ອາຍຸຄວາມ ແມ່ນໄລຍະເວລາ ຊຶ່ງເປັນສາເຫດທີ່ພາໃຫ້ໄດ້ສິດ ຫຼື ເສຍສິດ ໃນສາຍພົວພັນທາງແພ່ງ ຕາມທີ່ກົດໝາຍໄດ້ກຳນົດໄວ້ ອາຍຸຄວາມແບ່ງອອກເປັນສອງປະເພດ ດັ່ງນີ້: 1. ອາຍຸຄວາມໄດ້ສິດ 2. ອາຍຸຄວາມເສຍສິດ.
ອາຍຸຄວາມໄດ້ສິດ ແມ່ນສາເຫດຂອງການໄດ້ສິດຂອງຜູ້ໃດຜູ້ໜຶ່ງຕໍ່ຊັບດ້ວຍການຄອບຄອງ ແລະ ນຳໃຊ້ຊັບຂອງຜູ້ອື່ນດ້ວຍຄວາມບໍລິສຸດໃຈ ຢ່າງເປີດເຜີຍ ຕໍ່ເນື່ອງ ແລະ ສະຫງົບ ຄືກັນກັບຕົນເອງເປັນເຈົ້າຂອງເປັນເວລາ 20 ປີ ສຳລັບອະສັງຫາລິມະຊັບ (ຊັບຄົງທີ່) ຫ້າປີ ສຳລັບສັງຫາລິມະຊັບ (ຊັບເຄື່ອນທີ່).
ອາຍຸຄວາມເສຍສິດ ແມ່ນສາເຫດທີ່ພາໃຫ້ສິດສິ້ນສຸດລົງ ອັນເນື່ອງມາຈາກການບໍ່ເຄື່ອນໄຫວຂອງຜູ້ເປັນເຈົ້າຂອງສິດພາຍໃນ 10 ປີ ສຳລັບສັນຍາຮັບເໝົາກໍ່ສ້າງ 3 ປີ ສຳລັບສັນຍາປະເພດອື່ນ ຫຼື ການໃຊ້ແທນຄ່າເສຍຫາຍ ແລະ ສິດທວງອື່ນ ເວັ້ນເສຍແຕ່ກົດໝາຍຫາກໄດ້ກຳນົດໄວ້ເປັນຢ່າງອື່ນ.
ສານປະຊາຊົນ ບໍ່ສາມາດພິຈາລະນາກ່ຽວກັບອາຍຸຄວາມ ຖ້າຄູ່ຄວາມບໍ່ໄດ້ຍົກເອົາອາຍຸຄວາມມາເປັນຂໍ້ໂຕ້ແຍ່ງ.
ການຮັບຮູ້ໜີ້ສິນ ຫຼື ພັນທະອື່ນຂອງລູກໜີ້ ພາຍຫຼັງໝົດອາຍຸຄວາມແລ້ວ ໜີ້ສິນ ຫຼື ພັນທະດັ່ງກ່າວ ຍັງຈະສືບຕໍ່ປະຕິບັດຈົນກວ່າຈະໝົດອາຍຸຄວາມ ໂດຍເລີ່ມແຕ່ວັນຮັບຮູ້ໜີ້ສິນເປັນຕົ້ນໄປ ສຳລັບເນື້ອໃນທີ່ກ່າວມານີ້ ຈະບໍ່ມີຜົນປະຕິບັດຕໍ່ບຸກຄົນທີສາມ ເຊັ່ນ ຜູ້ຄ້ຳປະກັນ.
ການເຫັນດີສົ່ງຊັບຄືນໃຫ້ແກ່ເຈົ້າກຳມະສິດເດີມຂອງຜູ້ຄອບຄອງ ພາຍຫຼັງໝົດອາຍຸຄວາມແລ້ວ ຊັບດັ່ງກ່າວ ຈະຮັບຮູ້ເປັນເຈົ້າກຳມະສິດເດີມ ສຳລັບການທວງເອົາຊັບຂອງລັດ ທີ່ບຸກຄົນອື່ນພວມຄອບຄອງ ການທວງໃຫ້ປະຕິບັດພັນທະຕໍ່ລັດ ເວັ້ນເສຍແຕ່ກົດໝາຍຫາກໄດ້ກຳນົດໄວ້ເປັນຢ່າງອື່ນ ແລະ ການທວງ ເພື່ອປົກປ້ອງສິດສ່ວນຕົວຂອງບຸກຄົນອື່ນ ທີ່ບໍ່ມີລັກສະນະຊັບສົມບັດ.
ອາຍຸຄວາມໃຫ້ນັບຕາມແຕ່ລະກໍລະນີດັ່ງນີ້: 1. ການໄດ້ສິດໃຫ້ເລີ່ມນັບແຕ່ວັນເຂົ້າຄອບຄອງເປັນຕົ້ນໄປ ຈົນຄົບກຳນົດອາຍຸຄວາມ 2. ການເສຍສິດ ໃຫ້ເລີ່ມນັບແຕ່ວັນທີ່ສາມາດນຳໃຊ້ສິດທວງເປັນຕົ້ນໄປ ຈົນໝົດກຳນົດອາຍຸຄວາມ.
ໃນກໍລະນີຜູ້ມີພັນທະຫາກໄດ້ເອົາຕົວຫຼົບໜີອາຍຸຄວາມ ອາຍຸຄວາມໃຫ້ເລີ່ມນັບແຕ່ວັນທີ່ຜູ້ມີສິດໄດ້ຮູ້ຂ່າວ ຫຼື ຄວນຮູ້ໄດ້ເຫັນ ຫຼື ຄວນຈະເຫັນ ຫຼື ຮູ້ບ່ອນຢູ່ສຸດທ້າຍຂອງຜູ້ກ່ຽວ ເປັນຕົ້ນໄປ.
ໂດຍ: ໄມ້ງັດ