ໂທດຂອງການເປີດເຜີຍຄວາມລັບ

ບູ­ຮານ​ກ່າວ​ໄວ້​ວ່າ ລາຍ​ຄົນ​ລາຍ​ໃນ ລາຍ​ເສືອ​ລາຍ​ນອກ ແຕ່​ທັງ​ສອງ​ລາຍ​ກໍ​ມີ​ຄວາມ​ໂຫດ­ຮ້າຍ​ເຊັ່ນ​ດຽວ​ກັນ ເພາະ​ຫຍັງ ເພາະ­ວ່າ ລາຍ​ຄົນ​ນັ້ນ​ເບິ່ງ​ຍາກ​ເຫັນ​ຍາກ ແຕ່​ຫາກ​ຢາກ​ເບິ່ງ​ຄັກໆ​ແມ່ນ​ຕ້ອງ​ເຫຼົ້າ​ຖອກ​ໃສ່​ປາກ ແມ່ນ​ສາ­ມາດ​ຮູ້​ໂລດ​ວ່າ​ຄົນ​ຜູ້​ນັ້ນ​ມີ​ລາຍ​ແນວ­ໃດ ໂດຍ​ສະ­ເພາະ ການ­ສະ­ແດງ​ປະ­ຕິ­ກິ­ລິ­ຍາ​ໃນ​ເວ­ລາ​ມຶນ­ເມົາ​ນັ້ນ ສະ­ແດງ​ວ່າ​ເຮົາ​ຮູ້​ກັນ​ໄດ້​ແຕ່​ໜ້າ ບໍ່​ຮູ້​ວ່າ​ຈິດ­ໃຈ​ຄິດ​ຢ່າງ­ໃດ ພວກ​ເຮົາ​ເຫັນ​ນຳ​ກັນ​ທຸກ​ມື້ ຢູ່​ນຳ​ກັນ​ທຸກ​ມື້ ສຸດ​ທ້າຍ​ຜັດ​ໄປ​ກໍ່​ເຫດ ກໍ່​ຄະ­ດີ ກໍ່​ຄວາມ​ວຸ້ນ­ວາຍ​ຢູ່​ໃນ​ສັງ­ຄົມ ບາງ​ຄົນ​ກໍ​ເປັນ​ໜອນ​ບອນ​ໄສ້ ຮັບ​ໃຊ້​ກຸ່ມ​ຄົນ​ບໍ່​ດີ ຄຳ​ເວົ້າ​ຄ່າ​ສອກ ຢືດ​ອອກ​ຄ່າ​ວາ ດັ່ງ­ນັ້ນ ກົດ­ໝາຍ​ຈຶ່ງ​ໄດ້​ກຳ­ນົດ​ມາດ​ຕະ­ການ​ລົງ­ໂທດ​ຕໍ່​ບຸກ­ຄົນ​ດັ່ງ­ກ່າວ​ໄວ້ ໂດຍ​ສະ­ເພາະ ຜູ້​ທີ່​ເອົາ​ຄວາມ​ລັບ​ຂອງ​ລັດ ຫຼື ຄວາມ​ລັບ​ລັດ​ຖະ​ການ ຄວາມ​ລັບ​ຂອງ​ບຸກ­ຄົນ​ໄປ​ເປີດ­ເຜີຍ ໃຫ້​ບຸກ­ຄົນ​ທີ່​ບໍ່​ມີ​ສ່ວນ​ກ່ຽວ­ຂ້ອງ​ໄດ້​ຮັບ​ຮູ້ ໂດຍ​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ​ກ່ອນ.

ລາຍ​ລະ­ອຽດ​ຂອງ​ມາດ­ຕາ​ນີ້ ໄດ້​ກຳ­ນົດ​ວ່າ ບຸກ­ຄົນ​ຜູ້​ໃດ​ທີ່​ມີ­ໜ້າ​ທີ່​ຮັບ­ຜິດ­ຊອບ​ໃນ​ການ​ເກັບ​ມ້ຽນ ຮັກ­ສາ ນຳ​ໃຊ້​ເອ­ກະ­ສານ​ກ່ຽວ​ກັບ​ຄວາມ​ລັບ​ຂອງ​ລັດ ຫາກ​ໄດ້​ເປີດ­ເຜີຍ​ຄວາມ​ລັບ ຫຼື ເຮັດ​ໃຫ້​ເສຍ​ຄວາມ​ລັບ ຫຼື ເຮັດ​ໃຫ້​ເອ­ກະ­ສານ​ດັ່ງ­ກ່າວ​ເສຍ​ຫາຍ.

ຖ້າ​ແມ່ນ​ຄວາມ​ລັບ​ທາງ​ລັດ​ຖະ​ການ ກໍ​ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່ 1 ປີ ຫາ 3 ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 3.000.000 ຫາ 20.000.000 ກີບ.

ຕົວ­ຢ່າງ: ນາງ ຂໍ ເປັນ​ພະ­ນັກ­ງານ​ໃນ​ອົງ​ການ­ຈັດ­ຕັ້ງ​ໃດ​ໜຶ່ງ ທີ່​ເຫັນ​ເອ­ກະ­ສານ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ລົງ​ວິ­ໄນ​ຕໍ່​ທ້າວ ສົນ ແລ້ວ​ຜູ້­ກ່ຽວ​ນຳ​ເອົາ​ໄປ​ເປີດ­ເຜີຍ​ໃຫ້​ບຸກ­ຄົນ​ອື່ນ​ຮູ້​ນຳ ໂດຍ​ທີ່​ອົງ​ການ­ຈັດ­ຕັ້ງ​ຂອງ​ຜູ້­ກ່ຽວ​ຫ້າມ​ບໍ່​ໃຫ້​ບຸກ­ຄົນ​ໃດ ຫາກ​ນຳ​ເອົາ​ບັນ­ຫາ​ດັ່ງ­ກ່າວ​ອອກ​ໄປ​ເປີດ­ເຜີຍ​ພາຍ​ນອກ.

ສ່ວນ​ການ​ລ່ວງ​ລະ­ເມີດ​ຄວາມ​ລັບ​ສ່ວນ​ຕົວ​ຂອງ​ບຸກ­ຄົນ​ນັ້ນ ຖ້າ​ບຸກ­ຄົນ​ໃດ​ຫາກ​ໄດ້​ເປີດ­ເຜີຍ​ຄວາມ​ລັບ​ສ່ວນ​ຕົວ​ຂອງ​ຜູ້​ອື່ນ​ທີ່​ຕົນ​ໄດ້​ຮູ້­ຈັກ ໃນ​ເວ­ລາ​ປະ­ຕິ­ບັດ​ວຽກ​ງານ​ວິ­ຊາ​ສະ­ເພາະ ຫຼື ໜ້າ­ທີ່ ຊຶ່ງ​ເປັນ​ການ​ກໍ່​ຄວາມ​ເສຍ​ຫາຍ​ແກ່​ຜູ້​ອື່ນ​ນັ້ນ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ​ສະ­ລະ​ພາບ​ແຕ່ 3 ເດືອນ​ຫາ 6 ເດືອນ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 3.000.000 ກີບ​ຫາ 10.000.000 ກີບ ຕົວ­ຢ່າງ: ທ້າວ ແຮດ ເປັນ​ແພດ​ຜ່າ­ຕັດ ແລະ ປະ­ສູດ ຜູ້­ກ່ຽວ​ອາດ​ໄດ້​ເຫັນ​ທຸກ​ຢ່າງ​ໃນ​ເວ­ລາ​ທຳ​ການ­ຜ່າ­ຕັດ ແລະ ຜູ້­ກ່ຽວ​ໄດ້​ເອົາ​ສິ່ງ​ທີ່​ຕົນ​ເຫັນ​ນັ້ນ ໄປ​ເວົ້າ​ສູ່​ຜູ້​ອື່ນ​ຟັງ ເຮັດ​ໃຫ້​ນາງ ຈຸ້ຍ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊື່​ສຽງ ແລະ ກຽດ​ສັກ​ສີ​ຂອງ​ຜູ້­ກ່ຽວ.

ບຸກ­ຄົນ​ໃດ​ຫາກ​ໄດ້​ລັກ​ເປີດ​ຈົດ­ໝາຍ ຈົດ­ໝາຍ​ທາງ​ເອ​ເລັກ​ໂຕຣ​ນິກ ໂທລະ­ເລກ ຫຼື ເອ­ກະ­ສານ​ອື່ນ ຫຼື ລັກ​ຟັງ​ໂທລະ­ສັບ​ຂອງ​ຜູ້​ອື່ນ ຊຶ່ງ​ເປັນ​ການ​ກໍ່​ຄວາມ​ເສຍ​ຫາຍ​ແກ່​ຜູ້​ອື່ນ​ນັ້ນ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ​ສະ­ລະ​ພາບ​ແຕ່ 3 ເດືອນ​ຫາ 6 ເດືອນ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 3.000.000 ຫາ 10.000.000 ກີບ.

ຕົວ­ຢ່າງ: ທ້າວ ສອດ ເຫັນ​ນາງ ຟອດ ລົມ​ໂທລະ­ສັບ​ຢູ່ ທ້າວ ສອດ ຈຶ່ງ​ຍ່າງ​ບັງ​ຕົ້ນ­ໄມ້​ຂ້າງ​ນາງ ຟອດ ເພື່ອ​ລັກ​ຟັງ​ການ​ລົມ​ໂທລະ­ສັບ​ຂອງ​ນາງ ຟອດ ໃນ​ເລື່ອງ​ສ່ວນ​ຕົວ ເມື່ອ​ນາງ ຟອດ ຮູ້​ຈຶ່ງ​ຢຸດ​ເຊົາ ທ້າວ ສອດ ໄດ້​ນຳ​ເອົາ​ເລື່ອງ​ທີ່​ໄດ້​ຍິນ​ໄດ້​ຟັງ​ນັ້ນ ໄປ​ເປີດ­ເຜີຍ​ໃຫ້​ບຸກ­ຄົນ​ອື່ນ​ຮູ້ ສະ­ແດງ​ວ່າ ທ້າວ ສອດ ຈະ​ມີ​ຄວາມ​ຮັບ­ຜິດ­ຊອບ​ຕາມ​ມາດ­ຕາ​ນີ້ ຖ້າ​ຫາກ​ນາງ ຟອດ ຫາກ​ໄປ​ແຈ້ງ​ຄວາມ ເພື່ອ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ດຳ­ເນີນ​ຄະ­ດີ​ຕໍ່​ຜູ້­ກ່ຽວ.

ໂດຍ: ໄມ້​ງັດ

error: Content is protected !!