ການນິນທາ ແລະ ການໃສ່ຮ້າຍຜູ້ອື່ນ

ການ​ນິນ­ທາ ແລະ ການ​ໃສ່​ຮ້າຍ​ຜູ້​ອື່ນ ບັນ­ດາ​ທ່ານ​ຜູ້​ອ່ານ​ບາງ​ທ່ານ​ອາດ​ຈະ​ເຄີຍ​ໄດ້​ຍິນ​ຢູ່​ເລື້ອຍໆ ແລະ ພົບ​ເຫັນ​ຫຼາຍ​ໃນ​ສັງ­ຄົມ ແລະ ບາງ​ທ່ານ​ກໍ​ຄິດ​ວ່າ​ເປັນ​ການ​ເຢາະ​ເຢີ້ຍ​ກັນ​ແບບ​ທຳ​ມະ​ດາ​ຊ່າ​ລື​ກັນ​ໄປ ໂດຍ​ຄິດ​ວ່າ​ຈະ​ບໍ່​ເປັນ​ຜິດ​ເປັນ​ໄພ ແລະ ບໍ່​ເປັນ​ຜົນ​ກະ­ທົບ​ຕໍ່​ສັງ­ຄົມ​ທີ່​ຮ້າຍ​ແຮງ ກໍ​ເລີຍ​ເຮັດ​ໃຫ້​ບັນ­ຫາ​ດັ່ງ­ກ່າວ​ນັບ​ມື້ ມີ​ຄວາມ​ຮຸນ​ແຮງ​ຫຼາຍ​ຂຶ້ນ​ເລື້ອຍໆ ແຕ່​ຄວາມ​ຈິງ​ແລ້ວ ການ​ນິນ­ທາ ແລະ ການ​ໃສ່​ຮ້າຍ​ຜູ້​ອື່ນ​ແມ່ນ​ເປັນ​ການ​ກະ­ທຳ​ຜິດ​ຕໍ່​ກົດ­ໝາຍ ກໍ​ຄື ປະ­ມວນ​ກົດ­ໝາຍ​ອາ­ຍາ ມື້­ນີ້​ຂ້າ­ພະ­ເຈົ້າ​ຈະ​ນຳ​ສະ­ເໜີ​ໃຫ້​ຮູ້​ຄວາມ​ໝາຍ​ໂທດ​ທາງ​ອາ­ຍາ ແລະ ການ​ປັບ​ໃໝ​ຕໍ່​ກັບ​ການ​ກະ­ທຳ​ຜິດ​ໃນ​ສະ­ຖານ “ການ​ນິນ­ທາ ແລະ ການ​ໃສ່​ຮ້າຍ​ຜູ້​ອື່ນ” ຊຶ່ງ​ລາຍ​ລະ­ອຽດ​ດັ່ງ­ນີ້:

ການ​ນິນ­ທາ​ຜູ້​ອື່ນ ແມ່ນ​ການ​ເຮັດ​ໃຫ້​ຜູ້​ອື່ນ​ເສື່ອມ​ເສຍ­ຊື່​ສຽງ ກຽດ​ສັກ​ສີ​ຢ່າງ​ຮ້າຍ​ແຮງ ດ້ວຍ​ການ​ເວົ້າ​ຈາ ການ​ຂີດ​ຂຽນ ຫຼື ການ​ກະ­ທຳ​ດ້ວຍ​ຮູບ​ການ​ອື່ນໆ ການ​ນິນ­ທາ​ຜູ້​ອື່ນ​ແມ່ນ​ເປັນ​ການ​ກະ­ທຳ​ຜິດ​ທາງ​ອາ­ຍາ ຊຶ່ງ​ເປັນ​ການ​ກະ­ທຳ​ຜິດ​ຕໍ່​ມາດ­ຕາ 205 ວັກ​ທີ 1 ຂອງ​ປະ­ມວນ​ກົດ­ໝາຍ​ອາ­ຍາ ສະ­ບັບ​ເລກ​ທີ 26/ສພຊ ລົງ​ວັນ​ທີ 17 ພຶດ­ສະ­ພາ 2017 ໄດ້​ກຳ­ນົດ​ໄວ້​ວ່າ “ບຸກ­ຄົນ​ໃດ​ຫາກ​ໄດ້​ເຮັດ​ໃຫ້​ຜູ້​ອື່ນ​ເສື່ອມ​ເສຍ​ກຽດ​ສັກ​ສີ​ຢ່າງ​ຮ້າຍ​ແຮງ ດ້ວຍ​ການ​ຂຽນ ການ​ເວົ້າ ຫຼື ດ້ວຍ​ຮູບ​ການ​ອື່ນ​ນັ້ນ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່​ສາມ​ເດືອນ​ຫາ​ໜຶ່ງ​ປີ ຫຼື ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດ​ສະ­ລະ​ພາບ ແລະ ຈະ​ຖືກ​ປັບ​ໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ”.

ການ​ໃສ່​ຮ້າຍ​ຜູ້​ອື່ນ ແມ່ນ​ການ​ຫາ​ຄວາມ​ບໍ່​ມີ​ຈິງ ຫຼື ການ​ໃສ່​ຮ້າຍ​ປ້າຍ​ສີ​ຜູ້​ອື່ນ​ດ້ວຍ ການ​ເວົ້າ​ຈາ ການ​ຂີດ​ຂຽນ ຫຼື ການ​ກະ­ທຳ​ດ້ວຍ​ຮູບ​ການ​ອື່ນໆ ເພື່ອ​ເຮັດ​ໃຫ້​ຜູ້​ອື່ນ​ເສື່ອມ​ເສຍ­ຊື່​ສຽງ ກຽດ​ສັກ​ສີ​ຢ່າງ​ຮ້າຍ​ແຮງ ການ​ໃສ່​ຮ້າຍ​ຜູ້​ອື່ນ​ແມ່ນ​ເປັນ​ການ​ກະ­ທຳ​ຜິດ​ທາງ​ອາ­ຍາ ຊຶ່ງ​ເປັນ​ການ​ກະ­ທຳ​ຜິດ​ຕໍ່​ມາດ­ຕາ 205 ວັກ​ທີ 2 ຂອງ​ປະ­ມວນ​ກົດ­ໝາຍ​ອາ­ຍາ ສະ­ບັບ​ເລກ​ທີ 26/ສພຊ ລົງ​ວັນ​ທີ 17 ພຶດ­ສະ­ພາ 2017 ໄດ້​ກຳ­ນົດ​ໄວ້​ວ່າ “ບຸກ­ຄົນ​ໃດ​ຫາກ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ຜູ້​ອື່ນ​ໂດຍ​ບໍ່​ມີ​ຄວາມ​ຈິງ ດ້ວຍ​ການ​ຂຽນ ການ​ເວົ້າ ຫຼື ດ້ວຍ​ຮູບ​ການ​ອື່ນ ຊຶ່ງ​ເຮັດ​ໃຫ້​ເສື່ອມ​ເສຍ​ກຽດ​ສັກ​ສີ​ຢ່າງ​ຮ້າຍ​ແຮງ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່​ສາມ​ເດືອນ​ຫາ​ໜຶ່ງ​ປີ ຫຼື ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດ​ສະ­ລະ​ພາບ ແລະ ຈະ​ຖືກ​ປັບ​ໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ”.

ໂດຍ: ສ. ສາຍ​ນ້ຳ​ຊຳ

error: Content is protected !!