ການກວດຄົ້ນ

ໃນ​ຂະ​ບວນ​ການ​ຂອງ​ການ ດຳ­ເນີນ​ຄະ­ດີ​ອາ­ຍາ ບາງ​ກໍ­ລະ­ນີ​ອາດ​ມີ​ການ​ນຳ​ໃຊ້​ມາດ​ຕະ­ການ​ຕ່າງໆ ຕາມ​ທີ່​ກົດ­ໝາຍ​ໄດ້​ອະ­ນຸ­ຍາດ ເຊັ່ນ: ການ​ກວດ​ຄົ້ນ ການ​ຢຶດ ຫຼື ການ ອາ​ຍັດ​ຊັບ​ທີ່​ພົວ­ພັນ​ກັບ​ການ​ກະ­ທຳ​ຜິດ ດັ່ງ­ນັ້ນ ການ​ກວດ​ຄົ້ນ​ກໍ​ແມ່ນ​ມາດ​ຕະ­ການ​ໜຶ່ງ​ທີ່​ໄດ້​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ຊອກ​ຫາ​ຮ່ອງ­ຮອຍ ວັດ­ຖຸ​ສິ່ງ​ຂອງ​ທີ່​ນຳ​ໃຊ້ ຫຼື ໄດ້​ມາ​ຈາກ​ການ​ກະ­ທຳ​ຜິດ.

ການ​ກວດ​ຄົ້ນ​ຈະ​ດຳ­ເນີນ​ໄດ້ ກໍ​ຕໍ່​ເມື່ອ​ຫາກ​ມີ​ຄຳ​ສັ່ງ​ເປັນ​ລາຍ​ລັກ​ອັກ­ສອນ ຂອງ​ຫົວ­ໜ້າ​ອົງ­ການ​ໄອ​ຍະ​ການ ຫຼື ສານ​ເທົ່າ​ນັ້ນ ເວັ້ນ​ເສຍ​ແຕ່​ໃນ​ກໍ­ລະ­ນີ​ການ​ກະ­ທຳ​ຜິດ​ເຊິ່ງ​ໜ້າ ຫຼື ຮີບ​ດ່ວນ ແຕ່​ກໍ​ຕ້ອງ​ລາຍ​ງານ​ໃຫ້​ຫົວ­ໜ້າ​ອົງ­ການ​ໄອ​ຍະ​ການ​ຊາບ ພາຍ​ໃນ​ກຳ­ນົດ​ເວ­ລາ 24 ຊົ່ວ­ໂມງ ພາຍ­ຫຼັງ​ທີ່​ການ​ກວດ​ຄົ້ນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ.

ຄຳ​ສັ່ງ​ກວດ​ຄົ້ນ ມີ​ຜົນ​ບັງ­ຄັບ​ໃຊ້​ນັບ​ແຕ່​ວັນ​ລົງ​ລາຍ​ເຊັນ​ເປັນ­ຕົ້ນ​ໄປ ແລະ ຕ້ອງ​ຈັດ​ຕັ້ງ​ປະ­ຕິ­ບັດ​ພາຍ​ໃນ​ກຳ­ນົດ 24 ຊົ່ວ­ໂມງ.

ກ່ອນ ແລະ ຫຼັງ​ການ​ກວດ​ຄົ້ນ ບຸກ­ຄົນ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ກວດ​ຄົ້ນ ຕ້ອງ​ສະ­ແດງ​ຄວາມ​ບໍ­ລິ­ສຸດ​ຂອງ​ຕົນ​ຕໍ່​ເຈົ້າ​ໜ້າ­ທີ່ ເຈົ້າ​ຂອງ​ຍານ­ພາ­ຫະ­ນະ ຫຼື ຕໍ່​ບຸກ­ຄົນ​ທີ່​ຖືກ​ກວດ​ຄົ້ນ.

ການ​ກວດ​ຄົ້ນ​ຈະ​ດຳ­ເນີນ​ໄປ​ໄດ້​ກໍ​ຕໍ່​ເມື່ອ​ມີ​ສາ­ເຫດ​ດັ່ງ­ນີ້: 1. ມີ​ຂໍ້​ມູນ​ທີ່​ເຊື່ອ​ໄດ້​ວ່າ ໃນ​ເຄ­ຫາ​ສະ­ຖານ ຍານ­ພາ­ຫະ­ນະ ຫຼື ຕົວ​ບຸກ­ຄົນ​ໄດ້​ເກັບ​ມ້ຽນ ຫຼື ຊຸກ­ເຊື່ອງ​ວັດ­ຖຸ​ສິ່ງ​ຂອງ​ທີ່​ຜິດ ກົດ­ໝາຍ ຫຼື ໄດ້​ມາ​ຈາກ​ການ​ກະ­ທຳ​ຜິດ ຫຼື ວັດ­ຖຸ ແລະ ເອ­ກະ­ສານ​ອື່ນ ທີ່​ພົວ­ພັນ​ກັບ​ການ​ກະ­ທຳ​ຜິດ 2. ໃນ​ກໍ­ລະ­ນີ​ຈຳ­ເປັນ ເພື່ອ​ເກັບ​ໂຮມ​ຫຼັກ​ຖານ​ທາງ​ດ້ານ​ເອ­ກະ­ສານ ແລະ ວັດ­ຖຸ​ສິ່ງ​ຂອງ​ທີ່​ພົວ­ພັນ​ກັບ​ການ​ກະ­ທຳ​ຜິດ.

ການ​ກວດ​ຄົ້ນ​ເຄ­ຫາ​ສະ­ຖານ ຫຼື ຍານ­ພາ­ຫະ­ນະ ອາດ​ຈະ​ດຳ­ເນີນ​ເພື່ອ​ຊອກ​ຫາ​ຜູ້​ກະ­ທຳ​ຜິດ​ກໍ​ໄດ້.

ການ​ກວດ​ຄົ້ນ​ເຄ­ຫາ​ສະ­ຖານ ແມ່ນ​ເຮືອນ​ຢູ່ ແລະ ສິ່ງ​ຕ່າງໆ​ທີ່​ຕັ້ງ​ຢູ່​ໃນ​ບໍ­ລິ­ເວນ​ເດີ່ນ​ບ້ານ ເຮືອ ແພ ທີ່​ໃຊ້​ເປັນ​ບ່ອນ­ຢູ່​ປະ­ຈຳ​ຂອງ​ຄອບ­ຄົວ ສຳ­ນັກ­ງານ ເຮືອນ​ພັກ ໂຮງ­ແຮມ ໂຮງ­ງານ ແລະ ເຄ­ຫາ​ສະ­ຖານ​ອື່ນ ການ​ກວດ​ຄົ້ນ​ເຄ­ຫາ​ສະ­ຖານ ຕ້ອງ​ເຮັດ​ຊ້ອງ​ໜ້າ​ອົງ­ການ​ປົກ­ຄອງ​ບ້ານ  ອົງ­ການ ວິ​ສາ​ຫະ​ກິດ ຕ້ອງ​ເຮັດ​ຊ້ອງ​ໜ້າ​ຜູ້­ຕາງ­ໜ້າ ສຳ­ນັກ­ງານ ອົງ­ການ ວິ​ສາ​ຫະ​ກິດ​ທີ່​ກ່ຽວ­ຂ້ອງ ການ​ກວດ​ຄົ້ນ​ສາ­ສະ­ໜາ​ສະ­ຖານ ຊຶ່ງ​ແມ່ນ​ເຄ­ຫາ​ສະ­ຖານ​ປະ­ເພດ​ໜຶ່ງ​ເຊັ່ນ ກຸ​ຕິ​ວິ­ຫານ ສິມ ໂບດ ຫໍ ແລະ ສິ່ງ​ຕ່າງໆ​ທີ່​ຕັ້ງ​ຢູ່​ໃນ​ບໍ­ລິ­ເວນ​ສາ­ສະ­ໜາ​ສະ­ຖານ ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ ອາ­ທິ​ການ​ວັດ ຄຸນ​ພໍ່ ຜູ້​ຮັບ­ຜິດ­ຊອບ ຫຼື ຜູ້ ຕາງ­ໜ້າ​ອົງ­ການ​ສາ­ສະ­ໜາ​ທີ່​ກ່ຽວ­ຂ້ອງ.

ການ​ກວດ​ຄົ້ນ​ເຄ­ຫາ​ສະ­ຖານ ແລະ ສາ­ສະ­ໜາ​ສະ­ຖານ​ໃຫ້​ດຳ­ເນີນ​ໃນ​ເວ­ລາ ກາງ ເວັນ ແຕ່ ຫົກ​ໂມງ ຫາ ສິບ​ແປດ​ໂມງ ໃນ​ກໍ­ລະ­ນີ​ທີ່​ການ​ກວດ​ຄົ້ນ​ຫາກ​ໄດ້​ດຳ­ເນີນ​ມາ​ແລ້ວ ແຕ່​ເມື່ອ​ຮອດ​ສິບ​ແປດ​ໂມງ ແຕ່​ການ​ກວດ​ຄົ້ນ​ຍັງ​ບໍ່​ສິ້ນ​ສຸດ ກໍ​ໃຫ້​ສືບ­ຕໍ່​ຈົນ​ກວ່າ​ຈະ​ສຳ­ເລັດ ໃນ​ເວ­ລາ​ທຳ​ການ​ກວດ​ຄົ້ນ​ເຈົ້າ ໜ້າ­ທີ່ ທີ່​ທຳ​ການ​ກວດ​ຄົ້ນ ມີ​ສິດ​ບໍ່​ອະ­ນຸ­ຍາດ ໃຫ້​ບຸກ­ຄົນ​ພາຍ​ໃນ​ອອກ​ນອກ ຫຼື ບຸກ­ຄົນ​ພາຍ​ນອກ​ເຂົ້າ​ພາຍ​ໃນ​ເຄ­ຫະ​ສະ­ຖານ  ຫຼື ບໍ່​ອະ­ນຸ­ຍາດ​ໃຫ້​ມີ​ການ​ຕິດ­ຕໍ່​ພົວ­ພັນ ລະ­ຫວ່າງ​ບຸກ­ຄົນ​ພາຍ​ໃນ ແລະ ພາຍ​ນອກ ຈົນ​ກວ່າ​ການ​ກວດ​ຄົ້ນ​ຈະ​ສຳ­ເລັດ.

ການ​ປະ­ຕິ­ບັດ​ຕາມ​ຫຼັກ­ການ​ແມ່ນ​ບັນ­ຫາ ທີ່​ສຳ­ຄັນ​ເພື່ອ​ປົກ​ປ້ອງ​ອົງ­ການ ບຸກ­ຄົນ​ທີ່​ເຮັດ​ໜ້າ­ທີ່​ດັ່ງ­ກ່າວ ເພື່ອ​ຫຼີກ­ເວັ້ນ​ການ​ປະ­ຕິ­ບັດ​ໜ້າ­ທີ່ ທີ່​ບໍ່​ຖືກ­ຕ້ອງ ໂດຍ​ສະ­ເພາະ  ການ​ປະ­ຕິ­ບັດ​ຕາມ​ຫຼັກ­ການ​ໃນ​ການ​ກວດ​ຄົ້ນ​ຊຶ່ງ​ໄດ້​ນຳ​ສະ­ເໜີ​ມາ​ນີ້ ໃນ​ກໍ­ລະ­ນີ​ທີ່​ຜູ້​ມີ­ໜ້າ​ທີ່​ປະ­ຕິ­ບັດ​ວຽກ​ງານ​ດັ່ງ­ກ່າວ ຫາກ​ໄດ້​ມີ​ການ​ລະ­ເມີດ​ມາດ​ຕະ­ການ​ເຫຼົ່າ​ນີ້ ກໍ​ຈະ​ຖື​ວ່າ ບຸກ­ຄົນ​ນັ້ນ​ມີ​ຄວາມ​ຜິດ​ຕາມ​ປະ­ມວນ​ກົດ­ໝາຍ​ອາ­ຍາ​ເຊັ່ນ: ຈະ​ເປັນ​ການ​ລ່ວງ​ລະ­ເມີດ​ເຄ­ຫາ​ສະ­ຖານ ມາດ­ຕາ 222 ຫຼື ໃນ​ກໍ­ລະ­ນີ​ທີ່​ທຳ​ການ​ກວດ​ຄົ້ນ​ຫາ​ໄດ້​ລັກ​ເອົາ​ຊັບ​ໃນ​ເວ­ລາ​ກວດ​ຄົ້ນ ກໍ​ຈະ​ມີ​ຄວາມ​ຜິດ​ຖານ​ລັກ​ຊັບ​ຂອງ​ພົນ­ລະ­ເມືອງ ຫຼື ການ​ກະ­ທຳ​ຜິດ​ທາງ​ອາ­ຍາ​ອື່ນໆ.

ມາດ­ຕາ 222 ໄດ້​ກຳ­ນົດ​ວ່າ ບຸກ­ຄົນ​ໃດ ຫາກ​ລ່ວງ​ເຂົ້າ​ເຄ­ຫາ​ສະ­ຖານ​ຜູ້​ອື່ນ ໂດຍ​ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ດ້ວຍ​ການ​ໃຊ້​ຄວາມ​ຮຸນ​ແຮງ ການ​ນາບ​ຂູ່ ການ​ໃຊ້​ເອ­ກະ­ສານ​ປອມ ການ​ປອມ​ແປງ​ເປັນ​ເຈົ້າ​ໜ້າ­ທີ່ ຫຼື ດ້ວຍ​ວິ­ທີ​ການ​ອື່ນ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່ ໜຶ່ງ​ປີ ຫາ ສາມ​ປີ ຫຼື ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດ­ສະ­ຫຼະ­ພາບ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 3.000.000 ກີບ​ຫາ 10.000.000 ກີບ.

ມາດ­ຕາ 231 ໄດ້​ກຳ­ນົດ​ວ່າ: ບຸກ­ຄົນ​ໃດ ຫາກ​ເອົາ​ຊັບ​ຂອງ​ຜູ້​ອື່ນ​ມາ​ເປັນ​ຂອງ​ຕົນ​ໂດຍ​ບໍ່​ຖືກ­ຕ້ອງ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່​ສາມ​ເດືອນ ຫາ ສາມ​ປີ ຫຼື ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດ­ສະ­ຫຼະ­ພາບ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 1.000.000 ກີບ​ຫາ 5.000.000 ກີບ.

ໃນ​ກໍ­ລະ­ນີ​ທີ່​ຜູ້​ກະ­ທຳ​ຜິດ​ຫາກ​ໄດ້​ລັກ​ດ້ວຍ​ການ​ງັດ​ແງະ ມ້າງ­ເພ​ຮົ້ວ​ຮາວ ປະ­ຕູ ຫີບ ຕູ້ ແລະ ອື່ນໆ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່ ຫົກ​ເດືອນ ຫາ ຫ້າ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 3.000.000 ກີບ​ຫາ 10.000.000 ກີບ.

ໃນ​ກໍ­ລະ­ນີ​ທີ່​ຜູ້​ກະ­ທຳ​ຜິດ​ຫາກ​ໄດ້​ເອົາ​ການ​ລັກ​ເປັນ​ອາ​ຈິນ ມີ​ການ­ຈັດ­ຕັ້ງ​ເປັນ​ກຸ່ມ ຫຼື ໃນ​ກໍ­ລະ­ນີ​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ­ຫຼາຍ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່ ສາມ​ປີ ຫາ ແປດ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 5.000.000 ກີບ​ຫາ 15.000.000 ກີບ ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ ກໍ​ຈະ​ຖືກ​ລົງ­ໂທດ.

ໂດຍ: ໄມ້​ງັດ

error: Content is protected !!