ຖ້າປະຕິບັດຕາມຫຼັກການ ຈະບໍ່ມີເລື່ອງ

ຄົນ​ເຮົາ​ຫາກ​ມີ​ເລື່ອງ​ແຕ່​ຫາກ​ແກ້​ໄປ​ຕາມ​ຫຼັກ­ການ​ທີ່​ມີ ທີ່​ກົດ­ໝາຍ​ກຳ­ນົດ ທີ່​ໄດ້​ຕົກ­ລົງ​ກັນ​ໄວ້​ຄິດ​ວ່າ​ເລື່ອງ​ຂອງ​ເລື່ອງ​ຈະ​ບໍ່​ພາ­ໃຫ້​ເກີດ​ການ​ຮ້ອງ ການ​ຟ້ອງ ເກີດ​ກຽດ ເກີດ​ຊັງ​ກັນ​ດອກ ຍ້ອນ​ເບື້ອງ​ຕົ້ນ​ຕ່າງ​ຝ່າຍ​ກໍ​ວ່າ​ບໍ່​ເປັນ​ຫຍັງ ແຕ່​ບາດ​ທີ​ຫຼັງ​ບໍ່​ຈັກ​ຫຍັງ​ເປັນ​ຫຍັງ ບໍ່​ຈັກ​ໄຫວ້ ບໍ່​ຈັກ​ຂໍ ບໍ່​ຈັກ​ຊິ​ຮ້ອງ​ຊິ​ໄຫ້ ບໍ່​ຈັກ​ຂາບ ບໍ່​ຈັກ​ນົບ ສຸດ​ທ້າຍ​ກໍ​ກາຍ­ເປັນ​ເຂົາ​ງົວ​ປ່າ ຂີ້​ແມວ​ເລີຍ​ເຕັມ​ກະ­ດົ້ງ​ເພາະ​ໃຜໆ​ກໍ​ແນມ​ເຫັນ​ຜົນ​ປະ­ໂຫຍດ​ທີ່​ຕົນ​ຈະ​ໄດ້ ກໍ​ເລີຍ​ກັບ​ຫຼົບ​ລີ້ນ​ປີ້ນ​ຄວາມ ເລື່ອງ​ງ່າຍ​ກໍ​ກາຍ​ເລີຍ​ເປັນ​ເລື່ອງ​ຍາກໆ​ຈົນ​ໄກ່​ເກ່ຍ​ກັນ​ບໍ່​ຕົກ​ບໍ່​ແຕກ​ກັນ ອັນ​ເນື່ອງ​ຈາກ​ຕ່າງ​ຄົນ​ຕ່າງ​ກໍ​ຖື​ຜົນ​ປະ­ໂຫຍດ​ສ່ວນ​ຕົວ​ເປັນ​ໃຫຍ່ ເວົ້າ​ເລື່ອງ​ແບບ​ນີ້ ເກີດ​ຈາກ​ຫຼາຍ​ສາ­ເຫດ ແຕ່​ໃນ​ນີ້​ຈະ​ເວົ້າ​ແຕ່​ເລື່ອງ​ມູນ​ມໍ​ລະ ດົກ ໂດຍ​ສະ­ເພາະ ເຮືອນ​ຊານ​ລານ​ແປ້ນ ເງິນ​ຄຳ​ກຳ​ແກ້ວ ໄຮ່­ນາ​ຮົ້ວ​ສວນ ລົດ​ລາງ​ພາ­ຫະ­ນະ ແລະ ດິນ​ດອນ​ຕອນ​ຫຍ້າ​ເຫຼົ່າ​ນີ້​ເປັນ­ຕົ້ນ.

ຫຼັກ­ການ​ສືບ​ທອດ​ມູນ​ມໍ­ລະ­ດົກ ການ​ແບ່ງ ປັນ​ມູນ​ມໍ​ຣະ​ດົກ​ລະ­ຫວ່າງ​ຜູ້​ສືບ​ທອດ​ມູນ​ມໍ­ລະ­ດົກ ແບ່ງ​ອອກ​ເປັນ 2 ປະ­ເພດ​ຄື: ການ​ສືບ​ທອດ​ຕາມ​ກົດ­ໝາຍ ແລະ ການ​ສືບ​ທອດ​ຕາມ​ພິ​ໄນ​ກຳ ຊຶ່ງ​ໃຜ​ກໍ​ພໍ​ຈະ​ຮູ້ ສຳ­ລັບ​ຜູ້​ສືບ​ທອດ​ຕາມ​ກົດ­ໝາຍ​ປະ­ກອບ​ມີ​ບຸກ­ຄົນ​ເຫຼົ່າ​ນີ້:

1. ລູກ (ລູກ​ຄີງ ລູ­ກລ້ຽງ ລູກ​ນ້າ) ຂອງ​ຜູ້​ເສຍ​ຊີ­ວິດ.
2. ຜົວ ຫຼື ເມຍ​ຂອງ​ເຈົ້າ​ມູນ​ມໍ​ຣະ​ດົກ​ທີ່​ຍັງ​ມີ​ຊີ­ວິດ​ຢູ່.
3. ຍາດ​ສາຍ​ຕັ້ງ​ມີ: ພໍ່ ແມ່ ປູ່ ຍ່າ ພໍ່­ເຖົ້າ ແມ່­ເຖົ້າ​ທວດ​ຂອງ​ຜູ້​ເສຍ​ຊີ­ວິດ.
4. ຍາດ​ສາຍ​ຂວາງ​ມີ: ອ້າຍ ເອື້ອຍ ນ້ອງ ລຸງ ປ້າ ອາວ ອາ ນ້າ​ບ່າວ ນ້າ­ສາວ​ຫຼານ ເຫຼັນ ຫຼ້ອນ ຂອງ​ຜູ້​ເສຍ​ຊີ­ວິດ.
5. ລັດ ຫຼື ນິ­ຕິ­ບຸກ­ຄົນ ຫຼື ບຸກ­ຄົນ​ອື່ນ ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ປະ­ມວນ​ກົດ­ໝາຍ​ແພ່ງ (ກ່ຽວ​ກັບ​ການ​ສືບ​ທອດ​ມູນ​ມໍ­ລະ­ດົກ).

ຜູ້​ສືບ​ທອດ​ຕາມ​ກົດ­ໝາຍ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ຈະ​ມີ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ​ເຈົ້າ​ມູນ​ບໍ່​ໄດ້​ເຮັດ​ພິ​ໄນ​ກຳ​ມອບ​ໃຫ້​ບຸກ­ຄົນ ຫຼື ການ­ຈັດ­ຕັ້ງ​ໃດ​ໜຶ່ງ​ສືບ​ທອດ ພິ​ໄນ​ກຳ​ເປັນ​ໂມ­ຄະ ຫຼື ຜູ້​ສືບ​ທອດ​ມູນ​ມໍ​ຣະ​ດົກ​ຕາມ​ພິ​ໄນ​ກຳ​ນັ້ນ ໄດ້​ເສຍ​ຊີ­ວິດ​ກ່ອນ​ການ​ເປີດ​ພິ​ໄນ​ກຳ ຜູ້​ສືບ​ທອດ​ຕາມ​ພິ​ໄນ​ກຳ​ຫາກ​ບໍ່​ຮັບ​ເອົາ​ການ​ສືບ​ທອດ.

ສຳ­ລັບ​ລຳ­ດັບ​ການ​ສືບ​ທອດ​ມູນ​ມໍ­ລະ­ດົກ​ຂອງ​ຜູ້​ສືບ​ທອດ ກ່ອນ​ອື່ນ​ຕ້ອງ​ແມ່ນ​ຍາດ ຊັ້ນ​ຈຳ​ຂອງ​ເຈົ້າ​ມູນ​ເປັນ​ຜູ້​ໄດ້​ຮັບ​ກ່ອນ ສ່ວນ​ຜູ້​ທີ່­ຢູ່​ລຳ­ດັບ​ໃກ້­ຊິດ​ຖັດ​ໄປ​ນັ້ນ ຈະ​ໄດ້​ຮັບ​ກໍ​ຕໍ່​ເມື່ອ​ເຈົ້າ​ມູນ​ບໍ່​ມີ​ຍາດ​ຊັ້ນ​ຈຳ​ເທົ່າ​ນັ້ນ ຕົວ­ຢ່າງ: ທ້າວ ເງືອດ ແລະ ນາງ ເດືອດ ໄດ້​ເສຍ​ຊີ­ວິດ​ຍ້ອນ​ອຸ­ບັດ­ເຫດ ໃນ​ເວ­ລາ​ທີ່​ທັງ​ສອງ​ໄປ​ທ່ຽວ ລະ­ຫວ່າງ ທ້າວ ເງືອດ ແລະ ນາງ ເດືອດ ບໍ່​ມີ​ລູກ​ນຳ​ກັນ ແລະ ທັງ​ທ້າວ ເງືອດ ແລະ ນາງ ເດືອດ ກໍ​ບໍ່​ມີ​ອ້າຍ ຫຼື ເອື້ອຍ​ນ້ອງ​ຄີງ​ຈັກ​ຄົນ  ແຕ່​ວ່າ  ທ້າວ ເຟືອດ ພໍ່​ຂອງ ທ້າວ ເງືອດ ແລະ ນາງ ເສືອດ ຊຶ່ງ​ເປັນ​ແມ່​ຂອງ ນາງ ເດືອດ​ພັດ​ຍັງ​ມີ​ຊີ­ວິດ​ຢູ່ ໃນ​ກໍ­ລະ­ນີ​ເຊັ່ນ​ນີ້ ທີ່​ດິນ ແລະ ເຮືອນ​ຂອງ​ເຂົາ­ເຈົ້າ ຈະ​ຕົກ​ເປັນ​ກຳ­ມະ­ສິດ​ຂອງ​ໃຜ? ສະ­ນັ້ນ ຕາມ​ຫຼັກ­ການ​ຂອງ​ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ​ແລ້ວ ເມື່ອ​ຜົວ​ເມຍ ທ້າວ ເງືອດ ແລະ ນາງ ເດືອດ ໄດ້​ເສຍ​ຊີ­ວິດ​ແລ້ວ ແລະ ບໍ່​ມີ​ລູກ​ແຕ່​ຍັງ​ມີ​ພໍ່ ແລະ ແມ່​ຂອງ​ທັງ 2 ຄົນ​ຍັງ​ມີ​ຊີ­ວິດ​ຢູ່ ດັ່ງ­ນັ້ນ ພໍ່​ຂອງ ທ້າວ ເງືອດ ແລະ ນາງ ເສືອດ ແມ່​ຂອງ ນາງ ເດືອດ ຈະ​ເປັນ​ຜູ້​ມີ​ສິດ​ສືບ​ທອດ​ມູນ​ມໍ­ລະ­ດົກ​ດັ່ງ­ກ່າວ​ຕາມ​ຍາດ​ສາຍ​ຕັ້ງ ໂດຍ​ທີ່​ເຂີຍ ແລະ ບຸກ­ຄົນ​ອື່ນ​ບໍ່​ມີ​ສ່ວນ​ໄດ້​ຮັບ​ມູນ​ມໍ­ລະ­ດົກ​ດັ່ງ­ກ່າວ​ນັ້ນ​ແຕ່​ຢ່າງ­ໃດ.

ໂດຍ: ໄມ້​ງັດ

error: Content is protected !!