ການກະທຳຜິດຂອງນິຕິບຸກຄົນ

ຜ່ານ​ມາ ຜູ້​ຂຽນ​ໄດ້​ນຳ​ສະ­ເໜີ​ກ່ຽວ​ກັບ​ການ​ກະ­ທຳ​ຜິດ​ບຸກ­ຄົນ​ເປັນ​ສ່ວນ​ໃຫຍ່ ເປັນ­ຕົ້ນ ການ​ກະ­ທຳ​ຜິດ ການ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ຂອງ​ບຸກ­ຄົນ​ຕາມ​ຄຳ​ຕັດ​ສີນ​ຂອງ​ສານ ການ​ເພີ່ມ ຫຼື ການ​ຫຼຸດ­ຜ່ອນ​ໂທດ ຫຼື ການ​ພົ້ນ​ຈາກ​ຄວາມ​ຮັບ­ຜິດ­ຊອບ​ທາງ​ອາ­ຍາ​ຂອງ​ຜູ້​ກະ­ທຳ​ຜິດ​ທີ່​ເປັນ​ບຸກ­ຄົນ ຊຶ່ງ​ກໍ​ເປັນ​ການ​ສ້າງ​ຄວາມ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ຕໍ່​ເນື້ອ​ໃນ​ຈິດ­ໃຈ​ຂອງ​ກົດ­ໝາຍ​ທີ່​ໄດ້​ກຳ­ນົດ​ກ່ຽວ​ກັບ​ການ​ກະ­ທຳ​ຜິດ​ທາງ​ອາ­ຍາ ໃຫ້​ແກ່​ທ່ານ​ຜູ້​ອ່ານ​ຫຼາຍ​ພໍ​ສົມ­ຄວນ ແຕ່​ມື້­ນີ້​ຈະ​ຂໍ​ນຳ​ສະ­ເໜີ​ກ່ຽວ​ກັບ​ການ​ກະ­ທຳ​ຜິດ​ຄວາມ​ຮັບ­ຜິດ­ຊອບ ການ​ວາງ​ໂທດ ແລະ ການ​ຍົກ­ເລີກ​ທຸ­ລະ​ກິດ​ຂອງ​ນິ­ຕິ­ບຸກ­ຄົນ.

ປະ­ມວນ​ກົດ­ໝາຍ​ອາ­ຍາ​ໝວດ​ທີ 9 ໄດ້​ກຳ­ນົດ​ວ່າ ການ​ກະ­ທຳ​ຜິດ​ຂອງ​ນິ­ຕິ­ບຸກ­ຄົນ ແມ່ນ​ການ​ກະ­ທຳ​ຜິດ​ຂອງ​ການ­ຈັດ­ຕັ້ງ ຫຼື ຕົວ​ແທນ​ຂອງ​ນິ­ຕິ­ບຸກ­ຄົນ ຫຼາຍ​ຄົນ​ອາດ​ຈະ​ຄິດ​ວ່າ ການ­ຈັດ­ຕັ້ງ​ຈະ​ໄປ​ກະ­ທຳ​ຜິດ​ໄດ້​ແນວ­ໃດ ຕົວ­ຢ່າງ ບໍ­ລິ­ສັດ​ວິ​ສາ​ຫະ​ກິດ ຫຼື ສະ​ຖາ​ບັນ​ການ​ເງິນ​ທີ່​ໄດ້​ຮັບ​ອະ­ນຸ­ມັດ​ສ້າງ­ຕັ້ງ​ຂຶ້ນ ຈາກ​ອົງ​ການ­ຈັດ­ຕັ້ງ​ລັດ​ທີ່​ກ່ຽວ­ຂ້ອງ ສະ­ນັ້ນ ຕ້ອງ​ເຂົ້າ­ໃຈ​ວ່າ ນິ­ຕິ­ບຸກ­ຄົນ​ມີ​ຜູ້­ຕາງ­ໜ້າ​ໃນ​ນາມ ເຊັ່ນ: ປະ­ທານ ຫຼື ຜູ້­ອຳ­ນວຍ­ການ​ໃຫຍ່.

ນິ­ຕິ­ບຸກ­ຄົນ ຈະ​ມີ​ຄວາມ​ຮັບ­ຜິດ­ຊອບ​ທາງ​ອາ­ຍາ​ຕໍ່​ການ​ກະ­ທຳ​ຜິດ​ຂອງ​ຕົນ ໃນ​ກໍ­ລະ­ນີ​ດັ່ງ­ນີ້: 1. ການ​ກະ­ທຳ​ຜິດ​ນັ້ນ​ເປັນ​ການ​ກະ­ທຳ​ໃນ​ນາມ​ນິ­ຕິ­ບຸກ­ຄົນ ຕົວ­ຢ່າງ: ທ້າວ ເຜືອກ ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​ການ​ເງິນ​ຈີ້ງ​ໂຈ້ ຂອງ​ເອ­ກະ​ຊົນ​ແຫ່ງ​ໜຶ່ງ ໄດ້​ໂຄ­ສະ­ນາ​ທັບ​ຖົມ​ໂຈມ​ຕີ​ສະ​ຖາ​ບັນ​ການ​ເງິນ​ອື່ນ ຊຶ່ງ​ເປັນ​ຄູ່​ແຂ່ງ​ຂອງ​ຕົນ ດ້ວຍ​ວິ­ທີ​ການ​ຕ່າງໆ​ທີ່​ບໍ່​ຖືກ­ຕ້ອງ ເຮັດ​ໃຫ້​ລູກ​ຄ້າ​ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ບໍ່​ໄປ​ໃຊ້​ບໍ­ລິ­ການ​ຢູ່​ສະ​ຖາ​ບັນ​ການ​ເງິນ​ດັ່ງ­ກ່າວ ໝາຍ​ຄວາມ​ວ່າ ທ້າວ ເຜືອກ ໄດ້​ກະ­ທຳ​ໃນ​ນາມ​ສະ​ຖາ​ບັນ​ການ​ເງິນ​ຈີ້ງ​ໂຈ້ ດ້ວຍ​ການ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະ­ທານ ຫຼື ຜູ້­ອຳ­ນວຍ­ການ​ໃຫຍ່ 2. ການ​ກະ­ທຳ​ຜິດ​ນັ້ນ ເປັນ​ການ​ກະ­ທຳ​ຜິດ​ເພື່ອ​ຜົນ​ປະ­ໂຫຍດ​ຂອງ​ນິ­ຕິ­ບຸກ­ຄົນ ໝາຍ​ຄວາມ​ວ່າ ທ້າວ ເຜືອກ ກະ­ທຳ​ໄປ​ນັ້ນ ເພາະ​ຕ້ອງ­ການ​ດຶງ​ດູດ​ລູກ​ຄ້າ​ມາ​ໃຊ້​ບໍ­ລິ­ການ​ຢູ່​ສະ​ຖາ​ບັນ​ຂອງ​ຕົນ 3. ການ​ກະ­ທຳ​ຜິດ​ນັ້ນ ເປັນ​ການ​ກະ­ທຳ​ພາຍ​ໃຕ້​ການ​ຊີ້​ນຳ ການ​ຄຸ້ມ​ຄອງ ແລະ ການ​ຕົກ­ລົງ​ຂອງ​ນິ­ຕິ­ບຸກ­ຄົນ​ເອງ.

ຄວາມ​ຮັບ­ຜິດ­ຊອບ​ທາງ​ອາ­ຍາ​ຂອງ​ນິ­ຕິ­ບຸກ­ຄົນ ຈະ​ບໍ່​ພາ­ໃຫ້​ຄວາມ​ຮັບ­ຜິດ­ຊອບ​ທາງ​ອາ­ຍາ​ຂອງ​ບຸກ­ຄົນ ທີ່​ກະ­ທຳ​ຜິດ​ໃນ​ນາມ​ນິ­ຕິ­ບຸກ­ຄົນ​ນັ້ນ​ຕົກ​ໄປ.

ໂທດ​ທີ່​ວາງ​ໃສ່​ນິ­ຕິ­ບຸກ­ຄົນ ແມ່ນ​ໂທດ​ປັບ​ໃໝ ຊຶ່ງ​ເປັນ​ໂທດ​ຕົ້ນ­ຕໍ ໂທດ​ປັບ​ໃໝ​ທີ່​ວາງ​ໃສ່​ນິ­ຕິ­ບຸກ­ຄົນ​ນັ້ນ ແມ່ນ​ສອງ​ເທົ່າ​ຂອງ​ໂທດ​ປັບ​ໃໝ​ທີ່​ວາງ​ໃສ່​ບຸກ­ຄົນ ສຳ­ລັບ​ນິ­ຕິ­ບຸກ­ຄົນ ນອກ­ຈາກ​ໂທດ​ປັບ​ໃໝ ສານ​ອາດ​ຈະ​ຕັດ­ສິນ​ໃຫ້​ຍົກ­ເລີກ​ທຸ­ລະ​ກິດ ຫ້າມ​ດຳ­ເນີນ​ທຸ­ລະ​ກິດ​ບາງ​ປະ­ເພດ ຫ້າມ​ລະ­ດົມ​ທຶນ ການ​ຫ້າມ​ນຳ​ໃຊ້​ແຊັກ ຫຼື ບັດ​ເຄຣ​ດິດ ຮີບ​ວັດ­ຖຸ​ສິ່ງ​ຂອງ ຫຼື ຟື້ນ​ຟູ​ຄືນ.

ການ​ຍົກ­ເລີກ​ທຸ­ລະ​ກິດ​ຂອງ​ນິ­ຕິ­ບຸກ­ຄົນ ແມ່ນ​ມາດ​ຕະ­ການ​ທີ່​ສານ​ວາງ​ໃສ່​ນິ­ຕິ­ບຸກ­ຄົນ​ທີ່​ກະ­ທຳ​ຜິດ ໃຫ້​ຢຸດ​ເຊົາ​ປະ­ເພດ​ທຸ­ລະ​ກິດ ຊຶ່ງ​ສານ​ເຫັນ​ວ່າ ຖ້າ​ຫາກ​ປ່ອຍ​ໃຫ້​ສືບ­ຕໍ່​ດຳ­ເນີນ ຈະ​ສ້າງ​ຄວາມ​ເສຍ​ຫາຍ ແລະ ເປັນ​ອັນ­ຕະ­ລາຍ​ຕໍ່​ສັງ­ຄົມ ແລະ ສິ່ງ­ແວ­ດລ້ອມ ຊຶ່ງ​ກໍ­ລະ­ນີ​ທີ່​ໄດ້​ຍົກ​ຂຶ້ນ​ມາ​ນີ້ ໃນ​ໄລ­ຍະ​ຜ່ານ​ມາ ພວກ​ເຮົາ​ກໍ​ໄດ້​ເຫັນ​ມາ​ແລ້ວ ບາງ​ບໍ­ລິ­ສັດ​ທີ່​ໄດ້​ມີ​ການ­ເຄື່ອນ­ໄຫວ​ບໍ່​ຖືກ­ຕ້ອງ ຕາມ​ຈຸດ­ປະ­ສົງ​ຕົ້ນ­ຕໍ​ທີ່​ບໍ­ລິ­ສັດ​ໄດ້​ກຳ­ນົດ​ໄວ້ ໃນ​ບົດ​ວິ­ພາກ​ເສດ­ຖະ­ກິດ​ນັ້ນ.

ໂດຍ: ໄມ້​ງັດ

error: Content is protected !!