ລູກນ້າ

ມື້­ກ່ອນ​ໄດ້​ເວົ້າ​ກ່ຽວ​ກັບ​ເລື່ອງ​ລູ­ກລ້ຽງ ການ​ເອົາ​ເດັກ​ໄປ​ເປັນ​ລູ­ກລ້ຽງ ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້​ຄື​ແນວ­ໃດ​ແດ່ ປະ­ຕິ­ບັດ​ຕາມ​ຂັ້ນ ຕາມ​ຕອນ​ແນວ­ໃດ​ແດ່ ທ່ານ​ຜູ້​ອ່ານ​ກໍ​ພໍ​ຈະ​ເຂົ້າ­ໃຈ​ໃນ​ທາງ​ປະ­ຕິ­ບັດ​ແລ້ວ​ເນາະ ແຕ່​ມື້­ນີ້​ຈະ​ເວົ້າ​ກ່ຽວ​ກັບ​ເລື່ອງ​ລູກ​ນ້າ ສັງ​ລວມ​ແລ້ວ​ກໍ​ມີ​ແຕ່​ເວົ້າ​ເລື່ອງ​ລູກໆ​ທັງ​ນັ້ນ ຄວາມ​ຈິງ​ມັນ​ເປັນ​ເລື່ອງ​ສຳ­ຄັນ ເພາະ​ເວົ້າ​ເລື່ອງ​ລູກໆ​ກໍ​ແມ່ນ​ເວົ້າ​ເລື່ອງ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ­ໂຫຍດ​ຂອງ​ເດັກ ເພື່ອ​ບໍ່​ໃຫ້​ພວກ​ເຂົາ­ເຈົ້າ​ໄປ​ຕົກ​ເປັນ​ເຫຍື່ອ​ຂອງ​ກຸ່ມ​ຄົນ​ບໍ່​ດີ ໂດຍ​ແອບ​ອ້າງ​ການ​ເອົາ​ເດັກ​ໄປ​ເປັນ​ລູ­ກລ້ຽງ ເອົາ​ເດັກ​ເປັນ​ລູກ​ນ້າ ຫຼື ລູກ​ອື່ນໆ ສຸດ​ທ້າຍ​ເດັກ​ຕ້ອງ​ຕົກ​ລະ­ກຳ​ລຳ­ບາກ ຊຶ່ງ​ພວກ​ເຮົາ​ອາດ​ຈະ​ເຫັນ​ສະ­ພາບ​ຕົວ​ຈິງ​ທີ່​ເດັກ​ບາງ​ກຸ່ມ​ປະ​ເຊີນ​ຢູ່​ເຊັ່ນ ຖືກ​ໃຊ້​ແຮງ​ງານ ຖືກ​ຂູດ​ຮີດ​ທາງ​ເພດ​ເປັນ­ຕົ້ນ.

ຕາມ​ຄວາມ​ເຂົ້າ­ໃຈ​ແມ່ນ​ວ່າ ລູກ​ນ້າ ເປັນ​ລູກ​ທີ່​ຕິດ​ມາ​ນຳ​ຜົວ ຫຼື ເມຍ​ທີ່​ໄດ້​ຢ່າ​ຮ້າງ ຫຼື ຍ້ອນ​ສາ­ເຫດ​ອື່ນ​ທີ່​ພາ­ໃຫ້​ເດັກ​ຕົກ​ສູ່​ສະ­ພາບ​ມີ​ພໍ່ ແຕ່​ຂາດ​ແມ່​ແທ້ ຫຼື ມີ​ແມ່ ແຕ່​ຂາດ​ພໍ່​ແທ້ ເມື່ອ​ໄປ​ແຕ່ງ­ງານ​ຊາຍ ຫຼື ຍິງ​ຄົນ​ອື່ນ​ເດັກ​ຈຶ່ງ​ກາຍ­ເປັນ​ລູກ​ນ້າ ສຳ­ລັບ​ພໍ່​ນ້າ ຫຼື ແມ່​ນ້າ ຕາມ​ກົດ­ເກນ​ທີ່​ສັງ­ຄົມ​ຂະ­ໜານ​ນາມ​ໃຫ້ ແລະ ກໍ​ມີ​ກົດ­ໝາຍ​ຮອງ​ຮັບ​ວ່າ ລູກ​ນ້າ ຕ້ອງ​ກໍ​ມີ​ສິດ​ຕ່າງໆ​ຕາມ​ທີ່​ກົດ­ໝາຍ​ໃຫ້​ມີ.

ລູກ​ນ້າ ມີ​ຖາ­ນະ​ຄື​ກັນ​ກັບ​ລູກ​ຄີງ ແລະ ລູ­ກລ້ຽງ ເວັ້ນ​ເສຍ ກົດ­ໝາຍ​ຫາກ​ໄດ້​ກຳ­ນົດ​ໄວ້​ຢ່າງ​ອື່ນ ນອກ­ຈາກ​ນີ້ ປະ­ມວນ​ກົດ­ໝາຍ​ແພ່ງ​ຍັງ​ໄດ້​ກຳ­ນົດ​ໄວ້​ວ່າ: ຖ້າ​ເຈົ້າ​ມູນ​ມໍ​ລະ ດົກ ຫາກ​ມີ​ລູກ​ຄີງ ລູ­ກລ້ຽງ ແລະ ລູກ​ນ້າ ມູນ​ມໍ­ລະ­ດົກ​ທີ່​ເປັນ​ພູດ​ສິນ​ສົມ​ສ້າງ​ຂອງ​ຜູ້ ກ່ຽວ ໃຫ້​ແບ່ງ­ປັນ​ເປັນ​ພູດ​ສະ­ເໝີ​ກັນ.

ຕົວ­ຢ່າງ: ທ້າວ ເສີຍ ເປັນ​ພໍ່­ຮ້າງ ຫຼື ພໍ່ ໝ້າຍ ມີ​ລູກ​ຕິດ​ມາ​ນຳ 1 ຄົນ ແລ້ວ­ໄປ​ແຕ່ງ ງານ​ກັບ​ນາງ ຈ້ວຍ ພາຍ­ຫຼັງ​ແຕ່ງ­ງານ​ແລ້ວ ກໍ​ມີ​ຊັບ​ທີ່​ເປັນ​ສິນ​ສົມ​ສ້າງ​ຮ່ວມ​ກັນ ເຮືອນ 1 ຫຼັງ ດິນ 1 ຕອນ ແລະ ມີ​ລູກ​ນຳ​ກັນ 1 ຄົນ 5 ປີ​ຕໍ່​ມາ ທ້າວ ເສີຍ ກໍ​ເສຍ​ຊີ­ວິດ ໃນ​ກໍ­ລະ­ນີ​ນີ້​ກົດ­ໝາຍ​ໄດ້​ກຳ­ນົດ​ວ່າ ຖ້າ​ຜົວ ຫຼື ເມຍ​ຫາກ​ໄດ້​ເສຍ​ຊີ­ວິດ ໂດຍ​ໄດ້​ປະ​ເມຍ ຫຼື ຜົວ ແລະ ລູກ (ລູກ​ຄີງ ລູກ​ນ້າ) ໄວ້​ສິນ​ສົມ​ສ້າງ​ນັ້ນ ໃຫ້​ແບ່ງ​ເຄິ່ງ ຄື ເຄິ່ງ​ໜຶ່ງ​ໃຫ້​ເມຍ ຫຼື ຜົວ​ທີ່​ຍັງ​ມີ​ຊີ­ວິດ​ຢູ່ ແລະ ອີກ​ເຄິ່ງ​ໜຶ່ງ​ໃຫ້​ແບ່ງ­ປັນ​ແກ່​ພວກ​ລູກ ເປັນ​ພູດ​ສະ­ເໝີ​ກັນ.

ລູກ​ຄີງ ລູ­ກລ້ຽງ ລູກ​ນ້າ ທີ່​ໄດ້​ລ້ຽງ​ດູ ເບິ່ງ­ແຍງ ແລະ ປິ່ນ­ປົວ​ພໍ່​ແມ່​ຕະ­ຫຼອດ​ຮອດ​ເສຍ​ຊີ­ວິດ ແລະ ມ້ຽນ­ຄາບ​ສົ່ງ­ສະ­ການ ດ້ວຍ​ຕົນ​ເອງ ຫຼື ໂດຍ​ໃຊ້​ຊັບ​ຂອງ​ຕົນ​ເອງ ຫຼື ປະ­ກອບ­ສ່ວນ​ໃນ​ການ​ປົກ​ປັກ​ຮັກ­ສາ ແລະ ເຮັດ​ໃຫ້​ຊັບ​ຂອງ​ເຈົ້າ​ມູນ​ມໍ­ລະ­ດົກ​ເພີ່ມ​ຂຶ້ນ ກໍ​ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ມູນ​ມໍ­ລະ­ດົກ​ຂອງ​ເຈົ້າ​ມູນ​ຫຼາຍ​ກວ່າ​ຜູ້​ສືບ​ທອດ​ອື່ນ ໜຶ່ງ​ພູດ.

ສິ່ງ​ທີ່​ກ່າວ​ມາ​ນີ້ ແມ່ນ​ເນື້ອ​ໃນ​ທີ່​ສຳ­ຄັນ​ຈຳ­ນວນ​ໜຶ່ງ​ໄດ້​ກຳ­ນົດ​ໄວ້​ຢູ່​ໃນ​ປະ­ມວນ​ກົດ ໝາຍ​ແພ່ງ ໂດຍ​ສະ­ເພາະ ເວົ້າ​ເລື່ອງ​ລູກ​ນ້າ ລູກ​ນ້າ​ກັບ​ມູນ​ມໍ­ລະ­ດົກ​ຂອງ​ຜູ້​ເສຍ​ຊີ­ວິດ ຊຶ່ງ​ພົນ­ລະ­ເມືອງ​ລາວ​ທຸກ​ຄົນ​ຕ້ອງ​ຮັບ​ຮູ້ ເຂົ້າ ໃຈ ແລະ ພ້ອມ​ກັນ​ປະ­ຕິ­ບັດ ເພື່ອ​ບໍ່​ໃຫ້​ຖືກ​ຮ້ອງ ຖືກ​ຟ້ອງ ຍ້ອນ​ຄວາມ​ລຳ​ອ່ຽງ​ຂອງ​ຜູ້​ຍັງ​ມີ​ຊີ­ວິດ ຄື ພໍ່​ນ້າ ຫຼື ແມ່​ນ້າ ນັ້ນ​ເອງ.

ໂດຍ: ໄມ້​ງັດ

error: Content is protected !!