ການນັບອາຍຸຄວາມ

ຈາກ​ອາ­ຍຸ​ຄວາມ​ໃນ​ການ​ທວງ ຫຼື ການ​ຮ້ອງ​ຟ້ອງ ຊຶ່ງ​ກົດ­ໝາຍ​ໄດ້​ກຳ­ນົດ​ໃຫ້​ຜູ້​ເສຍ ຫຼື ຜົນ​ປະ­ໂຫຍດ​ສາ­ມາດ​ນຳ​ໃຊ້​ໄດ້ ເພື່ອ​ທວງ​ເອົາ ຫຼື ຮ້ອງ​ຟ້ອງ​ເອົາ​ຕາມ​ໄລ­ຍະ​ເວ­ລາ​ທີ່​ກົດ­ໝາຍ​ອະ­ນຸ­ຍາດ​ໃຫ້ ແຕ່​ອາ­ຍຸ​ໃນ​ພາກ​ປະ­ຕິ­ບັດ​ຕົວ​ຈິງ​ນັ້ນ ອາ­ຍຸ​ຄວາມ​ຈະ​ເລີ່ມ​ນັບ​ເອົາ​ແຕ່​ເວ­ລາ​ໃດ ມື້​ໃດ ເດືອນ​ໃດ ແລະ ປີ​ໃດ ເພື່ອ​ບໍ່​ໃຫ້​ສິດ​ດັ່ງ­ກ່າວ​ສິ້ນ​ສຸດ ໂດຍ​ບໍ່​ໄດ້​ຮັບ​ຜົນ​ປະ­ໂຫຍດ​ຈາກ​ມັນ ສະ­ນັ້ນ ໃນ​ບົດ​ນີ້ ຜູ້​ຂຽນ​ຈະ​ນຳ​ເອົາ​ການ​ນັບ​ອາ­ຍຸ​ຄວາມ​ໃນ​ການ​ທວງ​ເອົາ ຫຼື ຮ້ອງ​ຟ້ອງ​ເອົາ​ມາ​ສະ­ເໜີ​ເພີ່ມ​ເຕີມ ເພື່ອ​ໃຫ້​ທຸກ​ທ່ານ​ຮູ້​ທີ່​ຈະ​ນັບ​ວັນ​ເວ­ລາ ເດືອນ ແລະ ປີ ທີ່​ຕົນ​ສາ­ມາດ​ຈະ​ທວງ​ເອົາ ຫຼື ຮ້ອງ​ຟ້ອງ​ເອົາ​ຊັບ ເອົາ​ໜີ້​ສິນ ເອົາ​ຄ່າ​ເສຍ​ຫາຍ​ຈາກ​ບຸກ­ຄົນ​ອື່ນ.

ການ​ນັບ​ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ ໃຫ້​ເລີ່ມ​ນັບ​ແຕ່​ມື້​ທີ່​ມີ​ສິດ​ທວງ​ເປັນ­ຕົ້ນ​ໄປ ເຊັ່ນ ວັນ​ຖັດ​ໄປ​ຂອງ​ກຳ­ນົດ​ເວ­ລາ​ໃນ​ສັນ­ຍາ​ໄດ້​ສິ້ນ​ສຸດ ຫຼື ເຫດ­ການ​ໃດ​ໜຶ່ງ​ເກີດ​ຂຶ້ນ ເປັນ­ຕົ້ນ​ໄປ ນັບ​ແຕ່​ວັນ​ທີ​ທີ່​ມີ​ການ​ຄອບ​ຄອງ ຫຼື ຄວາມ​ເສຍ​ຫາຍ​ໄດ້​ເກີດ​ຂຶ້ນ​ເປັນ­ຕົ້ນ​ໄປ.

ການ​ນັບ​ອາ­ຍຸ​ຄວາມ ແມ່ນ​ນັບ​ດ້ວຍ​ວັນ ເດືອນ ຫຼື ປີ​ຂອງ​ເຫດ­ການ​ໃດ​ໜຶ່ງ ການ​ເຂົ້າ​ຄອບ​ຄອງ ນຳ​ໃຊ້ ແລະ ຕາມ​ສັນ­ຍາ ເພື່ອ​ຄິດ­ໄລ່​ອາ­ຍຸ​ຄວາມ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ.

ເວ­ລາ​ເລີ່ມ​ນັບ​ອາ­ຍຸ​ຄວາມ ຕ້ອງ​ເລີ່ມ​ແຕ່​ວັນ​ທີ​ເຫດ­ການ​ໃດ​ໜຶ່ງ​ເກີດ​ຂຶ້ນ ວັນ​ເຂົ້າ​ຄອບ​ຄອງ ຫຼື ນຳ​ໃຊ້ ຫຼື ວັນ​ຖັດ​ໄປ​ຂອງ​ການ​ສິ້ນ​ສຸດ​ສັນ­ຍາ.

ຕົວ­ຢ່າງ: ທ້າວ ຍ ໄດ້​ຂັບ​ລົດ​ຍາມ​ມືນ​ເມົາ ໄປ​ຕຳ​ເອົາ​ເຮືອນ​ຂອງ​ທ້າວ ອ ຢູ່​ແຄມ​ທາງ ໃນ​ວັນ​ທີ 1 ມັງ­ກອນ 2003 ແລະ ໄດ້​ຕົກ­ລົງ​ກັນ​ໃຫ້ ອ ສ້ອມ­ແປງ​ເຮືອນ​ເອງ​ກ່ອນ ໝົດ​ເທົ່າ­ໃດ ທ້າວ ຍ ຈະ​ແທນ​ໃຫ້ ສະ­ນັ້ນ ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ​ແມ່ນ​ເລີ່ມ​ນັບ​ແຕ່​ວັນ​ເກີດ​ເຫດ​ເປັນ­ຕົ້ນ​ໄປ.

ເວ­ລາ​ສິ້ນ​ສຸດ​ອາ­ຍຸ​ຄວາມ ແມ່ນ​ວັນ ເດືອນ ປີ ທີ່​ຄົບ​ກຳ­ນົດ​ອາ­ຍຸ​ຄວາມ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ຂອງ​ເຫດ­ການ​ທີ່​ເກີດ​ຂຶ້ນ ວັນ​ເຂົ້າ​ຄອບ​ຄອງ ນຳ​ໃຊ້ ແລະ ຕາມ​ສັນ­ຍາ.

ຕົວ­ຢ່າງ: ນາງ ປາ ໄດ້​ຊື້​ຄວາຍ​ຈາກ​ທ້າວ ແມວ ໃນ​ມູນ​ຄ່າ 5.000.000 ກີບ ຊຶ່ງ​ນາງ ປາ ໄດ້​ຈ່າຍ​ຄ່າ​ຄວາຍ ຈຳ­ນວນ 3.000.000 ກີບ ຍັງ​ຄ້າງ 2.000.000 ກີບ ແລະ ໄດ້​ເຮັດ​ສັນ­ຍາ​ນຳ​ກັນ​ວ່າ ວັນ​ທີ 30 ກັນ­ຍາ 2013 ຈະ​ມາ​ຈ່າຍ​ໃຫ້​ຄົບ ເມື່ອ​ຮອດ​ກຳ­ນົດ​ເວ­ລາ​ທີ່​ໄດ້​ຕົກ­ລົງ​ກັນ ນາງ ປາ ບໍ່​ໄດ້​ນຳ​ເງິນ​ມາ​ຊຳ­ລະ​ໃຫ້​ທ້າວ ແມວ ສະ­ນັ້ນ ການ​ຄິດ­ໄລ່​ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ ແມ່ນ​ໃຫ້​ເລີ່ມ​ຄິດ­ໄລ່​ແຕ່​ວັນ​ທີ 1 ຕຸ­ລາ 2013 ເປັນ­ຕົ້ນ​ໄປ ຈົນ​ຮອດ​ວັນ​ທີ 1 ຕຸ­ລາ 2016.

ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ ໃນ​ກໍ­ລະ­ນີ​ອາ­ຍຸ​ຄວາມ​ຖືກ​ໂຈະ​ນັ້ນ ໃຫ້​ເລີ່ມ​ນັບ​ແຕ່​ມື້​ທີ່​ເຫດ­ການ​ນັ້ນ​ໄດ້​ສິ້ນ​ສຸດ ໃນ​ກໍ­ລະ­ນີ​ເຫດ­ການ​ສຸດ​ວິ­ໄສ ຫຼື ເຫດ​ບັງ­ເອີນ ແລະ ຈະ​ຖືກ​ຢຸດ ສະ​ຫງັກ ເມື່ອ​ມີ​ການ​ທວງ ຫຼື ຮ້ອງ​ຟ້ອງ​ຂອງ​ເຈົ້າ​ກຳ­ມະ­ສິດ.

ໂດຍ: ໄມ້​ງັດ

error: Content is protected !!