທີ່​ຖືກ​ລະ­ເມີດ​ທາງ​ອາ­ຍາ ຜູ້­ກ່ຽວ​ສາ­ມາດ​ຮ້ອງ­ທຸກ ຮ້ອງ​ຟ້ອງ ແລະ ສະ­ເໜີ​ຄວາມ​ຄິດ​ເຫັນ​ຕໍ່​ອົງ­ການ​ທີ່​ກ່ຽວ­ຂ້ອງ​ກ່ຽວ​ກັບ​ບັນ­ຫາ​ທີ່​ພົວ­ພັນ​ເຖິງ​ສິດ ແລະ ຜົນ​ປະ­ໂຫຍດ​ລວມ ຫຼື ສິດ ແລະ ຜົນ​ປະ­ໂຫຍດ​ສະ­ເພາະ​ຂອງ​ຕົນ ອົງ­ການ​ທີ່​ກ່ຽວ­ຂ້ອງ​ຕ້ອງ​ໄດ້​ພິ­ຈາ­ລະ­ນາ ແລະ ແກ້​ໄຂ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ຊາວ​ຕ່າງ​ດ້າວ ແລະ ຜູ້​ບໍ່​ມີ​ສັນ­ຊາດ​ກໍ​ໄດ້​ຮັບ​ການ​ປົກ​ປ້ອງ​ສິດ ແລະ ເສລີ­ພາບ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ແຫ່ງ ສປປ ລາວ ສິດ ຂອງ​ພົນ­ລະ­ເມືອງ​ໂດຍ​ບໍ່​ມີ​ໃຜ​ຈະ​ລ່ວງ​ລະ­ເມີດ​ໄດ້​ທາງ​ດ້ານ​ຮ່າງ­ກາຍ ກຽດ​ສັກ​ສີ ແລະ ເຄ­ຫະ​ສະ­ຖານ ພົນ­ລະ­ເມືອງ​ລາວ​ຈະ​ບໍ່​ຖືກ​ຈັບ​ຕົວ ຫຼື ກວດ​ຄົ້ນ​ເຄ­ຫະ​ສະ­ຖານ ຖ້າ​ຫາກ​ບໍ່​ມີ​ຄຳ​ສັ່ງ​ຂອງ​ໄອ​ຍະ​ການ ຫຼື ສານ​ປະ­ຊາ­ຊົນ ເວັ້ນ​ເສຍ​ແຕ່​ໃນ​ກໍ­ລະ­ນີ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ.

ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ ມີ​ສິດ​ຕິດ­ຕາມ​ກວດ­ກາ​ການ​ເຄົາ­ລົບ​ກົດ­ໝາຍ​ຢ່າງ​ຖືກ­ຕ້ອງ ແລະ ເປັນ​ເອ­ກະ​ພາບ​ຢູ່​ໃນ​ທຸກ​ກະ­ຊວງ ອົງ­ການ​ທຽບ​ເທົ່າ​ກະ­ຊວງ ອົງ­ການ​ທີ່​ຂຶ້ນ​ກັບ​ລັດ­ຖະ­ບານ ແນວ​ລາວ​ສ້າງ​ຊາດ ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ອົງ​ການ­ຈັດ­ຕັ້ງ​ສັງ­ຄົມ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ ວິ​ສາ​ຫະ​ກິດ​ລັດ­ຖະ­ກອນ ແລະ ພົນ­ລະ­ເມືອງ ປະ­ຕິ­ບັດ​ສິດ​ກ່າວ​ຟ້ອງ.

ລັດ​ຖະ​ທຳ​ມະ­ນູນ ໄດ້​ກຳ­ນົດ​ໄວ້​ວ່າ​ສານ​ປະ­ຊາ­ຊົນ ຈະ​ຕັດ­ສິນ​ເປັນ​ໝູ່​ຄະ­ນະ, ໃນ​ເວ­ລາ​ພິ­ຈາ­ລະ­ນາ​ຕັດ­ສິນ ຜູ້​ພິ­ພາກ­ສາ​ຕ້ອງ​ເປັນ​ເອ­ກະ­ລາດ ແລະ ມີ​ແຕ່​ປະ­ຕິ­ບັດ​ຕາມ​ກົດ­ໝາຍ​ເທົ່າ​ນັ້ນ ນອກ­ຈາກ​ນັ້ນ ຍັງ​ໄດ້​ກຳ­ນົດ​ເຖິງ​ການ​ເຂົ້າ​ຮ່ວມ​ຂອງ​ທະ­ນາຍ­ຄວາມ ແລະ ການ​ຊ່ວຍ­ເຫຼືອ​ລູກ​ຄວາມ​ທາງ​ດ້ານ​ກົດ­ໝາຍ​ຄື ການ​ໄຕ່​ສວນ​ຄະ­ດີ​ໃນ​ທີ່​ປະ­ຊຸມ​ສານ ຕ້ອງ​ດຳ­ເນີນ​ຢ່າງ​ເປີດ­ເຜີຍ ເວັ້ນ​ເສຍ​ແຕ່​ກໍ­ລະ­ນີ​ທີ່​ໄດ້​ກຳ­ນົດ​ໄວ້​ຢູ່​ໃນ​ກົດ­ໝາຍ ຜູ້​ຖືກ​ຫາ​ມີ​ສິດ​ຕໍ່­ສູ້​ຄະ­ດີ​ທີ່​ຕົນ​ຖືກ​ກ່າວ​ຟ້ອງ ທະ­ນາຍ­ຄວາມ​ມີ​ສິດ​ຊ່ວຍ­ເຫຼືອ​ທາງ​ດ້ານ​ກົດ­ໝາຍ​ແກ່​ຜູ້​ຖືກ​ກ່າວ​ຟ້ອງ ສຳ­ລັບ​ຜູ້​ຕາງ ໜ້າ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ມີ​ສິດ​ເຂົ້າ​ຮ່ວມ​ການ​ດຳ­ເນີນ​ຄະ­ດີ​ຢູ່​ສານ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ.

ບັນ­ດາ​ມາດ​ຕະ­ການ​ຕ່າງໆ​ທີ່​ກ່າວ​ມາ​ນັ້ນ ໄດ້​ຜັນ​ຂະ­ຫຍາຍ​ອອກ​ເປັນ​ເນື້ອ​ໃນ​ລະ­ອຽດ​ໃນ​ກົດ­ໝາຍ​ວ່າ​ດ້ວຍ​ການ​ດຳ­ເນີນ​ຄະ­ດີ​ອາ­ຍາ ປະ­ມວນ​ກົດ­ໝາຍ​ອາ­ຍາ ກົດ­ໝາຍ​ວ່າ​ດ້ວຍ​ສານ​ປະ­ຊາ­ຊົນ ກົດ­ໝາຍ​ວ່າ​ດ້ວຍ​ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ ກົດ­ໝາຍ​ວ່າ​ດ້ວຍ​ທະ­ນາຍ­ຄວາມ ແລະ ກົດ­ໝາຍ​ອື່ນໆ.

ໂດຍ: ໄມ້​ງັດ

error: Content is protected !!