ການຢຸດອາຍຸຄວາມ

ມື້­ນີ້​ມາ​ທຳ​ຄວາມ​ເຂົ້າ­ໃຈ ກ່ຽວ​ກັບ​ການ​ຢຸດ​ສະ​ຫງັກ​ຂອງ​ອາ­ຍຸ​ຄວາມ ໃນ​ການ​ທວງ ຫຼື ການ​ຮ້ອງ​ຟ້ອງ ຍ້ອນ​ມື້­ກ່ອນ​ໄດ້​ທຳ​ຄວາມ​ເຂົ້າ­ໃຈ​ໃຫ້​ເລິກ­ເຊິ່ງ​ຕື່ມ ກ່ຽວ​ກັບ​ການ​ໂຈະ​ອາ­ຍຸ​ຄວາມ​ໃນ​ການ​ທວງ ຫຼື ການ​ຮ້ອງ​ຟ້ອງ.

ການ​ຢຸດ​ສະ​ຫງັກ​ຂອງ​ອາ­ຍຸ​ຄວາມ ໝາຍ​ເຖິງ​ໄລ­ຍະ​ເວ­ລາ​ທີ່​ເປັນ​ອາ­ຍຸ​ຄວາມ​ຕາມ​ການ​ຄອບ​ຄອງ​ຕາມ​ສັນ­ຍາ ແລະ ຕາມ​ເຫດ­ການ​ທີ່​ຜ່ານ​ມາ​ຖືກ​ລົບ​ລ້າງ ຫຼື ບໍ່​ນັບ​ເປັນ​ເວ­ລາ​ຂອງ​ອາ­ຍຸ​ຄວາມ ຍ້ອນ​ມີ​ການ​ກະ­ທຳ​ໃດ​ໜຶ່ງ​ຂອງ​ຄູ່​ກໍ­ລະ­ນີ​ຝ່າຍ​ທີ່​ມີ​ສິດ​ທວງ​ເຊັ່ນ: ການ​ທວງ ການ​ຮັບ​ຮູ້​ໜີ້​ສິນ​ຂອງ​ລູກ​ໜີ້ ຫຼື ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ ຈະ​ຖືກ​ຢຸດ​ສະ​ຫງັກ ເມື່ອ​ມີ​ການ​ກະ­ທຳ​ອັນ​ແນ່­ນອນ​ຂອງ​ຄູ່​ກໍ­ລະ­ນີ ຫຼື ຄູ່​ສັນ­ຍາ ເຊັ່ນ: ການ​ຮັບ​ຮູ້​ໜີ້​ສິນ​ຂອງ​ຕົນ ໃນ​ກໍ­ລະ­ນີ​ນີ້​ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ​ໃຫ້​ເລີ່ມ​ນັບ​ຄືນ­ໃໝ່.

ຕົວ­ຢ່າງ: ນາງ ແປ້ນ ໄດ້​ກູ້​ຢືມ​ເງິນ​ຈາກ ນາງ ແໜ້ນ ຈຳ­ນວນ 5.000.000 ກີບ ກຳ­ນົດ​ເວ­ລາ​ໃນ​ການ​ໃຊ້​ແທນ​ແມ່ນ​ວັນ​ທີ 1 ມັງ­ກອນ 2012 ແຕ່​ເມື່ອ​ຮອດ​ວັນ​ນັດ​ໝາຍ​ໃນ​ການ​ໃຊ້​ແທນ ນາງ ແປ້ນ ບໍ່​ໄດ້​ມາ​ຊຳ­ລະ​ໃຫ້ ນາງ ແໜ້ນ ຕາມ​ສັນ­ຍາ ໃນ​ກໍ­ລະ­ນີ​ນີ້ ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ​ຈະ​ເລີ່ມ​ນັບ​ແຕ່​ວັນ​ທີ 2 ມັງ­ກອນ 2012 ເປັນ­ຕົ້ນ​ໄປ ໃນ​ໄລ­ຍະ​ເວ­ລາ​ດັ່ງ­ກ່າວ ກ່ອນ​ຈະ​ຄົບ​ສາມ​ປີ ຖ້າ​ນາງ ແໜ້ນ ໄດ້​ມີ​ການ​ທວງ ຫຼື ນາງ ແປ້ນ ຍັງ​ຮັບ​ຮູ້​ວ່າ​ຕົນ​ຍັງ​ມີ​ໜີ້​ຕໍ່ ນາງ ແໜ້ນ ແລະ ຍິນ​ດີ​ໃຊ້​ແທນ ອາ­ຍຸ​ຄວາມ​ທີ່​ຜ່ານ​ມາ​ນັ້ນ ກໍ​ຖື​ວ່າ​ແລ້ວ­ໄປ ຫຼື ຖືກ​ລົບ​ລ້າງ

ໂດຍ: ໄມ້​ງັດ

error: Content is protected !!