ການລົງໂທດຜູ້ເປັນນັກສືບ

ຢູ່​ໃນ​ສະ­ພາບ​ການ​ທີ່​ມີ​ຄວາມ​ຫຍຸ້ງ­ຍາກ​ສັບ­ສົນ ຍ້ອນ​ການ​ແບ່ງ​ພັກ​ແບ່ງ​ພວກ ແບ່ງ​ກຳ­ລັງ­ວັງ­ຊາ ການ​ແກ້ງ​ແຍ່ງ​ແຂ່ງ­ຂັນ​ລະ­ຫວ່າງ​ຂົ້ວ​ບວກ​ຂົ້ວ​ລົບ ການ​ລະ​ແວງ​ສົງ­ໄສ ຈຶ່ງ​ນຳ­ໄປ​ສູ່​ການ​ສອດ​ການ​ແນມ ຊອກ​ເລື່ອງ​ຊອກ​ບັນ­ຫາ​ໃສ່​ກັນ ແລະ ກັນ ເພື່ອ​ຫວັງ​ທຳ­ລາຍ​ມ້າງ­ເພ​ຜູ້​ອື່ນ ໝາຍ​ຄວາມ​ວ່າ ກິນ​ເຂົ້າ​ໂຕ​ໂສ​ຄວາມ​ຜູ້​ອື່ນ​ຂອງ​ກຸ່ມ​ຄົນ​ບໍ່​ດີ ຍ່ອມ​ມີ​ຄວາມ​ຜິດ​ຕາມ​ປະ­ມວນ​ກົດ­ໝາຍ​ອາ­ຍາ.

ສະ­ນັ້ນ​ເພື່ອ​ເປັນ​ການ​ເດັດ​ນິ­ໄສ ແລະ ການ­ເຄື່ອນ­ໄຫວ​ທີ່​ບໍ່​ເປັນ​ມິດ​ນັ້ນ ກົດ­ໝາຍ​ໄດ້​ອະ­ນຸ­ຍາດ​ໃຫ້​ດຳ­ເນີນ​ຄະ­ດີ​ຕໍ່​ບຸກ­ຄົນ​ດັ່ງ­ກ່າວ ເນື້ອ​ໃນ​ຂອງ​ການ​ລົງ­ໂທດ​ຕໍ່​ບຸກ­ຄົນ​ດັ່ງ­ກ່າວ ໄດ້​ກຳ­ນົດ​ໄວ້​ໃນ​ມາດ­ຕາ 112 ດັ່ງ­ນີ້: ຄົນ​ຕ່າງ­ປະ­ເທດ ຄົນ​ຕ່າງ​ດ້າວ ຫຼື ຄົນ​ບໍ່​ມີ​ສັນ­ຊາດ ຜູ້​ໃດ​ຫາກ​ໄດ້​ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ​ຂໍ້​ມູນ ວັດ­ຖຸ ການ​ດຳ­ເນີນ​ງານ ຫຼື ເອ­ກະ­ສານ​ທາງ​ຄອມ​ພີວ​ເຕີ ຫຼື ເອ­ກະ­ສານ​ກ່ຽວ​ກັບ​ຄວາມ​ລັບ​ຂອງ​ລັດ ຫຼື ຄວາມ​ລັບ​ທາງ​ລັດ​ຖະ​ການ ເພື່ອ​ກໍ່​ຄວາມ​ເສຍ​ຫາຍ ຫຼື ມ້າງ­ເພ ສປປ ລາວ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ​ສະ­ລະ​ພາບ​ແຕ່ 10 ປີ ຫາ 20 ປີ ອາດ​ຈະ​ຖືກ​ຮິບ​ຊັບ ຖືກ​ຈຳ­ກັດ​ທີ່­ຢູ່ ຫຼື ຖືກ​ເນ­ລະ­ເທດ ຫຼື ຕັດ​ອິດ­ສະ­ຫຼະ­ພາບ​ຕະ­ຫຼອດ​ຊີ­ວິດ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 30.000.000 ຫາ 40.000.000 ກີບ ຫຼື ປະ­ຫານ​ຊີ­ວິດ.

ບຸກ­ຄົນ​ໃດ ຫາກ​ໄດ້​ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ ຂໍ້​ມູນ ວັດ­ຖຸ ການ​ດຳ­ເນີນ​ງານ ຫຼື ເອ­ກະ­ສານ​ທາງ​ຄອມ​ພີວ​ເຕີ ຫຼື ເອ­ກະ­ສານ​ກ່ຽວ​ກັບ​ຄວາມ​ລັບ​ຂອງ​ລັດ ຫຼື ຄວາມ​ລັບ​ທາງ​ລັດ​ຖະ​ການ​ສົ່ງ​ໃຫ້​ພວກ​ທໍ­ລະ​ຍົດ ຫຼື ກະ­ບົດ​ຕໍ່​ຊາດ ເພື່ອ​ມ້າງ­ເພ ສປປ ລາວ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ​ສະ­ລະ​ພາບ​ແຕ່ 5 ປີ ຫາ 10 ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 5.000.000 ຫາ 200.000.000 ກີບ ອາດ​ຈະ​ຖືກ​ຮິບ​ຊັບ ແລະ  ອາດ​ຈະ​ຖືກ​ຈຳ­ກັດ​ທີ່­ຢູ່.

ພົນ­ລະ­ເມືອງ​ລາວ​ຜູ້​ໃດ ທີ່​ໄດ້​ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ ຂໍ້​ມູນ ວັດ­ຖຸ ການ​ດຳ­ເນີນ​ງານ ຫຼື ເອ­ກະ­ສານ​ທາງ​ຄອມ​ພີວ​ເຕີ ຫຼື ເອ­ກະ­ສານ​ກ່ຽວ​ກັບ​ຄວາມ​ລັບ​ຂອງ​ລັດ ຫຼື ຄວາມ​ລັບ​ທາງ​ລັດ​ຖະ​ການ​ສົ່ງ​ໃຫ້​ຄົນ​ຕ່າງ­ປະ­ເທດ ຫຼື ອົງ​ການ­ຈັດ­ຕັ້ງ​ຕ່າງ­ປະ­ເທດ ເພື່ອ​ໃຊ້​ເປັນ​ຂໍ້​ມູນ ເພື່ອ​ກໍ່​ຄວາມ​ເສຍ​ຫາຍ ຫຼື ມ້າງ­ເພ ສປປ ລາວ ຈະ​ຖື​ວ່າ​ໄດ້​ກະ­ທຳ​ຜິດ​ໃນ​ສະ­ຖານ​ທໍ­ລະ​ຍົດ​ຕໍ່​ຊາດ ແລະ ຈະ​ຖືກ​ລົງ­ໂທດ​ຕາມ​ມາດ­ຕາ 110 ໃນ​ສະ­ຖານ​ການ​ທໍ­ລະ​ຍົດ​ຕໍ່​ຊາດ ການ​ກະ­ກຽມ​ໃຫ້​ແກ່​ການ​ກະ­ທຳ​ຜິດ ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ ກໍ​ຈະ​ຖືກ​ລົງ­ໂທດ.

ໂດຍ: ໄມ້​ງັດ

error: Content is protected !!