ການໂຈະອາຍຸຄວາມ

ນອກ­ຈາກ​ການ​ເສຍ​ສິດ​ຂອງ​ບຸກ­ຄົນ​ໃດ​ໜຶ່ງ ຕາມ​ອາ­ຍຸ​ການ ຊຶ່ງ​ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້​ແລ້ວ ມີ​ບາງ​ກໍ­ລະ­ນີ​ຂອງ​ການ​ປະ­ຕິ­ບັດ​ສັນ­ຍາ​ລະ­ຫວ່າງ​ຄູ່​ສັນ­ຍາ​ດ້ວຍ​ກັນ ອາ­ຍຸ​ຄວາມ​ອາດ​ຈະ​ຖືກ​ໂຈະ​ໂດຍ​ທັນ­ທີ​ທັນ­ໃດ ໃນ​ເມື່ອ​ເຫດ­ການ​ໃດ​ໜຶ່ງ​ເກີດ​ຂຶ້ນ ດັ່ງ­ນັ້ນ ໃນ​ກົດ­ໝາຍ ກໍ​ໄດ້​ກຳ­ນົດ​ໄວ້​ຢ່າງ​ຈະ­ແຈ້ງ ໃນ​ກໍ­ລະ­ນີ​ຫາກ​ມີ​ການ​ໂຈະ​ອາ­ຍຸ​ການ​ປະ­ຕິ­ບັດ​ສັນ­ຍາ​ຂອງ​ຄູ່​ສັນ­ຍາ.

ອາ­ຍຸ​ຄວາມ​ຈະ​ຖືກ​ໂຈະ ໃນ​ກໍ­ລະ­ນີ​ທີ່​ມີ​ເຫດ​ສຸດ​ວິ­ໄສ ຫຼື ເຫດ­ການ​ບັງ­ເອີນ​ຂຶ້ນ ຊຶ່ງ​ເປັນ​ອຸ­ປະ­ສັກ​ຕໍ່​ການ​ຍື່ນ​ຄຳ​ຮ້ອງ​ຟ້ອງ ຫຼື ການ​ທວງ ພາຍ­ຫຼັງ​ທີ່​ໄລ­ຍະ​ເວ­ລາ​ຂອງ​ການ​ໂຈະ​ນັ້ນ​ໄດ້​ສິ້ນ​ສຸດ​ແລ້ວ ອາ­ຍຸ​ຄວາມ​ທີ່​ໄດ້​ຜ່ານ​ມາ ກ່ອນ​ນັ້ນ​ກໍ​ຈະ​ສືບ­ຕໍ່​ອີກ ໝາຍ​ຄວາມ​ວ່າ​ໄລ­ຍະ​ເວ­ລາ​ທີ່​ຖືກ​ໂຈະ​ນັ້ນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ ອາ­ຍຸ​ຄວາມ​ທີ່​ຜ່ານ​ມາ​ກ່ອນ​ນັ້ນ ກໍ​ຈະ​ສືບ­ຕໍ່​ອີກ​ໝາຍ​ຄວາມ​ວ່າ​ໄລ­ຍະ​ເວ­ລາ​ທີ່​ຖືກ​ໂຈະ​ນັ້ນ ບໍ່​ໃຫ້​ນັບ​ເຂົ້າ​ເປັນ​ອາ­ຍຸ​ຄວາມ.

ຕົວ­ຢ່າງ: ນາງ ເປີ້ຍ ໄດ້​ເສຍ​ຊີ­ວິດ ໃນ​ວັນ​ທີ 31 ທັນ­ວາ 2010 ຜູ້­ກ່ຽວ​ມີ​ລູກ 2 ຄົນ ຊື່ ຈ ແລະ ຖ ຊຶ່ງ​ອາ­ໄສ​ຢູ່​ຫ່າງ​ກັນ ພາຍ­ຫຼັງ​ທີ່ ນາງ ເປີ້ຍ ເສຍ​ຊີ­ວິດ ມູນ​ມໍ­ລະ­ດົກ​ທັງ​ໝົດ ແມ່ນ ທ້າວ ຈ ເປັນ​ຜູ້​ຄຸ້ມ​ຄອງ​ໄວ້ ຫຼັງ​ຈາກ​ນັ້ນ 2 ປີ ຫົກ​ເດືອນ ນາງ ຖ ກໍ​ຍັງ​ບໍ່​ມີ​ເວ­ລາ​ມາ​ຂໍ​ແບ່ງ­ປັນ​ນຳ ທ້າວ ຈ ແຕ່​ບັງ­ເອີນ​ໃນ​ໄລ­ຍະ​ເວ­ລາ​ຂອງ​ປີ​ທີ​ສາມ ໄດ້​ເກີດ​ໄພ​ນ້ຳ​ຖ້ວມ ແຕ່​ວັນ​ທີ 20 ສິງ­ຫາ 2013 ຫາ​ວັນ​ທີ 20 ພະ­ຈິກ 2013 ຈາກ​ນັ້ນ ຈຶ່ງ​ຄືນ​ສູ່​ສະ­ພາບ​ປົກ­ກະ­ຕິ ໃນ​ໄລ­ຍະ​ເວ­ລາ​ສາມ​ເດືອນ​ທີ່​ເກີດ​ໄພ​ທຳ​ມະ​ຊາດ ເຮັດ​ໃຫ້ ນາງ ຖ ບໍ່​ສາ­ມາດ​ໄປ​ຫາ ທ້າວ ຈ ໄດ້​ນັ້ນ ຖື​ວ່າ​ເປັນ​ໄລ­ຍະ​ເວ­ລາ​ຂອງ​ອາ­ຍຸ​ຄວາມ​ຖືກ​ໂຈະ ຊຶ່ງ​ໄລ­ຍະ​ເວ­ລາ​ດັ່ງ­ກ່າວ ບໍ່​ໃຫ້​ໄລ່​ເຂົ້າ​ໃສ່​ກຳ­ນົດ​ເວ­ລາ​ຂອງ​ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ ນາງ ຖ ສາ­ມາດ​ໄປ​ທວງ​ເອົາ​ມູນ​ມໍ­ລະ­ດົກ​ໄດ້​ຈົນ​ຮອດ​ວັນ​ທີ 31 ມີ­ນາ 2014 ຈຶ່ງ​ໝົດ ແທນ​ທີ່​ຈະ​ແມ່ນ​ວັນ​ທີ 31 ມັງ­ກອນ 2014.

ໂດຍ: ໄມ້​ງັດ

error: Content is protected !!