ການຮັບຮູ້ວ່າເປັນພໍ່

ລູກ ອາດ​ຈະ​ເກີດ​ມາ​ຈາກ​ການ​ແຕ່ງດອງ​ທີ່​ຖືກ­ຕ້ອງ ຫຼື ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ຂອງ​ຜູ້​ເປັນ​ພໍ່ ແລະ ແມ່ ລູກ​ອາດ​ຈະ​ເກີດ​ກ່ອນ​ການ​ແຕ່ງ­ດອງ ຫຼື ຫຼັງ​ການ​ແຕ່ງ­ດອງ ເກີດ​ມາ​ຈາກ​ຊາຍ​ຊູ້ ແລະ ຍິງ​ຊູ້​ໄດ້​ສົມ­ສູ່​ຢູ່ຮ່ວມ​ກັນ​ແບບ​ສິດ­ທິ​ສ່ວນ​ບຸກ­ຄົນ ຄວາມ​ຈິງ​ສູ່​ມື້­ນີ້​ໄວ​ໜຸ່ມ​ມັກ​ຖື​ຄວາມ​ຮັກ​ເປັນ​ໃຫຍ່ ກ່ອນ​ການ​ເຄົາ­ລົບ​ນ້ອບ​ນ້ອມ​ຕໍ່​ພໍ່​ແມ່ ພີ່ນ້ອງ ພໍ່​ແມ່​ບອກ ພໍ່​ແມ່​ສັ່ງ­ສອນ​ຍາກ​ຈະ​ເຊື່ອ​ຟັງ ແຕ່​ຖ້າ​ແຟນ​ບອກຊູ້​ບອກ​ຍາກ​ປານ­ໃດ​ກໍ​ຮັບ​ກໍ​ສູ້ ແມ່ນ​ແຕ່​ການ​ແລກ​ດ້ວຍ​ຊີ­ວິດແລກ​ດ້ວຍ​ຂອງ​ຫວງ​ຂອງ​ແຫນ​ກໍ​ຍອມ​ເຮັດ​ຕາມ ໄປ​ຕາມ ຫາກ​ເຮັດ​ຕາມ​ໄປ ຕາມ​ໃນ​ທາງ​ທີ່​ດີ ມີ​ປະ­ໂຫຍດ​ກໍ​ບໍ່​ມີ​ວ່າ​ຫຍັງແຕ່​ຖ້າ​ເຮັດ​ຕາມ ໄປ​ຕາມ​ໃນ​ສິ່ງ​ທີ່​ບໍ່​ດີ​ມັນ ຈະ​ເປັນ​ເລື່ອງ ເປັນ­ຄວາມ ເມື່ອ​ເກີດ​ຖື­ພາ​ຄາ​ທ້ອງ​ຂຶ້ນ​ມາ​ບາງ​ຄູ່​ກໍ​ຍອມ­ຮັບ​ຮູ້​ກັນ​ດ້ວຍ​ດີ ແຕ່​ບາງ​ຄູ່​ຊ້ຳ­ພັດ​ຖືກ​ຝ່າຍ​ຊາຍ​ປະ­ຕິ­ເສດ​ແບບ​ໜ້າ​ຕາ​ເສີຍໆ ວ່າ​ບໍ່​ແມ່ນ​ລູກ­ເຕົ້າ​ເລົ່າ ກໍ​ຂອງ​ຕົນ ອັນ​ນີ້​ຄື​ບັນ­ຫາ​ຕາມ​ມາ ຜູ້​ທີ່​ຮັບ​ກຳ​ກໍ​ແມ່ນ​ແມ່ ແມ່ນ​ລູກ ຫຼື ຮ້າຍ​ກວ່າ​ນັ້ນ ແມ່ນ​ເອົາ​ລູກ​ໄປ​ຖີ້ມ​ໄປ​ປະ ດັ່ງ­ນັ້ນ ກົດ­ໝາຍ​ຈຶ່ງ​ຕ້ອງ​ໄດ້​ກຳ­ນົດ​ມາດ​ຕະ­ການ​ໃນ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ­ໂຫຍດ​ຂອງ​ເດັກ​ນັ້ນ ຄື​ການ​ຮັບ​ຮູ້​ການ​ເປັນ​ພໍ່.

ການ​ຮັບ​ຮູ້​ການ​ເປັນ​ພໍ່ ຈະ​ເຮັດ​ຂຶ້ນ​ໄດ້​ໃນ ກໍ­ລະ­ນີ​ທີ່​ລູກ​ຫາກ​ເກີດ​ຈາກ​ພໍ່ ແມ່​ທີ່​ບໍ່​ໄດ້​ແຕ່ງ­ດອງ​ນຳ​ກັນ ເມື່ອ​ມີ​ການ​ຮັບ​ຮູ້​ການ​ເປັນ​ພໍ່ ສາຍ​ພົວ­ພັນ​ພໍ່​ລູກ​ເກີດ​ຂຶ້ນ​ນັບ​ແຕ່​ເວລາ​ເດັກ​ເກີດ ຕົວ­ຢ່າງ ທ້າວ ເປີດ ໄດ້​ມັກ​ຮັກ​ກັບ ນາງ ຈອດ ແລະ ໄດ້​ຫຼັບ​ນອນ ຫຼື ໄດ້​ຮ່ວມ​ປະ­ເວ­ນີ​ກັນ​ຫຼາຍ​ຄັ້ງ ຕໍ່​ມາ​ນາງ​ໄດ້​ຖື­ພາ​ຄາ​ທ້ອງ​ຍ້ອນ​ຄວາມ​ຮູ້​ເທົ່າ​ບໍ່​ເຖິງ​ການ ເມື່ອ​ເປັນ​ເຊັ່ນ​ນັ້ນ ທ້າວ ເປີດ ຈຶ່ງ​ປະ­ຕິ­ເສດ​ວ່າ​ເດັກ​ທີ່­ຢູ່​ໃນ​ທ້ອງ​ຂອງ​ນາງ ຈອດ ບໍ່​ແມ່ນ​ລູກ​ຕົນ.

ການ​ຮັບ​ຮູ້​ການ​ເປັນ​ພໍ່​ດ້ວຍ​ຄວາມ​ສະໝັກ​ໃຈ​ຕ້ອງ​ໃຫ້​ຜູ້​ເປັນ​ພໍ່ ແມ່ຂອງ​ເດັກ​ຍື່ນຄຳ​ຮ້ອງ​ຮ່ວມ​ກັນ​ຕໍ່​ອົງ­ການ​ທະ­ບຽນ​ຄອບຄົວ​ເມືອງ ເທ­ສະ​ບານ ນະ­ຄອນ ຊຶ່ງ​ໃນ​ຄຳ​ຮ້ອງ​ນັ້ນ ພໍ່​ຂອງ​ເດັກ​ໄດ້​ຮັບ​ຮູ້​ວ່າ​ຕົນ​ເປັນ​ພໍ່ ແລະ ແມ່​ກໍ​ເຫັນ​ດີ​ນຳ​ຄຳ​ຮ້ອງ​ນັ້ນ ຖ້າ​ແມ່​ຫາກ​ເສຍ​ຊີ­ວິດ​ແລ້ວ ການ​ຮັບ​ຮູ້​ການ​ເປັນພໍ່​ນັ້ນ​ຈະ​ເຮັດ​ຄຳ​ຮ້ອງ​ແຕ່​ຝ່າຍ​ດຽວ​ກໍ​ໄດ້.

ໃນ​ກໍ­ລະ­ນີ​ທີ່​ເດັກ​ຫາກ​ພົ້ນ​ກະ­ສຽນ­ອາ­ຍຸ​ແລ້ວ ການ​ຮັບ​ຮູ້​ການ​ເປັນ​ພໍ່​ຈະ​ເຮັດ​ຂຶ້ນ​ໄດ້ ກໍ​ຕໍ່​ເມື່ອ​ຫາກ​ມີ​ຄວາມ​ເຫັນ​ດີ​ຂອງ​ເດັກ​ເທົ່າ​ນັ້ນ ການ​ທີ່​ພໍ່​ແມ່​ເດັກ​ໄດ້​ແຕ່ງ­ດອງ​ກັບ​ຜູ້­ຍິງຄົນ​ອື່ນ​ແລ້ວ​ນັ້ນ ບໍ່​ໃຫ້​ເປັນ​ອຸ­ປະ­ສັກ​ຕໍ່​ການ​ຮັບ​ຮູ້​ການ​ເປັນ​ພໍ່​ແຕ່​ຢ່າງ­ໃດ ເມື່ອ​ຜູ້​ເປັນ​ພໍ່ຫາກ​ຮັບ​ຮູ້​ວ່າ​ຕົນ​ເປັນ​ພໍ່​ຂອງ​ເດັກ​ແລ້ວ ຜູ້​ເປັນ​ແມ່ ຜູ້​ປົກ­ຄອງ​ເດັກ ຫຼື ເດັກ​ທີ່​ພົ້ນ​ກະສຽນ​ອາ­ຍຸ​ແລ້ວ ກໍ​ມີ​ສິດ​ເຮັດ​ຄຳ​ຮ້ອງ​ເຊັ່ນ​ດຽວ​ກັນ ເພື່ອ​ໃຫ້​ສານ​ພິ­ຈາ­ລະ­ນາ​ຕັດ​ສີນ​ໃຫ້​ຮັບ​ຮູ້​ການ​ເປັນ​ພໍ່.

ສານ​ຈະ​ຕັດ​ສີນ​ໃຫ້​ຮັບ​ຮູ້​ການ​ເປັນ​ພໍ່​ໄດ້ ກໍ​ຕໍ່​ເມື່ອ​ຫາກ​ມີ​ກໍ­ລະ­ນີ​ດັ່ງ­ນີ້: 1. ການ​ຢູ່​ຮ່ວມກັນ ແລະ ການ​ສ້າງ​ເສດ­ຖະ­ກິດ​ລວມ​ລະຫວ່າງ​ແມ່​ຂອງ​ເດັກ​ກັບ​ຜູ້​ຈະ​ຮັບ​ຮູ້​ການ​ເປັນພໍ່​ກ່ອນ​ເດັກ​ເກີດ 2. ການ​ເອົາ­ໃຈ­ໃສ່​ເບິ່ງແຍງ​ລ້ຽງ​ດູ​ລູກ ຫຼື ການ​ສຶກ​ສາ​ອົບຮົມ​ລູກ​ຮ່ວມ​ກັນ 3. ມີ​ຫຼັກ​ຖານ​ຢັ້ງ­ຢືນ​ວ່າ​ຜູ້­ກ່ຽວ​ເປັນ​ພໍ່ ເຊັ່ນ: ຫຼັກ​ຖານ​ທາງ​ດ້ານ​ວິທະ​ຍາ​ສາດ​ການ​ແພດ ໂດຍ​ສະ­ເພາະ​ແມ່ນ​ເລືອດ.

ເມື່ອ​ຜູ້​ເປັນ​ຜົວ​ຫາກ​ສາ­ມາດ​ພິ­ສູດ​ໄດ້​ວ່າ ເດັກ​ບໍ່​ແມ່ນ​ລູກ​ຂອງ​ຕົນ ກໍ​ມີ​ສິດ​ຮ້ອງ​ຟ້ອງຕໍ່​ສານ ເພື່ອ​ປະ­ຕິ­ເສດ​ຄວາມ​ເປັນ​ພໍ່ ການ​ຮ້ອງ​ຟອ້ງ​ເພື່ອ​ປະ­ຕິ­ເສດ​ການ​ເປັນ​ພໍ່​ໃຫ້​ດຳເນີນ​ພາຍ​ໃນ​ໄລ­ຍະ​ເວ­ລາ 1 ປີ ນັບ​ແຕ່​ວັນ​ເດັກ​ເກີດ ສັງ​ລວມ​ແລ້ວ​ການ​ກຳ­ນົດ​ບັນ­ຫາ​ດັ່ງ­ກ່າວ ຈຸດ­ປະ­ສົງ​ຫຼັກ​ກໍ​ແມ່ນ​ເພື່ອ​ປົກ​ປ້ອງ​ສິດ ແລະ ຜົນ​ປະ­ໂຫຍດ​ຂອງ​ເດັກ ການ​ປົກ​ປ້ອງ​ເດັກ​ເພື່ອ​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ກຸ່ມ​ຄົນ​ບໍ່​ດີ ເປັນ​ການ​ປ້ອງ​ກັນ ແລະ ສະ­ກັດ​ກັ້ນ​ບັນ­ຫາການ​ຕົກ​ຢູ່​ໃນ​ສະ­ພາບ​ເດັກ​ກຳ­ພ້າ ກຳ­ພອຍ ແຕ່​ພໍ່​ແມ່​ຍັງ​ໝົດ.

ໂດຍ: ໄມ້​ງັດ

error: Content is protected !!